Author Archives: admin target

ແຕ່ງຕັ້ງ ຜູ້ອໍານວຍການ ຮັກສາການຊົ່ວຄາວ ລນລ…

ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ( ລນລ ) ໄດ້ມີພິທີປະກາດແຕ່ງຕັ້ງຄະນະອຳນວຍການ ລນລ ຈຳນວນ 3 ທ່ານ ໂດຍ ທ່ານ ອະນຸສິນ ພົນເສນາ ເປັນຮັກສາການຊົ່ວຄາວ ຜູ້ອໍານວຍການ ລນລ. ໃນກອງປະຊຸມ ທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ), ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະອຳນວຍການ ລນລ ສະບັບເລກທີ 2209 /ກງ ລົງວັນທີ 21 ສິງຫາ 2020 ເຊິ່ງອີງຕາມກົດໝາຍວ່າດ້ວຍວິສາຫະກິດ ສະບັບເລກທີ 46/ ສພຊ ລົງວັນທີ 26 ທັນວາ 2013, ອີງຕາມດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 144/ນຍ ລົງວັນທີ 08 ພຶດສະພາ 2017, ອີງຕາມໜັງສືສະເໜີຂອງ ລນລ ສະບັບເລກທີ 4119/ລນລ ...

Read More »

ຮອງລັດຖະມົນຕີ ເນັ້ນວິທະຍາໄລການຄ້າ ສ້າງຄຸນນະພາບອອກສູ່ສັງຄົມ…

ໂອກາດເຂົ້າຮ່ວມສະຫຼຸບສົກຮຽນ 2019 – 2020 ຂອງວິທະຍາໄລການຄ້າ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ເນັ້ນຜູ້ບໍລິຫານວິທະຍາໄລການຄ້າ ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃນຂະແໜງທຸລະກິດການຄ້າ ເພື່ອປະກອບສ່ວນເຂົ້າໃນຕໍາແໜ່ງງານ ຫຼື ທຸລະກິດຂອງຕົນເອງ ພ້ອມກັນພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ. ພາບປະກອບ ພິທີສະຫຼຸບດັ່ງກ່າວ ຈັດຂຶ້ນໃນວັນທີ 3 ກັນຍາ 2020 ທີ່ວິທະຍາໄລການຄ້າ, ສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກຳ ແລະ ການຄ້າ ( ສສອຄ ) ເປັນປະທານຂອງ ທ່ານ ສີລິສຳພັນ ວໍລະຈິດ ຫົວໜ້າ ສສອຄ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີບັນດາພະນັກງານຄູ – ອາຈານ ແລະ ນັກສຶກສາເຂົ້າຮ່ວມ.: ທ່ານ ສິງຄຳ ຄຳພອນ ຮອງຫົວໜ້າ ສສອຄ ທັງເປັນຜູ້ອຳນວຍການວິທະຍາໄລການຄ້າ ກ່າວວ່າ: ໃນສົກຮຽນ 2019 ...

Read More »

