Author Archives: admin target

ຄົນລາວ ແລະ ຕ່າງປະເທດ ຍັງມີຫັວງ ດ້ວຍຖ້ຽວບິນມະນຸດສຳພັນ…

ຕາມການໃຫ້ສຳພາດຂອງທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກຕໍ່ສື່ມວນຊົນ ໃນວັນທີ 31 ສິງຫາ 2020 ທີ່ຜ່ານມາວ່າ: ພະຍາດໂຄວິດ – 19 ຍັງມີການລະບາດຢູ່ຫຼາຍປະເທດໃນທົ່ວໂລກ, ເຊິ່ງເຮັດໃຫ້ຫຼາຍໆປະເທດຕ້ອງສືບຕໍ່ປິດປະເທດຂອງຕົນຢູ່ ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ມີການລະບາດອີກຮອບໃໝ່ ເຊິ່ງລາວເຮົາກໍ່ແມ່ປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວບໍ່ຮ້າຍແຮງເທົ່າກັບປະເທດອື່ນໆ ແຕ່ກໍ່ຕ້ອງມີມາດຕະການປ້ອງກັນຜ່ອນຜັນໃນການປິດ ຫຼື ສັ່ງໂຈະບາງກໍລະນີທີ່ສອດຄ່ອງກັນສະພາບການ. ເຊິ່ງການປິດປະເທດຂອງພວກເຮົາບໍ່ໄດ້ໝາຍຄວາມວ່າຈະປິດແບບເຂົ້າ-ອອກບໍ່ໄດ້ເລີຍ ແລະ ຫຼາຍໆປະເທດກໍ່ໄດ້ຊອກຫາຊ່ອງທາງໃຫ້ມີການຜ່ອນຜັນໃນການດຳເນີນທຸລະກິດ ແລະ ການໄປມາຫາສູ່ກັນໃຫ້ເປັນປົກກະຕິດີຂຶ້ນ. ສະນັ້ນ, ຈິ່ງມີຄຳແນະນຳຂອງຄະນະສະເພາະກິດວ່າ: ໃນກໍລະນີທີ່ມີຄວາມຈຳເປັນ ແລະຮີບດ່ວນນີ້ ຈຶ່ງຕ້ອງຮັກສາຖ້ຽວບິນມະນຸດສຳພັນໄວ້ ເນື່ອງຈາກວ່າຍັງມີນັກສຶກສາລາວ, ພະນັກງານຄົນລາວທີ່ໄປຝຶກອົບຮົມ, ໄປສຶກສາຢູ່ຕ່າງປະເທດ ເວລາເຂົາຈົບຫຼັກສູກແລ້ວອັດຕາເບ້ຍລ້ຽງຕ່າງໆກໍ່ຖືກຕັດ, ບ່ອນພັກເຊົາກໍ່ບໍ່ມີແລ້ວ, ເຂົາເຈົ້າຈະຢູ່ຈະກິນແນວໃດ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ກັບຄືນປະເທດ ລວມເຖິງຜູ້ທີ່ໝົດໄລຍະປະຈຳການຢູ່ ສປປ ລາວ ຂອງພວກເຮົາ ໂດຍສະເພາະແມ່ນບັນດານັກການທູດ, ພະນັກງານຜູ້ຊ່ຽວຊານຕ່າງໆໝົດໄລຍະປະຈຳການ ເຂົາເຈົ້າກໍ່ຈະກັບຄືນປະເທດ ຫຼື ໄປປະຈຳການບ່ອນໃໝ່. ສຳລັບຖ້ຽວບິນມະນຸດລຳພັນນີ້ ແມ່ນຂອງອົງການສະຫະປະຊາຊາດ ໄດ້ມີແຈ້ງການ ແລະ ຄຳສະເໜີຈາກສະຫະປະຊາຊາດເຖິງລັດຖະບານລາວ ເຊິ່ງຖ້ຽວບິນດັ່ງກ່າວແມ່ນຍັງສືບຕໍ່ປະຕິບັດໂດຍທີ່ມີມາດຕະການຄວບຄຸມຢ່າງເຂັ້ມງວດທີ່ສຸດໃນການປ້ອງກັນການຕິດເຊື້ອໂຄວິດ-19, ໂດຍໄດ້ເປີດຊ່ອງທາງໃຫ້ບັນດານັກການທູດ, ຄົນລາວ ຫຼື ຄົນຕ່າງປະເທດທີ່ຍັງຕົກຄ້າງຢູ່ຕ່າງປະເທດຢາກເຂົ້າມາ ...

