Alexa ສັ່ງວຽກດ້ວຍສຽງ ເຕັກໂນໂລຊີສື່ສານທີ່ຈະມາແຮງໃນອະນາຄົດ

ເມື່ອກ່ອນເຕັກໂນໂລຊີຖືກນໍາເຂົ້າມາໃຊ້ໃນວົງການຂອງທຸລະກິດ ໂດຍການເຂົ້າມາຊ່ວຍເພີ່ມແຮງງານຄົນໃຫ້ເຮັດວຽກໄວຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນ. ແຕ່ປັດຈຸບັນເຕັກໂນໂລຊີໄດ້ກາຍເປັນສ່ວນໜຶ່ງໃນຊີວິດມະນຸດໄປແລ້ວ, ຄົນສ່ວນຫຼາຍມັກຄວາມສະດວກສະບາຍຈົນກາຍເປັນນິໄສ ຜູ້ຜະລິດເຕັກໂນໂລຊີກໍພັດທະນາຂຶ້ນມາແບບທັນໃຈ ຕອບໂຈດຄວາມຕ້ອງການຂອງລູກຄ້າໄດ້ ຄືດັ່ງຜູ້ຊ່ວຍທີ່ມີຊື່ວ່າ Alexa ນີ້ ມີລັກສະນະຄ້າຍໆກັບ Siri ໃນ Apple Smart Phone ແລະ Google Assistant ໃນ Google ແຕ່ຈະມາໃນຮູບແບບຂອງລໍາໂພງ ແລະ ເພີ່ມປະສິດທິພາບໃນການໃຊ້ງານຕື່ມອີກ… ເຮົາມາທໍາຄວາມຮູ້ຈັກກັບ Alexa ພ້ອມໆກັນເບິ່ງວ່າແມ່ນຫຍັງແທ້?

Alexa ແມ່ນຫຍັງ?

Alexa ເປັນລໍາໂພງສຽງ ທີ່ຖືກພັດທະນາມາຈາກ Amazon Echo ເຊິ່ງສາມາດໃຊ້ວຽກໄດ້ຄືກັນກັບ Siri ເຊິ່ງຜູ້ໃຊ້ສາມາດຖາມຄໍາຖາມໄດ້ທຸກຢ່າງເພື່ອໃຫ້ Alexa ຕອບ. ໂດຍ Amazon ໄດ້ອອກແບບ Alexa Voice Service (AVS) ເພື່ອຮຽນແບບການສົນທະນາຕົວຈິງ ແຕ່ທ່ານສາມາດໃຊ້ຄໍາສັ່ງສຽງນີ້ເພື່ອໃຊ້ບໍໍລິການ ແລະ ເຮັດວຽກແບບສະເພາະເຈາະຈົງໄດ້; Alexa ເປັນ ເຄື່ອງເຕືອນ ທີ່ຄອຍເຕືອນເວລາ ແລະ ສິ່ງທີ່ທ່ານຕັ້ງໄດ້, ເປັນໂມງປຸກໃນຕອນເຊົ້າ, ເປັນຜູ້ຊ່ວຍໃນການເດີນທາງ…  ພຽງແຕ່ທ່ານຖາມ ກໍຈະໄດ້ຄໍາຕອບຕາມທີ່ຕ້ອງການເຊັ່ນ: ມື້ນີ້ສະພາບອາກາດຢູ່ນະຄອນຫຼວງວຽງຈັນເປັນແນວໃດ? ຜູ້ຊ່ວຍນີ້ ກໍຈະຕອບຄໍາຖາມໃຫ້ທ່ານແບບອັດຕະໂນມັດນັ້ນເອງ.

ເປັນຫຍັງຕ້ອງໃຊ້ Alexa

ຕາມທີ່ກ່າວມາຂ້າງເທິງວ່າ Alexa ນັ້ນມີໜ້າທີ່ ເຮັດວຽກຄືກັນກັບ Siri ແລະ Google Assistant ແລ້ວມີຄວາມຈໍາເປັນຫຍັງທີ່ເຮົາຕ້ອງເສຍເງິນໄປຊື້ Alexa ມາໃຊ້ອີກ. ນັ້ນກໍຍ້ອນວ່າ Alexa ຖືກສ້າງຂຶ້ນໂດຍ Amazon ເຊິ່ງພວກເຂົາພະຍາຍາມຮວບຮວມຂໍ້ມູນທຸກຢ່າງໃນໂລກ Amazon ມາໄວ້ກັບ Alexa ຄ້າຍຄືກັບເປັນຫ້ອງສະໝຸດ, ມີການຮຽນຮູ້ຢູ່ສະເໝີ ແລະ ມັນຄວນຈະເປັນແຫຼ່ງຂໍ້ມູນທີ່ປາສະຈາກຮອຍຕໍ່ໃນອະນາຄົດ.

Alexa ເຮັດຫຍັງໄດ້ແດ່?

