Author Archives: admin target

ສະຫະພັນແມ່ຍິງຄະນະພົວພັນຕ່າງປະເທດສູນກາງພັກ ເປີດກອງປະຊຸມໃຫຍ່ຄັ້ງທີ I

ກອງປະຊຸມໃຫ່ຍຂອງສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 19 ສິງຫາ 2020, ໂດຍການເປັນປະທານຂອງ ສະຫາຍ ນາງ ພອນດາວັນ ພີນສະຫວັນ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະ ຫະພັນແມ່ຍິງ ຄຕພ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສູນທອນ ໄຊຍະຈັກ ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ນາງ ບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີບັນດາສະຫາຍ ໃນຄະນະພັກ, ເລຂາບັນດາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ຄະນະບໍລິຫານງານສະຫະພັນແມ່ຍິງ, ບັນດາສະ ມາຊິກແມ່ຍິງ ຄຕພ, ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ຄະນະພົວພັນຕ່າງປະເທດສູນກາງພັກ ໄລຍະ 4 ປີຜ່ານມາ ທີ່ສະເໜີໂດຍ ສະຫາຍ ນາງ ພອນດາວັນ ພີນສະຫວັນ ໂດຍໄດ້ຕີລາຄາຢ່າງເລິກເຊິ່ງ ແລະ ຮອບດ້ານຕໍ່ຜົນສໍາເລັດໃນການຊີ້ນໍາໆພາຂອງ ຄະນະບໍລິຫານງານສະຫະພັນແມ່ຍິງ ຄຕພ ທີ່ຍາດມາໄດ້ໃນໄລຍະຜ່ານມາ ...

Read More »

ເຂດຮ່ອມພູ Death Valley ຢູ່ ລັດຄາລີຟໍເນຍ ບັນທຶກ ອຸນຫະພູມສູງສຸດໃນໂລກ

ສະຖິຕິອຸນຫະພູມສູງສຸດຂອງໂລກ ໃໝ່ 54,4 ອົງສາ C ອາດຈະຖືກກຳນົດໄວ້ໃນເຂດຮ່ອມພູ Death Valley ຢູ່ລັດ ຄາລິຟໍເນຍ ສະຫະລັດອາເມລິກາ. ເຈົ້າໜ້າໄດ້ວັດແທກດ້ວຍເຄື່ອງມືທີ່ທັນສະໄໝ ໂດຍພົບວ່າ ມີອຸນຫະພູມເຖິງ 54,4 ອົງສາ C (130 ອົງສາ Fahrenheit) ຖືກບັນທຶກໄວ້ໃນຮ່ອມພູແຫ່ງລັດຄາລິຟໍເນຍໃນວັນຈັນຜ່ານມາ ເຊິ່ງອາດຈະເປັນອຸນຫະພູມທີ່ຮ້ອນທີ່ສຸດເທົ່າທີ່ເຄີຍມີມາ. ອຸນຫະພູມສູງສຸດແມ່ນກຳນົດ ໃນ ເດືອນກໍລະກົດ ປີ 1931 ທີ່ເມືອງ Kebili, ຕູນິເຊຍ, ອຸນຫະພູມ 131 ຟາເລນຮາຍ ຫຼື 55.0 ອົງສາ ​​​C ແຕ່ກໍຍັງສືບຫາຄວາມຈິງຢູ່ວ່າເປັນຄວາມຈິງບໍ. ໃນປີ 2016 ແລະ 2017, ສະພາບອາກາດໃນເມືອງ Mitribah, Kuwait ແລະ Turbat, ປະເທດ Pakistan ມີອຸນຫະພູມ 54 ອົງສາ C. ຫຼັງຈາກການປະເມີນຜົນໂດຍອົງການອຸຕຸນິຍົມໂລກແມ່ນໄດ້ຖືກຫຼຸດລົງ. ໃນທົ່ວໂລກ 5 ປີ ຜ່ານມາ ເປັນປີທີ່ຮ້ອນທີ່ສຸດໃນປະຫວັດສາດ . ...