ກະກຽມຄວາມພ້ອມ ມະຫາກໍາ ລາວ ຄັ້ງທີ 19…

ໃນງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 19 ພາຍໃຕ້ຫົວຂໍ້ “ສີໄມ້ລາຍມືຄືອຸທິຍານແຫ່ງການທ່ອງທ່ຽວ” ຈະຈັດຂຶ້ນທີ່ ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ ແຕ່ວັນທີ 10 ຫາ 18 ຕຸລາ 2020. ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ຖະແຫລງຕໍ່ສື່ມວນຊົນ ຕອນບ່າຍວັນທີ 3 ກັນຍາ 2020 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກ່ຽວກັບການກະກຽມຈັດງານງານມະຫາກໍາສີມືຫັດຖະກໍາລາວ ຄັ້ງທີ 19 ວ່າ: ເພື່ອເປັນການສົ່ງເສີມການຕະຫຼາດໃຫ້ແກ່ສິນຄ້າຫັດຖະກຳ ພ້ອມນີ້ກໍ່ເປັນການເຕົ້າໂຮມຄວາມສາມັກຄີໃນໝູ່ຊາວຊ່າງຫັດຖະກຳທຸກຊົນເຜົ່າຢູ່ທຸກໆທ້ອງຖິ່ນໃນທົ່ວປະເທດ ເພື່ອພ້ອມກັນອະນຸລັກສີໄມ້ລາຍມືທາງດ້ານຫັດຖະກຳ, ຂຸດຄົ້ນທ່າແຮງທາງດ້ານຫັດຖະກຳຢູ່ທຸກທ້ອງຖິ່ນ, ເສີມຂະຫຍາຍພູມປັນຍາທາງດ້ານຫັດຖະກຳຂອງຊົນເຜົ່າຕ່າງໆ, ຜະລິດເຄື່ອງຫັດຖະກຳໃຫ້ມີຄວາມຫຼາກຫຼາຍ, ມີຄວາມສວຍງາມປານີດ, ເປັນເອກະລັກຂອງຊົນເຜົ່າຂອງທ້ອງຖິ່ນ, ນອກຈາກນີ້ຍັງເປັນການສ້າງໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ມາພົບປະກັນເພື່ອແລກປ່ຽນບົດຮຽນ, ປະສົບການທາງດ້ານການຜະລິດເຄື່ອງຫັດຖະກຳ, ສ້າງໂອກາດໃຫ້ຊາວຊ່າງຫັດຖະກຳໄດ້ມາພົບປະລູກຄ້າຂາປະຈຳ ແລະ ຫາຄູ່ຄ້າລາຍໃໝ່ ທີ່ສຳຄັນອີກແມ່ນຍັງສະໜັບສະໜູນການທ່ອງທ່ຽວລາວໃຫ້ຟົດຟື້ນ ຄືລາວທ່ຽວລາວ. ໃນງານຄັ້ງນີ້ປະກອບມີ ກິດຈະກຳວາງສະແດງ-ຂາຍສິນຄ້າຫັດຖະກຳລາວ ໂດຍເນັ້ນໃສ່ການສົ່ງເສີມການຕະຫຼາດໃຫ້ຊາວຊ່າງຫັດຖະກຳລາວທີ່ຢູ່ເຂດຊົນນະບົດຫ່າງໄກສອກຫຼີກ ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ນຳເອົາເຄື່ອງຫັດຖະກຳຂອງຕົນມາຈຳໜ່າຍຂາຍ, ເພື່ອສ້າງລາຍໄດ້ໃຫ້ຕົນເອງ, ໂດຍມີຮ້ານວາງສະແດງ-ຂາຍຫຼາຍກວ່າ 200 ຮ້ານ ເຊິ່ງຈັດສັນເຂດວາງສະແດງຂາຍຕາມຂະແໜງຫັດຖະກຳ ເພື່ອສະດວກໃນການຢ້ຽມຊົມ, ລະດົມສະມາຊິກ, ຊາວຊ່າງຫັດຖະກຳໃນທົ່ວປະເທດ, ເພື່ອສົ່ງເສີມເຂົາເຈົ້າເຂົ້າຮ່ວມງານຢ່າງທົ່ວເຖິງ ແລະ ...

Read More »

