Author Archives: admin target

ໄຊຊະນະເບື້ອງຕົ້ນ ໃນການຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ

ຂໍໃຫ້ທ່ານເລົ່າຄືນໂດຍຫຍໍ້ກ່ຽວກັບໄຊຊະນະຂອງປະເທດລາວຕໍ່ກັບການປ້ອງກັນ, ສະກັດກັ້ນການແຜ່ລະບາດຂອງ COVID-19 ທີ່ຜ່ານມາແນ່ວ່າພວກເຮົາໄດ້ມີວິທີຮັບມືຕົ້ນຕໍຄືແນວໃດ? ຄືບັນດາທ່ານໄດ້ຮັບຊາບແລ້ວທ່ານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວກ່ຽວກັບໄຊຊະນະເບື້ອງຕົ້ນໃນການຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນວັນທີ 10 ມິຖຸນາ 2020. ມາຮອດມື້ນີ້ໄດ້ 95 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອຢູ່ໃນປະເທດພວກເຮົາ;ມາດຕະການອັນສຳຄັນກໍຄືວິທີການອັນຕົ້ນຕໍໃນການຮັບມືກັບພະຍາດ COVID-19 ຂອງລາວແມ່ນ: 1. ພວກເຮົາໄດ້ມີມາດຕະການປ້ອງກັນແຕ່ຫົວທີ, ເຫັນຄວາມອັນຕະລາຍໄວ້ລ່ວງໜ້າ ແລະ ເລີ່ມສະກັດໄວ້ກ່ອນຄືພວກເຮົາເຄີຍໃຊ້ຄຳເວົ້າວ່າ: ປ້ອງກັນດີກວ່າແກ້ ຫຼື ຕັດໄຟແຕ່ຕົ້ນລົມ….ເປັນຕົ້ນ. ຈຶ່ງໄດ້ອອກບັນດາມາດຕະການປ້ອງກັນໄວ້ເປັນແຕ່ລະໄລຍະຢ່າງມີການຄິດໄລ່; 2. ການນຳຂັ້ນສູງສຸດໃຫ້ຄວາມສຳຄັນ ແລະ ມີການຊີ້ນຳເປັນປົກກະຕິ ແລະ ເປັນເອກະພາບສູງໃນການປະຕິບັດມາດຕະການ ແລະ ໄດ້ຊີ້ນຳຢ່າງຈົດຈໍ່.3. ທຸກການຈັດຕັ້ງ, ທຸກອົງການຂອງພັກ, ລັດ, ອົງການຈັດຕັ້ງແນວໂຮມ, ອົງການຈັດຕັ້ງມະຫາຊົນ, ການຈັດຕັ້ງສັງຄົມໄດ້ເປັນກຳລັງແຮງໃນການຈັດຕັ້ງປະຕິບັດບັນດາມາດຕະການທີ່ລັດຖະບານວາງອອກຢ່າງເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງແທ້.4. ປະຊາຊົນທຸກຖ້ວນໜ້າເຂົ້າຮ່ວມຢ່າງມີສະຕິດ້ວຍຄວາມເປັນເຈົ້າ, ດ້ວຍຄວາມຕື່ນຕົວສູງ, ລວມທັງປະກອບສ່ວນທາງດ້ານວັດຖຸປັດໃຈ, ກຳລັງແຮງທັງກາຍ ແລະ ໃຈຫຼາຍຮູບ, ຫຼາຍວິທີທີ່ກວ້າງຂວາງ, ປະດິດສ້າງທີ່ອຸດົມສົມບູນເຂົ້າໃນການຕໍ່ສູ້ກັບ COVID-19 ຢ່າງເປັນຂະບວນຟົດຟື້ນ ດ້ວຍຄວາມເປັນຈິດໜຶ່ງໃຈດຽວ ແລະ ເສຍສະຫຼະ.5. ບັນດາໜ່ວຍງານທີ່ມີໜ້າທີ່ຮັບຜິດຊອບເຊັ່ນ: ຄະນະສະເພາະກິດທຸກຂັ້ນ, ທຸກລະດັບ, ພາຫະນະສື່ມວນຊົນ, ...