Read More »

ສຳເລັດກອງປະຊຸມ ເຈົ້າຫນ້າທີ ອາວຸໂສ ພະລັງງານ ອາຊຽນຄັ້ງທີ 38

ກອງປະຊຸມທາງໄກ ເຈົ້າຫນ້າທີ ອາວຸໂສ ພະລັງງານ ຄັ້ງທີ 38 (ASEAN senior officials meeting) ໂດຍ ສສ ຫວຽດນາມ ເປັນເຈົ້າພາບໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ເຊິ່ງນໍາພາໂດຍ ປອ. ອາຄົມເດດ ວົງໄຊ ຫົວຫນ້າກົມ ແຜນການ ແລະ ການຮວ່ມມື Senior Official on Energy (SOE Leaders) ສປປ ລາວ ພ້ອມດ້ວຍ Alternate SOE ແລະ ບັນດາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການລາຍງານໝາກຜົນບັນດາໜ້າວຽກ ແລະ ກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງສໍາເລັດໃນແຜນວຽກການຮ່ວມມືພະລັງງານອາຊຽນ APAEC ໄລຍະ 1: 2016-2020 ລວມທັງເປັນການທົບທວນຕໍ່ຮ່າງແຜນວຽກ ແລະ ບັນດາແຜນງານຕ່າງໆ (Programme area) ທີ່ນອນໃນຮ່າງ APAEC ໄລຍະ 2: 2021-2025 ກ່ອນຈະເປັນສະບັບສຸດທ້າຍ ເພື່ອເອົາເຂົ້າຮັບຮອງໃນກອງປະຊຸມ AMEM ຄັ້ງທີ 38. ...

Read More »

ພົບແຂ້ຍັກ 4.4ແມັດ ຢູ່ທີ່ແຫຼ່ງທ່ອງທ່ຽວດັງແຫ່ງໜຶ່ງຂອງປະເທດອົດສະຕາລີ

ຕາມການລາຍງານຂ່າວຂອງສໍານັກຂ່າວຕ່ງປະເທດລາຍງານວ່າ: ພົບແຂ້ຍັກ 4.4ແມັດ ຢູ່ທີ່ແຫຼ່ງທ່ອງທ່ຽວດັງແຫ່ງໜຶ່ງທີ່ປະເທດອົດສະຕາລີ ເປັນແຂ້ທີ່ຖືກຈັບໄດ້ຫຼາຍທີ່ສຸດໃນຮອບຫຼາຍປີ ຄາດວ່າຈະມີນໍ້າໜັກປະມານ 350 ກິໂລກຣາມ ເມື່ອວັນສຸກທີ່ຜ່ານມາໃນ ປ່າ Flora River Nature Park ເຊິ່ງເປັນສະຖານທີ່ໆນັກທ່ອງທ່ຽວໄປທ່ຽວຫຼາຍທີ່ສຸດທາງພາກຕາເວັນອອກສ່ຽງໃຕ້. ແຕ່ກ່ອນ ໃນເດືອນກໍລະກົດ ປີ 2018 ທີ່ຜ່ານມາ ແຂ້ນໍ້າເຄັມຂະໜາດໃຫຍ່ 4,7 ແມັດ ຖືກຂັງຢູ່ໃນແມ່ນໍ້າແຄເທີຣິນໃກ້ກັບທະເລ. ແຂ້ນໍ້າເຄັມເປັນແຂ້ສາຍພັນທີ່ໃຫຍ່ທີ່ສຸດ ແລະ ເປັນສັດເລືອຄານທີ່ມີຊີວິດທີ່ໃຫຍ່ທີ່ສຸດໃນໂລກ ແຂ້ເພດຜູ້ ໃຫຍ່ທີ່ສຸດປະມານ 7 ແມັດ ແລະ ມີນໍ້າໜັກຫຼາຍກວ່າ 997,9 ກິໂລກຣາມ. ເວົ້າໄດ້ວ່າເປັນສັດທີ່ເປັນຕາຢ້ານທີ່ສຸດທີ່ອາໄສຢູ່ແມ່ນໍ້າທີ່ໃກ້ແຄມຝັ່ງ ແລະ ທະເລສາບ. ລັດຖະບານອົດສະຕາລີກ່າວວ່າ: ມີແຂ້ນໍ້າເຄັມຈໍານວນ 100.000 ອາໃສຢູ່ໃນປ່າເຂດພື້ນທີ່ Northern Territory ເຊິ່ງຢູ່ໃນການຄຸ້ມຄອງພາຍໃຕ້ກົດໝາຍຂອງລັດຖະບານ. ແຕ່ແຂ້ທີ່ມີບັນຫາຈະຖືກຈໍາກັດໂດຍໃຊ້ເປັນອາຫານຂອງສັດປ່າ, ໂດຍທົ່ວໄປແລ້ວເຈົ້າໜ້າທີ່ທະຫານຈະຈັບແຂ້ທີ່ມີບັນຫາຫຼາຍກວ່າ 250 ໂຕໃນແຕ່ລະປີ ເຊິ່ງຈະຖືກຍ້າຍໄປທີ່ສວນແຂ້ ຫຼືຂ້າຖິ້ມ. ໃນປີນີ້ມີການຈັບແຂ້ນໍ້າເຄັມໄດ້ທັງໝົດ 167 ໂຕທີ່ບໍລິເວນ Northern Territory ເຊິ່ງມີການວາງກັບດັກໄວ້ 80 ແຫ່ງໃນຈຸດຍຸດທະສາດຕາມຂໍ້ມູນຂອງລັດຖະບານ. https://fox8.com/news/monster-croc-captured-at-tourist-hot-spot-in-australia/

