ກຸ່ມບໍລິສັດ ຄໍາໄພ ຊະນະ ໃຊ້ງົບ 95 ລ້ານໂດລາສະຫະລັດ ປູກຜັກປອດສານພິດ ແລະ ລ້ຽງສັດຂາຍ ໃນແຂວງໄຊສົມບູນ…

ກຸ່ມບໍລິສັດ ຄໍາໄພ ຊະນະ ທຸ້ມງົບມະຫາສານ ເພື່ອສົ່ງເສີມການປູກຜັກປອດສານຜິດ ແລະ ລ້ຽງສັດ ຢູ່ແຂວງໄຊສົມບູນ ໂດຍມີສັນຍາສໍາປະທານທີ່ດິນ 1,000 ກວ່າເຮັກຕາ ຍາວນານເຖິງ 50 ປີ ແລະ ສົ່ງເສີມຊາວບ້ານປູກຮ່ວມອີກ 3,000 ກວ່າເຮັກຕາ ພ້ອມປະກອບສ່ວນພັນທະສໍາປະທານທີ່ດິນຂອງລັດໃນລາຄາ 5 ໂດລາສະຫະລັດຕໍ່ເຮັກຕາຕໍ່ປີ. ໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ແມ່ນໄດ້ສຳປະທານດິນລັດ ແລະ ສົ່ງເສີມປະຊາຊົນ ປູກພືດຜັກປອດສານພິດ ແລະ ລ້ຽງສັດເປັນສິນຄ້າ ໃນຮູບແບບ 2+3 ຂອບເຂດພື້ນທີ່ ເມືອງອະນຸວົງ ໃນເນື້ອທີ່ 102 ເຮັກຕາ, ເມືອງທ່າໂທມ 990 ເຮັກຕາ, ເມືອງລ້ອງແຈ້ງ 100 ເຮັກຕາ ແລະ ສົ່ງເສີມປະຊາຊົນ 3.260 ເຮັກຕາ, ຊຶ່ງບໍລິສັດຈະລົງທຶນທັງໝົດ 95 ລ້ານໂດລາສະຫະລັດ, ໄລຍະເວລາສຳປະທານ 50 ປີ.

ພິທີເຊັນສັນຍາ ສຳປະທານໂຄງການ KPG ພັດທະນາກະສິກຳ ແລະ ປ່າໄມ້ ຄົບວົງຈອນ ຢູ່ເມືອງອະນຸວົງ, ເມືອງທ່າໂທມ ແລະ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ລະຫວ່າງອົງການປົກຄອງແຂວງໄຊສົມບູນ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ກັບກຸ່ມບໍລິສັດ ຄຳໄພ ຊະນະ ຈຳກັດຜູ້ດຽວ ໄດ້ຈັດຂຶ້ນໃນວັນທີ 3 ກໍລະກົດ 2020 ຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ, ມີ ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງ, ທ່ານ ຄຳໄພ ສົມຊະນະ ປະທານບໍລິສັດ ກຸ່ມຄຳໄພຊະນະ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນນັ້ນ, ນະໂຍບາຍຂອງລັດ ທີ່ມີຕໍ່ໂຄງການແມ່ນຈະຍົກເວັ້ນພາສີ, ສ່ວຍສາອາກອນ ແລະ ຄ່າທຳນຽມຕ່າງໆ ສຳລັບການນຳເຂົ້າປັດໄຈການຜະລິດ ທີ່ ສປປ ລາວ ບໍ່ຜະລິດເອງໄດ້ ເປັນຕົ້ນແມ່ນ ກົນຈັກກະສິກຳ, ວັດຖຸດິບຕ່າງໆ ພ້ອມທັງຍົກເວັ້ນຄ່າສຳປະທານທີ່ດິນທີ່ລັດຄຸ້ມຄອງ ແລະ ຍົກເວັ້ນອາກອນກຳໄລຈາກການບໍລິການ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນຕະພັນກະສິກຳ ໃນໄລຍະ 15 ປີ.

ສຳລັບພັນທະຂອງບໍລິສັດ ພາຍຫລັງໄດ້ຮັບນະໂຍບາຍຄົບຖ້ວນ ຕາມເວລາທີ່ໄດ້ກຳນົດໄວ້ ແມ່ນຈະໄດ້ຄິດໄລ່ຄ່າສຳປະທານທີ່ດິນຂອງລັດ ໃນອັດຕາ 5 ໂດລາສະຫະລັດ ຕໍ່ເຮັກຕາຕໍ່ປີ ແລະ ທຸກ 5 ປີ ຄິດໄລ່ເພີ່ມຂຶ້ນ 5%. ພ້ອມກັນນີ້, ບໍລິສັດຕ້ອງວາງເງິນຄໍ້າປະກັນ ຈຳນວນ 100 ລ້ານກີບ, ປະກອບສ່ວນເງິນຄຸ້ມຄອງໂຄງການ 5,000 ໂດລາສະຫະລັດ ແລະ ເງິນຕິດຕາມທາງດ້ານວິຊາການ 5,000 ໂດລາສະຫະລັດ ທັງນີ້ກໍເພື່ອເປັນການສ້າງວຽກເຮັດງານທຳ ກໍຄື ພັດທະນາຊີວິດການເປັນຢູ່ຂອງປະຊາຊົນ ແຂວງໄຊສົມບູນ ໃຫ້ດີຂຶ້ນ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ຂໍ້ມູນຈາກ: ປະເທດລາວ

Comments