Read More »

ສ.ອາເມລິກາ ຈະສັກຢາປ້ອງກັນໂຄວິດ-19 ໃຫ້ປະຊາຊົນແບບບໍ່ເສຍຄ່າ

ຕາມ​ແຫ​ລ່ງຂ່າວ​ຈາກ ​ວໍ​ຊີງ​ຕັນ, ຖ້າຫາກ​ ການ​ພັດທະນາ ​ຢາ​ປ້ອງ​ກັນ ​ພະຍາດ ​ໂຄ​ວິດ-19(ວັກ​ແຊງ​)ປະສົບ​ຜົນສຳ​ເລັດ ຊາວ​ອາ​ເມ​ລິ​ກາ ​ທຸກ​ຄົນ ຈະ​ໄດ້​ຮັບ​ ການ​ສັກ​ ວັກ​ແຊງ​ ​ແບບ​ບໍ່​ເສຍ​ຄ່າ​ໃຊ້​ຈ່າຍ ຫລັງ​ຈາກ ສ.ອາ​ເມ​ລິ​ກາ ລົງທຶນ 10.000 ລ້ານ​ກວ່າ ​ໂດ​ລາ​ ສະຫະລັດ ​ໃນ​ໂຄງການ ພັດທະນາ​ ວັກ​ແຊງ ​ປ້ອງ​ກັນ​ ໂຄ​ວິດ-19 ​ເຖິງ 6​ໂຄງການ ​ແລະ ​ໄດ້​ລົງ​ນາມ ​ໃນ​ຂໍ້​ຕົກລົງ ທີ່​ຮັບປະກັນ​ວ່າ ສ.ອາ​ເມ​ລິ​ກາ ຈະ​ໄດ້​ຮັບ​ ວັກ​ແຊງ ​ຫລາຍ​ຮ້ອຍ​ ລ້ານ​ຊຸດ(​ໂດ​ສ) ຖ້າ​ຫາກ​ ວັກ​ແຊງ​ ເຫລົ່ານັ້ນ ຜ່ານ​ການ ​ອະນຸມັດ. ຂະນະ​ທີ່ ທ່ານ ດຣ ຟຣານຊີ​ສ ຄໍ​ລິນ​ສ, ຜູ້ອຳນວຍການ ສະ​ຖາ​ບັນ​ສຸຂະພາບ ​ແຫ່ງ​ຊາດ ສ.ອາ​ເມ​ລິ​ກາ ຫວັງ​ວ່າ ວັກ​ແຊງ ​ຢ່າງ​ໜ້ອຍ 1 ​ໃນ 6 ຕົວ​ທີ່ ສ.ອາ​ເມ​ລິ​ກາ ​ພັດທະນາ​ຂຶ້ນ ຈະ​ປະສົບ​ຜົນສຳ​ເລັດ ...

Read More »

ສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ

ໃນວັນທີ 14 ສິງຫາ 2020 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີໂຮມຊຸມນຸມເພື່ອສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ (13/8/1950-13/8/2020) ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງ ຖວທ; ມີຄະນະນໍາກະຊວງ ຖວທ, ກົມ-ກອງວິຊາການ, ພະນັກງານສື່ມວນຊົນ-ການພິມຈໍາໜ່າຍ ທັງພາກລັດ, ເອກະຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າພວມພ້ອມກັນຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ກໍຄືກອງປະຊຸມ 3 ຂັ້ນ ຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະໃນຂົງເຂດວຽກງານ ຖວທ ...