Read More »

ຊຸມນຸມ ສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ

ຕອນເຊົ້າວັນທີ 02 ກັນຍາ 2020, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ (2.9.1945 – 2.9.2020) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງລາວ ແລະ ຫວຽດນາມ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວຄຳປາໄສ ເຊີ່ງສະຫາຍໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສປປ ລາວ, ແນວລາວສ້າງຊາດ, ອົງການປົກຄອງນະຄອນ ຫຼວງວຽງຈັນ, ສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ ໄດ້ຈັດຕັ້ງພິທີໂຮມຊຸມນຸມອັນເຄັ່ງຂຶມໃນຄັ້ງນີ້ ເພືື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ...

Read More »

ການນໍາຂັ້ນສູງແຫ່ງ ສປປ ລາວຮ່ວມ ອວຍພອນການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ ໂອກາດລະນຶກການປະຕິວັດເດືອນສິງຫາ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ75ປີ

ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ75ປີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ , ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ຫງວຽນ ຝູ້ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ສະຫາຍ ນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຊິ່ງມີເນື້ອໃນວ່າ: ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ...

Read More »

ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ

ໃນວັນທີ 1 ກັນຍາ 2020 ທີ່ຜ່ານມາ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າອວຍພອນ ສະຫາຍ ຫງວຽນ ບໍາຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 75 ປີ (02/09/1945-02/09/2020) ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ (28/08/1945-28/08/2020). ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ວັນສະຖາປະນາ ...

Read More »

ນັກຮຽນທົ່ວເອີຣົບ ກັບເຂົ້າຮຽນໃນໂຮງຮຽນອີກຄັ້ງ ຫລັງ​ຈາກການ​ແຜ່​ລະບາດ​ເຊື້ອ​ພະຍາດ ​ໂຄ​ວິດ-19

