ລັດຈະມີລາຍຮັບເຖິງ 150 ລ້ານ ໂດລາ ຈາກການຂຸດຄົ້ນຫິນແຮ່ ແລະ ຊາຍ…

ສະພາແຫ່ງຊາດແຈ້ງໃຫ້ຮູ້ວ່າ: ຄາດຄະເນໃນປີ 2020 ນີ້, ລັດຖະບານຈະມີລາຍຮັບເຂົ້າງົບປະມານແຫ່ງລັດເຖິງ 150 ລ້ານໂດລາ ຈາກການຂຸດຄົ້ນ ຫິນແຮ່ ແລະ ຊາຍ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆ

ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ກ່າວເມື່ອບໍ່ດົນມານີ້ທີ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການຂຸດຄົ້ນຫິນແຮ່ ແລະ ຊາຍ ຕາມລຽບແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆທີ່ຂັ້ນສູນກາງ ແລະ  ທ້ອງຖິ່ນ (ຂະແໜງໂຍທາທິການ ແລະ ຂົນສົ່ງ) ອະນຸຍາດໃນປີ 2019 ມີທັງໝົດ 402 ບໍລິສັດ ໃນນັ້ນ ຂັ້ນສູງກາງອະນຸມັດ 06 ບໍລິສັດ, ຂັ້ນແຂວງ 284 ບໍລິສັດ ແລະ ຂັ້ນເມືອງ 112 ບໍລິສັດ.

ທ່ານ ບຸນປອນ ຍັງໄດ້ກ່າວຕື່ມວ່າ: ມາຮອດປັດຈຸບັນ, ຕາມການລາຍງານຂອງຂະແໜງທີ່ກ່ຽວຂ້ອງ, ການດໍາເນີນກິດຈະການ ກ່ຽວກັບແຮ່ທາດທີ່ໄດ້ກ່າວມາຂ້າງເທິງນັ້ນໄດ້ປະກອບສ່ວນຢ່າງແຂງແຮງໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງປະເທດເຮົາ, ສ້າງລາຍຮັບໃຫ້ງົບປະມານແຫ່ງລັດເປັນຈໍານວນບໍ່ໜ້ອຍ, ພຽງໄລຍະ 4 ປິ, ນັບແຕ່ປີ 2016 ຫາປີ 2019 ສ້າງລາຍຮັບໄດ້ 3.149, 73 ຕື້ກີບ ຫຼືເທົ່າກັບປະມານ 370,55 ລ້ານໂດລາສະຫະລັດ.  ໃນນັ້ນໄດ້ຈາກອາກອນ 872,05 ຕື້ກີບ, ຄ່າຊັບພະຍາກອນ 2.060,96 ຕື້ກີບ, ຄ່າສໍາປະທານ 216,72 ຕື້ກີບ ແລະ ຄາດຄະເນໃນປີ 2020 ຈະໄດ້ປະມານ 150 ລ້ານໂດລາສະຫະລັດ. ນອກຈາກສ້າງລາຍຮັບໄດ້ແລ້ວກໍຍັງສ້າງວຽກເຮັດງານທໍາ ແລະ ແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນໃນທ້ອງຖີ່ນໄດ້ດີສົມຄວນ.

ຂໍ້ມູນ: ວຽງຈັນທາມ

Comments