Read More »

ການຄ້າເທິງມືຖື (M-Commerce) ເພື່ອນຮູ້ໃຈໃນພາວະວິກິດ Covid-19

ເຕັກໂນໂລຊີ ເປັນອີກສິ່ງໜຶ່ງທີ່ວິວັດທະນາການຢ່າງໄວວາ ເຊິ່ງພວກເຮົາປະຕິເສດບໍ່ໄດ້ເລີຍວ່າ ການຮູ້ທັນເຕັກໂນໂລຊີນັ້ນ ມັນສ້າງຜົນປະໂຫຍດຢ່າງມະຫາສານແກ່ຜູ້ທີ່ສາມາດນໍາມາປະຍຸກໃຊ້ໄດ້ດີຂະໜາດໃດ!! ໂດຍສະເພາເພາະໃນພາວະວິກິດຮ້າຍແຮງ ຂອງການແຜ່ລະບາດຂອງເຊື້ອຈຸນລະໂລກປອດອັກເສບ ສາຍພັນໃໝ່ ໂຄວິດ-19 ທີ່ເຮັດໃຫ້ປະຊາຊົນຕ້ອງເວັ້ນໄລຍະຫ່າງທາງສັງຄົມ ແລະ ກັກໂຕເອງຢູ່ພາຍໃນບ່ອນພັກອາໄສ ທຸລະກິດທີ່ມີຄວາມການເພີ່ມຂຶ້ນແບບກ້າວກະໂດດ ຈຶ່ງແມ່ນການຄ້າເທິງມືຖື ສະນັ້ນ ບົດຄວາມໃນເດືອນນີ້ ວາລະສານ ທາເກັດ ຈະພາບັນດາທ່ານໄປຮູ້ຈັກກັບ “M-Commerce” (Mobile Commerce) ຫຼື ການຄ້າເທິງມືຖື ເຊິ່ງວ່າຈະເປັນແນວໃດນັ້ນເຮົາລອງມາເບິ່ງນໍາກັນເລີຍ…       ສໍາລັບທຸລະກິດການຄ້າຜ່ານທາງໂທລະສັບມືຖື (Smart Phone) ແມ່ນເລີ່ມເຂົ້າມາຢູ່ໃນການດໍາລົງຊີວິດຂອງພວກເຮົາໄດ້ຫຼາຍປີແລ້ວ ແລະ ຜູ້ຄົນກໍລື້ງເຄີຍກັບການຊື້ເຄື່ອງດ້ວຍມືຖື ຜ່ານທາງ Application ທີ່ໃຫ້ບໍລິການ ຫຼື Website ສໍາລັບມືຖື ພ້ອມທັງສາມາດຊໍາລະເງິນຜ່ານທາງມືຖືຢ່າງສະດວກສະບາຍ ພຽງແຕ່ໃຊ້ນິ້ວກົດເພື່ອສັ່ງຊື້ ກໍຈະມີຄົນມາສົ່ງຮອດເຮືອນແລ້ວ… ແຕ່ທ່ານຮູ້ຫຼືບໍ່ວ່າ ພຶດຕິກໍາທໍາມະດາ ແລະ ສະດວກສະບາຍທີ່ທ່ານໄດ້ຮັບໃນມື້ນີ້ ຄືຕົວຊີ້ບອກວ່າ: “ໂລກໜ່ວຍນີ້ໄດ້ປ່ຽນໄປຕະຫຼອດການຍ້ອນເຕັກໂນໂລຊີ” ຕົວຢ່າງ: Application ສັ່ງເຄື່ອງ Online ເຊັ່ນ: Shopee, Lazada, shopdee Taobao Lao, Ebuy Lao ນອກຈາກນັ້ນຍັງມີ ...

Read More »