​ໃນ​ວັນ​ທີ 1ກັນຍາ​ນີ້ ນັກຮຽນ​ທົ່ວ​ເອີ​ຣົບ ກັບ​ເຂົ້າຮຽນ​ ໃນ​ໂຮງຮຽນ​ອີກ​ຄັ້ງ ຫລັງ​ຈາກການ​ແຜ່​ລະບາດ​ເຊື້ອ​ພະຍາດ ​ໂຄ​ວິດ-19 ​ເຮັດ​ໃຫ້​ຕ້ອງ​ປິດ​ໂຮງຮຽນ​ເກືອບ 6​ ເດືອນ ​​ເຖິງ​ວ່າ ຄູ​ອາຈານ ​ແລະ ​ຜູ້​ປົກຄອງ ​ຈຳນວນ​ຫລາຍ ຈະ​ຍັງ​ຄົງ​ເປັນ​ຫ່ວງ​ ການ​​ເປີດ​ຮຽນ​ອີກ​ຄັ້ງ ຈະ​ເລັ່ງການລະບາດ​ ຂອງ​ພະຍາດ ​ເນື່ອງ​ຈາກ ​ທົ່ວ​ທັງ​ທະວີບ ຍັງ​ຄົງ​ມີອັດຕາ​ການ​ຕິດ​ເຊື້ອຈະ​ເພີ່ມ​ຂຶ້ນ ​ແຕ່​ລັດຖະບານ​ ແຕ່ລະ​ປະ​ເທດ ກໍ່​ຢືນຢັນ​ວ່າ ສົມຄວນຕ້ອງ​ເປີດ​ຮຽນ​ ໂດຍ​ສະ​ເພາະ ຝຣັ່ງ ​ໄດ້​ເປີດ​ໃຫ້​ນັກຮຽນ​ ກັບ​ເຂົ້າຮຽນ​ ໃນ​ໂຮງຮຽນ ຫລັງ​ຈາກ​ ປິດ​ພາກຮຽນ​ ໃນ​ລະດູ​ຮ້ອນ ຈົນ​ເຖິງ 2​ເດືອນ ​ໂດຍ​ຄູ ​ແລະ ນັກຮຽນ ອາຍຸ​ ລະຫວ່າງ 11​ເຖິງ 18ປີ ຈະ​ຕ້ອງ​ໃສ່​ຜ້າ​ອັດ​ປາກ ​ອະນາ​ໄມ ທັງ​ໃນ​ຮົ່ມ ​ແລະ ກາງ​ແຈ້ງ. ຂະນະ​ທີ່​ ນັກຮຽນ​ ໃນ​ແບນ​ຊິກ ກໍ່​ກັບ​ເຂົ້າຮຽນ ​ເຊັ່ນ​ກັນ ສ່ວນ​ນັກຮຽນ​ໃນ​ ເຢຍລະ​ມັນ ​​ໄດ້​ເຂົ້າຮຽນ​ມາຕັ້ງ​ແຕ່ ​ເດືອນ​ກ່ອນ.ສຳລັບ ​ເກຣັກ ນັກຮຽນ ຈະ​ກັບ​ໄປ​​ໂຮງຮຽນ ...

Read More »

ການບໍລິຫານໜີ້ສິນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ)

