ຄົນລາວ ແລະ ຕ່າງປະເທດ ຍັງມີຫັວງ ດ້ວຍຖ້ຽວບິນມະນຸດສຳພັນ…

ຕາມການໃຫ້ສຳພາດຂອງທ່ານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກຕໍ່ສື່ມວນຊົນ ໃນວັນທີ 31 ສິງຫາ 2020 ທີ່ຜ່ານມາວ່າ: ພະຍາດໂຄວິດ – 19 ຍັງມີການລະບາດຢູ່ຫຼາຍປະເທດໃນທົ່ວໂລກ, ເຊິ່ງເຮັດໃຫ້ຫຼາຍໆປະເທດຕ້ອງສືບຕໍ່ປິດປະເທດຂອງຕົນຢູ່ ເພື່ອເປັນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອພະຍາດດັ່ງກ່າວ ບໍ່ໃຫ້ມີການລະບາດອີກຮອບໃໝ່ ເຊິ່ງລາວເຮົາກໍ່ແມ່ປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວບໍ່ຮ້າຍແຮງເທົ່າກັບປະເທດອື່ນໆ ແຕ່ກໍ່ຕ້ອງມີມາດຕະການປ້ອງກັນຜ່ອນຜັນໃນການປິດ ຫຼື ສັ່ງໂຈະບາງກໍລະນີທີ່ສອດຄ່ອງກັນສະພາບການ. ເຊິ່ງການປິດປະເທດຂອງພວກເຮົາບໍ່ໄດ້ໝາຍຄວາມວ່າຈະປິດແບບເຂົ້າ-ອອກບໍ່ໄດ້ເລີຍ ແລະ ຫຼາຍໆປະເທດກໍ່ໄດ້ຊອກຫາຊ່ອງທາງໃຫ້ມີການຜ່ອນຜັນໃນການດຳເນີນທຸລະກິດ ແລະ ການໄປມາຫາສູ່ກັນໃຫ້ເປັນປົກກະຕິດີຂຶ້ນ.

Samakomlao: ມາເບິ່ງໃກ້ໆ ຍົນ Airbus ລໍາທໍາອິດຂອງສາຍການບິນລາວ

ສະນັ້ນ, ຈິ່ງມີຄຳແນະນຳຂອງຄະນະສະເພາະກິດວ່າ: ໃນກໍລະນີທີ່ມີຄວາມຈຳເປັນ ແລະຮີບດ່ວນນີ້ ຈຶ່ງຕ້ອງຮັກສາຖ້ຽວບິນມະນຸດສຳພັນໄວ້ ເນື່ອງຈາກວ່າຍັງມີນັກສຶກສາລາວ, ພະນັກງານຄົນລາວທີ່ໄປຝຶກອົບຮົມ, ໄປສຶກສາຢູ່ຕ່າງປະເທດ ເວລາເຂົາຈົບຫຼັກສູກແລ້ວອັດຕາເບ້ຍລ້ຽງຕ່າງໆກໍ່ຖືກຕັດ, ບ່ອນພັກເຊົາກໍ່ບໍ່ມີແລ້ວ, ເຂົາເຈົ້າຈະຢູ່ຈະກິນແນວໃດ. ສະນັ້ນ, ຈຶ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ກັບຄືນປະເທດ ລວມເຖິງຜູ້ທີ່ໝົດໄລຍະປະຈຳການຢູ່ ສປປ ລາວ ຂອງພວກເຮົາ ໂດຍສະເພາະແມ່ນບັນດານັກການທູດ, ພະນັກງານຜູ້ຊ່ຽວຊານຕ່າງໆໝົດໄລຍະປະຈຳການ ເຂົາເຈົ້າກໍ່ຈະກັບຄືນປະເທດ ຫຼື ໄປປະຈຳການບ່ອນໃໝ່. ສຳລັບຖ້ຽວບິນມະນຸດລຳພັນນີ້ ແມ່ນຂອງອົງການສະຫະປະຊາຊາດ ໄດ້ມີແຈ້ງການ ແລະ ຄຳສະເໜີຈາກສະຫະປະຊາຊາດເຖິງລັດຖະບານລາວ ເຊິ່ງຖ້ຽວບິນດັ່ງກ່າວແມ່ນຍັງສືບຕໍ່ປະຕິບັດໂດຍທີ່ມີມາດຕະການຄວບຄຸມຢ່າງເຂັ້ມງວດທີ່ສຸດໃນການປ້ອງກັນການຕິດເຊື້ອໂຄວິດ-19, ໂດຍໄດ້ເປີດຊ່ອງທາງໃຫ້ບັນດານັກການທູດ, ຄົນລາວ ຫຼື ຄົນຕ່າງປະເທດທີ່ຍັງຕົກຄ້າງຢູ່ຕ່າງປະເທດຢາກເຂົ້າມາ ສປປ ລາວ ແລະຢາກອອກຈາກ ສປປ ລາວ ເຊິ່ງປັດຈຸບັນແມ່ນເປີດໃຫ້ບໍລິການ 1 ຄັ້ງ/ ອາທິດ.

Lao Airlines QV 301 Official Annoucements |

ທ່ານຍັງໄດ້ກ່າວຕື່ມອີກວ່າ: ສຳລັບຖ້ຽວບິນ ສປປ ລາວ ກັບ ສປ ຈີນ ກໍ່ເຊັ່ນດຽວກັນແມ່ນລັດຖະບານເປີດໃຫ້ຊ່ອງທາງດ້ານທຸລະກິດ, ໂຄງການໃຫຍ່ໆຂອງລັດຖະບານ ແລະກິດຈະກຳທຸລະກິດໃຫຍ່ໆທີ່ຈະຕ້ອງເປີດດຳເນີນງານ ເພາະວ່າການຂົນສົ່ງສິນຄ້າຕ່າງໆບໍ່ໄດ້ປິດຍັງໄປມາໄດ້ຢູ່ ສະນັ້ນ ນັກທຸລະກິດ ແລະ ຜູ້ຊ່ຽວຊານໂຄງການໃຫຍ່ໆຂອງລັດຖະບານເຂົາເຈົ້າຕ້ອງໄດ້ດຳເນີນການໄປຢູ່ຈັ່ງຊັ້ນ ພວກເຮົາກໍ່ໄດ້ອະນຸມັດໃຫ້ມີຖ້ຽວບິນ ເພື່ອຂົນສົ່ງເອົາຜູ້ຊ່ຽວຊານ, ນັກວິຊາການໃນໂຄງການໃຫຍ່ເຂົ້າມາໃນ ສປປ ລາວ ໂດຍປະຕິບັດມາດຕະການຄວບຄຸມການລະບາດ, ຄວບຄຸມການຕິດເຊື້ອຢ່າງເຂັ້ມງວດໃນການກວດຫາເຊື້ອ, ການຈຳກັດບໍລິເວນ ໂດຍໃຫ້ໝັ້ນໃຈວ່າບໍຕິດເຊື້ອແລ້ວ ຈຶ່ງໃຫ້ເຂົາເຈົ້າເຂົາໄປເຮັດວຽກຢູ່ໃນໂຄງການ ຫຼື ກິດຈະກຳຕ່າງໆໄດ້.

ແຫຼ່ງຂໍ້ມູນ: ລາວພັດທະນາ

Comments