ສຳເລັດກອງປະຊຸມ ເຈົ້າຫນ້າທີ ອາວຸໂສ ພະລັງງານ ອາຊຽນຄັ້ງທີ 38

ກອງປະຊຸມທາງໄກ ເຈົ້າຫນ້າທີ ອາວຸໂສ ພະລັງງານ ຄັ້ງທີ 38 (ASEAN senior officials meeting) ໂດຍ ສສ ຫວຽດນາມ ເປັນເຈົ້າພາບໄດ້ສຳເລັດລົງດ້ວຍໝາກຜົນອັນຈົບງາມ ເຊິ່ງນໍາພາໂດຍ ປອ. ອາຄົມເດດ ວົງໄຊ ຫົວຫນ້າກົມ ແຜນການ ແລະ ການຮວ່ມມື Senior Official on Energy (SOE Leaders) ສປປ ລາວ ພ້ອມດ້ວຍ Alternate SOE ແລະ ບັນດາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການລາຍງານໝາກຜົນບັນດາໜ້າວຽກ ແລະ ກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງສໍາເລັດໃນແຜນວຽກການຮ່ວມມືພະລັງງານອາຊຽນ APAEC ໄລຍະ 1: 2016-2020 ລວມທັງເປັນການທົບທວນຕໍ່ຮ່າງແຜນວຽກ ແລະ ບັນດາແຜນງານຕ່າງໆ (Programme area) ທີ່ນອນໃນຮ່າງ APAEC ໄລຍະ 2: 2021-2025 ກ່ອນຈະເປັນສະບັບສຸດທ້າຍ ເພື່ອເອົາເຂົ້າຮັບຮອງໃນກອງປະຊຸມ AMEM ຄັ້ງທີ 38. ໂດຍລວມ ສປປ ລາວ ແມ່ນເຫັນດີເປັນເອກະພາບ ໃນການສະໜັບສະໜູນແກ່ວຽກງານການຮ່ວມມືດ້ານພະລັງງານອາຊຽນໂດຍສະເພາະແມ່ນ ຊຸກຍູ້ການສົ່ງເສີມພະລັງງານໄຟຟ້ານໍ້າຕົກທີ່ເປັນພະລັງງານສະອາດ ແລະ ເປັນທ່າແຮງຂອງ ສປປ ລາວ ລວມທັງການຍາດແຍ່ງເອົາການຮ່ວມມືກັບບັນດາປະເທດຄູ່ເຈລະຈາໃນວຽກພະລັງງານອາຊຽນ.

ກອງປະຊຸມ 4 ຝ່າຍປະກອບມີ: ປະເທດລາວ, ໄທ, ມາເລເຊຍ ແລະ ສິງກະໂປ ເພື່ອຮ່ວມກັນປຶກສາຫາລືຕໍ່ຂອບສັນຍາການຮ່ວມມືໃນໂຄງການສະໜອງພະລັງງານໄຟຟ້າຈາກ ສປປ ລາວ ຫາ ປະເທດສິງກະໂປ LTMS PIP ຈໍານວນ 100 MW ເຊິ່ງຄາດວ່າຈະໄດ້ເຊັນ MOU ລະຫວ່າງ 4 ປະເທດໃນເດືອນພະຈິກ 2020 ຢູ່ໃນວາລະຂອງກອງປະຊຸມ AMEM ຄັ້ງທີ 38 ແລະ ໃຫ້ສາມາດເລີ່ມຈັດຕັ້ງປະຕິບັດໂຄງການຫຼັງຈາກປີ 2021.

ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນລະຫວ່າງ ວັນທີ 24-27 ສິງຫາ 2020 ທີ່ຜ່ານມາ.

Comments