ການເຂົ້າເຖິງແຫຼ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (ວນກ) ໂດຍການສ້າງໜີ້ດ້ວຍການກູ້ຢືມເງິນຈາກທະນາຄານທຸລະກິດ ແລະ ສະຖາບັນການເງິນ ຖືເປັນທາງເລືອກໜຶ່ງທີ່ເປັນທີ່ນິຍົມກັນ ແລະ ສາມາດສ້າງເງື່ອນໄຂຕົວຈິງໃຫ້ທະນາຄານສາມາດອະນຸມັດເງິນກູ້ໃຫ້ແກ່ ວນກ ໄດ້. ເມື່ອທຸລະກິດມີໜີ້ສິນໃນໂຄງສ້າງຖານະການເງິນຂອງຕົນ, ຖ້າບໍ່ສາມາດຄຸ້ມຄອງໄດ້ເໝາະສົມ ກໍຈະສົ່ງຜົນກະທົບຕໍ່ກັບການຢູ່ລອດ ແລະ ຂະຫຍາຍຕົວຂອງທຸລະກິດຕົວຈິງໄດ້. ສະນັ້ນ, ເຈົ້າຂອງທຸລະກິດ ວນກ ຈຳເປັນຕ້ອງໄດ້ສຶກສາກ່ຽວກັບການຄຸ້ມຄອງໜີ້ສິນຂອງຕົນເອງ ເພື່ອໃຫ້ຮູ້ວ່າຈະນຳໃຊ້ເງິນກູ້ແບບໃດຈຶ່ິງຈະແທດເໝາະກັບລັກສະນະທຸລະກິດຂອງຕົນ ທັງນີ້ກໍເພື່ອຮູ້ຈັກວິທີຈັດສັນບໍລິຫານໃຫ້ສາມາດປ້ອງກັນການຂາດສະພາບຄ່ອງ ແລະ ຫຼີກລ່ຽງການມີໜີ້ສິນຫຼາຍເກີນໄປຈົນບໍ່ສາມາດແບກຫາບພາລະເງິນຕົ້ນ ແລະ ດອກເບ້ຍໄດ້. ດັ່ງນັ້ນ, ບົດຄວາມນີ້ ຈະໄດ້ແນະນຳໃຫ້ແກ່ຜູ້ອ່ານໄດ້ຮັບຮູ້ແນວທາງການນຳໃຊ້ເງິນກູ້ຢືມ ແລະ ການບໍລິຫານໜີ້ສິນຂອງ ວນກ ໃຫ້ເໝາະສົມຕາມຈຸດປະສົງຂອງການນຳໃຊ້ຕົວຈິງຂອງ ວນກ. ເມື່ອ ວນກ ໄດ້ກູ້ຢືມເງິນເພື່ອການລົງທຶນຂັບເຄື່ອນຂອດການຜະລິດ ແລະ ການບໍລິການຂອງຕົນ ບໍ່ວ່ານຳໃຊ້ເຂົ້າໃນການຊື້ເຄື່ອງຈັກ, ພາຫະນະ, ປຸກສ້າງອາຄານຫ້ອງການ, ຊື້ວັດຖຸດິບ, ລົງທຶນໃນປັດໄຈການຜະລິດອື່ນ ແລະ ເປັນເງິນທຶນໝູນວຽນຂອງທຸລະກິດ, ພັນທະການຊຳລະຄືນເງິນຕົ້ນ ແລະ ດອກເບ້ຍຖືເປັນພາລະທີ່ເປັນເງົາຕາມຕົວຂອງ ວນກ ທີ່ຕ້ອງໄດ້ມີເງິນສົດພຽງພໍເພື່ອສົ່ງມອບຄືນໃນແຕ່ລະໄລຍະຕາມທີ່ໄດ້ກຳນົດໄວ້ໃນສັນຍາເງິນກູ້ ໂດຍການບໍລິຫານໜີ້ສິນຂອງຕົນໃຫ້ເໝາະສົມຕາມປະເພດເງິນກູ້ ແລະ ວົງເງິນສິນເຊື່ອ ດັ່ງນີ້:  1. ນໍາໃຊ້ເງິນກູ້ໃຫ້ສອດຄ່ອງກັບປະເພດໜີິ້ສິນ: ເຈົ້າຂອງ ວນກ ...

Read More »

ປັດຈຸບັນ Elon Musk ກາຍເປັນຄົນຮັ່ງມີກວ່າ Mark Zuckerberg ຫຼັງຈາກແຍກຫຸ້ນຈາກ Tesla

ໃນຂະນະທີ່ທົ່ວໂລກກຳລັງປະເຊີນກັບວິກິດໂຄວິດ-19 ເຊິ່ງສົ່ງຜົນເຮັດໃຫ້ເສດຖະກິດຕົກຕໍ່າ ຫຼາຍບໍລິສັດຍັກໃຫຍ່ລະດັບໂລກໄດ້ມີການປິດຕົວລົງ ແລະ ບາງບໍລິສັດກໍໄດ້ປົດພະນັກງານອອກເພື່ອຄວາມຢູ່ລອດຂອງທຸລະກິດ ແຕ່ບາງທຸລະກິດກໍໄດ້ພິກວິກິດໃຫ້ເປັນໂອກາດ ສ້າງກຳໄລໄດ້ຢ່າງຫຼວງຫຼາຍ… ເຊິ່ງ Elon Musk ເປັນອີກໜຶ່ງນັກລະກິດທີ່ປະສົບຄວາມສຳເລັດໄດ້ໃນສະຖານະການໂຄວິດ-19 ໂດຍມີຊັບສິນເພີ່ມຂຶ້ນເຖິງ 87.8 ພັນລ້ານໂດລາສະຫະລັດໃນປີນີ້ ເນື່ອງຈາກຫຸ້ນຂອງ Tesla ພຸ່ງຂຶ້ນເກືອບ 500% ແລະ ປັດຈຸບັນ Elon Musk ມີຊັບສິນມູນຄ່າຫຼາຍກວ່າ 115.4 ພັນລ້ານໂດລາສະຫະລັດ ເຊິ່ງກາຍເປັນບຸກຄົນທີ່ລໍ່າລວຍອັນດັບ 3 ຂອງໂລກ ແຊງ Mark Zuckerberg ຜູ້ຮ່ວມກໍ່ຕັ້ງ Facebook Inc. Tesla ເປັນທີ່ນິຍົມໃນບັນດານັກລົງທຶນສະມັກຫຼີ້ນໃນບໍລິສັດການຄ້າອອນລາຍ Robinhood Financial ເປັນໜຶ່ງໃນຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກການເຕີບໃຫຍ່ຂອງການລົງທຶນໃນການຄ້າລາຍຍ່ອຍ ເຊິ່ງໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ເມື່ອຮອດຈຸດໜຶ່ງຂອງເດືອນ ບັນຊີຂອງ Robinhood ເກືອບ 40,000 ບັນຊີ ໄດ້ເພີ່ມຫຸ້ນຂອງ Tesla ພຽງ 4 ຊົ່ວໂມງ ແລະ ມີແນວໂນ້ມທີ່ບໍ່ຈໍາກັດ ຢູ່ໃນສະຫະລັດອາເມລິກາເທົ່ານັ້ນ. ມູນຄ່າຕະຫຼາດ 464 ພັນລ້ານໂດລາສະຫະລັດ ຂອງ Tesla ຕອນນີ້ສູງກວ່າມູນຄ່າການຄ້າຍ່ອຍຂອງ ...