Read More »

ຄກລ ເລັ່ງປະຕິບັດບັນດາຕົວຄາດໝາຍ ສູ້ຊົນໃຫ້ສາມາດບັນລຸຜົນສຳເລັດ…

ໃນ 6 ເດືອນທ້າຍປີ 2020 ນີ້, ໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ຈະເລັ່ງໃສ່ປະຕິບັດແຜນບັນດາຕົວຄາດໝາຍສູ້ຊົນ ຂອງບັນດາໜ້າວຽກຕ່າງໆ ໃຫ້ສາມາດບັນລຸໄດ້ຕົວເລກຜົນສຳເລັດ ຕາມແຜນປະຕິບັດງານ ທີ່ໄດ້ມີການສະເໜີປັບປຸງ ແລະ ໄດ້ຮັບການອະນຸມັດຢ່າງເປັນທາງການ, ເພື່ອຮັບ ປະກັນໄດ້ຜົນສຳເລັດຂອງແຜນປີ. ເຖິງແມ່ນວ່າໄລຍະຜ່ານມາ ການປະຕິບັດງານພາກສະໜາມ ຈະໄດ້ຮັບຜົນກະທົບ ຈາກການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາດ້ານງົບປະມານກໍຕາມ, ທ່ານ ບຸນພາມິດ ໂສມວິຈິດ ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ ກ່າວໃນກອງປະຊຸມຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 18 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ. ທ່ານກ່າວຕື່ມວ່າ: ຄກລ ຈະສູ້ຊົນປະຕິບັດຕົວຕາມເລກຄາດໝາຍ ຂອງບັນດາໜ້າວຽກຕ່າງໆ ໂດຍສະເພາະ ວຽກງານໂຄສະນາສຶກສາຄວາມສ່ຽງໃຫ້ໄດ້ 182 ບ້ານ, ວຽກງານສຳຫລວດບໍ່ແມ່ນດ້ານວິຊາການ 61 ບ້ານ, ວຽກງານສຳຫລວດດ້ານວິຊາການ 1.890 ເຮັກຕາ, ວຽກງານເກັບກູ້ 1.403 ເຮັກ ຕາ. ພ້ອມກັນນີ້, ດ້ານວຽກງານທຳລາຍເຄື່ອນທີ່, ວຽກງານກົນຈັກຕັດຫຍ້າໃຫ້ໄດ້ 100 ເຮັກຕາ ແລະ ວຽກງານກົນຈັກທຳລາຍລະເບີດລູກຫວ່ານ ...

Read More »

ເກີດແຜ່ນດິນໄຫວຢູ່ຟີລິບປິນ ບາດເຈັບ 43 ຄົນ…

ຕາມ​ແຫ​ລ່ງຂ່າວ ຂອງຟີລິບປິນ, ວັນທີ 18 ສິງຫາ, ເກີດເຫດແຜ່ນດິນໄຫວ ຂະໜາດ 6,6 ລິກເຕີ ​ຢູ່ເມືອງ ຄາຕາອິນກັນ ແຂວງ ມັສບາເຕ ທາງພາກກາງຂອງ ຟີລິບປິນ. ​ເຮັດ​ໃຫ້ ປະຊາຊົນ ຕ້ອງອອກຈາກ ເຮືອນຊານ ອາຄານ ແລະ ທ້ອງຖະໜົນ ໄດ້ຮັບຄວາມ ເສຍຫາຍ ສົ່ງ​ຜົນ​ໃຫ້ ມີຜູ້ເສຍຊີວິດ ຢ່າງໜ້ອຍ 1 ຄົນ ແລະ ບາດເຈັບ 43 ຄົນ.  ​ປັດຈຸບັນ, ເຈົ້າໜ້າທີ່ກູ້​ໄພ ຟິລິບ​ປີນ ​ພວມເລັ່ງຄົ້ນຫາ ແລະ ຊ່ວຍເຫລືອ ຜູ້ປະສົບ​ເຄາ​ະດັ່ງກ່າວ. ສ່ວນສະຖາບັນ ແຜ່ນດິນ ໄຫວວິທະຍາ ຟີລິບປິນ ລາຍງານວ່າ: ເກີດແຮງສັ່ນສະເທືອນ ຕາມມາ ຈາກແຜ່ນດິນໄຫວ ຫລື ອາຟເຕີຣຊອກ ໃນຟີລິບປິນ ຢ່າງໜ້ອຍ 24 ຄັ້ງ, ໂດຍຄັ້ງຮຸນແຮງ ທີ່ສຸດ ມີຂະໜາດ 3,8. ແຫຼ່ງຂໍ້ມູນ:​ https://www.facebook.com/plugins/post.php?