ຍີ່ປຸ່ນກຽມພ້ອມຮັບມືພະຍຸໃຫຍ່ 2 ຫົວຊ້ອນ…

ກົມອຸຕຸນິຍົມ ແລະອຸທົກກະສາດ ( JMA )ຂອງຍີ່ປຸ່ນລາຍງາຍຕໍ່ສຳນັກຂ່າວ Xinhua ໃນວັນທີ 2 ກັນຍາ 2020 ທີ່ຜ່ານມານີ້ວ່າ: ພະຍຸໃຕ້ຝຸ່ນທີ່ມີກຳລັງແຮງຫຼາຍ ກຳລັງເຄື່ອນຕົວຈາກພາກເໜືອ ນາງາຊາກິ ໄປຍັງຕອນເໜືອຂອງ ເກາະຄິວຊູ ຂອງຍີ່ປຸ່ນ ໃນຂະນະທີ່ພະຍຸໂຊນຮ້ອນມີກຳລັງຮຸນແຮງກໍ່ກຳລັງໃກ້ເຂົ້າມາປະເທດ ຈາກທິດທາງທີ່ແຕກຕ່າງກັນ; ພາຍຸໃຕ້ຝຸ່ນ Maysak ຊຶ່ງໄດ້ພັດຖະລົ່ມເມືອງໂອກິນາວາ ທາງໃຕ້ສຸດຂອງຍີ່ປຸ່ນຈົນເຮັດໃຫ້ມີຜູ້ບາດເຈັບ 8 ຄົນ ກຳລັງເຄື່ອນຕົວໄປທາງພາກເໜືອດ້ວຍຄວາມໄວ 15 ກິໂລແມັດຕໍ່ຊົ່ວໂມງ. ພະຍຸນີ້ມີກຳລັງແຮງ ແລະ ມີຄວາມກົດດັນອາກາດເປັນກາງຢູ່ທີ 940 hectopascals ແລະມີລົມພັດແກນກາງສູງເຖິງ 162 ກິໂລແມັດຕໍ່ຊົ່ວໂມງ, ຄວາມໄວລົມສູງສຸດຂອງ Maysak ປະມານ 234 ກິໂລແມັດຕໍ່ຊົ່ວໂມງ. JMA ຍັງກ່າວອີກວ່າ: ໄດ້ອອກແຈ້ງການເຕືອນໃຫ້ປະຊາຊົນລະມັດລະວັງລົມພັດແຮງຄື້ນຄວາມໄວສູງຂອງພະຍຸທີ່ພັດຢ່າງຮຸນແຮງ, ອາດກໍ່ໃຫ້ເກີດມີດິນເຈື່ອນ, ນ້ຳຖ້ວມ ແລະ ແມ່ນ້ຳທີ່ໄຫຼແຮງ ຈຶ່ງເຮັດໃຫ້ການບໍລິການລົດໄຟຫົວລູກປືນຊິນຄັນເຊັນ ຖືກລະງັບຊົ່ວຄາວອັນເປັນຜົນມາຈາກພາຍຸໃຕ້ຝຸ່ນລະຫວ່າງສະຖານີ ນີຮິໂຣຊິມາ ແລະ ສະຖານີ ຮາກາຕະ ບົນສາຍຊັນໂຍຊິນຄັນເຊັນ West Japan Railway ກ່າວວ່າ: ການຢຸດການໃຫ້ການບໍລິການຈະດຳເນີນຕໍ່ໄປຈົນເຖິງວັນທີ ...

Read More »

ລົງນາມ ຂໍ້ມູນພົນລະເມືອງ ເຂົ້າລະບົບຕະຫຼາດແຮງງານ…

ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ແລະ ກົມພັດທະນາສີມືແຮງງານ ແລະ ຈັດຫາງານກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມມືການຈັດຕັ້ງປະຕິບັດກົນໄກການສະໜອງຂໍ້ມູນພົນລະເມືອງລົງໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ. ພິທີເຊັນບົດບັນທຶກ ມີຂຶ້ນໃນວັນທີ 31 ສິງຫາ 2020 ທີ່ຫ້ອງປະຊຸມອົງການປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງແມ່ນເພື່ອເຮັດໃຫ້ລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ເປັນລະບົບເກັບກຳຂໍ້ມູນຄວາມຕ້ອງການ ແລະ ການສະໜອງແຮງງານ ເຊິ່ງຂໍ້ມູນຄວາມຕ້ອງການແຮງງານແມ່ນຂໍ້ມູນຕຳແໜ່ງງານວ່າງຂອງຫົວໜ່ວຍທຸລະກິດທີ່ມີການຢັ້ງຢືນຕົວຕົນຫົວໜ່ວຍທຸລະກິດທີ່ໄດ້ຈາກກົມທະບຽນ ແລະ ຄຸ້ມຄອງວິສາຫະກິດກະຊວງອຸດສາຫະກຳ ແລະ ການຄ້າ. ແຕ່ສຳລັບຂໍ້ມູນການສະໜອງທີ່ເກັບກຳຂໍ້ມູນຈາກຄົນວ່າງງານ, ນັກຮຽນ – ນັກສຶກສາຈົບໃໝ່, ຜູ້ຊອກຫາວຽກເຮັດງານທຳ, ຜູ້ຕ້ອງການປ່ຽນວຽກ ເຊິ່ງການລົງທະບຽນໃນລະບົບນີ້ລ້ວນແລ້ວແຕ່ແມ່ນຄົນລາວທີ່ມາລົງທະບຽນເພື່ອຕ້ອງການວຽກເຮັດງານທຳ. ການລົງທະບຽນໃນລະບົບຂໍ້ມູນຂ່າວສານຕະຫຼາດແຮງງານ ຜ່ານມານຳໃຊ້ເບີໂທລະສັບເປັນຂໍ້ມູນຫຼັກໃນການຢັ້ງຢືນການນຳໃຊ້ຂອງບຸກຄົນ ແຕ່ຍັງບໍ່ທັນສອດຄ່ອງຕາມຫຼັກການຂອງສາກົນ, ພ້ອມທັງລົງທະບຽນເປັນລະຫັດປະຈຳຕົວບຸກຄົນ ແມ່ນເຫັນວ່າມີຄວາມຈຳເປັນ ແລະ ສຳຄັນຢ່າງຍິ່ງຕໍ່ກັບລະບົບຂໍ້ມູນຂ່າວສານຕະຫຼາດແຮງ ງານ ເພື່ອໃຫ້ໄດ້ຂໍ້ມູນຜູ້ທີ່ມາລົງທະບຽນໃນລະບົບດັ່ງກ່າວມີຄວາມຖືກຕ້ອງ ແລະ ຊັດເຈນຍິ່ງຂຶ້ນ. ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ.

