Author Archives: admin target

ເມືອງໄຊທານີ ຈັດພິທີໄຂຂະບວນການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວໄຮ່ນາ…

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໄຊທານີ  ນະຄອນຫຼວງວຽງຈັນ ໄດ້ຮັບການສະໜັບສະໜູນຈາກບໍລິສັດອິນຊີທອງມໍເຕີ ຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຈັດພິທີໄຂຂະບວນສາທິດການປູກເຂົ້າຕາມທິດຫັນເປັນທັນສະໄໝ ແລະ ຫຼຸດຜ່ອນແຮງງານຊາວນາ ຂຶ້ນໃນວັນທີ 3 ກໍລະກົດ 2020 ທີ່ຜ່ານມາ ຢູ່ບ້ານລາດຄວາຍ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີທ່ານຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ພ້ອມດ້ວຍຂະແໜງການກ່ຽວຂ້ອງ ແລະ ກຸ່ມຊາວນາເຂົ້າຮ່ວມ. ທ່ານ ວາດສະໜາ ສີຈະເລີນ ກ່າວວ່າ: ເພື່ອເປັນການກະກຽມໃຫ້ແກ່ການເປີດກອງປະຊຸມໃຫຍ່ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຕິດພັນກັບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ VI ອົງຄະນະພັກນະຄອນຫຼວງວຽງຈັນ ແລະ ນະໂຍບາຍການຜະລິດສະບຽງອາຫານ ແລະ ເປັນສິນຄ້າຂອງກະຊວງກະສິກຳ-ປ່າໄມ້  ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈຶ່ງໄດ້ວາງແຜນຄາດໝາຍສູ້ຊົນຮອດປີ 2020 ຈະສະໜອງເຂົ້າກິນໃຫ້ສັງຄົມໃຫ້ໄດ້ສະເລ່ຍ 250 ກິໂລຕໍ່ຄົນຕໍ່ປີ, ...

Read More »

ນັກທຸລະກິດດັງອິນເດຍລົງທຶນ 30 ປາຍລ້ານກີບຜະລິດ “ໜ້າກາກຄໍາ” ພິເສດ ເພື່ອປ້ອງກັນໂຄວິດ-19…

ວັນທີ 5 ກໍລະກົດ 2020, ສໍານັກຂ່າວ AFP ແລະ ສະເຕດທາມ ໄດ້ລາຍງານວ່າ ທີ່ປະເທດອີນເດຍ ຫຼັງຈາກ “ສັນກອນ ກຸນອາເທ” ນັກທຸລະກິດດັງໄວ 49 ປີ ໃນເມືອງປຸເນ ລັດມະຫາຣາຊຣະ ທາງຕາເວັນຕົກ ສວມໃສ່ ໜ້າກາກຄໍາ ທີ່ສັ່ງເຮັດພິເສດ ນໍ້າໜັກ 60 ກຣາມ ມູນຄ່າ 289.000 ຣູປີ ຫຼືປະມານ 37 ລ້ານກວ່າກີບ. ສັນກອນ ກຸນຮາເທ ຖືວ່າເປັນຄົນມັກໃສ່ເຄື່ອງປະດັບຫຼາຍອັນ ແລະ ນໍ້າໜັກຫຼາຍກິໂລ ທັງສາຍສ້ອຍ ສາຍແຂນ ແລະ ແຫວນທັງ 10 ນິ້ວ, ໂດຍໜ້າກາກຄຳດັ່ງກ່າວ ແມ່ນໃຊ້ເວລາ 8 ມື້ ໃນການຕີໜ້າກາກຄຳນີ້, ເປັນໜ້າກາກບາງໆ ແລະ ມີຮູນ້ອຍໆ ກະຈາຍຢູ່ທົ່ວເພື່ອໃຫ້ຂ້ອຍຫາຍໃຈສະດວກ ກຸນຮາເທ ອະທິບາຍພ້ອມທັງລະບຸວ່າ: ບໍ່ໝັ້ນໃນວ່າ ໜ້າກາກທອງຄໍາມີປະສິດຕິພາບໃນການປ້ອງກັນໂຄວິດ-19 ແຕ່ຕົນມີວິທີອື່ນໆ ໃນການປົກປ້ອງ ລະມັດລະວັງບໍ່ໃຫ້ຕົນເອງຕິດເຊື້ອໄດ້. ສຳລັບການລະບາດຂອງພະບາດໂຄວິດ-19 ໃນລັດມະຫາຣາຊຣະ ...

