ຜູ້ຊ່ຽວຊານຂອງມະຫາວິທະຍາໄລ Oxford ເຊື່ອວ່າ Covid-19 ອາດຈະບໍ່ມີຕົ້ນກຳເນີດມາຈາກປະເທດຈີນ…

ໃນອາທິດທີ່ຜ່ານມາ, ບັນດານັກວິທະຍາສາດທາງແອັດສະປາຍໄດ້ປະກາດວ່າພວກເຂົາໄດ້ພົບເຫັນເຊື້ອພະຍາດໃນຕົວຢ່າງຂອງນໍ້າເສຍທີ່ເກັບໃນເດືອນມີນາ 2019, ເປັນເວລາ 9 ເດືອນ ກ່ອນທີ່ພະຍາດ Covid-19 ຈະລະບາດໃນທົ່ວໂລກ.

ນັກວິທະຍາສາດອີຕາລີຍັງໄດ້ພົບເຫັນຫຼັກຖານກ່ຽວກັບໄວຣັສ coronavirus ໃນຕົວຢ່າງນໍ້າເປື້ອນໃນເມືອງ Milan ແລະ Turin, ໃນກາງເດືອນທັນວາ 2019 ຫລາຍອາທິດກ່ອນທີ່ຈະກວດພົບກໍລະນີທໍາອິດທີ່ເກີດຂຶ້ນຢູ່ປະເທດຈິນ, ໃນຂະນະດຽວກັນທີ່ຜູ້ຊ່ຽວຊານໄດ້ພົບເຫັນຮ່ອງຮອຍໃນປະເທດ Brazil ໃນເດືອນພະຈິກອີກດ້ວຍ. ທ່ານ ດຣ. Jefferson ເຊື່ອວ່າໄວຣັສຫຼາຍໆຊະນິດໃນທົ່ວໂລກ ຈະລະບາດຂື້ນເມື່ອມີເງື່ອນໄຂສະດວກ ແລະ ໝາຍຄວາມວ່າມັນສາມາດສູນຫາຍໄປໄດ້ໄວທີ່ສຸດ.

ແຫຼ່ງຂໍ້ມູນ: https://www.yahoo.com/news/covid-19-may-not-originated-143843488.html?soc_src=community&soc_trk=fb

Comments