ເສດຖີຍຸກໃໝ່ ເລັ່ງຊື້ພາສປອດຍ້າຍປະເທດ ໜີຈາກ ໂຄວິດ-19…

ການຊື້ພາສປອດບໍ່ແມ່ນເລື່ອງແປກໃໝ່ ເນື່ອງຈາກລັດຖະບານຫຼາຍປະເທດມີການມອບສັນຊາດ ຫຼືວີຊ່າ ໃຫ້ຕ່າງປະເທດທີ່ເຂົ້າໄປລົງທຶນໃນປະເທດ ໂດຍຈຸດປະສົງຂອງຜູ້ລົງທຶນເພື່ອຮັບສັນຊາດໃໝ່ ທີ່ມີການຮັບຊັບສິນຕັ້ງແຕ່ 2-50 ລ້ານໂດລາສະຫະລັດ ຫຼືອາດຈະຫຼາຍກວ່ານັ້ນ ເພື່ອເສລີພາບ ໃນການຍ້າຍຖິ່ນຖານ ສິດທິປະໂຫຍດທາງພາສີ ຫຼືການເຂົ້າເຖິງການສຶກສາທີ່ດີ.

ໂດຍ ໄລຍະທີ່ເກີດການແຜ່ລະບາດຂອງໂຄວິດ-19 ໃນຂະນະທີ່ຄົນສ່ວນຫຼາຍ ບໍ່ສາມາດເດີນທາງທ່ອງທ່ຽວຂ້າມປະເທດໄດ້ ແຕ່ສຳລັບບັນດາຄອບຄົວເສດຖີ ແມ່ນມີການຊື້ພາສປອດ ຫຼືຊື້ສັນຊາດເພີ່ມຂຶ້ນ, ເຊິ່ງເຫດຜົນກໍຄືການຮັບບໍລິການດ້ານສຸຂະພາບ ແລະ ການຊອກຫາປະເທດອື່ນຮອງຮັບ ເພື່ອເຫດການໃນອະນາຄົດ ແລະ ເພື່ອເປັນສະຖານທີ່ລົບໄພໃຫ້ຄອບຄົວ ຫາກເກີດການລະບາດຮອບສອງ.

ພາບປະກອບເທົ່ານັ້ນ

ໂດມິນິກ ໂວເລັກ ຫົວໜ້າພະແນກອາຊີ ຂອງບໍລິສັດທີ່ໃຫ້ຄຳປຶກສາດ້ານການຖືສັນຊາດ ໄດ້ກ່າວວ່າ:​ ບັນດາເສດຖີ ບໍ່ຄ່ອຍວາງແຜນລ່ວງໜ້າ 5-10 ປີ ແຕ່ວາງແຜນດ້ານການເງິນ ແລະ ຄວາມເປັນຢູ່ລ່ວງໜ້າເຖິງ 100 ປີ ໂດຍສະເພາະໄລຍະການລະບາດຂອງໂຄວິດ-19 ທີ່ອາດຈະເປັນການລະບາດໃຫຍ່ໃນຄັ້ງດຽວຂອງຊີວິດພວກເຂົາ ເຊິ່ງໃນໄລຍະທີ່ຜ່ານມາ ບໍລິສັດຂອງພວກເຂົາມີຈຳນວນລູກຄ້າທີ່ລົງທຶນແລ່ນເອກະສານເລື່ອງຂໍຊື້ສັນຊາດ ແລະ ວີຊ່າ ເພີ່ມຂຶ້ນເຖິງ 42% ໂດຍ ມອນເຕເນໂກຣຄືຜູ້ທີ່ມີຜູ້ລົງທຶນ ຊື້ສັນຊາດຫຼາຍທີ່ສຸດ, ຕໍ່ມາແມ່ນໄຊປຣັສ ແລະ ມອລຕາ ເນື່ອງຈາກຜູ້ຖືສັນຊາດນີ້ ຈະໄດ້ເສລີພາບ ໃນກາຍ້າຍຖິ່ນຖານໄປປະເທດອື່ນ ໃນສະຫະພາບເອີຣົບ ໂດຍອັດຕະໂນມັດ ລວມເຖິງສາມາດເຂົ້າເຖິງການສຶກສາ ແລະ ການບໍລິການສຸຂະພາບທີ່ດີກວ່າອີກດ້ວຍ.

ພາບປະກອບເທົ່ານັ້ນ

ນອກຈາກນີ້, ສັນຊາດອົດສະຕາລີ ແລະ ນິວຊີແລນ ກໍເປັນອີກ 2 ສັນຊາດທີ່ໄດ້ຮັບຄວາມນິຍົມສູງ ເນື່ອງຈາກເປັນປະເທດທີ່ມີປະສິດທິພາບ ໃນການຮັບມືກັບ ໂຄວິດ-19 ແຕ່ກໍຕ້ອງແລກມາດ້ວຍລາຄາທີ່ສູງ ໂດຍທີ່ຄົນທີ່ຕ້ອງການສືສັນຊາດອົດສະຕາລີ ຈະຕ້ອງລົງທຶນດ້ວຍເງິນເລີ່ມຕົ້ນ ທີ່ 1-3,5 ລ້ານໂດລາສະຫະລັດ, ສ່ວນນິວຊີແລນລາຄາຈະສູງຂຶ້ນອີກ ຢູ່ທີ່ 1,9-6,5 ລ້ານໂດລາສະຫະລັດ ໃນໄລຍະໄຕມາດທຳອິດຂອງປີ 2563 ມີຄົນອາເມລິກາແລ່ນເລື່ອງຂໍສັນຊາດເພີ່ມຂຶ້ນເຖິງ 700% ລວມທັງເສດຖະກິດຈີນ ແລະ ຕາເວັນອອກກາງ ກໍເປັນອີກໜຶ່ງກຸ່ມທີ່ຊື້ສັນຊາດຫຼາຍທີ່ສຸດ. ສ່ວນການລົງທຶນໃນການແລກຊື້ສັນຊາດ ອາດຕ້ອງໃຊ້ເວລາໃນການກວດສອບ,​ວິເຄາະສະຖານະ ເປັນເວລາຫຼາຍເດືອນ ລື ອາດເຖິງຫຼາຍປີ ເຊິ່ງໂດຍທົ່ວໄປແລ້ວ ຜູ້ທີ່ຍື່ນຂໍສັນຍານັ້ນ ຈະຖືກປະເມີນດ້ານການງານ ແລະ ປະຫວັດອາຍາ ເພື່ອກວດສອບວ່າ ເງິນທີ່ນຳມາລົງທຶນນັ້ນໄດ້ມາຢ່າງຖືກກົດໝາຍ ຫຼືບໍ່?.

ແຫຼ່ງຂໍ້ມູນ: https://www.facebook.com/324861724225604

Comments