13876126 - tiger mosquito (aedes albopictus) full of blood, an alien species spreading exotic diseases in europe

ໃນທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເຖິງ 58 ກໍລະນີ ໃນເວລາພຽງມື້ດຽວ….

ຕາມການລາຍງານ ຂອງກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກ່ຽວກັບສະພາບຂອງການລະບາດພະຍາດໄຂ້ຍຸງລາຍ ຢູ່ ສປປ. ລາວ ໃນວັນທີ 6 ກໍລະກົດ 2020 ມີຜູ້ຕິດເຊື້ອທັງໝົດ 58 ກໍລະນີ ແລະ ບໍ່ມີຜູ້ເສຍຊີວິດ.


ທ່ານ ດຣ. ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວ່າ: ທຸກປີກ້າວເຂົ້າສູ່ລະດູຝົນ ພະຍາດໄຂ້ຍຸງລາຍ ກໍ່ມັກຈະເກີດຂຶ້ນໃນຫລາຍແຂວງ ແລະ ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ສຸຂະພາບຂອງພໍ່ແມ່ປະຊາຊົນ, ເຊິ່ງນັບແຕ່ວັນທີ 1 ມັງກອນ 2020 ຫາ 6 ກໍລະກົດ 2020 ມີຜູ້ຕິດເຊື້ອກໍລະນີສະສົມ ທັງໝົດ 2,564 ຄົນ, ໂດຍມີລາຍງານກໍລະນີໃນ 17 ແຂວງ, ແຂວງທີ່ມີການລາຍງານຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ເຊິ່ງມີເຖິງ 584 ຄົນ, ຮອງລົງມາແມ່ນ ແຂວງວຽງຈັນ 317 ກໍລະນີ, ບໍລິຄຳໄຊ 329 ກໍລະນີ ແລະ ແຂວງອັດຕະປື 238 ກໍລະນີ. ຈຳນວນຜູ້ເສຍຊີວິດຍ້ອນພະຍາດໄຂ້ຍຸງລາຍ ມີທັງໝົດ 7 ຄົນ ໃນນັ້ນນະຄອນຫລວງ 3 ຄົນ, ບໍລິຄຳໄຊ 2 ຄົນ, ຄຳມ່ວນ 1 ຄົນ ແລະ ໄຊຍະບູລີ 1 ຄົນ.


ຕໍ່ສະພາບການດັ່ງກ່າວ, ພວກເຮົາຕ້ອງພ້ອມກັນປະຕິບັດຄໍາຂວັນທີ່ວ່າ “ບໍ່ມີໜອນນ້ຳຍຸງລາຍ ກໍ່ບໍ່ມີຍຸງລາຍ ແລະ ບໍ່ມີໄຂ້ເລືອດອອກ”. ພ້ອມນັ້ນ, ຕ້ອງພ້ອມໃຈກັນປະຕິບັດ 5 ປ ຢ່າງເຄັ່ງຄັດໃຫ້ເປັນປະຈຳ ຈຶ່ງຈະສາມາດທຳລາຍແຫລ່ງເພາະພັນຂອງຍຸງລາຍໄດ້. ຖ້າເປັນໄຂ້ໃຫ້ຮີບຮ້ອນໄປພົບແພດໝໍດ່ວນ, ຫາກທຸກຄົນປະຕິບັດໄດ້ຕາມ 5 ປ ຢ່າງເຂັ້ມງວດກໍຈະສາມາດຫລຸດຜ່ອນ, ປ້ອງກັນການເຈັບເປັນ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໄຂ້ຍຸງລາຍ ໃຫ້ຫລຸດລົງເທື່ອລະກ້າວ.

ແຫຼ່ງຂໍ້ມູນ:​ຂປລ

Comments