ມາດ​ຕະການ​ຊຸກຍູ້, ສົ່ງເສີມ​ການ​ຜະລິດ​ສະບຽງອາຫານ ແລະ ສິນຄ້າ​ຕອບສະໜອງ​ໃຫ້​ແກ່​ພາຍ​ໃນ…

ທ່ານ ປອ. ລຽນ ທີ​ແກ້ວ ລັດຖະມົນຕີ ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ລາຍ​ງານ​ຕໍ່​ກອງປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 9 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VIII ເມື່ອ​ວັນ​ທີ 25 ມິຖຸນາ ຜ່ານ​ມາ ເຖິງມາດ​ຕະການ​ຊຸກຍູ້ສົ່ງ ເສີມ​ການ​ຜະລິດ​ສະບຽງອາຫານ ແລະ ສິນຄ້າ​ຕອບສະໜອງ​ໃຫ້​ແກ່​ພາຍ​ໃນ ມີ 13 ມາດ​ຕະການ​ຄື:

1. ສືບຕໍ່​ສ້ອມແປງ ເພື່ອຟື້ນ​ຟູ​ລະບົບ​ຊົນລະປະທານ​ທີ່​ເປ່​ເພ ຈາກ​ໄພພິບັດ ປີ 2019 ຈໍາ​ນວນ 172 ໂຄງການ ດ້ວຍ​ບ້ວງ​ງົບປະມານ​ສຸກ​ເສີນ 40 ຕື້​ກີບ ທີ່​ນອນ​ຢູ່​ໃນ 8 ແຂວງ​ເປົ້າ​ໝາຍ​ໃຫ້​ສໍາ​ເລັ​ດ ເພື່ອ​ຮັບປະກັນ​ການ​ສະ​ໜອງ​ນໍ້າ​ໃຫ້​ໄດ້ 31.245 ເຮັກຕາ ທີ່​ໄດ້​ເອົາ​ເຂົ້າ​ແຜນການ​ຜະລິດ​ລະດູຝົນ​ປີ 2020 ແລ້ວສົ່ງ​ມອບ​ຈັກ​ສູບ​ນໍ້າ​ຂະໜາດ​ນ້ອຍ 35 ເຄື່ອງ ໃຫ້​ທ້ອງ​ຖິ່ນ ເພື່ອເພີ່ມ​ກໍາ​ລັງ​ຄວາມ​ສາມາດ​ສູບ​ນໍ້າ​ຂອງ​ກຸ່ມ​ຊາວນາ​ທີ່​ມີ​ແລ້ວ 10.307 ເຄື່ອງ ເພື່ອຮັບປະກັນ​ສະ​ໜອງ​ນໍ້າ​ໃຫ້​ໄດ້ 280,300 ເຮັກຕາ. ໃນ​ນັ້ນ​ປູກ​ເຂົ້າ​ໃຫ້​ໄດ້ 235,800 ເຮັກຕາ, ປູກ​ພືດ​ໃຫ້ໄດ້ 26,500 ເຮັກຕາ. ພ້ອມ​ດຽວ​ກັນ​ນັ້ນ, ​ຈັກ​ສູບ​ນໍ້າເຄື່ອນ​ທີ່​ປະ​ຈໍາ​ຢູ່​ແຕ່​ລະ​ພາກ ເພື່ອ​ຕ້ານ​ຖ້ວມ​ໃນ​ລະດູ​ຝົນ.

2. ມອບ​ໃຫ້​ກົມຊົນລະປະທານ​ຄົ້ນຄວ້າ​ນະໂຍບາຍ ພັດທະນາ​ຊົນ​ລະ​ກະເສດເຂດ​ຊົນນະບົດ​ພູ​ດອຍ ຕິດ​ພັນ​ແຕ່​ຫົວທີ ກັບ​ການ​ພັດທະນາ​ໄຟຟ້າ​ພະລັງ​ນໍ້າ ຊົນລະປະທານ​ພູມ​ປັນຍາ​ຊາວບ້ານ, ຊຸມ​ຊົນ​ພັດທະນາ, ຊຸມ​ຊົນ​ນໍາ​ໃຊ້ ແລະ ປົກ​ປັກ​ຮັກສາການ​ສ້າງ​ຮູບ​ແບບ ການ​ກັກ​ເກັບ​ນໍ້າ​ລະດູຝົນ​ໄວ້​ໃຊ້​ໃນ​ລະດູ​ແລ້ງ​ເພື່ອ​ການ​ກະເສດ, ມອບ​ໃຫ້​ສູນ​ຄົ້ນຄວ້າ​ອອກ​ແບບ ຄົ້ນຄວ້າ​ທາງ​ດ້ານ​ທິດ​ສະ​ດີ​ທີ່​ຮຽນ​ຮູ້​ຈາກ​ພຶດຕິ​ກໍາ​ປະເທດ​ເຮົາ ແລະ ຂອງ​ໂລກ ອອກ​ແບບ​ເພື່ອ​ໝູນ​ໃຊ້ເຂົ້າ​ໃນ​ພື້ນ​ທີ່ ແລະ ຊຸມ​ຊົນ ຊົນນະ​ບົດ​ຕົວ​ຈິງ.

