ບໍລິສັດຕັນຈົງ ມໍເຕີ(ລາວ) ຈຳກັດຜູ້ດຽວ ປະກາດຜູ້ໂຊກດີ ໄດ້ຮັບລາງວັນລົດໃຫຍ່ ທອງຄໍາແທ່ງ ແລະ ໂທລະພາບ ຈາກການຈັບສະຫຼາກຊິງໂຊກລົດນິສັນເທີລ່າ…

ໃນວັນທີ 11 ກໍລະກົດ ປີ 2020 ທີ່ຜ່ານມາ ບໍລິສັດຕັນຈົງ ມໍເຕີ(ລາວ) ຈຳກັດຜູ້ດຽວ (TCML) ທີ່ນຳເຂົ້າລົດນິສສັນ ພຽງຜູ້ດຽວໃນປະເທດລາວ ແລະ ຍັງເປັນສາຂາ ບໍລິສັດຕັນຈົງມໍເຕີ ໂຮນດີ້ງ ເບີຮັດ (ມາເລເຊຍ) ໄດ້ປະກາດຜູ້ທີ່ໄດ້ຮັບລາງວັນໃຫຍ່ ລົດນິສສັນ ເທີລ່າ ຜູ້ທີ່ໄດ້ຮັບລາງວັນ ແມ່ນ

ທ່ານ ນາງ ສຸດາລັດ ມາລາວົງ ບ້ານ ນາໝາກ ເມືອງ ທຸລະຄົມ ແຂວງວຽງຈັນ

 ທ່ານ ນາງ ທະນູສອນ ທະຍາລາດ  ບ້ານ ເມືອງນ້ອຍ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ.

 ທ່ານ ສົມຈັນ ບຸນເລີດ    ບ້ານ ດົງປາລານທົ່ງ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ.

ທ່ານ ລີມຊີຄຽງ ຫົວໜ້າປະຈຳລາວ ຂອງ ບໍລິສັດ ຕັນຈົງມໍເຕີ ໂຮນດີ້ງ (ລາວ) ໄດ້ກ່າວວ່າ ‘ຈາກປະສົບການໃນການໃຊ້ເວລາກັບລົດເຈົ້າຕ້ອງໃຊ້ເວລາໃນການຮຽນຮູ້ ແລະ ທົດສອບໃນການຂັບຂີ່ວ່າມັນເຫມາະສົມກັບຮູບແບບການໃຊ້ຊີວິດຂອງທ່ານ ເພື່ອຄວາມໝັ້ນໃຈວ່າ ທ່ານໄດ້ຕັດສິນໃຈເລືືອກຢ່າງຖືກຕອ້ງ.

ບໍລີສັດຕັນຈົງມໍເຕີລາວ  ໄດ້ຈັດໂປຮໂມຊັ່ນຊື້ລົດລຸ້ນຮັບລົດນິສສັນເທີລ່າ ແລະ ໄດ້ຈັດງານຈັບສະຫລາກຫາຜູ້ໂຊກດີນີ້ ເພື່ອສະແດງຄວາມຂອບໃຈ ແລະ ຄວາມຮູ້ບຸນຄຸນມາຍັງລູກຄ້າທຸກທ່ານທີ່ໄວໃຈ ແລະ ເລືອກຊື້ລົດນິສສັນ.

