ສະບາຍດີ ທ່ານຜູ້ອ່ານວາລະສານທາເກັດທັງຫຼາຍ ໃນປີທີ່ຜ່ານມາທ່ານໄດ້ເຫັນແລ້ວວ່າ ບ້ານເຮົາມີທຸລະກິດຫຼາຍປະເພດທີ່ເປີດຂຶ້ນມາໃໝ່ ແລະກໍມີທຸລະກິດຈຳນວນຫຼວງຫຼາຍ ທີ່ທົນຕໍ່ສະພາບການແຂ່ງຂັນທີ່ດຸເດືອດ, ປັບຕົວກັບການປ່ຽນແປງຂອງຕະຫຼາດ ແລະພຶດຕິກຳຂອງຜູ້ບໍລິໂພກ ຍຸກ 5.0 ບໍ່ທ່ວງທັນ ຈົນຕ້ອງຈຳໃຈປິດກິດຈະການໄປ. ເຊິ່ງເມື່ອວິເຄາະແລ້ວ ບັນຫາຫຼັກໆ ທີ່ເຮັດໃຫ້ທຸລະກິດເຫຼົ່ານັ້ນ ຕ້ອງຕົກຢູ່ໃນສະພາບຝືດເຄືອງ ຍອດຂາຍຕົກຕ່ຳແບບຕໍ່ເນື່ອງ ສາຍເຫດມາຈາກການຂາດຄວາມຮູ້ທາງການຕະຫຼາດ ບໍ່ວ່າຈະເປັນ ການຂາດການວາງຍຸດທະສາດ ແລະການປະເມີນຜົນທີ່ເໝາະສົມ, ບໍ່ມີການເຈາະຈົງກຸ່ມເປົ້າໝາຍທີ່ແນ່ນອນ ຈຶ່ງເຮັດໃຫ້ບໍ່ເຂົ້າໃຈຄວາມຕ້ອງການ ແລະພຶດຕິກຳການຊື້ ຂອງກຸ່ມເປົ້າໝາຍສະເພາະ ແລ້ວຍັງປ່ຽນແປງໄປຕາມປັດໄຈພາຍນອກ ແລະຄວາມກ້າວໜ້າທາງເຕັກໂນໂລຊີນຳອີກ. ນອກຈາກນີ້ ໃນປີທີ່ຜ່ານມາ ບັນດາທ່ານກໍອາດເຄີຍໄດ້ຍິນຜ່ານໆຫູ ກ່ຽວກັບຄວາມຮູ້ທາງການຕະຫຼາດແບບໃໝ່ ທີ່ເອີ້ນວ່າ: ການຕະຫຼາດແບບປະສາດວິທະຍາ (Neuroscience / Neuromarketing) ທີ່ໃຊ້ເຄື່ອງມືທາງວິທະຍາສາດ ເຂົ້າມາສຶກສາການເຮັດວຽກຂອງສະໝອງຄົນ ສາມາດຈັບຄື່ນສະໝອງ ຈັບສັນຍານ ຄວາມເຄື່ອນໄຫວຂອງສາຍຕາ ອັດຕາການເຕັ້ນຂອງຫົວໃຈ ອາລົມຄວາມຮູ້ສຶກ ແລະອື່ນໆ. ເຮັດໃຫ້ເຂົ້າໃຈຂະບວນການຄິດຂອງຄົນ ປະຕິກິລິຍາຕອບສະໜອງຕໍ່ໂຄສະນາສິນຄ້າຕ່າງໆ. ສະນັ້ນ, ຄວາມຮູ້ຂະແໜງນີ້ ຈຶ່ງກາຍເປັນອີກເຄື່ອງມືໜຶ່ງທີ່ຖືກກ່າວເຖິງຢ່າງຫຼວງຫຼາຍ ໃນວົງການການຕະຫຼາດ ຖືກນຳໃຊ້ວິເຄາະເພື່ອຊອກຫາ ຂໍ້ມູນລູກຄ້າແບບເຈາະເລິກ (Customer insights) ເຊິ່ງເຮັດໃຫ້ການວາງແຜນການຕະຫຼາດ ການຜະລິດສື່ໂຄສະນາມີປະສິດທິພາບຫຼາຍຂຶ້ນ. ຈາກການສຳຫຼວດພຶດຕິກຳການຊື້ ໂດຍໃຊ້ການຕະຫຼາດແບບປະສາດວິທະຍາ ເຫັນວ່າ 75% ...