Read More »

ປັດຈຸບັນ Alibaba ພັດທະນາເປັນຜູ້ຖືສິດທິບັດ blockchain ອັນດັບ 1 ຂອງໂລກ…

Alibaba ແລະ Alipay ສາຂາການຊຳລະເງິນຜ່ານມືຖືຮ່ວມກັນຖືຈຳນວນສິດທິບັດ blockchain ຫຼາຍທີ່ສຸດໃນໂລກ, ເຖິງແມ່ນວ່າປະເທດຈີນຈະຕິດອັນດັບຫລັງສະຫະລັດອາເມລິກາຢ່າງຫຼວງຫຼາຍກໍຕາມ. ຜົນຂອງການສຶກສາຂອງສະມາຄົມປົກປ້ອງສິດທິບັດຈີນຊີ້ໃຫ້ເຫັນວ່າຈີນໃຊ້ເວລາດົນນານໃນການສຶກສາກ່ຽວກັບລະດັບນະວັດຕະກຳ ເຕັກໂນໂລຊີບັນຊີ ແຈກຢາຍທີ່ເຫັນຢູ່ໃນສະຫະລັດ. ບໍລິສັດຈີນ ເປັນທີ່ຮູ້ຈັກໃນການຍື່ນສິດທິບັດ blockchain ຫຼາຍ, ແຕ່ບົດລາຍງານສະແດງໃຫ້ເຫັນວ່າໃນການໄດ້ຮັບສິດທິບັດຈີນຍັງບໍ່ເທົ່າກັບສະຫະລັດອາເມລິກາ. ນັບຕັ້ງແຕ່ການກ່າວຄໍາປາໄສຂອງ ປະທານາທິບໍດີ Xi Jinping ໃນເດືອນ ຕຸລາ ທີ່ຜ່ານມາ ກ່ຽວກັບຄວາມສໍາຄັນຂອງເຕັກໂນໂລຊີ, ລັດຖະບານຈີນໄດ້ສະແດງຄວາມຊົມເຊີຍຕໍ່ blockchain ແລະ ໄດ້ພະຍາຍາມກະຕຸ້ນຄວາມຄິດສ້າງສັນຮອບດ້ານກ່ຽວກັບເຕັກໂນໂລຊີ ດ້ວຍໂຄງການທີ່ອຸທິດຕົນໃນທົ່ວປະເທດ, ແຕ່ຈີນຍັງຊ້າກວ່າສະຫະລັດອາເມລິກາ ແລະ ເກົາຫຼີໃຕ້ກ່ຽວກັບນະວັດຕະກຳ blockchain ຈາກເປີເຊັນຂອງສິດທິບັດ blockchain ໃນທົ່ວໂລກ. ສະມາຄົມປົກປ້ອງສິດທິບັດຈີນກ່າວໃນວັນພຸດທີ່ຜ່ານມາວ່າ Alibaba ຖືສິດຖິບັດ 212 ໃນ 399 ສິດທິບັດ ທີ່ກ່ຽວຂ້ອງກັບ blockchain ໃນໂລກ. ບໍລິສັດຈີນທີ່ຢູ່ໃນອັນດັບ 10 ແມ່ນບໍລິສັດ Tencent ທີ່ມີສິດທິບັດທັງໝົດ 42 ໃບ. ບໍລິສັດຍັກໃຫຍ່ດ້ານເຕັກໂນໂລຊີ ຂອງສະຫະລັດອາເມລິກາເປັນອັນດັບທີ 2 ດ້ວຍ 136 ສິດທິບັດ. ການເພີ່ມຂຶ້ນຂອງ Tencent ເປັນອັນດັບທີ 9 ...