3. ຊຸກຍູ້​ໃຫ້​ທ້ອງ​ຖິ່ນ​ຕ່າງໆ ສໍາ​ຫຼວດ​ເກັບ​ກໍາ​ຂໍ້​ມູນ ສິ່ງ​ທີ່​ຈະ​ເກີດ​ຜົນ​ກະທົບ ຫຼື ໄດ້​ກະທົບ​ແລ້ວ ຕໍ່​ຫົວ​ງານ​ຈັກ​ສູບ​ນໍ້າ​ຕາມ​ແມ່​ນໍ້າລໍາ​ເຊ​ຕ່າງໆ ຈາກ​ໂຄງການ​ລົງທຶນ​ຂອງ​ລັດ, ພາກ​ເອກະ​ຊົນ, ການ​ຂຸດ​ຄົ້ນ​ດູດ​ແຮ່​ຊາຍ ຕາມ​ລໍາ​ແມ່​ນໍ້າ ທີ່​ຈະ​ເຮັດ​ໃຫ້​ຫົວ​ງານ​ເປັນ​ອໍາ​ມະ​ພາດ ແລ້ວ​ມີ​ມາດ​ຕະການ​ແກ້​ໄຂ ເພາະວ່າ​ເນື້ອທີ່​ຮັບ​ນໍ້າ​ຊົນລະປະທານ ຈາກ​ຈັກ​ສູບ​ນໍ້າ​ໃນ​ລະດູແລ້ງ ນັບ​ມື້​ນ້ອຍ​ລົງ.

4. ຊີ້​ນໍາ​ກົມ, ສະ​ຖາ​ບັນ, ສູນ ແຮ​ຮອງ​ແນວ​ພັນ​ເຂົ້າ, ແນວ​ພັນ​ພືດ ເພື່ອ​ສະໜອງ​ໃຫ້​ແກ່​ລະດູ​ການ​ຜະລິດ​ລະດູຝົນ ທັງ​ແຮ​ຮອງ​ຮັບປະກັນ​ໃຫ້​ແກ່​ການ​ຕ້ານ​ແລ້ງ​-​ຕ້ານ​ຖ້ວມ ໂດຍ​ມອບ​ໂຕເລກ​ຄາດ ໝາຍ​ໃຫ້​ສູນ​ຂອງ​ສູນ​ກາງ ແລະ ທ້ອງຖິ່ນ, ຜູ້​ປະກອບ​ການ, ກຸ່ມ​ໂຮງສີ ແລະ ກຸ່ມ​ຊາວ​ກະສິກອນ ກະກຽມ​ໄວ້​ແຕ່​ຫົວ​ທີ. ສະເພາະ​ປີ​ນີ້ ການ​ແຮ​ຮອງ​ແນວ​ພັນ​ເຂົ້າ​ໄວ້​ໃນ​ສາງ ມີ 1,200 ໂຕນ, ໃນ​ນີ້​ຢູ່​ສູນ​ສົ່ງເສີມ​ຂອງ​ສູນ​ກາງ ແລະ ທ້ອງຖິ່ນ 650 ໂຕນ ແລະ ຜູ້​ປະກອບ​ການ 550 ໂຕນ, ສະເພາະ​ແນວ​ພັນ​ທີ່​ດີ ທີ່​ຜະລິດ​ໂດຍ​ກຸ່ມ​ຜະລິດ​ແນວ​ພັນ​ເຂົ້າຂອງ​ຊາວນາ​ເອງ ມີ 6,500 ໂຕນ.