Read More »Author Archives: admin target
Alexa ສັ່ງວຽກດ້ວຍສຽງ ເຕັກໂນໂລຊີສື່ສານທີ່ຈະມາແຮງໃນອະນາຄົດ
ເມື່ອກ່ອນເຕັກໂນໂລຊີຖືກນໍາເຂົ້າມາໃຊ້ໃນວົງການຂອງທຸລະກິດ ໂດຍການເຂົ້າມາຊ່ວຍເພີ່ມແຮງງານຄົນໃຫ້ເຮັດວຽກໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ. ແຕ່ປັດຈຸບັນເຕັກໂນໂລຊີໄດ້ກາຍເປັນສ່ວນໜຶ່ງໃນຊີວິດມະນຸດໄປແລ້ວ, ຄົນສ່ວນຫຼາຍມັກຄວາມສະດວກສະບາຍຈົນກາຍເປັນນິໄສ ຜູ້ຜະລິດເຕັກໂນໂລຊີກໍພັດທະນາຂຶ້ນມາແບບທັນໃຈ ຕອບໂຈດຄວາມຕ້ອງການຂອງລູກຄ້າໄດ້ ຄືດັ່ງຜູ້ຊ່ວຍທີ່ມີຊື່ວ່າ Alexa ນີ້ ມີລັກສະນະຄ້າຍໆກັບ Siri ໃນ Apple Smart Phone ແລະ Google Assistant ໃນ Google ແຕ່ຈະມາໃນຮູບແບບຂອງລໍາໂພງ ແລະ ເພີ່ມປະສິດທິພາບໃນການໃຊ້ງານຕື່ມອີກ… ເຮົາມາທໍາຄວາມຮູ້ຈັກກັບ Alexa ພ້ອມໆກັນເບິ່ງວ່າແມ່ນຫຍັງແທ້? Alexa ແມ່ນຫຍັງ? Alexa ເປັນລໍາໂພງສຽງ ທີ່ຖືກພັດທະນາມາຈາກ Amazon Echo ເຊິ່ງສາມາດໃຊ້ວຽກໄດ້ຄືກັນກັບ Siri ເຊິ່ງຜູ້ໃຊ້ສາມາດຖາມຄໍາຖາມໄດ້ທຸກຢ່າງເພື່ອໃຫ້ Alexa ຕອບ. ໂດຍ Amazon ໄດ້ອອກແບບ Alexa Voice Service (AVS) ເພື່ອຮຽນແບບການສົນທະນາຕົວຈິງ ແຕ່ທ່ານສາມາດໃຊ້ຄໍາສັ່ງສຽງນີ້ເພື່ອໃຊ້ບໍໍລິການ ແລະ ເຮັດວຽກແບບສະເພາະເຈາະຈົງໄດ້; Alexa ເປັນ ເຄື່ອງເຕືອນ ທີ່ຄອຍເຕືອນເວລາ ແລະ ສິ່ງທີ່ທ່ານຕັ້ງໄດ້, ເປັນໂມງປຸກໃນຕອນເຊົ້າ, ເປັນຜູ້ຊ່ວຍໃນການເດີນທາງ… ພຽງແຕ່ທ່ານຖາມ ...
