ມາເລເຊຍ ປັບຫລຸດອັດຕາດອກເບ້ຍລົງຕ່ຳສຸດ 0,25%…

ວັນ​ທີ 7 ກໍລະກົດ ຜ່ານມາ ທະນາຄານ​ກາງ ມາ​ເລ​ເຊຍ ໄດ້ປັບ​ຫລຸດ​ອັດຕາ​ດອກ​ເບ້ຍ ລົງ​ລະດັບ​ຕ່ຳ​ສຸດ ​ເປັນຄັ້ງປະຫວັດສາດຈາກ 0,25% ​ເຫລືອ 1,75% ​ເປັນ​ການ​ຫລຸດ​ລົງຄັ້ງທີ່ 4 ຕິດ​ຕໍ່​ກັນ ​ແລະ ​ເຕືອນ​ວ່າ ​ເສດຖະກິດ ພາຍ​ໃນ​ປະ​ເທດ ຫົດ​ຕົວ​ໃນ​ໄຕ​ມາດ 2 ປີ​ນີ້ ​ຍ້ອນ​ມາດ​ຕະການ​ປິດ​ເມືອງ​ຢ່າງ​ເຂັ້ມງວດ ​ເຮັດ​ໃຫ້​ເສດຖະກິດ ສ່ວນ​ໃຫຍ່​ ປິດ​ໃຫ້​ບໍລິການ, ການຄ້າຂາຍບໍ່ໄດ້ເປັນໄປຕາມເປົ້າ

ປະຊາຊົນ​ສ່ວນ​ໃຫຍ່​ ພັກ​ຢູ່​ພາຍ​ໃນ​ເຮືອນ ຕັ້ງ​ແຕ່​ໄລຍະ​ ກາງ​ເດືອນ ​ມີນາ ​ເນື່ອງ​ຈາກ​ Covid-19 ລະບາດ​ໜັກ, ກ່ອນ​ທີ່​ຈະເລີ່​ມຫລຸດຜ່ອນ​ມາດ​ຕະການ ​ໃນຕົ້ນ​ເດືອນ​ ພຶດສະພາ ​ແລະ ຫລຸດຜ່ອນ ​ເກືອບ​ທັງໝົດ​ ໃນຕົ້ນ​ເດືອນ​ມິຖຸນາ. ພ້ອມດຽວກັນນັ້ນ, ມາດ​ຕະການ ​ກະ​ຕຸ້ນ ເສດຖະກິດ ຂອງ​ລັດຖະບານ ຈະ​ຊ່ວຍຊຸກຍູ້ ໃຫ້​ເສດຖະກິດ​ດີ​ຂຶ້ນ​ໃນ​ຕໍ່ໜ້າ. ປັດຈຸບັນ, ມາ​ເລ​ເຊຍ ມີ​ຜູ້​ຕິດ​ເຊື້ອ​ໂຄ​ວິດ-19 ປະມານ 8,600 ຄົນ ​ເສຍ​ຊີວິດ 121 ຄົນ.

ແຫຼ່ງຂໍ້ມູນ: ຂປລ

Comments