Read More »

ອິນເດຍແຊງໜ້າອາເມລິກາ ຫຼັງຍອດຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນສູງສຸດໃນມື້ດຽວ

ອິນເດຍສ້າງສະຖິຕິຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນສູງສຸດໃນໂລກພຽງມື້ດຽວ.​ ວັນທີ 30 ສິງຫາ 2020 ທີ່ຜ່ານມາ ອິນເດຍມີຜູ້ຕິດເຊື້ອ Covid-19 ເພີ່ມຂຶ້ນຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ ທີ່ມີສະຖິຕິເຖິງ 78.​761 ກໍລະນີ ພາຍໃນ 24 ຊົ່ວໂມງ. ສາເຫດເນື່ອງມາຈາກ ຄະນະລັດຖະບານໄດ້ສືບຕໍ່ຍົກເລີກມາດຕະການຕ່າງໆ ເພື່ອຊຸກຍູ້ເສດຖະກິດທີ່ສູນເສຍວຽກເຮັດງານທຳຂອງຫຼາຍລ້ານຄົນ ໃນຂະນະທີ່ເຊື້ອໄວຣັດເຂົ່າແຜ່ລະບາດໃນເດືອນມີນາ. ການເພີ່ມຂຶ້ນຂອງໄວຣັດໃນເຂດຊົນນະບົດຫຼາຍແຫ່ງຍັງຄົງເປັນບັນຫາທີ່ສຳຄັນ. ພາບປະກອບ ໃນວັນດຽວກັນນີ້ ການຕິດເຊື້ອທົ່ວໂລກທະລຸ 25 ລ້ານຄົນ ໂດຍມີຜູ້ເສຍຊີວິດ 843.​000 ຄົນ ເຊິ່ງສະຫະລັດອາເມລິກາຍັງຄົງເປັນປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໂດຍມີຜູ້ຕິດເຊື້ອ 6 ລ້ານຄົນ ຕາມການວິໄຈຂອງມະຫາວິທະຍາໄລ Johns Hopkins. ການນັບວັນດຽວກັນນີ້ມີຜູ້ຕິດເຊື້ອເພີ່ມຂຶ້ນໃນອິນເດຍທະລຸ 77.​299 ກໍລະນີ ພາຍໃນ 24 ຊົ່ວໂມງ. ທ່ານໝໍ Manoj Kumar ຊ່ຽວຊານດ້ານໂລກຫົວໃຈໄດ້ກ່າວກັບສຳນັກຂ່າວຣອຍເຕີວ່າ: “ນັບວ່າເປັນການເພີ່ມຂຶ້ນຂອງ 1 ມື້ ທີ່ໃຫຍ່ທີ່ສຸດກໍລະນີໃນທົ່ວໂລກ ແລະ ສາເຫດທີ່ຢູ່ເບື້ອງຫຼັງນັ້ນ ເນື່ອງມາຈາກການແຜ່ລະບາດຂອງໂລກລະບາດໃນເຂດຊົນນະບົດ” ໃນຊ່ວງທຳອິດການປ້ອງກັນພະຍາດ Covid-19 ຢູ່ປະເທດອິນເດຍ ແມ່ນເຮັດໄດ້ດີພໍສົມຄວນໂດຍກຳນົດໃຫ້ມີການປ້ອງກັນຢ່າງເຂັ້ມງວດ ແຕ່ຈາກນັ້ນເຊື້ອໄວຣັດດັ່ງກ່າວ ...