Read More »ຄວາມແຕກຕ່າງ ທີ່ຂາດກັນບໍ່ໄດ້ ລະຫວ່າງ ການຕະຫຼາດ ແລະ ການຂາຍ indispensable differences between marketing and sales
ເວລາທີ່ທ່ານເຫັນປະກາດຮັບສະໝັກງານ ຕຳແໜ່ງພະນັກງານຂາຍ (Sales) ແລະ ການຕະຫຼາດ (Marketing) ຫຼືບາງບໍລິສັດກໍປະກາດຕຳແໜ່ງ ພະນັກງານຂາຍ ແລະການຕະຫຼາດ (Sales & Marketing) ທ່ານເຄີຍສົງໄສບໍ່ວ່າ ໜ້າທີ່ຫຼັກໆ ຂອງພະນັກງານຂາຍ ແລະການຕະຫຼາດ ສຳຄັນແຕກຕ່າງກັນແນວໃດກັນແທ້, ນອກຈາກນີ້ ໃນຖານະຜູ້ປະກອບການ ຫຼືຜູ້ທີ່ສົນໃຈສຶກສາການສ້າງທຸລະກິດ ແລະການຕະຫຼາດຫຼາຍທ່ານ ກໍອາດເຄີຍພົບຈຸດທີ່ສັບສົນ ຫຼືຈັງຫວະທີ່ຕ້ອງຖາມຕົວເອງວ່າ ກິດຈະກຳນີ້ ເປັນໜ້າທີ່ຂອງຝ່າຍການຕະຫຼາດ ຫຼື ຝ່າຍຂາຍ? ສະນັ້ນ ມື້ນີ້ວາລະສານທາເກັດຈະມາໄຈ້ແຍກໃຫ້ທ່ານຟັງ Marketing ຫຼື ການຕະຫຼາດ: ໝາຍເຖິງການສື່ສານໃຫ້ຜູ້ບໍລິໂພກເຂົ້າໃຈເຖິງເຫດຜົນ ວ່າເປັນຫຍັງຈຶ່ງຄວນຊື້ສິນຄ້າ ແລະບໍລິການທີ່ບໍລິສັດທ່ານນຳສະເໜີ (our offerings) ຫຼາຍກວ່າສິນຄ້າ ຫຼື ບໍລິການຂອງຄູ່ແຂ່ງ. ສະນັັ້ນ ໜ້າທີ່ຂອງທີມການຕະຫຼາດ ຈຶ່່ງແມ່ນການວາງຍຸດທະສາດ ການຄິດກ່ຽວກັບຍີ່ຫໍ້ (Branding) ການສ້າງສື່ (Media) ແລະອື່ນໆ ເພື່ອນຳໄປສູ່ຄວາມຕ້ອງການຊື້ສິນຄ້າ ແລະບໍລິການຂອງບໍລິສັດ. ຄວາມແຕກຕ່າງລະຫວ່າງ ນັກການຕະຫຼາດທີ່ເກັ່ງ ແລະນັກການຕະຫຼາດທົ່ວໄປ ຈຶ່ງແມ່ນຄວາມສາມາດໃນການເລືອກເຄື່ອງມື ວິທີການ ແລະຂໍ້ຄວາມທີ່ໃຊ້ສື່ສານ (Marketing Message) ເພື່ອເຮັດໃຫ້ຜູ້ບໍລິໂພກໄດ້ຮັບຮູ້ ຈື່ຈຳ ແລະສາມາດຈູງໃຈຈົນເກີດຄວາມຕ້ອງການສິນຄ້າ ...
Read More »ມາເລເຊຍ ປັບຫລຸດອັດຕາດອກເບ້ຍລົງຕ່ຳສຸດ 0,25%…
ວັນທີ 7 ກໍລະກົດ ຜ່ານມາ ທະນາຄານກາງ ມາເລເຊຍ ໄດ້ປັບຫລຸດອັດຕາດອກເບ້ຍ ລົງລະດັບຕ່ຳສຸດ ເປັນຄັ້ງປະຫວັດສາດຈາກ 0,25% ເຫລືອ 1,75% ເປັນການຫລຸດລົງຄັ້ງທີ່ 4 ຕິດຕໍ່ກັນ ແລະ ເຕືອນວ່າ ເສດຖະກິດ ພາຍໃນປະເທດ ຫົດຕົວໃນໄຕມາດ 2 ປີນີ້ ຍ້ອນມາດຕະການປິດເມືອງຢ່າງເຂັ້ມງວດ ເຮັດໃຫ້ເສດຖະກິດ ສ່ວນໃຫຍ່ ປິດໃຫ້ບໍລິການ, ການຄ້າຂາຍບໍ່ໄດ້ເປັນໄປຕາມເປົ້າ ປະຊາຊົນສ່ວນໃຫຍ່ ພັກຢູ່ພາຍໃນເຮືອນ ຕັ້ງແຕ່ໄລຍະ ກາງເດືອນ ມີນາ ເນື່ອງຈາກ Covid-19 ລະບາດໜັກ, ກ່ອນທີ່ຈະເລີ່ມຫລຸດຜ່ອນມາດຕະການ ໃນຕົ້ນເດືອນ ພຶດສະພາ ແລະ ຫລຸດຜ່ອນ ເກືອບທັງໝົດ ໃນຕົ້ນເດືອນມິຖຸນາ. ພ້ອມດຽວກັນນັ້ນ, ມາດຕະການ ກະຕຸ້ນ ເສດຖະກິດ ຂອງລັດຖະບານ ຈະຊ່ວຍຊຸກຍູ້ ໃຫ້ເສດຖະກິດດີຂຶ້ນໃນຕໍ່ໜ້າ. ປັດຈຸບັນ, ມາເລເຊຍ ມີຜູ້ຕິດເຊື້ອໂຄວິດ-19 ປະມານ 8,600 ຄົນ ເສຍຊີວິດ 121 ຄົນ. ແຫຼ່ງຂໍ້ມູນ: ຂປລ
Read More »ຮູ້ແລ້ວບໍ? ກ່ອນຈະເດີນທາງອອກນອກປະເທດ ຈໍາເປັນຕ້ອງໄດ້ເຮັດເອກະສານທາງການແພດ 72 ຊົ່ວໂມງ
ຄະນະກໍາມະການແຫ່ງຊາດ ເພື່ອຕ້ານ ແລະຄວາມຄຸມການແຜ່ລະບາດ ຂອງເຊື້ອ ໂຄວິດ-19 ໄດ້ຊີ້ແຈງໃຫ້ຮູ້ວ່າ ນັກເດີນທາງທຸກຄົນ ທີ່ຈະເດີນທາງອອກຈາກ ສປປ. ລາວ ໄປປະເທດອື່ນ ມີຄວາມຈໍາເປັນຕ້ອງໄດ້ເຮັດເອກະສານທາງການແພດ 72 ຊົ່ວໂມງ ກ່ອນອອກເດີນທາງ ເພື່ອຢັ້ງຢືນ ຜົນການກວດ ອາການ ແລະ ຄົ້ນຫາເຊື້ອ ໂຄວິດ-19 ທຸກຄັ້ງ, ຖ້າບໍ່ເຮັດ ຈະຖືກປະຕິເສດ ບໍ່ໃຫ້ເຂົ້າປະເທດປາຍທາງ. ການເຮັດເອກະສານ ຢັ້ງຢືນທາງການແພດ ແມ່ນມີຄ່າໃຊ້ຈ່າຍ ແລະ ສາມາດເຮັດໄດ້ ຢູ່ 3 ສູນເທົ່ານັ້ນ ໃນນະຄອນຫຼວງວຽງຈັນ ປະກອບມີ: ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ ແລະ ສະຖາບັນ ປາສເຕີ້. ແຫຼ່ງຂໍ້ມູນ: ຫນັງສືພິມ ວຽງຈັນທາຍ
Read More »ມາດຕະການຊຸກຍູ້, ສົ່ງເສີມການຜະລິດສະບຽງອາຫານ ແລະ ສິນຄ້າຕອບສະໜອງໃຫ້ແກ່ພາຍໃນ…
ທ່ານ ປອ. ລຽນ ທີແກ້ວ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອວັນທີ 25 ມິຖຸນາ ຜ່ານມາ ເຖິງມາດຕະການຊຸກຍູ້ສົ່ງ ເສີມການຜະລິດສະບຽງອາຫານ ແລະ ສິນຄ້າຕອບສະໜອງໃຫ້ແກ່ພາຍໃນ ມີ 13 ມາດຕະການຄື: 1. ສືບຕໍ່ສ້ອມແປງ ເພື່ອຟື້ນຟູລະບົບຊົນລະປະທານທີ່ເປ່ເພ ຈາກໄພພິບັດ ປີ 2019 ຈໍານວນ 172 ໂຄງການ ດ້ວຍບ້ວງງົບປະມານສຸກເສີນ 40 ຕື້ກີບ ທີ່ນອນຢູ່ໃນ 8 ແຂວງເປົ້າໝາຍໃຫ້ສໍາເລັດ ເພື່ອຮັບປະກັນການສະໜອງນໍ້າໃຫ້ໄດ້ 31.245 ເຮັກຕາ ທີ່ໄດ້ເອົາເຂົ້າແຜນການຜະລິດລະດູຝົນປີ 2020 ແລ້ວສົ່ງມອບຈັກສູບນໍ້າຂະໜາດນ້ອຍ 35 ເຄື່ອງ ໃຫ້ທ້ອງຖິ່ນ ເພື່ອເພີ່ມກໍາລັງຄວາມສາມາດສູບນໍ້າຂອງກຸ່ມຊາວນາທີ່ມີແລ້ວ 10.307 ເຄື່ອງ ເພື່ອຮັບປະກັນສະໜອງນໍ້າໃຫ້ໄດ້ 280,300 ເຮັກຕາ. ໃນນັ້ນປູກເຂົ້າໃຫ້ໄດ້ 235,800 ເຮັກຕາ, ປູກພືດໃຫ້ໄດ້ 26,500 ເຮັກຕາ. ...