5. ເຜີຍແຜ່​ຄວາມ​ຮູ້​ໃຫ້​ແກ່​ຊາວນາ ຊາວ​ສວນ​ກ່ຽວ​ກັບ ເຕັກນິກ​ນາຫວ່ານ, ນາ​ຢອດ, ນາ​ດໍາ​ດ້ວຍ​ກົນ​ຈັກ, ເຕັກນິກ​ການ​ຜະລິດ​ແບບ​ປະສົມ​ປະສານ, ປູກ​ໝູນວຽນ, ໝູນວຽນ​ພືດສະ​ລັບ​ລະດູ​ການ, ເຕັກນິກ​ການ​ປູກ​ພືດ​ອາຫານ​ສັດ, ຂຸນ​ສັດ, ເຕັກນິກ​ການ​ປູກ​ພືດ​ຜັກ, ເຂົ້າ​ແບບ​ໃຊ້​ນໍ້າ​ນ້ອຍ​ໃຊ້​ນໍ້າ​ຍົດ, ນໍ້າ​ພຸ່ງ, ພືດ​ຜັກ​ເຮືອນ​ຮົ່ມ, ເຮືອນ​ປິດ, ປູກ​ກາງແຈ້ງ, ເຕັກນິກ​ການ​ປູກ​ພືດ​ຜົນ​ລະດູຝົນ, ການ​ປະຍຸກ ແລະ ນໍາ​ໃຊ້​ພະລັງງານ​ແສງ​ອາທິດ ເຂົ້າ​ໃນ​ການ​ສະ​ໜອງ​ນໍ້າ ໃຫ້​ແກ່​ການ​ຜະລິດ ຢູ່​ເຂດ​ຊົນນະບົດ ທີ່​ພະລັງງານ​ໄຟຟ້າ​ຖາວອນ​ບໍ່​ທັນ​ໄປ​ຮອດ​ໄປ​ເຖິງ ແຕ່​ກໍ​ຮັບປະກັນ​ໃຫ້​ຄອບຄົວ​ຊາວ​ກະສິກອນ ແລະ ຟາມຕ່າງໆ ຜະລິດ​ສິນຄ້າ​ໃຫ້​ຫຼາກ​ຫຼາຍ.

6. ເອົາໃຈໃສ່​ພັດທະນາ​ສູນ​ສົ່ງເສີມ ທີ່​ມີ​ຢູ່​ໃນ​ທົ່ວ​ປະເທດ ໃຫ້​ເສີມ​ຂະຫຍາຍ​ປະສິດທິພາບ ມີ​ວິຊາ​ການ​ທີ່​ດີ, ປະກອບກັບ​ເຕັກນິກ ແລະ ເຕັກ​ໂນ​ໂລ​ຊີ​ທັນ​ສະໄໝ​ຂຶ້ນ ໃຫ້​ແກ່​ສູນ​ຕ່າງໆ ເພື່ອ​ຊ່ວຍເຫຼືອ​ທ້ອງ​ຖິ່ນ ໃຫ້​ມີ​ຄວາມ​ເຂັ້ມແຂງ ໃນ​ດ້ານ​ການ​ຜະລິດ​ສະບຽງ​ອາຫານ ແລະ ການ​ຜະລິດ​ກະ​ສິ​ກໍາ​ເປັນ​ສິນຄ້າທີ່​ມີ​ຄຸນ​ນະ​ພາບ, ສະອາດ, ປອດ​ສານພິດ, ຕອບ​ສະໜອງ​ຢ່າງ​ພຽງພໍ​ໃຫ້​ແກ່​ພາຍ​ໃນ ແລະ ການ​ສົ່ງ​ອອກ ໃຫ້​ເພີ່ມ​ຂຶ້ນ. ດ້ວຍ​ການ​ດຶງ​ດູດ​ຍາດ​ແຍ່ງ​ການ​ຊ່ວຍເຫຼືອ ຈາກ​ປະ​ເທດ​ເພື່ອນ​ມິດ ແລະ ລະດົມ​ການ​ລົງທຶນຈາກ​ພາກ​ເອກະ​ຊົນ ໃຫ້​ແຂງແຮງ​ກວ່າ​ເກົ່າ, ດຶງ​ດູດ​ເອົາ​ເຄືອ​ຂ່າຍ​ຊາວ​ກະສິກອນ​ລາວເຂົ້າ​ມາ​ເປັນ​ພາຄີ ເປັນ​ຄູ່​ຮ່ວມ​ມື​ພັດທະນາ ດ້ວຍ​ການຈັດຕັ້ງ, ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ, ຈັດ​ຕັ້ງ​ການ​ປະ​ຊຸມ​ສໍາ​ມະ​ນາ​ເປັນ​ປະ​ຈໍາ ເພື່ອ​ລະດົມ​ແນວ​ຄວາມ​ຄິດ​ທີ່​ດີ.

