ຮູ້ແລ້ວບໍ? ກ່ອນຈະເດີນທາງອອກນອກປະເທດ ຈໍາເປັນຕ້ອງໄດ້ເຮັດເອກະສານທາງການແພດ 72 ຊົ່ວໂມງ

ຄະນະກໍາມະການແຫ່ງຊາດ ເພື່ອຕ້ານ ແລະຄວາມຄຸມການແຜ່ລະບາດ ຂອງເຊື້ອ ໂຄວິດ-19 ໄດ້ຊີ້ແຈງໃຫ້ຮູ້ວ່າ ນັກເດີນທາງທຸກຄົນ ທີ່ຈະເດີນທາງອອກຈາກ ສປປ. ລາວ ໄປປະເທດອື່ນ ມີຄວາມຈໍາເປັນຕ້ອງໄດ້ເຮັດເອກະສານທາງການແພດ 72 ຊົ່ວໂມງ ກ່ອນອອກເດີນທາງ ເພື່ອຢັ້ງຢືນ ຜົນການກວດ ອາການ ແລະ ຄົ້ນຫາເຊື້ອ ໂຄວິດ-19 ທຸກຄັ້ງ, ຖ້າບໍ່ເຮັດ ຈະຖືກປະຕິເສດ ບໍ່ໃຫ້ເຂົ້າປະເທດປາຍທາງ. ການເຮັດເອກະສານ ຢັ້ງຢືນທາງການແພດ ແມ່ນມີຄ່າໃຊ້ຈ່າຍ ແລະ ສາມາດເຮັດໄດ້ ຢູ່ 3 ສູນເທົ່ານັ້ນ ໃນນະຄອນຫຼວງວຽງຈັນ ປະກອບມີ: ໂຮງໝໍ ມິດຕະພາບ, ໂຮງໝໍ ມະໂຫສົດ ແລະ ສະຖາບັນ ປາສເຕີ້.

ແຫຼ່ງຂໍ້ມູນ: ຫນັງສືພິມ ວຽງຈັນທາຍ

Comments