Read More »

ສະຖິຕິການຂຶ້ນທະບຽນຍານພາຫະນະ ຢູ່ ສປປ ລາວ ແຕ່ລະປີເພີ່ມຂຶ້ນປະມານ 14%

ການຄຸ້ມຄອງຍານພາຫະນະທາງບົກ ຢູ່ ສປປ ລາວ ໃນໄລຍະຜ່ານມາ ແມ່ນມີບາດກ້າວຂະຫຍາຍຕົວຢ່າງວ່ອງໄວ, ຊຶ່ງສະແດງອອກໃນສະຖິຕິ ການຂຶ້ນທະບຽນຍານພາຫະນະໃນແຕ່ລະປີ ເພີ່ມຂຶ້ນປະມານ 14%. ໄປຄຽງຄູ່ກັນນີ້, ພວກເຮົາກໍໄດ້ສ້າງນິຕິກໍາ ໃຕ້ກົດໝາຍຈໍານວນໜຶ່ງ ເຂົ້າໃນການຄຸ້ມຄອງຍານພາຫະນະທາງບົກ ໄດ້ເປັນເງື່ອນໄຂໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ຍານພາຫະນະທາງ ບົກ ປະສົບຜົນສໍາເລັດເປັນກ້າວໆມາ ໂດຍສະເພາະການນໍາເຂົ້າ, ຜະລິດ, ປະກອບ, ຂຶ້ນທະບຽນ, ກວດ ກາເຕັກນິກ ແລະ ນໍາໃຊ້ໃນ ສປປ ລາວ. ເຖິງຢ່າງໃດກໍຕາມ ນິຕິກໍາໃຕ້ກົດໝາຍກ່ຽວກັບຍານພາຫະນະທາງບົກໃນປັດຈຸບັນ ຍັງບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງການຂະຫຍາຍຕົວກ່ຽວກັບວຽກງານຍານພາຫະນະທາງບົກ ບໍ່ທັນສອດຄ່ອງ ແລະ ແທດເໝາະກັບສະພາບການຂະຫຍາຍຕົວ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນໄລຍະໃໝ່. ຂໍ້ມູນດັ່ງກ່າວ ໄດ້ຮັບການລາຍງານຈາກ ທ່ານ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນກອງປະຊຸມກວດກາ ຄວາມສອດຄ່ອງທາງດ້ານກົດໝາຍຕໍ່ຮ່າງກົດໝາຍ ວ່າດ້ວຍຍານພາຫະນະທາງບົກ ເມື່ອທ້າຍອາທິດທີ່ຜ່ານມາ ແລະ ທ່ານຍັງໃຫ້ຮູ້ອີກວ່າ: ອີງໃສ່ການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ເຫັນວ່າການຄຸ້ມຄອງຍານພາຫະນະ ຍັງບໍ່ທັນແທດເໝາະກັບສະພາບຕົວຈິງ ໂດຍສະເພາະ ແມ່ນການນໍາເຂົ້າ, ຈໍາໜ່າຍ, ຂຶ້ນທະບຽນ, ...