7. ເຝົ້າ​ລະວັງ, ກະກຽມ​ຢາ​ວັກ​ຊິນ, ຢາ​ປົວ​ພະຍາດ, ຢາ​ປ້ອງ​ກັນ ແລະ ພາຫະນະ​ອຸປະ​ກອນ​ເພື່ອ​ປ້ອງ​ກັນ, ຈໍາ​ກັດ​ແກ້​ໄຂ​ການ​ລະບາດ​ຂອງ​ພະຍາດ​ຕາມ​ລະດູ​ການ ຫຼື ພະຍາດ​ໃໝ່ ທີ່​ອາດ​ເກີດ​ຂຶ້ນ, ຕິດຕາມ​ຂໍ້​ມູນ​ຂ່າວສານ ແລະ ແລກປ່ຽນ​ຂໍ້​ມູນ​ຂ່າວສານ ກັບ​ປະ​ເທດ​ເພື່ອນ​ບ້ານ ເພື່ອ​ເຝົ້າ​ລະວັງ​ການ​ລະບາດ​ຂອງ​ພະຍາດ ສັດ​ບົກ ແລະ ສັດ​ນໍ້າ ທີ່​ອາດ​ຈະ​ເກີດ​ຂຶ້ນ​ໄວ້​ແຕ່​ຫົວ​ທີ.

8. ເອົາໃຈໃສ່​ຊີ້​ນໍາ ສູນ​ສາ​ລາ​ຄໍາ ອອກ​ຄໍາ​ແນະ​ນໍາ​ລົງ​ເຜີຍແຜ່​ພະຍາກອນ ການ​ລະບາດ​ຂອງ​ພະຍາດ​ພືດ, ບົ້ງ​ຝູງ​ຕ່າງໆ, ພ້ອມ​ດຽວ​ກັນ​ນັ້ນ ຕ້ອງ​ມີ​ມາດ​ຕະການ​ຕົວ​ຈິງ ຫຼື ໃຫ້​ຄໍາ​ແນະ​ນໍາ​ລະອຽດ​ຕໍ່​ຊາວ​ກະສິກອນ ເລື່ອນ​ເວລາ​ການ​ປູກ​ພືດ, ຫວ່ານ​ພືດ​ຜົນ​ອອກ​ໄປ​ກ່ອນ ເພື່ອ​ຫຼີກເວັ້ນ​ການ​ລະບາດ​ຂອງ​ພະຍາດ​ພືດ​ຕ່າງໆ, ລົງ​ເກັບ​ກໍາ​ຕົວຢ່າງ​ພະຍາດ, ບົ້ງ, ວິທີ​ການ, ພູມ​ປັນຍາ​ຊາວບ້ານ ເພື່ອນໍາ​ພາ​ຄົ້ນຄ້​ວາ​ວິໄຈ ແລະ ໃຫ້​ຂໍ້​ແນະ​ນໍາ​ທີ່​ເປັນ​ປະໂຫຍດ​ໃຫ້​ຊາວ​ກະສິກອນ, ຜູ້​ປະກອບ​ການ, ສູນ, ສະຖານີ​ຂອງ​ຂະແໜງການ​ຕົນ​ຢູ່​ທ້ອງ​ຖິ່ນ.

9. ສືບຕໍ່​ປັບປຸງ​ກຸ່ມ​ການ​ຜະລິດ​ພືດ​ຜັກ​ສະອາດ, ອິນ​ຊີ, ແກ້​ໄຂ​ບັນຫາ​ຕ່າງໆ ໃຫ້​ແກ່​ກຸ່ມ​ເຫຼົ່າ​ນັ້ນ​ໃຫ້​ເຂັ້ມແຂງ​ດ້ານ​ການຈັດຕັ້ງ, ການ​ບໍລິການ, ສາມາດ​ເຂົ້າ​ເຖິງ​ແຫຼ​່ງ​ທຶນ; ສົ່ງ​ພະນັກງານ​ໄປ​ກຸ່ມ​ບ້ານ​ແລະ ບ້ານ​ໃຫຍ່​ພັດທະນາ ຈັດ​ຕັ້ງ​ກຸ່ມ​ການ​ຜະລິດ​ໃຫ້​ຫຼາຍ​ຂຶ້ນ ໂດຍ​ປຸກລະດົມ​ເອົາ​ເຄືອ​ຂ່າຍ​ຊາວ​ກະ​ສິກອນ​ລາວ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ຮ່ວມ​ກັບ​ພາກສ່ວນ​ກ່ຽວຂ້ອງ​ຂອງ​ນະຄອນຫຼວງ​ວຽງ​ຈັນ ຈັດ​ຕັ້ງ​ຕະຫຼາດຂາຍຍົກ, ຂາຍຍ່ອຍ​ໃຫ້​ເປັນ​ລະບົບ ແລະ ຍືນ​ຍົງ.