Read More »

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບຜູ້ຕາງໜ້າອົງການອຸຍນີເຊັບ…

ຕອນບ່າຍວັນທີ 2 ກັນຍາ 2020 ຢູ່ຫ້ອງປະຊຸມກະຊວງຖະແຫລວງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ດຣ ນາງ ເພຍ ຣີໂບໂລ ບຣີດໂຕ ຜູ້ຕາງຫນ້າອົງ ການສະຫະປະຊາຊາດສໍາລັບເດັກນ້ອຍ ຫລື ຢູນີເຊັຟ ຄົນໃຫມ່ປະຈໍາລາວ ໂດຍມີພາກສ່ວນກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ. ໂອກາດນີ້ ທ່ານ ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງມາຍັງຜູ້ຕາງຫນ້າອົງການສະຫະປະຊາຊາດສໍາລັບເດັກນ້ອຍ ຫລື ຢູນີເຊັຟຄົນໃຫມ່ປະຈໍາລາວ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຊ່ວຍເຫລືອຂອງອົງການຢຸນີເຊັຟ ຕໍ່ລັດຖະບານລາວໃນໄລຍະຜ່ານມາໃນການຈັດຕັ້ງປະຕິບັດໂຄງການຕ່າງໆຢ່າງໃກ້ຊິດ ຮ່ວມກັບກະຊວງຖະແຫລງຂ່າວວັດທະນະທໍາແລະທ່ອງທ່ຽວ ເພື່ອສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວດ້ານການນໍາໃຊ້ເຕັກໂນໂລຊີທີ່ທັນສະໄຫມ ເຊີ່ງມີບົດບາດສໍາຄັນໃນການ ບັນລຸເປົ້າຫມາຍການພັດທະນາແບບຢືນຍົງ ແລະ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8 ໂດຍການເລີ່ມຜະລິດລາຍການຜ່ານໂທລະພາບສໍາລັບເດັກກ່ອນໄວຮຽນ, ໂຄງການວິທະຍຸໄວຫນຸ່ມ ແລະ ອື່ນໆ ແລະ ເມື່ອບໍ່ດົນມານີ້ອົງການຢູນີເຊັຟ ຮ່ວມກັບລັດຖະບານລາວ ກໍຄືກະຊວງ ຖວທ ...

Read More »

ດ່ວນ!!! ປັບຂຶ້ນລາຄານໍ້າມັນ…

ແຈ້ງການດ່ວນ!!! ປັບຂຶ້ນລາຄານໍ້າມັນ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 4 ກັນຍາ 2020 ເປັນຕົ້ນໄປ

Read More »