Read More »

ຍົນ Mach 5 ບິນຈາກ New York ໄປ Paris ໃນເວລາປະມານ 90 ນາທີ…

ບໍລິສັດການບິນອະວະກາດທີ່ເອີ້ນວ່າ: "Hermeus" ໄດ້ປະກາດສັນຍາກັບກອງທັບອາກາດສະຫະລັດອາເມລິກາ, ຜູ້ອຳນວຍການບໍລິຫານຍົນ, ປະທານາທິບໍດີ ແລະ ຜູ້ບໍລິຫານການບິນເພື່ອພັດທະນາຍົນ ສຳລັບກຳປັ່ນປະທານາທິບໍດີ. ຍົນ Air Force One, ຍົນ 747-8 ທີ່ຖືກດັດແກ້ ຈະຖືກຈັດສົ່ງໂດຍບໍລິສັດໂບອິງໃນປີໜ້າ ທ່ານ Hermeus ກ່າວວ່າ ມັນໄດ້ຮັບສັນຍາຫຼັງຈາກການອອກແບບ, ກໍ່ສ້າງ, ແລະ ທົດລອງປະສົບຜົນສຳເລັດ ເຊິ່ງໃນການທົດລອງແບບທົດລອງຂອງເຄື່ອງຈັກ ທີ່ສາມາດສົ່ງຍົນຂຶ້ນສູ່ Mach 5, ຫລື 5 ເທົ່າຂອງຄວາມໄວສຽງ – ປະມານ 3,300 mph. Mach 5 ສະແດງເຖິງ ຄວາມໝາຍລະຫວ່າງຄວາມໄວສູງ ແລະ ສຽງສູງ. ບໍລິສັດ ໄດ້ສຳເລັດການທົດລອງ ໃນເດືອນມີນາ ຜ່ານມາ. ທ່ານ Hermeus ມີແຜນການທີ່ຈະສ້າງຍານພາຫະນະສາທິດໃນໄລຍະ 5 ປີຕໍ່ໜ້າ. ທ່ານ Skyler Shuford ພະນັກງານດ້ານການບິນ ແລະ ຫົວໜ້າຝ່າຍປະຕິບັດງານກ່າວວ່າ ໃນປີ 2019 ແມ່ນສຸມໃສ່ການລວມເອົາຂໍ້ກຳນົດຂອງກອງທັບອາກາດເຂົ້າໃນການອອກແບບຂອງຍົນ. Hermeus ໄດ້ເກີດຂື້ນໃນປີກາຍນີ້, ...

Read More »