10. ເອົາໃຈໃສ່​ເຝົ້າ​ລະວັງ ແລະ ປາບ​ສັດຕູ​ພືດ ເປັນຕົ້ນ​ແມ່ນ ບົ້ງ​ຝູງ ທີ​່ພວມ​ລະບາດ​ຢູ່​ຫຼາຍ​ທ້ອງ​ຖິ່ນ ດ້ວຍ​ການ​ປຸກລະດົມ​ປະຊາຊົນ ຊາວ​ກະສິກອນ, ຜູ້​ປະກອບ​ການ ແລະ ອົງການ​ປົກຄອງ​ທ້ອງ​ຖິ່ນ ເຂົ້າ​ຮ່ວມ​ປະຕິບັດ ດ້ວຍ​ຄວາມ​ເປັນ​ເຈົ້າ​ການ​ດ້ານ​ທຶນຮອນ, ກະຊວງ​ສະໜອງ​ດ້ານ​ເຕັກນິກ, ອຸປະກອນ, ພາຫະນະ ແລະ ຢາ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ອອກແຮງ​ຂໍ​ການ​ຮ່ວມ​ມື​ ດ້ານ​ທຶນຈາກ​ອົງການ​ຈັດ​ຕັ້ງ​ສາກົນ ເປັນຕົ້ນ​ແມ່ນອົງການ​ອາຫານ​ໂລກ, ອົງການ​ອາຫານ ແລະ ການ​ກະເສດ ຂອງ​ສະຫະ​ປະຊາຊາດ ແລະ ປະ​ເທດ​ເພື່ອນ​ມິດ, ປະເທດ​ໃກ້​ຄຽງ ໃຫ້​ຫຼາຍ​ຂຶ້ນ.

11. ດໍາ​ເນີນ​ການ​ສະຫຼຸບ​ປະ​ເມີນ​ຜົນ​ທົ່ວ​ປະເທດ ໃນ​ການຈັດຕັ້ງ​ກຸ່ມ, ສະຫະກອນ, ການ​ຮ່ວມ​ມື ລະຫວ່າງ​ປະຊາຊົນກັບ​ຜູ້​ປະກອບ​ການ, ນັກ​ລົງທຶນ ໃນ​ການ​ຜະລິດ​ການ​ບໍລິການ​ກະ​ສິ​ກໍາ-​ປ່າໄມ້ ດ້ວຍ​ສູດ​ຕ່າງໆ ເປັນຕົ້ນ​ແມ່ນ​ສູດ 2+3 ຊອກ​ໃຫ້​ເຫັນ​ດ້ານ​ຕັ້ງໜ້າ, ດ້ານ​ຄົງ​ຄ້າງ ທິດ​ທາງ​ແກ້​ໄຂ, ເອົາໃຈໃສ່​ຄົ້ນຄວ້າ​ທິດ​ທາງ ແລະ ມາດ​ຕະການ ຊອກ​ທາງ​ອອກ​ໃຫ້​ແກ່​ປະຊາຊົນ, ບັນດາ​ການຈັດຕັ້ງ​ຮ່ວມ​ມື​ຕ່າງໆ ນັບ​ທັງ​ສະຫະກອນ ເຊັ່ນ: ການ​ເຂົ້າ​ເຖິງ​ແຫຼ​່ງ​ທຶນ, ບັນຫາ​ຕະຫຼາດ​ຂາຍ​ສິນຄ້າ​ທີ່​ໝັ້ນຄົງ, ການນໍາ​ໃຊ້​ເຕັກ​ໂນ​ໂລ​ຊີ​ໃໝ່, ໃຫ້​ຄວາມ​ຮູ້​ກ່ຽວ​ກັບ​ການ​ບໍລິການ​ຈັດການ​ເສດຖະກິດ​ຄອບຄົວ, ຟາມ ແລະ ວິ​ສາ​ຫະ​ກິດ​ກະ​ສິ​ກໍາ. ຈັດ​ຕັ້ງ​ຝຶກ​ອົບຮົມ ໃຫ້​ຊາວ​ກະສິກອນ​ເຂົ້າ​ເປັນ​ກຸ່ມ​ການ​ຜະລິດ ແລະ ການ​ບໍລິການ, ປັບປຸງ​ກຸ່ມ​ທີ່​ມີ​ແລ້ວ ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ ຍືນ​ຍົງ ກ້າວ​ຂຶ້ນ​ເປັນ​ສະຫະກອນ​ແບບ​ໃໝ່​ທີ່​ມີ​ຄຸນ​ນະ​ພາບ ຂະຫຍາຍ​ກຸ່ມ ແລະ ສະຫະກອນ​ຕົວ​ແບບ​ປະເພດ​ຕ່າງໆ ໃຫ້​ຫຼາກ​ຫຼາຍ, ຝຶກ​ອົບຮົມ​ຄວາມ​ຮູ້​ດ້ານ​ຕ່າງໆ ໃຫ້​ມີ​ການ​ເຄື່ອນ​ໄຫວ​ແບບ​ຍືນ​ຍົງ.