Read More »

ຫວຽດນາມເປີດໂຕໂຮງແຮມທີ່ຕົກແຕ່ງດ້ວຍຄຳແທ້ ທີ່ຢູ່ໃຈກາງເມືອງ ຮາໂນ່ຍ…

ເປີດໂຕໂຮງແຮມ ທີ່ເຄືອບດ້ວຍ ຄໍາປິວ ຂອງແທ້ ຢ່າງເປັນທາງການ ແຫ່ງທໍາອິດຂອງໂລກ!!! ໂຮງແຮມນີ້ ມີຊື່ວ່າ The Dolce Hanoi Golden Lake Hotel ເປັນໂຮງແຮມ ທີ່ມີຄວາມສູງ 25 ຊັ້ນ ຕັ້ງຢູ່ໃກ້ກັບ Giang Vo Lake ໃນນະຄອນຫຼວງ ຮາໂນຍ, ມີມູນຄ່າ ການກໍ່ສ້າງທັງໝົດ 200 ລ້ານໂດລ້າສະຫະລັດ, ນໍາໃຊ້ຄໍາແທ້ 24 ກະລັດ ເປັນໂຕເຄືອບ ທົ່ວທຸກບ່ອນ ໃນຫ້ອງຮັບແຂກ, ຫ້ອງນອນ, ຫ້ອງນໍ້າ, ສະລອຍນໍ້າ ແລະ ອີກຫຼາຍໆບ່ອນ. ລາຄາພັກຕໍ່ຄືນ ບໍ່ແພງຫຼາຍ ໃນໄລຍະ ໂຄວິດ-19 ລາຄາພຽງແຕ່ 250 USD ເທົ່ານັ້ນ. ແຫຼ່ງຂໍ້ມູນ: Idsala ອິດສະຫຼະ

Read More »

ການເງິນແຂວງເຊກອງ ຈະສູ້ຊົນລາຍຮັບໃຫ້ບັນລຸຕາມແຜນ 90 ຕື້ກວ່າກີບ ໃນປີ 2020…

ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບຕົວເລກແຜນສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 90,78 ຕື້ກວ່າກີບ ຖ້າທຽບໃສ່ແຜນດັດແກ້ປີ 2019 ຜ່ານມາ ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໄດ້ 8,17 ຕື້ກີບ ແລະ ສ່ວນພູດທ້ອງຖິ່ນ ປະຕິບັດໄດ້ 82,61 ຕື້ກວ່າກີບ. ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບແຜນສູ້ຊົນເກັບລາຍຮັບເຂົ້າງົບປະມານທີ່ກະຊວງການເງິນ ສັງລວມລາຍຮັບ – ລາຍຈ່າຍມອບໃຫ້ແຂວງເຊກອງ ແລະ ວິຊາການ ຈໍານວນ 90,78 ຕື້ກີບ ຫາກສົມທຽບໃສ່ແຜນດັດແກ້ປີ 2019 ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໃນທ້ອງຖິ່ນ ຈໍານວນ 8,17 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ຮັກສາໄວ້ຄືເກົ່າ; ສ່ວນພູດທ້ອງຖິ່ນ ຈໍານວນ 82,61 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ເພີ່ມຂຶ້ນ ...

Read More »

ທ່ານ ນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມປະເທດຫວຽດນາມ ເພື່ອຫາລືເລື່ອງການຟື້ນຟູເສດຖະກິດ…

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານຫງວຽນ ຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກເປັນການພາຍໃນ ທີ່ນະຄອນດານັງ, ສສ. ຫວຽດນາມ ໃນລະຫວ່າງວັນທີ 05-06 ກໍລະກົດ 2020, ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ແລກປ່ຽນບົດຮຽນໃນການພື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ ແນໃສ່ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງເຖິງສາຍພົວພັນມິດຕະພາບອັນມີມາແຕ່ຍາວນານ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ...