ສູນພັດທະນາສີມືສຳລັບແມ່ຍິງ ຊ່ວຍສ້າງອາຊີບ ແລະ ສົ່ງເສີມການອະນຸຮັກດ້ານຫັດຖະກຳ

ສູນພັດທະນາສີມືສຳລັບແມ່ຍິງ (ຫຼືເມື່ອກ່ອນເອີ້ນວ່າ ສູນເຝິກອົບຮົມວິຊາຊີບຫ້ວຍຫົງສຳລັບແມ່ຍິງ) ບໍ່ໄກຈາກຕົວເມືອງຫຼາຍປານໃດ ຊຶ່ງຕັ້ງຢູ່ບ້ານຫ້ວຍຫົງ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ. ສູນນີ້ໄດ້ສ້າງຕັ້ງຂຶ້ນໃນປີ 1998 ພາຍໃຕ້ການສະໜັບສະໜູນໂດຍບາງອົງການຈັດຕັ້ງຈາກປະເທດຍີ່ປຸ່ນ. ລະຫວ່າງປີ 1999-2001, ອົງການ ຮ່ວມມືສາກົນ JICA ກໍໄດ້ໃຫ້ການຊ່ວຍເຫຼືອຕື່ມ ໃນການກໍ່ສ້າງອາຄານບາງສ່ວນ ທັງຊ່ວຍພັດທະນາລະບົບ ການເຝິກອົບຮົມການຕໍ່າຫູກ ແລະ ຍ້ອມສີທຳມະຊາດ.       ສູນດັ່ງກ່າວສ້າງຕັ້ງຂຶ້ນ ເພື່ອຈຸດປະສົງໃນການເຝິກອົບຮົມວິຊາຊີບການຍ້ອມສີທຳມະຊາດ ແລະ ການຕໍ່າຫູກ ແກ່ແມ່ຍິງຈາກເຂດຊົນນະບົດຜູ້ທີ່ດ້ອຍໂອກາດ, ຄົນທຸກຍາກ ຫຼື ຜູ້ທີ່ມີຄວາມພິການທາງຮ່າງກາຍ. ນັບແຕ່ໄດ້ຮັບການສ້າງຕັ້ງ, ສູນໄດ້ເຝິກອົບຮົບໃຫ້ແກ່ແມ່ຍິງເປົ້າໝາຍຈຳນວນ 856 ຄົນ ຊຶ່ງຕໍ່ມາຫຼາຍຄົນ ກໍສາມາດສ້າງທຸລະກິດເປັນຂອງຕົນເອງໄດ້ ແລະ ຍົກລະດັບຊີວິດການເປັນຢູ່ແກ່ຄອບຄົວໄດ້ເປັນຢ່າງດີ. ພ້ອມນີ້, ກໍຍັງເພື່ອພັດທະນາຄວາມຮູ້ຄວາມສາມາດ ໃຫ້ແກ່ຊາວຊ່າງຫັດຖະກຳໃຫ້ເປັນຄູເຝິກດ້ານການຍ້ອມສີທຳມະຊາດ ແລະ ເພື່ອອະນຸຮັກດ້ານຫັດຖະກຳແຜ່ນແພພື້ນເມືອງ ໃຫ້ຍືນຍົງ. ກ່ຽວກັບຫຼັກສູດການເຝິກອົບຮົມ, ການຍ້ອມສີທຳມະຊາດຮຽກຮ້ອງໃຫ້ມີຄູຄູເຝິກທີ່ມີທັກສະ ແລະ ປະສົບການສູງ ເພື່ອຖ່າຍທອດຄວາມຮູ້ດັ່ງກ່າວ ເປັນຕົ້ນແມ່ນການກະກຽມ ແລະ ເລືອກວັດຖຸດິບຈາກພືດທີ່ດີມີຄຸນນະພາບ, ການເຮັດນ້ຳສີຍ້ອມທຳມະຊາດ, ການຟອກເສັ້ນໄໝ ແລະ ເຕັກນິກການຍ້ອມສີ ເພື່ອເຮັດໃຫ້ຜະລິດຕະພັນມີຄຸນນະພາບດີ, ຄົງທົນ, ງົດງາມ ແລະ ...

