ລັດຖະມົົນຕີກະຊວງສຶກສາ ຕ້ອນຮັບຜູ້ຕາງໜ້າ ອົງການອຸຍນີເຊັບ ຄົນໃໝ່ປະຈຳລາວ

ວັນທີ 13 ສິງຫາ 2020 ນີ້, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການຢ້ຽມຂໍ່ານັບ ຂອງທ່ານ ດຣ ນາງ ເພຍ ຣີແບນໂລ ບະຣິດໂຕ (Dr Pia Rebello Britto), ຜູ້ຕາງໜ້າຂອງອົງການ UNICEF ຄົນໃໝ່ ປະຈຳ ສປປ ລາວ.
ໂອກາດນີ້, ທ່ານນາງ ແສງເດືອນ ຫລ້າຈັນທະບູນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງທ່ານ ດຣ ນາງ ເພຍ ຣີແບນໂລ ບະຣິດໂຕ, ພ້ອມທັງສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ການຊ່ວຍເຫລືອຂອງອົງການ UNICEF ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ແລະ ກິດຈະກຳຕ່າງໆດ້ານການສຶກສາ ພາຍໃຕ້ແຜນງານຂອງອົງການ UNICEF ທີ່ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເປັນຕົ້ນ ແມ່ນບັນດາໜ້າວຽກບູລິມະສິດ ຕິດພັນກັບການສົ່ງເສີມການສຶກສາ ກໍຄື ການຮັບປະກັນໃຫ້ເດັກນ້ອຍລາວທຸກຄົນໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ດີ.

ພ້ອມນີ້, ທ່ານ ຍັງໄດ້ສະແດງຄວາມຂອບໃຈ ອົງການອຸຍນີເຊັບ ທີ່ໃຫ້ການສະໜັບໜູນ ກະຊວງສຶກສາທິການ ແລະ ກິລາ ດ້ານການປ້ອງກັນ ແລະ ຄວບຄຸມ ພະຍາດໂຄວິດ 19, ລວມຂະບວນການ “ປອດໄພກັບໄປ ໂຮງຮຽນ” ແລະ ການພັດທະນາລາຍການໂທລະພາບ ສຳລັບເດັກກ່ອນໄວຮຽນ “ເຮືອນຂອງຂ້ອຍ” ເພື່ອໃຫ້ເດັກໄດ້ຮຽນເວລາຢູເຮືອນ.


ສຳລັບທິດທາງການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍຈະໄດ້ສືບຕໍ່ສຸມໃສ່ການຈັດຕັ້ງປະຕິບັດແຜນການຮ່ວມມື ດ້ານການສຶກສາ ລະຫວ່າງ ອົງການ UNICEF ແລະ ລັດຖະບານລາວ ສົກປີ 2017-2021. ແຜນການຮ່ວມມືດັ່ງກ່າວ ແມ່ນມີຄວາມສຳຄັນຍິ່ງໃນການປະກອບສ່ວນຊ່ວຍສະໜັບສະໜູນ ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ໂດຍສະເພາະແມ່ນການປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງ (SDGs) ດ້ານການສຶກສາ ແຕ່ນີ້ຮອດປີ 2030 ແລະ ການພັດທະນາຄົນລາວ ຮຸ່ນປີ 2030.
ທ່ານ ດຣ ເພຍ ຣີແບນໂລ ບະຣິດໂຕ ກໍໄດ້ຢືນຢັນວ່າ ອົງການ UNICEF ຈະສືບຕໍ່ໃຫ້ການຮ່ວມມືຢ່າງເຕັມສ່ວນ ກັບລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນການຮ່ວມມື ລະຫວ່າງ ອົງການ ແລະ ລັດຖະບານລາວ ໃຫ້ໄດ້ຮັບໝາກຜົນສູງສຸດ.

Comments