ຊາຍຄົນໜຶ່ງໃນ ອົດສະຕາລີ ຕີສະຫຼາມເພື່ອຊ່ວຍຊີວິດເມຍ…

ເຫດການປາສະຫຼາມທຳຮ້າຍຄົນບາດເຈັບໜັກຢູ່ທີ່ຫາດ Shelley ປະເທດ ອົດສະຕາລີ ເວລາປະມານ 9 ຂອງວັນທີ 15 ສິງຫາ ຜ່ານມາ. ໂດຍຜູ້ທີ່ຖືກທຳຮ້າຍຮ່າງກາຍເປັນຜູ້ຍິງ ອາຍຸ 35 ຢູ່ໃນສະພາບ ເຈັບສາຫັດຢູ່ທີ່ໂຮງໝໍ Port Macquarie ໂດຍລວມແລ້ວມີອາການບາດເຈັບຂາຢ່າງຮຸນແຮງ ເຊິ່ງເຈົ້າໜ້າທີ່ຈັບປາສະຫລາມສີຂາວອ່ອນໂຕທີ່ທຳຮ້າຍລາວໃນເຂດແຄມຝັ່ງພາກເໜືອ NSW. ສາມີຂອງລາວໄດ້ເຂົ້າມາຊ່ວຍເຫຼືອ ໂດຍໄດ້ໂດດໃສ່ປາສະຫຼາມ ແລະ ຕີຫລາຍເທື່ອຈົນກວ່າມັນປ່ອຍລາວ. ຊາຍໜຸ່ມຊື່ Mark Rapley ບອກກັບສຳນັກຂ່າວ Sunday Telegraph ວ່າ: ລາວພຽງແຕ່ເຮັດໃນສິ່ງທີ່ຄວນຈະເຮັດ ລາວໄດ້ເວົ້າອີກວ່າ ປາສະຫຼາມໄດ້ຄາບຂາຂອງເມຍລາວ. ລາວໂດດເຂົ້າໄປໃນນໍ້າ ເພື່ອຕີໃຫ້ປາສະຫຼາມປ່ອຍຂາອອກ. ຜູ້ເຫັນເຫດການ Jed Toohey ກ່າວວ່າ Rapley ວິທີການຂອງລາວ ແມ່ນສ່ຽງຕໍ່ຊີວິດຫຼາຍ ໃນການທີ່ຈະຊ່ວຍຊີວິດຄູ່ຂອງລາວ,ແຕ່ຖ້າລາວບໍ່ມີຄວາມສ່ຽງຊີວິດຂອງຕົນເອງຊ່ວຍເມຍ ປາສະຫຼາມອາດຈະຄາບມຍລາວນາງສູ່ທະເລ. ຕໍ່ມາເມຍລາວໄດ້ຖືກນຳສົ່ງໄປໂຮງໝໍ Newcastle's John Hunter ບ່ອນທີ່ນາງໄດ້ຮັບການຜ່າຕັດ. ປັດຈຸບັນ,​ ອາການກຳລັງຟື້ນຕົວ ແລະ ຢູ່ໃນສະພາບທີ່ດີຂຶ້ນເລື້ອຍໆ. ທີມແພດ 3 ຄົນ ແລະ ທີມແພດຊ່ຽວຊານໃນ Westpac ...

Read More »

ດ່ວນ!!! ແຈ້ງການຈາກກົມການບິນພົນລະເຮືອນ

ແຈ້ງການຈາກກົມການບິນພົນລະເຮືອນ ສະບັບເລກທີ 1969/ກບພຮ ນະຄອນຫຼວງວຽງຈັນ ວັນທີ 18 ສິງຫາ 2020 ເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ເລື່ອງ: ມາດຕະການຮອງຮັບທ່ຽວບິນເຊົ່າເໝົາລຳ ທີ່ສະໜາມບິນສາກົນວັດໄຕ ຂອງ ສປປ ລາວ. ກົມການບິນພົນລະເຮືອນ ແຈ້ງໃຫ້ຊາບວ່າ: ​ເພື່ອຜັນຂະຫຍາຍແຈ້ງການຂອງຫ້ອງວ່າການ ສນຍ,​ ສະບັບເລກທີ 806/ຫກສນຍ, ລົງວັນທີ 29/07/2020, ຄຳແນະນຳຂອງຄະນະສະເພາະກິດລະບົບເລກທີ 2336/ສພກ, ລົງວັນທີ 31/07/2020 ແລະ ບັນທຶກກອງປະຊຸມ ສະບັບລົງວັນທີ 31/07/2020 ກໍຄື:​ ການຮັບປະກັນ ການຮອງຮັບຖ້ຽວບິນເຊົ່າເໝົາລຳ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19. ສະນັ້ນ, ກົມການບິນພົນລະເຮືອນ ຈຶ່ງອອກແຈ້ງການ ກ່ຽວກບັມາດຕະການດັ່ງນີ້: 1 ຖ້ຽວບິນຂາເຂົ້າສະໜາມບິນສາກົນວັດໄຕທຸກຖ້ຽວ ຕ້ອງປະຕິບັດຕັ້ງແຕ່ 06:00-18:00ໂມງ ໂດຍຮັກສາໄລຍະຫ່າງຂອງແຕ່ລະຖ້ຽວບິນຢ່າງຕໍ່າ 2 ຊົ່ວໂມງ 2 ບໍລິສັດ ລາວ-ຍີ່ປຸ່ນ ບໍລິການອາຄານສະໜາມບິນ (L-JATS) ແລະ ລັດວິສາຫະກິດການບິນລາວ ໂດຍ ສົມທົບກັບຄະນະສະເພາະກິດ ...