Read More »

ອິນເດຍແບນແອັບຂອງຈີນ ຫຼາຍກ່ວາ 50 ລາຍການ…

ຄົນຫຼາຍລ້ານຄົນປ່ຽນຈາກການໃຊ້ແອັບ TikTok ໄປໃຊ້ Application ທ້ອງຖິ່ນຫຼັງຈາກທີ່ອິນເດຍແບນແອັບຂອງຈີນ. ປະຊາກອນອິນເດຍຫຼາຍລ້ານຄົນໄດ້ເຂົ້າຮ່ວມ Platform Social Media ຂອງອິນເດຍ ຫຼັງຈາກທີ່ລັດຖະບານຫ້າມການໃຊ້ງານແອັບຈີນຈໍານວນຫຼາຍ ລວມເຖິງແອັບ TikTok ໃນທ່າມກາງຄວາມຕຶງຄຽດທີ່ເພີ່ມຂຶ້ນ. ການແບນເກີດຂືຶ້ນເມື່ອອິນເດຍ ເພີ່ມແຮງກົດດັນທາງດ້ານເສດຖະກິດຕໍ່ຈາກຈີນ ຫຼັງການສູ້ຮົບບໍລິເວນຊາຍແດນໃນເດືອນຜ່ານມາ ເຮັດໃຫ້ມີທະຫານອິນເດຍ 20 ຄົນເສຍຊີວິດ. ເຊິ່ງແອັບທີ່ຖືກແບນ ລວມມີ 59 ລາຍການ ໃນນັ້ນມີແອັບTikTok, Helo, ikee ແລະ ອື່ນໆ. ໂດຍເຈົ້າໜ້າທີ່ກ່າວຫາວ່າພວກເຂົາໄດ້ສ້າງກິດຈະກຳທີ່ “ອັກຄະຕິ” ຕໍ່ “ອຳນາດອະທິປະໄຕ ແລະ ຄວາມຊື່ສັດຂອງອິນເດຍ”. ນາຍົກລັດຖະມົນຕີ Narendra Modi ຜູ້ມີ Profile Social Media ໃນ Platform ຂອງ Weibo ກໍໄດ້ປິດບັນຊີຂອງຕົນເອງລົງເຊັ່ນກັນ. ປາຊາກອນປະມານ 1,3 ພັນລ້ານຄົນໃນປະເທດອິນເດຍເປັນຕະຫຼາດສຳຄັນສຳຫຼັບຜູ້ຫຼິ້ນອິນເຕີເນັດທົ່ວໂລກ ແລະ  Platform ແອັບທີ່ໃຊ້ງານໃນ Sharechat ແລະ Roposo ກ່າວວ່າ ພວກເຂົາໄດ້ເຫັນຜູ້ໃຊ້ລາຍໃໝ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ນັບຕັ້ງແຕ່ວັນຈັນທີ່ຜ່ານມາ. Sharechat ກ່າວໃນຖະແຫຼງການວ່າ  Platform  ຂອງບໍລິສັດ ມີການດາວໂລກໃໝ່ 15 ລ້ານຄັ້ງ ຄິດໄລ່ເປັນເຄິ່ງລ້ານຕໍ່ທຸກໆ ...

Read More »

ຂ່າວດີສຳລັບທຸລະກິດ SMEs ໃນລາວ…

ເມື່ອເກິດວິກິດການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ສົ່ງຜົນກະທົບຕໍ່ຈຸນລະວິສາຫະກິດ,​ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງຮຸນແຮງ ຈົນສົ່ງຜົນໃຫ້ຜູ້ປະກອບກິດຈະການ ພົບກັບຄວາມຍຸ້ງຍາກຫຼາຍພໍສົມຄວນ, ເນື່ອງຈາກພຶດຕິກຳຂອງຜູ້ບໍລິໂພກມີການປ່ຽນແປງ ຕາມມາດ້ວຍສະພາບເສດຖະກິດຢຸດສະງັກ.​ ເພື່ອຜັນຂະຫຍາຍແນວທາງນະໂຍບາຍ ຂອງລັດຖະບານ ໃນການສົ່ງເສີມຜູ້ປະກອບກິດຈະການ ໃນ ສປປ ລາວ ໃນການເຂົ້າຫາແຫຼ່ງທຶນຕ່າງໆ ມາຊ່ວຍຟື້ນຟູ ແລະ ປັບປຸງທຸລະກິດຂອງຕົນເອງພາຍຫຼັງວິກິດການ COVID-19, ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ຈະໄດ້ຮ່ວມມືກັບບັນດາອົງກອນ ແລະ ສະຖາບັນຕ່າງໆເພື່ອຫາແນວທາງວິທີການຊ່ວຍເຫຼືອ ແລະ ສ້າງກິດຈະກຳທາງດ້ານ Digital Marketing ຂຶ້ນມາ.​ ໃນຕອນບ່າຍ ວັນທີ 3 ກໍລະກົດ 2020 ຜ່ານມາ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)​ ໄດ້ມີພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ)​ ກັບ ທະນາຄານພັດທະນາລາວ (ທພລ), ທະນາຄານ ໄຊງ່ອນເທຶອງຕິ່ນລາວ (ຊາຄອມແບັງລາວ)​ ໂດຍມີຈຸດປະສົງ ເພື່ອເປັນແນວທາງໃນການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານເພື່ອອຳນວຍຄວາມສະດວກ ...