12. ສົມທົບ​ກັບ​ທ້ອງ​ຖິ່ນ​ຕ່າງໆ ສ້າງ​ແຜນ​ທີ​ ທີ່​ດິນ​ກະ​ສິ​ກໍາ​ໃນ​ຂອບ​ເຂດ​ທົ່ວ​ປະເທດ, ດໍາ​ເນີນ​ການ​ປັກ​ຫຼັກ​ໝາຍ​ເຂດ​ດິນ​ສະຫງວນ​ໄວ້ ເພືີ່ອ​ການ​ກະ​ສິ​ກໍາ ແລ້ວ​ວາງ​ລະບຽບ​ການ​ນໍາ​ໃຊ້​ໃຫ້​​ຮັດ​ກຸມ, ອອກ​ລະບຽບ​ການ​ກ່ຽວ​ກັບ​ເງື່ອນ​ໄຂ ຂອງ​ການ​ຫັນ​ດິນ​ກະ​ສິ​ກໍາ ໄປ​ເປັນ​ປະເພດ​ດິນ​ອືີ່ນ​ໃຫ້​ຈະ​ແຈ້ງ. ຄົ້ນຄວ້າ​ແບ່ງ​ເຂດ​ການ​ພັດທະນາ​ທີ່​ດິນ​ກະ​ສິ​ກໍາ ແລະ ພັດທະນາ​ທີ່​ດິນ​ໃຫ້​ຈະແຈ້ງ​ເຊັ່ນ: ເຂດ​ປູກ​ພືດ​ອຸດ​ສາ​ຫະ​ກໍາ, ເຂດ​ປູກ​ໄມ້​ເສດຖະກິດ, ເຂດ​ປູກ​ພືດ​ສະບຽງ​ອາຫານ, ເຂດ​ປູກ​ເຂົ້າ, ເຂດ​ພັດທະນາ​ພືດ​ອາຫານ​ສັດ ແລະ ເຂດ​ການ​ລ້ຽງສັດ​ໃຫຍ່.

13. ຄົ້ນຄວ້າ​ພັດທະນາ​ຝຸ່ນ​ຊີວະ​ພາບ ດ້ວຍ​ຫຼາຍ​ຮູບ​ແບບ ແລະ ເຜີຍແຜ່​ເຕັກ​ໂນ​ໂລ​ຊີການ​ຜະລິດ, ການ​ນໍາ​ໃຊ້ ໃຫ້​ແກ່​ຊາວ​ກະສິກອນ, ຜູ້​ປະກອບ​ການ​ຟາມ ດ້ວຍ​ການ​ເພີ່ມ​ທະວີ​ຝຶກ​ອົບຮົມ, ເຮັດການ​ສາທິດ, ທົດ​ລອງ ແລະ ປະ​ເມີນ​ຜົນ​ເປັນ​ປະ​ຈໍາ ເພື່ອ​ຊ່ວຍ​ໜູນ​ໃຫ້​ແກ່​ນະໂຍບາຍ​ລັດຖະບານ ພັດທະນາ​ກະ​ສິ​ກໍາ​ອິນ​ຊີ ແລະ ສະອາດ ເຊິ່ງ​ເປັນ​ຍຸດທະສາດ ຂອງ​ການ​ພັດທະນາ​ກະ​ສິ​ກໍາ ທີ່​ໄດ້​ປຽບ​ຂອງ​ປະເທດ​ເຮົາ.

ສ່ວນ​ມາດ​ຕະການ​ຊຸກຍູ້​ສົ່ງເສີມ​ການ​ຜະລິດ​ສິນຄ້າ ເພື່ອ​ສົ່ງ​ອອກ ມີ 5 ມາດ​ຕະການ​ຄື:

1. ສືບຕໍ່​ປະສານ​ສົມທົບ ກັບ​ກະຊວງ​ອຸດ​ສາ​ຫະ​ກໍາ ແລະ ການ​ຄ້າ, ສະພາ​ອຸດ​ສາ​ຫະ​ກໍາ​ການ​ຄ້າ, ຜູ້​ປະກອບ​ການ ເຮັດ​ວຽກ​ຢ່າງ​ຕັ້ງໜ້າກັບ​ກົມ​ໃຫຍ່​ພາສີ ສປ ຈີນ ໂດຍ​ຜ່ານ​ສະຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດລາວ ປະ​ຈໍາ​ປັກ​ກິ່ງ, ເຈລະຈາ, ລາຍ​ງານ​ບັນຊີ​ສິນຄ້າ​ກະ​ສິ​ກໍາ ໃຫ້​ໄດ້​ຮັບ​ການ​ຢັ້ງຢືນ (SPS) ເງື່ອນ​ໄຂ​ການ​ກັກ​ກັນ​ພະຍາດ​ພືດ ແລະ ສັດ ໃຫ້​ເພີ່ມ​ຂຶ້ນ​ຕາມ​ບັນຊີ ທີ່​ໄດ້​ແຈ້ງ​ໃຫ້​ຝ່າຍ​ຈີນ​ກ່ອນ​ໜ້າ​ເກີດ​ວິ​ກິດ COVID-19 ນັ້ນ ໃຫ້​ສໍາ​ເລັດ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຮ່ວມ​ກັບ​ຝ່າຍ​ຈີນ ກວດກາ​ຄວາມ​ພ້ອມ​ດ້ານ​ຕ່າງໆ ຢູ່​ຊາຍ​ແດນ​ດ່ານ​ສາກົນ ແລະ ດ່ານ​ທ້ອງ​ຖິ່ນ ທີ່​ສອງ​ປະເທດໄດ້​ອະນຸຍາດ​ໃຫ້​ມີ​ການ​ເຄືີ່ອນ​ໄຫວ​ສະດວກ ເຮັດ​ໃຫ້​ສິນຄ້າ​ກະ​ສິ​ກໍາ​ໄດ້​ເຂົ້າ​-​ອອກ ທັນ​ກັບ​ເວລາ ໂດຍ​ສະເພາະ​ແມ່ນ​ສິນຄ້າ​ສົດ.

2. ສືບຕໍ່​ຊຸກຍູ້​ໃຫ້​ບັນດາ​ໂຄງການ​ສະໜັບສະໜູນ​ການ​ສົ່ງ​ອອກ​ໃຫ້​ສໍາ​ເລັດ ເຊັ່ນ: 1) ສູນ​ມາດຕະ​ຖານ​ຢາງພາລາ ຕັ້ງ​ຢູ່​ນະຄອນຫຼວງ​ວຽງ​ຈັນ, 2) ສູນ​ມາດຕະຖານ​ການ​ຜະລິດ ແລະ ກັກ​ກັນ​ພືດ ແລະ ​ຜະລິດ​ຕະ​ພັນ​ພືດ, ສັດ ແລະ ຜະລິດ​ຕະ​ພັນ​ສັດ ຕັ້ງ​ຢູ່​ສາ​ລາ​ຄໍາ ນະຄອນຫຼວງ​ວຽງ​ຈັນ, 3) ສູນ​ມາດຕະຖານ ແລະ ກັກ​ກັນ​ງົວ 3 ແຫ່ງ ຕັ້ງ​ຢູ່​ແຂວງ​ຫຼວງ​ນໍ້າ​ທາ, 4) ສ້າງ​ໂຮງງານ​ຜະລິດ​ຝຸ່ນ​ຊີ ວະ​ພາບ ຢູ່​ແຂວງ​ສະຫວັນ​ນະ​ເຂດ, 5) ສ້າງ​ສູນ​ຄົ້ນຄວ້າ​ແນວ​ພັນ​ເຂົ້າ ແລະ ແນວ​ພັນ​ພືດ, 6) ໂຄງການ​ສ້າງ​ເຂດ​ພັດທະນາ​ອຸດ​ສະ​ຫະ​ກໍາ-​ກະ​ສິ​ກໍາ​ທັນ​ສະໄໝ ນະຄອນຫຼວງ​ວຽງ​ຈັນ ຕັ້ງ​ຢູ່​ເຂດ​ອຸດ​ສະ​ຫະ​ກໍາ​ຫຼັກ 21 ເພື່ອເຊື່ອມ​ຕໍ່​ກັບ​ໂຄງການ​ທາງ​ລົດໄຟ​ລາວ​-​ຈີນ ເພື່ອ​ຮອງ​ຮັບ​ການ​ສົ່ງ​ອອກ​ສິນຄ້າ​ກະ​ສິ​ກໍາ​ໄປ​ຈີນ​ໃນ​ຕໍ່​ໜ້າ.