 ຄວາມຮູ້ສຶກຂອງຜູ້ໂຊກດີທີ່ໄດ້ຮັບລາງວັນໃຫ່ຍ ລົດນິສສັນເທີລ່າ 

ທ່ານ ນາງ ສຸດາລັດ ມາລາວົງ : ເມື່ອຂ້ອຍໄດ້ຍິນສຽງປະກາດຈາກພິທີກອນ ວ່າ ທ່ານ ນາງ ສຸດາລັດ ມາລາວົງ ທີແລກຂ້ອຍບໍ່ເຊືອວ່າຂ້ອຍໄດ້ລາງວັນ ລົດນີສສັນ ເທີລ່າ ມັນຊາໄປຫນົດໂຕ ແລະນັ່ງຕັ້ງສະຕິຈຶ່ງລຸກຂຶ້ນມັນຕື່ນເຕັ້ນ ແລະ ດີໃຈຫລາຍ ຂ້ອຍຕ້ອງຂໍຂອບໃຈ ບໍລິສັດ ຕັນຈົງ ມໍເຕີ ລາວ ( ນິສສັນ ລາວ ) ທີ່ໄດ້ມອບລາງວັນໃຫຍ່ແບບນີ້ໃຫ້ແກ່ຂ້ອຍ ແລະ ຄອບຄົວ.

ໂປຮໂມຊັ່ນຊື້ລົດລຸ້ນລົດນິສສັນເທີລ່ານີ້ ແມ່ນເລີ່ມຕັ້ງແຕ່ເດືຶອນ ກໍລະກົດ ປີ2019 ຜູ້ທີ່ມີເງື່ອນໄຂໃນການເຂົ້າຮ່ວມງານຈັບສະຫລາກລຸ້ນຮັບລົດນິສສັນ ແມ່ນລູກຄ້າທີ່ຊື້ລົດລົດນິສສັນ ນາວາລາ , ເອັກເທວ ແລະ ເອີແວນ (ລົດຕູ້) ໃນຊ່ວງໄລຍະເວລາໂປຮໂມຊັ່ນນີ້ ທ່ານ ຈະມີສິດໜຶ່ງຄັ້ງ ໃນການຈັບສະຫລາກປະຈຳເດືອນ ແລະ ມີສິດລຸ້ນອີກຄັ້ງທີ 1 ໃນການຈັບສະຫລາກລາງວັນໃຫຍ່.

ສຳລັບລູກຄ້າທີ່ຊື້ລົດ ນິສສັນ ເທີລ່າ ແລະ ອອກລົດ ໃນໄລຍະເວລາ ໂປຮໂມຊັ່ນນີ້ ຈະໄດ້ຮັບສິດເຖິງສອງຄັ້ງ ( ຄືໄດ້ຄູປອງສອງໃບ ) ໃນການຈັບສະຫລາກປະຈຳເດືອນ ແລະ ຈັບສະຫລາກລາງວັນໃຫຍ່.

   ນິສສັນ ໄດ້ເຕີບໂຕຢ່າງຕໍ່ເນື່ອງ ໃນປະເທດລາວ ຄວາມເພິ່ງພໍໃຈຂອງລູກຄ້າ ຈື່ງຖືເປັນຫລັກສຳຄັນ ແລະ ບໍລິສັດ ຕັນຈອງ ມໍເຕີລາວ ໄດ້ມີຄວາມມຸ່ງໝັ້ນ ມອບການບໍລິການໃຫ້ຄຳປືກສາ ກ່ອນແນະນຳກ່ອນທີ່ຈະຊື້ລົດນິສສັນ ແລະ ບໍລິການຫລັງການຂາຍໃຫ້ດີທີ່ສຸດພ້ອມຂະຫຍາຍສາຂາອອກສູ່ແຂວງຕ່າງໆ.

ລູກຄ້າທີ່ມາຢ້ຽມຢາມງານວາງສະແດງໂຊລົດ ໃນງານຈັບສະຫລາກ ທາງບໍລິສສັນ ຕັນຈົງ ມໍເຕີ ລາວ ໄດ້ກຽມລົດ ນິສສັນເທີລ່າ, ນິສສັນ ນາວາລາ ພີມຽມ , ນິສສັນເອັກເທວ ແລະ ຜູ້ທີ່ຈອງລົດໃນງານນີ້ ຈະໄດ້ຮັບສິດທິ ແລະ ສ່ວນຫລຸດພິເສດ.