Read More »

ປັດຈຸບັນ ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຮັບການພັດທະນາ…

ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຖືກຮັບການພັດທະນາ ໂດຍໂຄງການ SAMIS ທີອົງການ Food and Agriculture Organization of the United Nations (FAO) ເປັນຜູ້ຈັດຕັ້ງປະຕິບັດ. ປັດຈຸບັນ ໂຄງການນີ້ ຜະລິດໃບແຈ້ງຂ່າວ ລາຍອາທິດ ແບບອັດຕະໂນມັດ ໃຫ້ທຸກໆເມືອງໃນທົ່ວປະເທດ ນັບແຕ່ໄດ້ມີການຜະລິດບົດຂ່າວ ກຽ່ວກັບການພະຍາກອນອາກາດ ແຕ່ເດືອນ ພຶດສະພາ 2019. ຊາວກະຊິກອນ ແລະ ຜູ້ວາງນະໂຍບາຍ ໃນປະເທດລາວສາມາດນຳໃຊ້ລະບົບລັກຊາ ເພື່ອດາວໂຫລດ ຂໍ້ມູນພະຍາກອນ ເປັນພາສາລາວ ຂອງທຸກໆເມືອງ. ການປັງປຸງການດຳເນີນງານຂອງລະບົບລັກຊາ LaCSA ແມ່ນ ຖືກນຳສະເໜີໂດຍ ພະແນກ ພູມອາກາດ ແລະ ອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການຮ່ວມມື ກັບບັນດາກົມຕ່າງໆໃນກະຊວງກະຊິກຳ ແລະ ປ່າໄມ້. ...

Read More »

ບໍລິສັດ ເບຍລາວ ຈຳກັດ ເລືອກຕັ້ງຄະນະພັກຊຸດໃຫມ່

ວັນທີ 3 ກໍລະກົດ 2020, ທີ່ຫ້ອງປະຊຸມໃຫ່ຍ ຂອງບໍລິສັດເບຍລາວຈຳກັດ ໄດ້ຈັດກອງປະຊຸມໃຫ່ຍຄັ້ງທີ່ II ພາຍໃຕ້ການເປັນປະທານຂອງ ສະຫາຍ ສຸນທອນ ສີຣິສັກ  ຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ, ເລຂາຄະນະພັກຮາກຖານບໍລິສັດ; ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເຂັມມະນີ ພົນເສນາ  ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ມີສາມະຊິກພັກສົມບູນເຂົ້າຮ່ວມຈໍານວນ 88 ສະຫາຍ ຈາກ 4 ໜ່ວຍພັກ. ພ້ອມນີ້, ກອງປະຊຸມກໍ່ໄດ້ເລືອກຕັ້ງເອົາ ຄະນະພັກຊຸດໃຫມ່ 7 ສະຫາຍ ປະກອບມີ: ສະຫາຍ ສິດທິໄຊ ເກດຕະວົງ ເລຂາຄະນະພັກຮາກຖານ ບໍລິສັດ ເບຍລາວ, ສະຫາຍ ພອນໄຊ ອິນສົມ ຮອງເລຂາຄະນະພັກຮາກຖານ ສະຫາຍ ຈັນສະໝອນ ຜ່ອງຈັນທາ ຮອງເລຂາຄະນະພັກຮາກຖານ ທັງເປັນປະທານກວດກາ ແລະ ອີກ 4 ສະຫາຍ ເປັນຄະນະພັກ. ຄະນະພັກຮາກຖານໄດ້ຕີລາຄາການຊີ້ນໍາ-ນໍາພາ ແລະ ...

Read More »