ສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ

ໃນວັນທີ 14 ສິງຫາ 2020 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີໂຮມຊຸມນຸມເພື່ອສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 70 ປີ (13/8/1950-13/8/2020) ຢູ່ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງ ຖວທ; ມີຄະນະນໍາກະຊວງ ຖວທ, ກົມ-ກອງວິຊາການ, ພະນັກງານສື່ມວນຊົນ-ການພິມຈໍາໜ່າຍ ທັງພາກລັດ, ເອກະຊົນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ຍົກໃຫ້ເຫັນວ່າ: ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າພວມພ້ອມກັນຕັ້ງໜ້າຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII ກໍຄືກອງປະຊຸມ 3 ຂັ້ນ ຢ່າງເປັນຂະບວນຟົດຟື້ນ ໂດຍສະເພາະໃນຂົງເຂດວຽກງານ ຖວທ ກໍພວມຂຸ້ນຂ້ຽວກະກຽມກອງປະຊຸມໃຫຍ່ ສະໄໝທີ V ຂອງອົງຄະນະພັກ ກະຊວງ ຖວທ ຊຶ່ງຈະໄຂຂຶ້ນໃນຕໍ່ໜ້ານີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ມື້ນີ້ ເປັນມື້ໜຶ່ງທີ່ເຕັມໄປດ້ວຍຄວາມໝາຍຄວາມສໍາຄັນທາງດ້ານປະຫວັດສາດທີ່ໜັກແໜ້ນ ເພື່ອພ້ອມກັນລະນຶກ 70 ປີ ວັນສື່ມວນຊົນ ແລະ ພິມຈໍາໜ່າຍ ທີ່ໄດ້ປະກອບສ່ວນໃນຂະບວນການປະຕິບັດພາລະກິດການຕໍ່ສູ້ປົດປ່ອຍປະເທດຊາດ ໃນແຕ່ລະໄລຍະ ນັບແຕ່ວັນທີ 13 ສິງຫາ 1950 ຈົນເຖິງປັດຈຸບັນ ກໍຄືໄລຍະສ້າງສາ ແລະ ພັດທະນາປະເທດຊາດ. ໃນໂອກາດດຽວກັນ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖວທ ກໍໄດ້ຂຶ້ນລາຍງານຕໍ່ພິທີໂຮມຊຸມນຸມ ໂດຍ ທ່ານ ໄດ້ຍົກໃຫ້ເຫັນມູນເຊື້ອແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ ຕະຫລອດໄລຍະ 70 ປີຜ່ານມາ ຊຶ່ງໄດ້ມີຫລາຍຜົນງານອັນພົ້ນເດັ່ນໃນການປະກອບສ່ວນໃນພາລະກິດຕໍ່ສູ້ ປົດປ່ອຍຊາດ; ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ໃນໄລຍະໃໝ່ ສື່ມວນຊົນ ແລະ ການພິມຈໍາໜ່າຍລາວ ຍັງສາມາດຮັກສາບົດບາດການເປັນກະບອກສຽງອັນແຫລມຄົມຂອງພັກ-ລັດ, ເປັນຜູ້ແນະນໍາ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງ ໂດຍໄດ້ຮັບຄວາມເຊື່ອຖືໃນການສະໜອງຂໍ້ມູນຂ່າວສານ, ສາລະຄວາມຮູ້, ສາລະບັນເທີງ ໃຫ້ແກ່ເປົ້າໝາຍຂອງຕົນ, ທັງສາມາດເຊື່ອມຕໍ່ຂໍ້ມູນຂ່າວສານ ໃນພາກພື້ນ ແລະ ສາກົນ.