Read More »

ບໍລິສັດຕັນຈົງ ມໍເຕີ(ລາວ) ຈຳກັດຜູ້ດຽວ ປະກາດຜູ້ໂຊກດີ ໄດ້ຮັບລາງວັນລົດໃຫຍ່ ທອງຄໍາແທ່ງ ແລະ ໂທລະພາບ ຈາກການຈັບສະຫຼາກຊິງໂຊກລົດນິສັນເທີລ່າ…

ໃນວັນທີ 11 ກໍລະກົດ ປີ 2020 ທີ່ຜ່ານມາ ບໍລິສັດຕັນຈົງ ມໍເຕີ(ລາວ) ຈຳກັດຜູ້ດຽວ (TCML) ທີ່ນຳເຂົ້າລົດນິສສັນ ພຽງຜູ້ດຽວໃນປະເທດລາວ ແລະ ຍັງເປັນສາຂາ ບໍລິສັດຕັນຈົງມໍເຕີ ໂຮນດີ້ງ ເບີຮັດ (ມາເລເຊຍ) ໄດ້ປະກາດຜູ້ທີ່ໄດ້ຮັບລາງວັນໃຫຍ່ ລົດນິສສັນ ເທີລ່າ ຜູ້ທີ່ໄດ້ຮັບລາງວັນ ແມ່ນ ທ່ານ ນາງ ສຸດາລັດ ມາລາວົງ ບ້ານ ນາໝາກ ເມືອງ ທຸລະຄົມ ແຂວງວຽງຈັນ  ທ່ານ ນາງ ທະນູສອນ ທະຍາລາດ  ບ້ານ ເມືອງນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.  ທ່ານ ສົມຈັນ ບຸນເລີດ    ບ້ານ ດົງປາລານທົ່ງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ. ທ່ານ ລີມຊີຄຽງ ຫົວໜ້າປະຈຳລາວ ຂອງ ບໍລິສັດ ຕັນຈົງມໍເຕີ ໂຮນດີ້ງ (ລາວ) ໄດ້ກ່າວວ່າ ‘ຈາກປະສົບການໃນການໃຊ້ເວລາກັບລົດເຈົ້າຕ້ອງໃຊ້ເວລາໃນການຮຽນຮູ້ ແລະ ...

Read More »

ເປັນຫຍັງ? Acer​ ໄດ້ກຳໄລເພີ່ມຍ້ອນໂຄວິດ-19…

ບໍລິສັດ PC Firm Acer ລາຍງານຜົນກໍາໄລເກີນຄາດຈາກການສັ່ງຊື້ອຸປະກອນ ສໍາລັບເຮັດວຽກ ແລະ ການສຶກສາຢູ່ເຮືອນ. Acer ຜູ້ຈໍາໜ່າຍ PC ອັນດັບທີ 5 ຂອງໂລກ ລາຍງານໃນອາທິດນີ້ວ່າ ໄດ້ຮັບຜົນກໍາໄລສູງເກີນຄາດໃນໄຕມາດທີ 2 ຈາກຄວາມຕ້ອງການ Hardware ທີ່ແຂງແຮງເຊິ່ງຊ່ວຍໃຫ້ຜູ້ຄົນປັບເຂົ້າກັບຍຸກຂອງການເຮັດວຽກ ແລະ ການສຶກສາໄລຍະໄກໄດ້. ບໍລິສັດ ໄຕ້ຫວັນລາຍງານ ໃນວັນພຸດທີ່ຜ່ານມາວ່າ ມີລາຍຮັບສຸດທິໃນໄຕມາດທີ 2 ຈຳນວນ 40,8 ລ້ານໂດລາ ສະຫະລັດ, ເຊິ່ງສູງກວ່າການຄາດການຂອງນັກວິເຄາະທີ່ສໍາຫຼວດໂດຍ Bloomberg, ລາຍໄດ້ຈາກການດໍາເນີນງານໄຕມາດຂອງ NTຢູ່ທີ່ 2,13 ພັນລ້ານໂດລາສະຫະລັດ, Acer ບັນທຶກອັດຕາກໍາໄລສູງ 3,2%. Acer ເປັນສ່ວນໜຶ່ງຂອງແນວໂນ້ມໃນອຸດສາຫະກໍາ ໃນໄຕມາດທີ 2 ເນື່ອງຈາກການປິດຕົວລົງຢ່າງຕໍ່ເນື່ອງໃນເອີຣົບ ເຮັດໃຫ້ຜູ້ບໍລິໂພກໃຊ້ເວລາເທິງອິນເຕີເນັດຫຼາຍຂຶ້ນ ສໍາລັບການຫຼິ້ນເກມ PC, ການສົນທະນາທາງວິດີໂອທາງສັງຄົມ ຫຼືການແຊຣ໌, ການສະຕຣີມວິດີໂອ ແລະ ການຊື້ເຄື່ອງອອນລາຍ. ການຈັກສົ່ງ PC ຂ້າມແບນ ເພິ່ມຂຶ້ນ 2,8% ເມື່ອທຽບເປັນລາຍປີໃນໄຕມາດນີ້ເປັນ 64,8 ...

