ປັດຈຸບັນ Elon Musk ກາຍເປັນຄົນຮັ່ງມີກວ່າ Mark Zuckerberg ຫຼັງຈາກແຍກຫຸ້ນຈາກ Tesla

ໃນຂະນະທີ່ທົ່ວໂລກກຳລັງປະເຊີນກັບວິກິດໂຄວິດ-19 ເຊິ່ງສົ່ງຜົນເຮັດໃຫ້ເສດຖະກິດຕົກຕໍ່າ ຫຼາຍບໍລິສັດຍັກໃຫຍ່ລະດັບໂລກໄດ້ມີການປິດຕົວລົງ ແລະ ບາງບໍລິສັດກໍໄດ້ປົດພະນັກງານອອກເພື່ອຄວາມຢູ່ລອດຂອງທຸລະກິດ ແຕ່ບາງທຸລະກິດກໍໄດ້ພິກວິກິດໃຫ້ເປັນໂອກາດ ສ້າງກຳໄລໄດ້ຢ່າງຫຼວງຫຼາຍ… ເຊິ່ງ Elon Musk ເປັນອີກໜຶ່ງນັກລະກິດທີ່ປະສົບຄວາມສຳເລັດໄດ້ໃນສະຖານະການໂຄວິດ-19 ໂດຍມີຊັບສິນເພີ່ມຂຶ້ນເຖິງ 87.8 ພັນລ້ານໂດລາສະຫະລັດໃນປີນີ້ ເນື່ອງຈາກຫຸ້ນຂອງ Tesla ພຸ່ງຂຶ້ນເກືອບ 500% ແລະ ປັດຈຸບັນ Elon Musk ມີຊັບສິນມູນຄ່າຫຼາຍກວ່າ 115.4 ພັນລ້ານໂດລາສະຫະລັດ ເຊິ່ງກາຍເປັນບຸກຄົນທີ່ລໍ່າລວຍອັນດັບ 3 ຂອງໂລກ ແຊງ Mark Zuckerberg ຜູ້ຮ່ວມກໍ່ຕັ້ງ Facebook Inc.

10 Things You Didn't Know About Elon Musk | National News | US News

Tesla ເປັນທີ່ນິຍົມໃນບັນດານັກລົງທຶນສະມັກຫຼີ້ນໃນບໍລິສັດການຄ້າອອນລາຍ Robinhood Financial ເປັນໜຶ່ງໃນຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກການເຕີບໃຫຍ່ຂອງການລົງທຶນໃນການຄ້າລາຍຍ່ອຍ ເຊິ່ງໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ເມື່ອຮອດຈຸດໜຶ່ງຂອງເດືອນ ບັນຊີຂອງ Robinhood ເກືອບ 40,000 ບັນຊີ ໄດ້ເພີ່ມຫຸ້ນຂອງ Tesla ພຽງ 4 ຊົ່ວໂມງ ແລະ ມີແນວໂນ້ມທີ່ບໍ່ຈໍາກັດ ຢູ່ໃນສະຫະລັດອາເມລິກາເທົ່ານັ້ນ.

ມູນຄ່າຕະຫຼາດ 464 ພັນລ້ານໂດລາສະຫະລັດ ຂອງ Tesla ຕອນນີ້ສູງກວ່າມູນຄ່າການຄ້າຍ່ອຍຂອງ Walmart Inc. ເຊິ່ງເປັນ ບໍລິສັດທີ່ໃຫຍ່ທີ່ສຸດໃນສະຫະລັດອາເມລິກາຕາມລາຍໄດ້.

ໃນຊ່ວງການລະບາດໃຫຍ່ຂອງໂຄວິດ-19 Elon Musk ຍັງມີເສັ້ນທາງອີກຍາວໄກທີ່ຈະກາຍເປັນບຸກຄົນທີ່່ຮັ່ງມີທີ່ສຸດໃນໂລກ.

Comments