Read More »ໃນທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເຖິງ 58 ກໍລະນີ ໃນເວລາພຽງມື້ດຽວ….
ຕາມການລາຍງານ ຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບຂອງການລະບາດພະຍາດໄຂ້ຍຸງລາຍ ຢູ່ ສປປ. ລາວ ໃນວັນທີ 6 ກໍລະກົດ 2020 ມີຜູ້ຕິດເຊື້ອທັງໝົດ 58 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ. ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ທຸກປີກ້າວເຂົ້າສູ່ລະດູຝົນ ພະຍາດໄຂ້ຍຸງລາຍ ກໍ່ມັກຈະເກີດຂຶ້ນໃນຫລາຍແຂວງ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນ, ເຊິ່ງນັບແຕ່ວັນທີ 1 ມັງກອນ 2020 ຫາ 6 ກໍລະກົດ 2020 ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ 2,564 ຄົນ, ໂດຍມີລາຍງານກໍລະນີໃນ 17 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ເຊິ່ງມີເຖິງ 584 ຄົນ, ຮອງລົງມາແມ່ນ ແຂວງວຽງຈັນ 317 ກໍລະນີ, ບໍລິຄຳໄຊ 329 ກໍລະນີ ແລະ ແຂວງອັດຕະປື 238 ...
Read More »ຜູ້ຊ່ຽວຊານຂອງມະຫາວິທະຍາໄລ Oxford ເຊື່ອວ່າ Covid-19 ອາດຈະບໍ່ມີຕົ້ນກຳເນີດມາຈາກປະເທດຈີນ…
ໃນອາທິດທີ່ຜ່ານມາ, ບັນດານັກວິທະຍາສາດທາງແອັດສະປາຍໄດ້ປະກາດວ່າພວກເຂົາໄດ້ພົບເຫັນເຊື້ອພະຍາດໃນຕົວຢ່າງຂອງນໍ້າເສຍທີ່ເກັບໃນເດືອນມີນາ 2019, ເປັນເວລາ 9 ເດືອນ ກ່ອນທີ່ພະຍາດ Covid-19 ຈະລະບາດໃນທົ່ວໂລກ. ນັກວິທະຍາສາດອີຕາລີຍັງໄດ້ພົບເຫັນຫຼັກຖານກ່ຽວກັບໄວຣັສ coronavirus ໃນຕົວຢ່າງນໍ້າເປື້ອນໃນເມືອງ Milan ແລະ Turin, ໃນກາງເດືອນທັນວາ 2019 ຫລາຍອາທິດກ່ອນທີ່ຈະກວດພົບກໍລະນີທໍາອິດທີ່ເກີດຂຶ້ນຢູ່ປະເທດຈິນ, ໃນຂະນະດຽວກັນທີ່ຜູ້ຊ່ຽວຊານໄດ້ພົບເຫັນຮ່ອງຮອຍໃນປະເທດ Brazil ໃນເດືອນພະຈິກອີກດ້ວຍ. ທ່ານ ດຣ. Jefferson ເຊື່ອວ່າໄວຣັສຫຼາຍໆຊະນິດໃນທົ່ວໂລກ ຈະລະບາດຂື້ນເມື່ອມີເງື່ອນໄຂສະດວກ ແລະ ໝາຍຄວາມວ່າມັນສາມາດສູນຫາຍໄປໄດ້ໄວທີ່ສຸດ. ແຫຼ່ງຂໍ້ມູນ: https://www.yahoo.com/news/covid-19-may-not-originated-143843488.html?soc_src=community&soc_trk=fb
Read More »ເມືອງ Melbourne ປະເທດອົດສະຕາລີ ໃຊ້ມາດຕະການເຄັ່ງຄັດ ເມື່ອພົບການລະບາດຂອງ Covid-19 ຮອບ 2….
