ເປັນຫຍັງ? Acer​ ໄດ້ກຳໄລເພີ່ມຍ້ອນໂຄວິດ-19…

ບໍລິສັດ PC Firm Acer ລາຍງານຜົນກໍາໄລເກີນຄາດຈາກການສັ່ງຊື້ອຸປະກອນ ສໍາລັບເຮັດວຽກ ແລະ ການສຶກສາຢູ່ເຮືອນ. Acer ຜູ້ຈໍາໜ່າຍ PC ອັນດັບທີ 5 ຂອງໂລກ ລາຍງານໃນອາທິດນີ້ວ່າ ໄດ້ຮັບຜົນກໍາໄລສູງເກີນຄາດໃນໄຕມາດທີ 2 ຈາກຄວາມຕ້ອງການ Hardware ທີ່ແຂງແຮງເຊິ່ງຊ່ວຍໃຫ້ຜູ້ຄົນປັບເຂົ້າກັບຍຸກຂອງການເຮັດວຽກ ແລະ ການສຶກສາໄລຍະໄກໄດ້.

ບໍລິສັດ ໄຕ້ຫວັນລາຍງານ ໃນວັນພຸດທີ່ຜ່ານມາວ່າ ມີລາຍຮັບສຸດທິໃນໄຕມາດທີ 2 ຈຳນວນ 40,8 ລ້ານໂດລາ ສະຫະລັດ, ເຊິ່ງສູງກວ່າການຄາດການຂອງນັກວິເຄາະທີ່ສໍາຫຼວດໂດຍ Bloomberg, ລາຍໄດ້ຈາກການດໍາເນີນງານໄຕມາດຂອງ NTຢູ່ທີ່ 2,13 ພັນລ້ານໂດລາສະຫະລັດ, Acer ບັນທຶກອັດຕາກໍາໄລສູງ 3,2%.


Acer ເປັນສ່ວນໜຶ່ງຂອງແນວໂນ້ມໃນອຸດສາຫະກໍາ ໃນໄຕມາດທີ 2 ເນື່ອງຈາກການປິດຕົວລົງຢ່າງຕໍ່ເນື່ອງໃນເອີຣົບ ເຮັດໃຫ້ຜູ້ບໍລິໂພກໃຊ້ເວລາເທິງອິນເຕີເນັດຫຼາຍຂຶ້ນ ສໍາລັບການຫຼິ້ນເກມ PC, ການສົນທະນາທາງວິດີໂອທາງສັງຄົມ ຫຼືການແຊຣ໌, ການສະຕຣີມວິດີໂອ ແລະ ການຊື້ເຄື່ອງອອນລາຍ. ການຈັກສົ່ງ PC ຂ້າມແບນ ເພິ່ມຂຶ້ນ 2,8% ເມື່ອທຽບເປັນລາຍປີໃນໄຕມາດນີ້ເປັນ 64,8 ລ້ານເຄື່ອງ ຈາກການວິໄຈຂອງ Gartner. ຈາກຍອດຂາຍໃນໄຕມາດທີ 2 ຂອງ Acer 64%, ເປັນໂນດບຸກ Dektop 11% ແລະ ຈໍສະແດງຜົນ 12%. ໂດຍສັງເກດເຫັນວ່າ ຍອດຂາຍໂນດບຸກເພິ່ມຂຶ້ນ 6% ໃນໄຕມາດທໍາອິດ.


Tsai ກ່າວເສີມວ່າ: ຕະຫຼາດຜູ້ບໍລິໂພກມີຈໍານວນຫຼາຍເມື່ອທຽບກັບລູກຄ້າລະດັບອົງກອນເປັນຈຸດທີ່ສຳຄັນສໍາຫຼັບ Acer. ເນື່ອງຈາກລັດຖະບານສັ່ງໃຫ້ຮ້ານຄ້າໂຮງຮຽນ ແລະ ສໍານັກງານປິດເພື່ອຄວບຄຸມການແຜ່ລະບາດຂອງ ໂຄວິດ-19 ເຮັດໃຫ້ຫຼາຍຄົນຫັນມາໃຊ້ອິນເຕີເນັດຫຼາຍຂຶ້ນ ເຊິ່ງສົ່ງຜົນໃຫ້ອຸປະກອນ Hardware ຂາຍດີ ໂດຍລາຍຮັບໃນເດືອນມີນາຂອງ Acer ເພິ່ມຂຶ້ນ 114,3% ຈາກເດືອນກຸມພາ ລວມມູນຄ່າປະມານ 800 ລ້ານໂດລາສະຫະລັດ ຫຼື ເພິ່ມຂຶ້ນ 2,2% ຈາກເດືອນມີນາ ປີຜ່ານມາ.

Comments