ເຮົາຮູ້ແລ້ວວ່າ Alexa ມີຄວາມພິເສດ ແລະ ແຕກຕ່າງກວ່າ ເຕັກໂນໂລຊີສື່ສານດ້ວຍສຽງອື່ນໆທີ່ເຄີຍມີມາກ່ອນ ໂດຍເຮົາຈະນໍາສະເໜີບາງຈຸດທີ່ແຕກຕ່າງຄື: ປັດຈຸບັນ Alexa ມີຕົວເລືອກໃນການຕັ້ງຄ່າ “ກິດຈະວັດ” ເຊັ່ນ: “Goodnight Alexa” ເຊິ່ງປະກອບດ້ວຍ: ປິດໄຟ, ລ໊ອກປະຕູເຮືອນ, ຕັ້ງເວລາປຸກຕາມເວລາທີ່ທ່ານຕັ້ງໄວ້ ແລະ ຕັ້ງໝໍ້ນໍ້າອຸ່ນດື່ມກາເຟ ໃນເວລາທີ່ກໍານົດ, ແຕ່ຖ້າທ່ານບໍ່ຢາກປຸກຄົນອື່ນທີ່ນອນໃນຫ້ອງດຽວກັນ Alexa ມີໂໝດປຸກສຽງຄ່ອຍໆແບບຊຶ່ມໃສ່ຫູໄດ້ນັ້ນເອງ.

ເປັນແນວໃດບັນດາທ່ານກັບ Alexa ຜູ້ຊ່ວຍທີ່ຈະເຂົ້າມາເປັນສ້າງຄວາມສະດວກສະບາຍໃຫ້ທ່ານໃນອະນາຄົດອັນໃກ້ນີ້ ແລະ ປັດຈຸບັນກໍໄດ້ມີການສໍາຫຼວດອອກມາແລ້ວວ່າ 90% ຂອງອົງກອນໃຫຍ່ທົ່ວໂລກໄດ້ນໍາເອົາຕົວ Alexa ນີ້ເຂົ້າມານໍາໃຊ້ແລ້ວ ເພາະເຊື່ອວ່າ Alexa ນອກຈາກຈະມາຊ່ວຍໃຫ້ການໃຊ້ຊີວິດປະຈໍາວັນ ແລະ ການເຮັດວຽກບາງຢ່າງມີຄວາມສະດວກສະບາຍຫຼາຍຂຶ້ນແລ້ວ ຍັງມາຊ່ວຍພັດທະນາປະສົບການໃຫ້ຜູ້ໃຊ້ຫຼາຍຂຶ້ນນໍາອີກ. ແຕ່ເຖິງຢ່າງໃດກໍຕາມ ຄວາມລ້ຳສະໄໝດັ່ງກ່າວຍັງຖືວ່າໄກຈາກບ້ານເຮົາ ແຕ່ເມື່ອເວົ້າເລື່ອງເຕັກໂນໂລຊີແລ້ວ ມັນກໍໄປໄວແບບກະໂດດຂັ້ນຢູ່ສະເໝີ ອີກບໍ່ດົນ Alexa ອາດຈະເຂົ້າມາໃນອາຊີ ລວມທັງປະເທດລາວເຮົາກໍເປັນໄດ້.

(ວາລະສານທາເກັດ ສະບັບ 160 ເດືອນພະຈິກ 2019 ໄດ້ທີ ສຳນັກງານຫ້ອງການພາກລັດ ແລະ ເອກະຊົນ, ຫ້ອງສະໝຸດ, ຮ້ານອາຫານ, ຮ້ານກາເຟ, ຮ້ານ kaogee cafe, ຮ້ານ The pizza company ແລະ ຫຼາຍໆບ່ອນໃນນະຄອນຫຼວງ ຫຼື ສອບຖາມຈອງເປັນສະມາຊິກໄດ້ທີ່ເບີ 021 216 666)

Alexa, a voice-command communication technology,

which will be a hit in the future

Previously, technology was used in business to help improving human work performance and effectiveness. Currently, technology has already become another part of human being. Many people are so used to convenience and inventors also come up with new technologies that meet their customer’s demand just like Alexa that we are going to talk about here. Alexa is similar to Siri in Apple smart phone and Google Assistant in Google. However, the technology comes in the form of a highly effective speaker. Let us get to know more about Alexa.

What is Alexa?

Alexa is a speaker developed by Amazon Echo which can function just like Siri that users can ask anything and Alexa will answer. Amazon designed Alexa Voice Service (AVS) to imitate the real conversation and you can use this function for a specific request. Alexa is capable of reminding time and other functions as you program. It can wake you up in the morning, help you manage your travel, etc. Whatever you would like to ask, for instance about weather in Vientiane today, this device will give you an answer automatically.

Why use Alexa?

As mentioned above, Alexa operates in resemblance to Siri and Google Assistant. Then why should we buy Alexa? The reason is that Alexa was made by Amazon to store every piece of information available in the world and become a digital library. The device is capable of learning new things which will become a seamless source of data in the future.

What can Alexa do?

As we all know, Alexa is a special and unique voice-command technology that has never existed before and we would like to talk about some of the differences here. Currently, Alexa has a setting option for “routine activity,” such as “Goodnight Alexa” which is capable of turning of lights, locking doors, setting alarm clock and turning on electric kettle for coffee making based on a designated time. If you do not want to wake other people in the same room, Alexa can wake you up by whispering to your ears.

So, how do you think about this virtual assistant, Alexa, which will help facilitating you in the near future? Currently, there is a survey which reveals that 90% of major organizations have already utilized Alexa because they believe that Alexa, apart from being a daily assistant, can also help facilitating and achieving some tasks, while creating new experience for users. Nevertheless, such modernity is still far away from our country. If we really notice, technology has been advancing more and more dramatically that Alexa will soon be widely applied in Asia and eventually in the Lao PDR.

Comments