ສຳລັບຂໍ້ມູນເພີ່ມເຕີມ ກ່ຽວກັບລົດນິສສັນທຸກລຸ້ນໃນລາວ ຕິດຕາມຜ່ານທາງເພຈ ນິສສັນລາວ NissanLaos ຫລືໂທຕິດຕໍ່ສອບຖາມ 02076224494

ກ່ຽວກັບບໍລິສັດຕັນຈອງມໍເຕີ ລາວ ຈຳກັດພຽງຜູ້ດຽວ

ບໍລິສັດຕັນຈອງມໍເຕີ (ລາວ)ຈຳກັດພຽງຜູ້ດຽວ (TCML) ແມ່ນ ສາຂາບໍລິສັດ ໂຮນດີ້ງ (ມາເລເຊຍ)

ຊຶ່ງເປັນຜູ້ນຳເຂົ້າ ລົດນິສສັນ ພຽງຜູ້ດຽວໃນ ສ ປ ປ ລາວ ໄດ້ເປີດສູນ ນີສສັນ 3S ສູນທຳອິດໃນນະຄອນຫລວງວຽງຈັນ ຈາກນັ້ນບໍລິສັດ TCML ແມ່ນໄດ້ສ້າງ ສະຖິຕິ ຍອດຂາຍທີ່ໂດດເດັ່ນ ໃນຕະຫລາດລົດໃນປະເທດລາວ ດ້ວຍລົດກະບະ ນິສສັນນາວາລ່າ ແລະ ນິສສັນເອັກເທວ.

ບໍລິສັດ TCML ໄດ້ຮັບລາງວັນ the 2016 Nissan Global Award ຊຶ່ງເປັນລາງວັນລະດັບໂລກ ທີ່ໃຫ້ການຍອມຮັບຕົວແທນຈຳຫນ່າຍ ນິສສັນ ອີງຕາມຜົນປະກອບການທີ່ໂດດເດັ່ນ ໃນສົກປີ 2018.

ລາຍການໄລສສົດແຈກຂອງລາງວັນໃຫ້ລູກຄ້າໃນແຕ່ລະເດືອນທີ່ຜ່ານມາ

ເດືອນກໍລະກົດ 19 :  https://www.facebook.com/NissanLaos/videos/2216997155276483/

ເດືອນສິງຫາ 19 : https://www.facebook.com/NissanLaos/videos/664727897380201/

ເດືອນກັນຍາ 19 : https://www.facebook.com/NissanLaos/videos/752670785161544/

ເດືອນຕຸລາ 19 : https://www.facebook.com/NissanLaos/videos/821957314887125/

ເດືອນພະຈິກ 19 : https://www.facebook.com/NissanLaos/videos/2505561133049903/

ເດືອນທັນວາ 19: https://www.facebook.com/NissanLaos/videos/314611546093118/

ເດືອນມັງກອນ 20 : https://www.facebook.com/NissanLaos/videos/843002699495355/

ເດືອນກຸມພາ 20 : https://www.facebook.com/NissanLaos/videos/225383288609283/

ສໍາລັບຂໍ້ມູນເພີ່ມເຕີມ ກ່ຽວກັບລົດນິດສັນທຸກລຸ້ນໃນລາວ, ກະລຸນາເຂົ້າເບິ່ງ ເວັບໄຊຂອງນິດສັນລາວ ຫລືຕິດຕາມໜ້າເພຈເຟັສບຸກຂອງນິດສັນລາວ ຢູ່ທີ່ fb.com/NissanLaos/.

ຫລືລູກຄ້າສະດວກສາຂາໃດຕິດຕໍ່ສອບຖາມຕາມເບີດ້ານລຸ່ມນີ້ເລີຍ

ສອບຖາມຂໍ້ມູນເພີ່ມເຕີມ:

☎ສຳນັກງານໃຫຍ່ ນະຄອນຫຼວງ ຈອມແຈ້ງ : 021 316 072-3

☎ສາຂາ ດອນແດງ ນະຄອນຫຼວງ : 021 565 056

☎ສາຂາ ສະຫວັນນະເຂດ : 020 5555 7843

☎ສາຂາ ປາກເຊ : 020 2377 2323

Comments