ໃນວັນທີ 1ກັນຍານີ້ ນັກຮຽນທົ່ວເອີຣົບ ກັບເຂົ້າຮຽນ ໃນໂຮງຮຽນອີກຄັ້ງ ຫລັງຈາກການແຜ່ລະບາດເຊື້ອພະຍາດ ໂຄວິດ-19 ເຮັດໃຫ້ຕ້ອງປິດໂຮງຮຽນເກືອບ 6 ເດືອນ ເຖິງວ່າ ຄູອາຈານ ແລະ ຜູ້ປົກຄອງ ຈຳນວນຫລາຍ ຈະຍັງຄົງເປັນຫ່ວງ ການເປີດຮຽນອີກຄັ້ງ ຈະເລັ່ງການລະບາດ ຂອງພະຍາດ ເນື່ອງຈາກ ທົ່ວທັງທະວີບ ຍັງຄົງມີອັດຕາການຕິດເຊື້ອຈະເພີ່ມຂຶ້ນ ແຕ່ລັດຖະບານ ແຕ່ລະປະເທດ ກໍ່ຢືນຢັນວ່າ ສົມຄວນຕ້ອງເປີດຮຽນ ໂດຍສະເພາະ ຝຣັ່ງ ໄດ້ເປີດໃຫ້ນັກຮຽນ ກັບເຂົ້າຮຽນ ໃນໂຮງຮຽນ ຫລັງຈາກ ປິດພາກຮຽນ ໃນລະດູຮ້ອນ ຈົນເຖິງ 2ເດືອນ ໂດຍຄູ ແລະ ນັກຮຽນ ອາຍຸ ລະຫວ່າງ 11ເຖິງ 18ປີ ຈະຕ້ອງໃສ່ຜ້າອັດປາກ ອະນາໄມ ທັງໃນຮົ່ມ ແລະ ກາງແຈ້ງ.

ຂະນະທີ່ ນັກຮຽນ ໃນແບນຊິກ ກໍ່ກັບເຂົ້າຮຽນ ເຊັ່ນກັນ ສ່ວນນັກຮຽນໃນ ເຢຍລະມັນ ໄດ້ເຂົ້າຮຽນມາຕັ້ງແຕ່ ເດືອນກ່ອນ.ສຳລັບ ເກຣັກ ນັກຮຽນ ຈະກັບໄປໂຮງຮຽນ ໃນອາທິດໜ້າ ກໍ່ບັງຄັບໃຫ້ຕ້ອງໃສ່ຜ້າອັດປາກ ເຊັ່ນກັນ ແລະ ກຳນົດໃຫ້ມີນັກຮຽນບໍ່ເກີນ 25 ຄົນຕໍ່ຊັ້ນຮຽນ. ຂະນະທີ່ ອັງກິດ ແລະ ປະເທດອື່ນໆອີກ ຈະກັບໄປໂຮງຮຽນໃນອາທິດນີ້.
