ເກົາຫຼີໃຕ້ ຈະສ້າງເຮືອບັນທຸກຍົນ ລຳທຳອິດ

ກະຊວງຍຸດຕິທຳເກົາຫຼີໃຕ້ ປະກາດແຜນລະດັບຊາດ ປະຈຳປີ 2021-2025 ໂດຍໜຶ່ງໃນນັ້ນຄືການສ້າງເຮືອບັນທຸກຍົນພາຍໃນປີໜ້າ ແລະ ຈະຈັດຊື້ຍົນສູ້ຮົບຈາກອາເມລິກາມາປະຈຳການໃນເຮືອນຳ ຫຼັງຈາກທີ່ເຄີຍເວົ້າໄວ້ໃນປີຜ່ານມາ.

ທາງການເປີດເຜີຍວ່າ ເຮືອບັນທຸກຍົນຈະມີຂະໜາດ 30,000 ໂຕນ ສາມາດບັນທຸກທັງທະຫານ ແລະ ຍຸດໂທປະກອນ ພ້ອມທັງກອງທັບປາບປາມໄພຄຸກຄາມ, ລວມທັງຂົນກອງກຳລັງ ແລະ ອາວຸດ ໄປພື້ນທີ່ທະເລ, ໃນຂະນະດຽວກັນຍົນສູ້ຮົບທີ່ຈະປະຈຳການນັ້ນຕ້ອງຂຶ້ນ-ລົງ ດິ່ງໄດ້.

ມີການຄາດການກັນວ່າ ເກົາຫຼີໃຕ້ຈະຊື້ຍົນສູ້ຮົບ F-35B ຈາກສະຫະລັດອາເມລິກາ ເຊິ່ງເໝາະສົມກັບເຮືອບັນທຸກຍົນຂະໜາດນ້ອຍ ແລະ ເປັນພຽງລຸ້ນດຽວໃນໂລກ ທີ່ບິນຂຶ້ນ-ລົງ ແນວດິ່ງໄດ້ ຕາມທີ່ເກົາຫຼີໃຕ້ຕ້ອງການ ໂດຍມີພຽງແຕ່ອາເມລິກາ ແລະ ຍີ່ປຸ່ນເທົ່ານັ້ນທີ່ນຳຍົນສູ້ຮົບ F-35B ມາປະຈຳການ.

ປີ 2018 ທີ່ຜ່ານມາ ຍີ່ປຸ່ນປະກາດຮັບປ່ຽນເຮືອພິຄາດບັນທຸກເຮລິຄອບເຕີອິຊຸມິ ໃຫ້ບັນທຸກຍົນສູ້ຮົບ F-35B ເຊິ່ງຖືເປັນທ່າທີທີສຳຄັນ, ເນື່ອງຈາກຍີ່ປຸ່ນບໍໄດ້ສົ່ງເຮືອບັນທຸກຍົນ ສູ່ທະເລຕັ້ງແຕ່ໄລຍະຫຼັງສົງຄາມໂລກຄັ້ງທີ II.

ເຖິງຢ່າງໃດກໍຕາມ, ແມ່ນວ່າທາງການເກົາຫຼີໃຕ້ ຈະບໍ່ໄດ້ເວົ້າເຖິງຄ່າໃຊ້ຈ່າຍໃນຄັ້ງນີ້ ແຕ່ທາງການສະຫະລັດອາເມລິກາ ລາຍງານລາຄາຂອງເຮືອໂຈມຕີສະເທີນນໍ້າສະເທີນບົກ ຢູເອສເອສ ອາເມລິກາ (USS America) ເຊິ່ງແພງກວ່າເຮືອບັນທຸກຍົນທີ່ເກົາຫຼີໃຕ້ຈະສ້າງປະມານ 25-30% ຫຼືວ່າຢູ່ທີ່ 4,000 ລ້ານໂດລາສະຫະລັດ ແລະ ຍົນສູ້ຮົບ F-35B ລາຄາລຳລະ 122 ລ້ານໂດລາສະຫະລັດ.

ແຫຼ່ງຂໍ້ມູນ: https://www.posttoday.com/world/630577

Comments