ເຈົ້າໜ້າທີ່ໃນເມືອງ Melbourne ຂອງປະເທດອົດສະຕາລີ ໄດ້ໃຊ້ມາດຕະການຄວບຄຸມປະຊາຊົນ ໂດຍສະເພາະຜູ້ທີ່ທີ່ອາໄສຢູ່ໃນຕຶກ, ຫໍພັກ ຫຼືຫ້ອງເຊົ່າ ຈຳນວນ 9 ແຫ່ງ ຂອງເມືອງ Flemington ແລະ North Melbourne ຍ້ອນວ່າມີການລະບາດຂອງພະຍາດ Covid-19 ຮອບ 2, ໂດຍພົບການຕິດເຊື້ອຢູ່ໃນ 2 ສະຖານທີ່ໃນເມືອງດັ່ງກ່າວເມື່ອບໍ່ດົນມານີ້ ຢ່າງນ້ອຍ 23 ກໍລະນີ. ລັດ Victoria ໄດ້ບັນທຶກຂໍ້ມູນຜູ້ຕິດເຊື້ອກໍລະນີໃໝ່ ເຊິ່ງເພີ່ມຂຶ້ນ 108 ກໍລະນີ ໃນວັນເສົາທີ່ຜ່ານມາ, ເປັນການເພີ່ມຂື້ນປະຈຳວັນຄັ້ງທີ 2 ທີ່ຮຸນແຮງທີ່ສຸດ. ທົ່ວປະເທດອົດສະຕາລີມີຜູ້ເສຍຊີວິດຈາກ Covid-19 ຈຳນວນ 104 ຄົນ ແລະ ມີຜູ້ຕິດເຊື້ອສະສົມຢ່າງໜ້ອຍ 8,362 ຄົນ. ທ່ານ Daniel Andrews ເຈົ້າແຂວງ Victoria ກ່າວວ່າ: ຕົວເລກຫຼ້າສຸດເຮັດໃຫ້ມີຄວາມເປັນຫ່ວງຕໍ່ປະຊາຊົນທຸກໆຄົນ, ໃນຂະນະດຽວກັນ ທາງເມືອງກຳລັງວາງຂໍ້ຈຳກັດ “ຂັ້ນຕອນສາມ” ໃນ 12 ເຂດຊານເມືອງ. ປະຊາຊົນຢູ່ທີ່ນັ້ນພຽງແຕ່ສາມາດອອກຈາກເຮືອນດ້ວຍເຫດຜົນ 4 ຢ່າງຄື: ...
Read More »ກຸ່ມບໍລິສັດ ຄໍາໄພ ຊະນະ ໃຊ້ງົບ 95 ລ້ານໂດລາສະຫະລັດ ປູກຜັກປອດສານພິດ ແລະ ລ້ຽງສັດຂາຍ ໃນແຂວງໄຊສົມບູນ…
ກຸ່ມບໍລິສັດ ຄໍາໄພ ຊະນະ ທຸ້ມງົບມະຫາສານ ເພື່ອສົ່ງເສີມການປູກຜັກປອດສານຜິດ ແລະ ລ້ຽງສັດ ຢູ່ແຂວງໄຊສົມບູນ ໂດຍມີສັນຍາສໍາປະທານທີ່ດິນ 1,000 ກວ່າເຮັກຕາ ຍາວນານເຖິງ 50 ປີ ແລະ ສົ່ງເສີມຊາວບ້ານປູກຮ່ວມອີກ 3,000 ກວ່າເຮັກຕາ ພ້ອມປະກອບສ່ວນພັນທະສໍາປະທານທີ່ດິນຂອງລັດໃນລາຄາ 5 ໂດລາສະຫະລັດຕໍ່ເຮັກຕາຕໍ່ປີ. ໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ແມ່ນໄດ້ສຳປະທານດິນລັດ ແລະ ສົ່ງເສີມປະຊາຊົນ ປູກພືດຜັກປອດສານພິດ ແລະ ລ້ຽງສັດເປັນສິນຄ້າ ໃນຮູບແບບ 2+3 ຂອບເຂດພື້ນທີ່ ເມືອງອະນຸວົງ ໃນເນື້ອທີ່ 102 ເຮັກຕາ, ເມືອງທ່າໂທມ 990 ເຮັກຕາ, ເມືອງລ້ອງແຈ້ງ 100 ເຮັກຕາ ແລະ ສົ່ງເສີມປະຊາຊົນ 3.260 ເຮັກຕາ, ຊຶ່ງບໍລິສັດຈະລົງທຶນທັງໝົດ 95 ລ້ານໂດລາສະຫະລັດ, ໄລຍະເວລາສຳປະທານ 50 ປີ. ພິທີເຊັນສັນຍາ ສຳປະທານໂຄງການ KPG ພັດທະນາກະສິກຳ ແລະ ...
Read More »