Read More »

​ເມືອງຫົງສາ ແຂວງໄຊຍະບູລີ ແຈ້ງໂຈະການຈັດງານບຸນຊ່ວງເຮືອອອກພັນສາ ປະຈຳປີ ພສ 2563

ມີແຈ້ງການວ່າ ເມືອງຫົງສາ ແຂວງໄຊຍະບູລີ ແຈ້ງໂຈະການຈັດງານບຸນຊ່ວງເຮືອອອກພັນສາ ປະຈຳປີ ພສ 2563 ເນື່ອງຈາກສະພາບຂອງໂຄວິດ-19 ທີ່ຍັງແຜ່ລະບາດໃນທົ່ວໂລກ ແລະ ເພື່ອເປັນການສືບຕໍ່ປະຕິບັດຕາມມາດຕະການ ເລກທີ 06/ນຍ ແລະ ບັນດາມາດຕະການຜ່ອນຜັນຕ່າງໆ. ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php

Read More »

ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃຫ້ງົບປະມານ 24 ຕື້ກີບ ເນັ້ນໃສ່ການພັດທະນາເມືອງໃໝ່…

ນັບຕັ້ງແຕ່ປີ 2012 ມາເຖິງປັດຈຸບັນ ກອງທຶນຫຼຸດຜ່ອນຄວາມທຸກຍາກ​ (ທລຍ) ໄດ້ໃຫ້ການສະໜັບສະໜູນເມືອງໃໝ່,​ ແຂວງຜົ້ງສາລີ ຈຳນວນ 82 ໂຄງການ, ງົບປະມານທັງໝົດ 24 ຕື້ກີບ, ກວມເອົາ 4 ຂະແໜງການເປັນຕົ້ນຕໍຄື: ສຶກສາທິການ ແລະ ກິລາ, ໂຍທາທິການ ແລະ ຂົນສົ່ງ, ສາທາລະນະສຸກ, ກະສິກຳ ແລະ ປ່າໄມ້. ຜ່ານການສະໜັບສະໜູນຈາກ ທລຍ ເປັນເວລາ 8 ປີ ​ທລຍ ໄດ້ເປັນສ່ວນໜຶ່ງ ທີ່ຊ່ວຍພັດທະນາເຂດຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ເມືອງໃໝ່, ເຊິ່ງເຮັດໃຫ້ເມືອງໃໝ່ໃນມື້ນີ້ມີຄວາມຈະເລີນຮຸ່ງເຮືອງ,​ ສິວິໄລເປັນກ້າວໆເຊັ່ນ:​ ມີຕະຫຼາດຖາວອນເພື່ອຄ້າຂາຍ ແລະ ແລກປ່ຽນສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວ, ມີສິ່ງອຳນວຍຄວາມສະດວກຄົບຊຸດ ບໍ່ວ່າຈະເປັນເສັ້ນທາງ, ໄຟຟ້າ, ນໍ້າປະປາ, ທະນາຄານ, ຕູ້ເອທີເອັມ,​ ລະບົບການສຶກສາ, ​ລະບົບບໍລິການປິ່ນປົວ ແລະ ອື່ນໆ. ເຊິ່ງໄດ້ສະແດງໃຫ້ເຫັນວ່າເມືອງໃໝ່ໃນວັນນີ້ຕ່າງຈາກເມື່ອກ່ອນຫຼາຍ. ອີງຕາມແຫຼ່ງຂ່າວຈາກ ທລຍ: ເມືອງໃໝ່ ມີພົນລະເມືອງທັງໝົດ 26.704 ຄົນ,​ ...

Read More »