Read More »

ລັດຖະມົົນຕີກະຊວງສຶກສາ ຕ້ອນຮັບຜູ້ຕາງໜ້າ ອົງການອຸຍນີເຊັບ ຄົນໃໝ່ປະຈຳລາວ

ວັນທີ 13 ສິງຫາ 2020 ນີ້, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານ ດຣ ນາງ ເພຍ ຣີແບນໂລ ບະຣິດໂຕ (Dr Pia Rebello Britto), ຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ.ໂອກາດນີ້, ທ່ານນາງ ແສງເດືອນ ຫລ້າຈັນທະບູນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງທ່ານ ດຣ ນາງ ເພຍ ຣີແບນໂລ ບະຣິດໂຕ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆດ້ານການສຶກສາ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເປັນຕົ້ນ ແມ່ນບັນດາໜ້າວຽກບູລິມະສິດ ຕິດພັນກັບການສົ່ງເສີມການສຶກສາ ກໍຄື ການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນໄດ້ຮັບການພັດທະນາ ...

Read More »

ເຕືອນ!! ທ້າຍເດືອນກັນຍາ ແລະ ຕົ້ນເດືອນຕຸລາ ປະຊາຊົນກຽມຮັບມືກັບພາຍຸ 2 ລູກ

ອີງຕາມສູນພະຍາກອນອາກາດ ອົງກອນອຸຕຸນິຍົມໂລກໃຫ້ຮູ້ວ່າ: ຈະມີພາຍຸໝຸນເຂດຮ້ອນ 2 ລູກ ພັດຜ່ານປະເທດລາວ ໃນລະຫວ່າງທ້າຍເດືອນ ກັນຍາ ແລະ ຕົ້ນເດືອນ ຕຸລາ 2020 ນີ້ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ຫຼຸດເກນປົກກະຕິ ອາດກໍ່ໃຫ້ເກີດມີລົມພັດແຮງ,​ດິນໄຫຼເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ, ນໍ້າປ່າໄຫຼຍູ້ກະທັນຫັນ ໂດຍສະເພາະຢູ່ທາງພາກກາງ ແລະ ພາກໃຕ້. ສະເພາະສະພາບອາກາດ ໃນລະຫວ່າງວັນທີ 27-28 ສິງຫານີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ ຈະມີຝົນຕົກໜັກຢູ່ເຂດພາກເໜືອ ແລະ ພາກກາງ. ຄາດຄະເນປະລິມານນໍ້າຝົນສະສົມໃນເດືອນສິງຫານີ້ ຈະມີຝົນຕົກຫຼຸດເກນປົກກະຕິິ (ຕົກໜ້ອຍ) ຢູ່ບາງເຂດເຊັ່ນ:​ແຂວງຜົ້ງສາລີ, ຊໍາເໜືອ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ບໍລິຄຳໄຊ,​ຈຳປາສັກ, ສາລະວັນ ແລະ ອັດຕະປື. ພ້ອມກັນນີ້,​ຈະມີຝົນຕົກປົກກະຕິ ຄ່ອຍ-ປານກາງ ຢູ່ເຂດເມືອງວຽງໄຊ, ແຂວງຊຽງຂວາງ, ຫຼວງພະບາງ, ໂພນໂຮງ, ທ່າແຂກ, ສະຫວັນນະເຂດ, ເຊໂນ ແລະ ເຊກອງ. ສະພາບລວມຄາດຄະເນປະລິມານນໍ້າຝົນສະສົມປະຈຳເດືອນສິງຫາ ຫາ ...