ເຄັດລັບຄວາມສໍາເລັດໃນການສ້າງທຸລະກິດ 100 ປີ ແບບຈິດວິນຍານຍີ່ປຸ່ນ

ຄູເຊັ່ງມີປະສົບການໃນການໄປສຶກສາຮໍ່າຮຽນ ແລະ ເຮັດວຽກຢູ່ປະເທດຍີ່ປຸ່ນລວມກັນທັງໝົດເປັນເວລາ 12 ປີ. ຄູເຊັ່ງສາມາດສໍາຜັດໄດ້ເຖິງຄວາມມີລະບຽບວິໄນສູງ ແລະ ຄວາມຕື່ນຕົວສູງຂອງຄົນຍີ່ປຸ່ນ. ໂດຍສະເພາະແມ່ນລະບຽບວິໄນທາງດ້ານການບໍລິຫານເວລາ. ຄົນຍີ່ປຸ່ນຈະຕົງຕໍ່ເວລາ, ຮັກສາຄໍາໝັ້ນສັນຍາ ແລະ ເປັນບຸກຄົນທີ່ມີຄວາມຮັບຜິດຊອບສູງ. ທັງນີ້ການຝຶກຝົນລະບຽບວິໄນນັ້ນບໍ່ໄດ້ເກີດຂຶ້ນພາຍໃນມື້ດຽວ, ຄົນຍີ່ປຸ່ນຖືກຝຶກຝົນຫຼໍ່ຫຼອມລະບຽບວິໄນມາຕັ້ງແຕ່ຍັງນ້ອຍໆໂດຍການລ້ຽງດູຈາກພໍ່ແມ່ ແລະ ຈາກໂຮງຮຽນລ້ຽງເດັກ, ໂຮງຮຽນອະນຸບານເປັນຕົ້ນມາ. ໂດຍສະເພາະແມ່ນການເຮັດກິດຈະກໍາຕ່າງໆ, ການຮຽນໃນບ້ານ, ການຮຽນຢູ່ໂຮງຮຽນ, ການຮັບປະທານອາຫານ, ການຊ່ວຍວຽກເຮືອນພໍ່ແມ່, ການເບິ່ງໂທລະພາບ, ການເຂົ້ານອນ ແລະ ອື່ນໆແມ່ນຕ້ອງເຮັດໃຫ້ຖືກຕ້ອງຕາມເວລາທີ່ວາງເອົາໄວ້ທຸກໆມື້ຈົນກາຍເປັນກິດຈະວັດປະຈໍາ, ເປັນຄວາມລຶ້ງເລີຍ, ແລະ ເປັນນິໄສທີ່ດີນັ້ນເອງ. ບົດຄວາມໃນຫົວຂໍ້ຈິດວິນຍານຂອງການມີລະບຽບວິໄນສູງນີ້, ຄູເຊັ່ງຂໍເລີ່ມຕົ້ນດ້ວຍການຖາມຄໍາຖາມກັບບັນດາທ່ານຜູ້ອ່ານ 4 ຂໍ້ດັ່ງຕໍ່ໄປນີ້, ແລ້ວຂໍໃຫ້ພວກທ່ານຕອບຄໍາຖາມຄູເຊັ່ງໃນໃຈ. 1.) ເປັນຫຍັງຄົນເຮົາທີ່ໄດ້ຮັບໂອກາດມີເວລາ 24 ຊົ່ວໂມງເທົ່າກັນ, ແຕ່ລະຄົນໃຊ້ 24 ຊົ່ວນີ້ສ້າງປະໂຫຍດ, ສ້າງຄຸນຄ່າ, ສ້າງປະສິດຕິຜົນ ແລະ ຜົນໄດ້ຮັບທີ່ແຕກຕ່າງກັນ? ເຖິງວ່າຈະແມ່ນໜ້າວຽກອັນດຽວກັນ. ບາງຄົນເຮັດອອກມາໄດ້ດີເລີດ, ໂດດເດັ່ນ ແລະ ສຸດຍອດແບບບໍ່ມີບ່ອນຕິໃນເວລາອັນສັ້ນພຽງແຕ່ 1 ຊົ່ວໂມງເທົ່ານັ້ນ. ແຕ່ບາງຄົນເຖິງຈະໃຊ້ເວລາ 24 ຊົ່ວໂມງ ແຕ່ເຮັດຫຍັງອອກມາກໍ່ບໍ່ໄດ້ດີ, ທໍາມະດາ, ບໍ່ໄດ້ເລື່ອງ ແລະ ...

Read More »

ລັດຖະມົນຕີຕ່າງປະເທດ ໂອ້ລົມທາງໂທລະສັບກັບ ລັດຖະມົນຕີອົດສະຕຣາລີ

ວັນທີ 2 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ມາຣີສ ເພນ (Marise Payne), ລັດຖະມົນຕີການຕ່າງປະເທດ ແລະ ລັດຖະມົນຕີຮັບຜິດຊອບວຽກງານແມ່ຍິງ ອົດສະຕຣາລີ ທີ່ ກະຊວງການຕ່າງປະເທດ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ. ໃນໂອກາດດັ່ງກ່າວ ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືອັນດີງາມຕະຫຼອດໄລຍະເວລາ 68 ປີ ຜ່ານມາ ນັບຕັ້ງແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຂອງສອງປະເທດຢ່າງເປັນປົກກະຕິ ຊຶ່ງໄດ້ເປັນການປະກອບສ່ວນອັນສຳຄັນໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ...

Read More »