ສົງໄສຜູ້ນຳເກົາຫຼີເໜືອ Kim Jong Un ບໍ່ສະບາຍ ອາດມອບໜ້າທີ່ໃຫ້ນ້ອງສາວ…

ນັກການທູດເກົາຫຼີໃຕ້ຄົນໜຶ່ງ ກຳລັງຄາດເດົາວ່າ ຜູ້ນຳເກົາຫຼີເໜືອ ທ່ານ Kim Jong Un ກຳລັງບໍ່ສະບາຍ ແລະ ນ້ອງສາວຂອງທ່ານຄື Kim Yo Jong ກຳລັງກຽມຕົວທີ່ຈະເຂົ້າຮັບຕຳແໜ່ງແທນ. ທ່ານ Chang Song-min ຜູ້ຊ່ວຍອະດີດປະທານາທິບໍດີຄົນສຸດທ້າຍຂອງເກົາຫຼີໃຕ້ ກ່າວວ່າ ທ່ານ Kim ກຳລັງຢູ່ໃນສະພາບບໍ່ສະບາຍ ແລະ ໂຄງປະກອບການສືບທອດຕຳແໜ່ງທີ່ສົມບູນຍັງບໍ່ໄດ້ຖືກສ້າງຕັ້ງຂຶ້ນ, ການກ່າວຫາຂອງລາວ ແມ່ນເກີດຂຶ້ນພຽງແຕ່ສອງມື້ ຫຼັງຈາກອົງການສືບລັບຂອງເກົາຫຼີໃຕ້ກ່າວວ່າຜູ້ນຳ ອາຍຸ 36 ປີ ຂອງເກົາຫຼີເໜືອ ໄດ້ມອບສິດອຳນາດສ່ວນໜຶ່ງ ໃຫ້ແກ່ຜູ້ຊ່ວຍທີ່ໃກ້ຊິດຂອງລາວ, ລວມທັງນ້ອງສາວຂອງລາວ.

ໃນກອງປະຊຸມສ່ວນຕົວ ກັບບັນດານັກກົດໝາຍ ໃນອາທິດຜ່ານມາ, ອົງການສືບລັບແຫ່ງຊາດຂອງເກົາຫຼີໃຕ້ກ່າວວ່າ Kim Yo-jong ຮອງຫົວໜ້າພະແນກ ຄົນທຳອິດຂອງ ຄະນະກຳມະການສູນກາງພັກກຳມະກອນ ແມ່ນກຳລັງຊີ້ນຳວຽກງານລວມຂອງລັດ ໃນຄະນະຜູ້ແທນ, ໂດຍໃຫ້ຮູ້ວ່າທ່ານ Kim Jong Un ຜູ້ເປັນອ້າຍຂອງລາວຍັງຮັກສາສິດອຳນາດທຸກຢ່າງ.

 ເຖິງຢ່າງໃດກໍ່ຕາມ, ຄວາມສົງໄສຍັງມີມາເລື້ອຍໆ ເພາະນີ້ບໍ່ແມ່ນຄັ້ງທຳອິດ ທີ່ທ່ານ Kim ບໍ່ໄດ້ພົບປະກັບຜູ້ຄົນໃນສາທາລະນະເປັນເວລາດົນນານ ແລະ ບໍ່ໄດ້ຊີ້ແຈງກ່ຽວກັບສຸຂະພາບຂອງລາວ. ໃນເດືອນເມສາຜ່ານມາ, ມີລາຍງານວ່າ ຜູ້ນຳຂອງ Hermit Kingdom ໄດ້ຜ່າຕັດຫົວໃຈ ຫລັງຈາກທີ່ລາວບໍ່ໄດ້ຖືກພົບປະຜູ້ຄົນໃນສາທາລະນະ ເປັນເວລາເກືອບ 3 ອາທິດ. ລັດຖະບານເກົາຫຼີເໜືອ ບໍ່ເຄີຍອະທິບາຍເຖິງການຢູ່ຂອງທ່ານ Kim, ລວມທັງເຫດຜົນທີ່ທ່ານບໍ່ໄດ້ເຂົ້າຮ່ວມ ລະລຶກວັນຄ້າຍວັນເກີດຄົບຮອບ 108 ປີ ຂອງພໍ່ຕູ້ລາວ ເຊິ່ງຜູ້ກໍ່ຕັ້ງເກົາຫຼີເໜືອ. 

ແຫຼ່ງຂໍ້ມູນ:​

Comments