ເມືອງ Melbourne ປະເທດອົດສະຕາລີ ໃຊ້ມາດຕະການເຄັ່ງຄັດ ເມື່ອພົບການລະບາດຂອງ Covid-19 ຮອບ 2….

ເຈົ້າໜ້າທີ່ໃນເມືອງ Melbourne ຂອງປະເທດອົດສະຕາລີ ໄດ້ໃຊ້ມາດຕະການຄວບຄຸມປະຊາຊົນ ໂດຍສະເພາະຜູ້ທີ່ທີ່ອາໄສຢູ່ໃນຕຶກ, ຫໍພັກ ຫຼືຫ້ອງເຊົ່າ ຈຳນວນ 9 ແຫ່ງ ຂອງເມືອງ Flemington ແລະ North Melbourne ຍ້ອນວ່າມີການລະບາດຂອງພະຍາດ Covid-19 ຮອບ 2, ໂດຍພົບການຕິດເຊື້ອຢູ່ໃນ 2 ສະຖານທີ່ໃນເມືອງດັ່ງກ່າວເມື່ອບໍ່ດົນມານີ້ ຢ່າງນ້ອຍ 23 ກໍລະນີ. 

ລັດ Victoria ໄດ້ບັນທຶກຂໍ້ມູນຜູ້ຕິດເຊື້ອກໍລະນີໃໝ່ ເຊິ່ງເພີ່ມຂຶ້ນ 108 ກໍລະນີ ໃນວັນເສົາທີ່ຜ່ານມາ, ເປັນການເພີ່ມຂື້ນປະຈຳວັນຄັ້ງທີ 2 ທີ່ຮຸນແຮງທີ່ສຸດ. ທົ່ວປະເທດອົດສະຕາລີມີຜູ້ເສຍຊີວິດຈາກ Covid-19 ຈຳນວນ 104 ຄົນ ແລະ ມີຜູ້ຕິດເຊື້ອສະສົມຢ່າງໜ້ອຍ 8,362 ຄົນ.


ທ່ານ Daniel Andrews ເຈົ້າແຂວງ Victoria ກ່າວວ່າ: ຕົວເລກຫຼ້າສຸດເຮັດໃຫ້ມີຄວາມເປັນຫ່ວງຕໍ່ປະຊາຊົນທຸກໆຄົນ, ໃນຂະນະດຽວກັນ ທາງ
ເມືອງກຳລັງວາງຂໍ້ຈຳກັດ “ຂັ້ນຕອນສາມ” ໃນ 12 ເຂດຊານເມືອງ. ປະຊາຊົນຢູ່ທີ່ນັ້ນພຽງແຕ່ສາມາດອອກຈາກເຮືອນດ້ວຍເຫດຜົນ 4 ຢ່າງຄື: ໄປເຮັດວຽກ ຫຼືໄປໂຮງຮຽນ, ອອກກຳລັງກາຍ, ການເບິ່ງແຍງທາງການແພດ ແລະ ການຊື້ເຄື່ອງໃຊ້. 

ແຕ່ຕຶກຫໍຄອຍ 9 ແຫ່ງ ທີ່ເມືອງ Flemington ແລະ North Melbourne ຖືກປິດລ້ອມຢ່າງເຂັ້ມງວດ. ບາງຄົນທີ່ມີຄວາມສ່ຽງທີ່ສຸດທີ່ອາໄສຢູ່ໃນຫໍຄອຍ 9 ແຫ່ງ ແລະ ໄດ້ສຸມໃສ່ກະກຽມທາງດ້ານອຸປະກອນການແພດ ປະເພດຢາ, ເຫຼົ້າ 90 ແລະ ການກວດສຸຂະພາບເປັນໄລຍະ. ຫໍດັ່ງກ່າວແມ່ນມີລັກສະນະສະເພາະ ໂດຍມີຜູ້ຄົນອາໄສຢູ່ຈຳນວນຫຼາຍ. 

ທ່ານ Andrews ກ່າວຕື່ມອີກວ່າ ມັນຄວນໃຊ້ເວລາຢ່າງໜ້ອຍ 5 ມື້ ເພື່ອກວດເຊື້ອທຸກຄົນໃນຫໍ. ການລະບາດຄັ້ງ ນີ້ບໍ່ແມ່ນພຽງແຕ່ 23 ຫາ 30 ຄົນເທົ່ານັ້ນ ເພາະມັນອາດຈະເພີ່ມຂຶ້ນຫຼາຍກ່ວານີ້. ທ່ານ Paul Kelly ຫົວໜ້າແພດປະຈຳການ ກ່າວວ່າ: ນີ້ເປັນໄລຍະໃໝ່ຂອງໂລກລະບາດ ທີ່ກຳລັງແຜ່ລະບາດຢູ່ອົດສະຕາລີ ແລະ ເປັນຄັ້ງທຳອິດ ທີ່ອົດສະຕາລີໃຊ້ມາດຕະການປິດລ້ອມທີ່ເຄັ່ງຄັດ ແລະ ຮັດກຸມທີ່ສຸດ ເຊິ່ງມັນເປັນບາດກ້າວທີ່ຫຍຸ້ງຍາກຫຼາຍ. 

ເປັນເວລາຫລາຍເດືອນ ທີ່ທົ່ວປະເທດມີຄວາມຮູ້ສຶກອຸ່ນໃຈກ່ຽວກັບການຄວບຄຸມພະຍາດ Covid-19. ແຕ່ປັດຈຸບັນ, ການແຜ່ລະບາດຂອງເຊື້ອໄວຣັສຢູ່ ເມືອງ Melbourne ໄດ້ແຜ່ລະບາດອີກຮອບ 2 ເຮັດໃຫ້ຄວາມພະຍາຍາມຄວບຄຸມເຫລົ່ານັ້ນຢູ່ໃນຂັ້ນຕອນທີ່ສຳຄັນ. ໃນຂະນະທີ່ຕົວເລກການຕິດເຊື້ອຍັງຕໍ່າກວ່າຈຸດສູງສຸດຂອງອົດສະຕາລີໃນ ເດືອນ ມີນາ ຜ່ານມາ, ສິ່ງທີ່ເຈົ້າໜ້າທີ່ກັງວົນກໍ່ຄື ການແຜ່ລະບາດໄປສູ່ທ້ອງຖິ່ນ ເພາະປັດຈຸບັນເປັນແຫຼ່ງສຳຄັນຂອງການຕິດເຊື້ອ. ກ່ອນໜ້ານີ້, ກໍລິນີຕິດເຊື້ອສ່ວນຫຼາຍແມ່ນມາຈາກນັກທ່ອງທ່ຽວທີ່ກັບມາຈາກຕ່າງປະເທດ.

ແຫຼ່ງຂໍ້ມູນ: https://www.bbc.com/news/world-australia-53289616

Comments