3. ດຶງ​ດູດ ແລະ ສົ່ງເສີມ​ໃຫ້​ຄອບຄົວ, ທຸລະ​ກິດ​ຂະໜາດ​ນ້ອຍ ແລະ ກາງ ພາຍ​ໃນ ທຸລະ​ກິດ​ຂະໜາດ​ໃຫຍ່​ຂອງ​ຕ່າງປະເທດ ເປັນຕົ້ນ​ແມ່ນ ທຸລະ​ກິດ​ປະ​ເທດ​ເພືີ່ອນ​ມິດ ເຂົ້າ​ມາ​ດໍາ​ເນີນ​ການ​ຜະລິດ, ບໍລິການ ແລະ ພັດທະນາ ດ້ວຍ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະໄໝ ດ້ວຍ​ຜະລິດ​ຕະ​ພັນ​ສິນຄ້າ​ກະ​ສິ​ກໍາ ທີ່​ມີ​ມູນ​ຄ່າ​ເພີ່ມ​ສູງ ແລະ ປະລິມານ​ຫຼາຍ ດ້ວຍ​ຮູບ​ແບບ 2+3. ເພື່ອ​ພາ​ປະຊາຊົນ​ປະເທດ​ເຮົາ ດໍາ​ເນີນ​ການ​ປູກ, ການ​ລ້ຽງ, ການ​ປຸງ​ແຕ່ງ ແລະ ຖ່າຍ​ທອດ​ເອົາ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກໍາ​ໃໝ່​ທີ່​ທັນ​ສະໄໝ ປະ​ຢັດ​ຕົ້ນ​ທຶນ​ໄວ​ຂຶ້ນ ດ້ວຍ​ການ​ເລັ່ງ​ລັດ​ຕັດ​ຕອນ​ເພືີ່ອ​ກ້າວ​ຂຶ້ນ. ບັນຫາ​ນີ້​ຮຽກຮ້ອງ​ໃຫ້​ຄະນະ​ພັກ, ອົງການ​ປົກຄອງ​ທ້ອງ​ຖິ່ນ​ຕ້ອງ​ລະ​ດົມ​ນໍາ​ໃຊ້​ແຮງ​ງານ​ເຫຼົ່າ​ນັ້ນ​ເຂົ້າ​ສູ່​ການ​ຜະລິດ​ຢ່າງ​ແຂງ​ແຮງ.

4. ສ້າງ​ສິ່ງ​ອໍາ​ນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ລົງທຶນ, ການ​ບໍລິການ​ຂົນສົ່ງ​ສິນຄ້າ​ຜ່ານ​ດ່ານ​ດ້ວຍ​ຄວາມ​ສະດວກ​ວ່ອງໄວ​ທັນ​ສະ​ໄໝ.

5. ພັດທະນາ​ຊັບພະຍາ ກອນ​ມະນຸດ​ຂອງ​ຂະແໜງ​ກະ​ສິ​ກໍາ, ປ່າໄມ້ ແລະ ພັດທະນາ​ຊົນນະບົດ ຕິດ​ພັນ​ກັບ​ຍຸດ ທະສາດ​ພັດທະນາ​ຜະລິດ​ຕະ​ພັນ​ສິນຄ້າ​ກະ​ສິ​ກໍາ​ລາວ ໃຫ້​ມີ​ຄວາມ​ສາມາດ, ມີ​ຈໍາ​ນວນ​ພຽງພໍ ເພື່ອ​ຊ່ວຍ​ຊາວ​ກະສິກອນ​ລາວ​ໃຫ້​ມີ​ທັກ​ສະ​ກະ​ສິ​ກໍາ​ສະໄໝ​ໃໝ່ ແບບ​ມີ​ຈຸດ​ສຸມ ແລະ ໃຫ້​ເປີດ​ກວ້າງ​ອອກ​ໄປ​ທົ່ວ​ປະເທດ ໃນ​ໄລຍະ​ຍາວ ພ້ອມ​ດຽວ​ກັນ​ນັ້ນ ກໍ່ສ້າງ​ໃຫ້​ສູນ​ສົ່ງເສີມ, ສະຖານີ​ຂັ້ນ​ທ້ອງ​ຖິ່ນ ສາມາດ​ເປັນ​ຫຼັກ​ແຫຼ່ງ ໃນ​ການ​ນໍາ​ພາ​ຊາວ​ກະສິກອນ ຮຽນ​ຮູ້​ຈາກ​ການ​ແລກປ່ຽນ​ຄວາມ​ຄິດ​ຄວາມເຫັນ ເພື່ອ​ພັດທະນາ​ການ​ຜະລິດ​ສິນຄ້າ ແລະ ການ​ບໍລິການຢ່າງ​ເປັນ​ປົກ​ກະ​ຕິ.

ແຫຼ່ງຂໍ້ມູນ: ໜັງສືພິມປະຊາຊົນ

Comments