Read More »

ສປ. ຈີນ ຫ້າມ ແລະ ຈຳກັດການສົ່ງອອກສິນຄ້າ

ຕາມການລາຍງານຂອງສຳນັກຂ່າວຊິນຮວາ ໃຫ້ຮູ້ວ່າ: ກະຊວງການຄ້າຂອງ ສປ ຈີນ ໄດ້ອອກຖະແຫຼງການເຜີຍແຜ່ລົງເວັບໄຊຂອງກະຊວງການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີວ່າ ຈີນໄດ້ຂຶ້ນບັນຊີສິນຄ້າເຕັກໂນໂລຊີຫ້າມສົ່ງອອກ 4 ລາຍການໄດ້ແກ່: ເຕັກໂນໂລຊີປຸ໋ຍຈຸລິນຊີ, ເຕັກໂນໂລຊີການຜະລິດກະເຟອິນ, ເຕັກໂນໂລຊີການຜະລິດໄຮໂບຟຣາວິນ, ເຕັກໂນໂລຊີການໝັກໃນຜະລິດຕະພັນວິຕາມິນ ນອກຈາກນີ້, ຍັງມີເຕັກໂນໂລຊີຈຳກັດການສົ່ງອອກ 5 ລາຍການໄດ້ແກ່: ເຕັກໂນໂລຊີວັກແຊັງປ້ອງກັນພະຍາດນີວຄາສເຊິລ, ເຕັກໂນໂລຊີການຜະລິດຢາຈາກທຳມະຊາດ, ເຕັກໂນໂລຊີການກຽມ ແລະ ແປຮູບຂອງວັດສະດຸພໍລີເມີ, ເຕັກໂນໂລຊີການຜະລິດຢາເຄິ່ງສັງເຄາະ ແລະ ສັງເຄາະທາງເຄມີ ແລະ ເຕັກໂນໂລຊີໄຟວອລ ປ້ອງກັນຄວາມປອດໄພຂອງຂໍ້ມູນ. ເຊິ່ງບັນຊີດັ່ງກ່າວຍັງໄດ້ເພີ່ມຕື່ມລາຍຊື່ເຕັກໂນໂລຊີທີ່ຈຳກັດການສົ່ງອອກລວມ 23 ລາຍການ, ໃນຄະນະທີ່ເຕັກໂນໂລຊີອີກ 21 ລາຍການ ຕ້ອງແກ້ໄຂເລື່ອງພາຣາມີເຕີທາງເຕັກນິກຕື່ມອີກ. ຖະແຫຼງການຍັງລະບຸວ່າ: ການຖ່າຍໂອນເຕັກໂນໂລຊີທັງໝົດໄປຍັງຕ່າງປະເທດດ້ວຍວິທີການທາງການຄ້າ – ການລົງທຶນ ຫຼື ວິທີການອື່ນໆ ຈະຕ້ອງປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງໃນການນຳເຂົ້າ ແລະ ສົ່ງອອກເຕັກໂນໂລຊີຂອງປະເທດນັ້ນຢ່າງເຂັ້ມງວດ.

Read More »