ເຕືອນ!! ທ້າຍເດືອນກັນຍາ ແລະ ຕົ້ນເດືອນຕຸລາ ປະຊາຊົນກຽມຮັບມືກັບພາຍຸ 2 ລູກ

ອີງຕາມສູນພະຍາກອນອາກາດ ອົງກອນອຸຕຸນິຍົມໂລກໃຫ້ຮູ້ວ່າ: ຈະມີພາຍຸໝຸນເຂດຮ້ອນ 2 ລູກ ພັດຜ່ານປະເທດລາວ ໃນລະຫວ່າງທ້າຍເດືອນ ກັນຍາ ແລະ ຕົ້ນເດືອນ ຕຸລາ 2020 ນີ້ ເຊິ່ງຈະເຮັດໃຫ້ມີຝົນຕົກໜັກ ແລະ ຫຼຸດເກນປົກກະຕິ ອາດກໍ່ໃຫ້ເກີດມີລົມພັດແຮງ,​ດິນໄຫຼເຈື່ອນ, ນໍ້າຖ້ວມຊຸ ແລະ ນໍ້າຖ້ວມອັ່ງ, ນໍ້າປ່າໄຫຼຍູ້ກະທັນຫັນ ໂດຍສະເພາະຢູ່ທາງພາກກາງ ແລະ ພາກໃຕ້.

ສະເພາະສະພາບອາກາດ ໃນລະຫວ່າງວັນທີ 27-28 ສິງຫານີ້, ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງໃຫ້ຮູ້ວ່າ ຈະມີຝົນຕົກໜັກຢູ່ເຂດພາກເໜືອ ແລະ ພາກກາງ. ຄາດຄະເນປະລິມານນໍ້າຝົນສະສົມໃນເດືອນສິງຫານີ້ ຈະມີຝົນຕົກຫຼຸດເກນປົກກະຕິິ (ຕົກໜ້ອຍ) ຢູ່ບາງເຂດເຊັ່ນ:​ແຂວງຜົ້ງສາລີ, ຊໍາເໜືອ, ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ບໍລິຄຳໄຊ,​ຈຳປາສັກ, ສາລະວັນ ແລະ ອັດຕະປື. ພ້ອມກັນນີ້,​ຈະມີຝົນຕົກປົກກະຕິ ຄ່ອຍ-ປານກາງ ຢູ່ເຂດເມືອງວຽງໄຊ, ແຂວງຊຽງຂວາງ, ຫຼວງພະບາງ, ໂພນໂຮງ, ທ່າແຂກ, ສະຫວັນນະເຂດ, ເຊໂນ ແລະ ເຊກອງ. ສະພາບລວມຄາດຄະເນປະລິມານນໍ້າຝົນສະສົມປະຈຳເດືອນສິງຫາ ຫາ ເດືອນຕຸລາປີ 2020 ຈະມີຝົນຫຼຸດປົກກະຕິ ເປັນສ່ວນຫຼາຍໃນແຕ່ລະພາກ, ມີພຽງບາງແຂວງເທົ່ານັ້ນ ທີ່ຈະມີຝົນຢູ່ໃນເກນປົກກະຕິ ເຊັ່ນ:​ ຊໍາເໜືອ,​ຊຽງຂວາງ,​ ຫຼວງນໍ້າທາ, ອຸດົມໄຊ, ບໍ່ແກ້ວ, ປາກຊັນ, ທ່າແຂກ ແລະ ສະຫວັນນະເຂດ.

ແຫຼ່ງຂໍ້ມູນ:​ https://l.facebook.com/l.php?

Comments