Read More »

ເກົາຫຼີໃຕ້ ຈະສ້າງເຮືອບັນທຸກຍົນ ລຳທຳອິດ

ກະຊວງຍຸດຕິທຳເກົາຫຼີໃຕ້ ປະກາດແຜນລະດັບຊາດ ປະຈຳປີ 2021-2025 ໂດຍໜຶ່ງໃນນັ້ນຄືການສ້າງເຮືອບັນທຸກຍົນພາຍໃນປີໜ້າ ແລະ ຈະຈັດຊື້ຍົນສູ້ຮົບຈາກອາເມລິກາມາປະຈຳການໃນເຮືອນຳ ຫຼັງຈາກທີ່ເຄີຍເວົ້າໄວ້ໃນປີຜ່ານມາ. ທາງການເປີດເຜີຍວ່າ ເຮືອບັນທຸກຍົນຈະມີຂະໜາດ 30,000 ໂຕນ ສາມາດບັນທຸກທັງທະຫານ ແລະ ຍຸດໂທປະກອນ ພ້ອມທັງກອງທັບປາບປາມໄພຄຸກຄາມ, ລວມທັງຂົນກອງກຳລັງ ແລະ ອາວຸດ ໄປພື້ນທີ່ທະເລ, ໃນຂະນະດຽວກັນຍົນສູ້ຮົບທີ່ຈະປະຈຳການນັ້ນຕ້ອງຂຶ້ນ-ລົງ ດິ່ງໄດ້. ມີການຄາດການກັນວ່າ ເກົາຫຼີໃຕ້ຈະຊື້ຍົນສູ້ຮົບ F-35B ຈາກສະຫະລັດອາເມລິກາ ເຊິ່ງເໝາະສົມກັບເຮືອບັນທຸກຍົນຂະໜາດນ້ອຍ ແລະ ເປັນພຽງລຸ້ນດຽວໃນໂລກ ທີ່ບິນຂຶ້ນ-ລົງ ແນວດິ່ງໄດ້ ຕາມທີ່ເກົາຫຼີໃຕ້ຕ້ອງການ ໂດຍມີພຽງແຕ່ອາເມລິກາ ແລະ ຍີ່ປຸ່ນເທົ່ານັ້ນທີ່ນຳຍົນສູ້ຮົບ F-35B ມາປະຈຳການ. ປີ 2018 ທີ່ຜ່ານມາ ຍີ່ປຸ່ນປະກາດຮັບປ່ຽນເຮືອພິຄາດບັນທຸກເຮລິຄອບເຕີອິຊຸມິ ໃຫ້ບັນທຸກຍົນສູ້ຮົບ F-35B ເຊິ່ງຖືເປັນທ່າທີທີສຳຄັນ, ເນື່ອງຈາກຍີ່ປຸ່ນບໍໄດ້ສົ່ງເຮືອບັນທຸກຍົນ ສູ່ທະເລຕັ້ງແຕ່ໄລຍະຫຼັງສົງຄາມໂລກຄັ້ງທີ II. ເຖິງຢ່າງໃດກໍຕາມ, ແມ່ນວ່າທາງການເກົາຫຼີໃຕ້ ຈະບໍ່ໄດ້ເວົ້າເຖິງຄ່າໃຊ້ຈ່າຍໃນຄັ້ງນີ້ ແຕ່ທາງການສະຫະລັດອາເມລິກາ ລາຍງານລາຄາຂອງເຮືອໂຈມຕີສະເທີນນໍ້າສະເທີນບົກ ຢູເອສເອສ ອາເມລິກາ (USS America) ເຊິ່ງແພງກວ່າເຮືອບັນທຸກຍົນທີ່ເກົາຫຼີໃຕ້ຈະສ້າງປະມານ 25-30% ຫຼືວ່າຢູ່ທີ່ 4,000 ...

Read More »