ຈາກນັ້ນ, ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງ ຖວທ ຍັງໄດ້ໃຫ້ກຽດຂຶ້ນມອບລາງວັນ ແກ່ບັນດາອົງການສື່ມວນຊົນ ແລະ ການພິມຈໍາໜ່າຍ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຂົ້າໃນໂຄສະນາຕ້ານໄພພິບັດລະດັບຊາດ ໃນໄລຍະຜ່ານມາ ຊຶ່ງມີທັງໝົດ 40 ກວ່າພາກສ່ວນ. ໃນໂອກາດອັນສຳຄັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໂອ້ລົມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດານັກຮົບສື່ມວນຊົນ ແລະ ການພິມຈໍາໜ່າຍ ທຸກພາກສ່ວນທີ່ໄດ້ອຸທິດເຫື່ອແຮງສະຕິປັນຍາເຮັດສໍາເລັດພາລະກິດທີ່ມີກຽດສະຫງ່າຂອງຕົນ, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ສື່ມວນຊົນລາວ ທີ່ໄດ້ມີການພັດທະນາໄປຢ່າງບໍ່ຢຸດຢັ້ງ, ເວລາໃດກໍເປັນກະບອກສຽງອັນແຫລມຄົມ ໃຫ້ແກ່ພັກ ແລະ ລັດຖະບານ ຢ່າງຫ້າວຫັນ, ຢູ່ຄຽງບ່າຄຽງໄຫລ່ ໃນພາລະກິດທີ່ສຳຄັນຂອງຊາດ ບໍ່ວ່າຈະຢູ່ໃນໄລຍະຕໍ່ສູ້ກູ້ຊາດ ກໍຄື ໃນໄລຍະສ້າງສາພັດທະນາປະເທດຊາດ ຈົນເຖິງປັດຈຸບັນ.

ພ້ອມນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ສື່ມວນຊົນ ແລະ ການພິມຈໍາໜ່າຍ ສືບຕໍ່ເອົາໃຈໃສ່ວຽກງານທີ່ສໍາຄັນຈໍານວນໜຶ່ງ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ການເມືອງ ກໍຄື ຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນໄລຍະໃໝ່, ພ້ອມທັງເນັ້ນໃຫ້ສື່ມວນຊົນທຸກຂະແໜງການ ປັບປຸງເນື້ອໃນຂ່າວໃຫ້ມີຄວາມຫລາກຫລາຍ ສອດຄ່ອງກັບສະພາບການປ່ຽນແປງໃໜ່ ໂດຍສະເພາະ ໃນຍຸກສື່ສັງຄົມອອນລາຍ, ທີ່ສຳຄັນ ແມ່ນໃຫ້ປັບປຸງວິຖີການດຳລົງຊີວິດແບບໃໝ່ ເພື່ອເຮັດໃຫ້ການປະຕິບັດວຽກງານສື່ມວນຊົນ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ເຂັ້ມແຂງ ຂຶ້ນໄປເລື້ອຍໆ. ພາຍໃນງານໂຮມຊຸມນຸມໃນຄັ້ງນີ້, ຍັງໄດ້ຈັດງານວາງສະແດງຜົນງານການເຄື່ອນໄຫວຂອງສື່ມວນຊົນ ແລະ ການພິມຈໍາໜ່າຍ ຢູ່ທີ່ຫໍວັດທະນະທໍາແຫ່ງຊາດ ເຊິ່ງມີ 20 ກວ່າພາກສ່ວນເຂົ້າຮ່ວມ ເພື່ອເປັນການທົບທວນຫວນຄືນ ມູນເຊື້ອ, ເຕົ້າໂຮມຄວາມສາມັກຄີພາຍໃນ, ເພີ່ມຄວາມຮັບຮູ້ ແລະ ເຂົ້າໃຈທີ່ຖືກຕ້ອງຕໍ່ບົດບາດ, ໜ້າທີ່, ມູນເຊື້ອ ແລະ ຜົນງານຂອງສື່ມວນຊົນ ແລະ ການພິມຈຳໜ່າຍ, ທັງເປັນການປຸກລະດົມທົ່ວສັງຄົມປະກອບສ່ວນຮ່ວມສ້າງຄວາມເຂັ້ມແຂງໃນວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໃຫ້ກ້າວໜ້າໄປເລື້ອຍໆ.

ແຫຼ່ງຂ່າວ: ຂປລ.

2929แชร์ 1 ครั้งถูกใจแสดงความคิดเห็นแชร์

Comments