ຄະນະນໍາກະຊວງການຕ່າງປະເທດ ເຂົ້າອວຍພອນວັນຊາດ ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ

ໃນວັນທີ 1 ກັນຍາ 2020 ທີ່ຜ່ານມາ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າອວຍພອນ ສະຫາຍ ຫງວຽນ ບໍາຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເນື່ອງໃນໂອກາດ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ 75 ປີ (02/09/1945-02/09/2020) ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ (28/08/1945-28/08/2020). ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນໍາ ແລະ ພະນັກງານກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສະແດງຄວາມຊົມເຊີຍ ວັນສະຖາປະນາ ສສ ຫວຽດນາມ ແລະ ວັນການທູດ ສສ ຫວຽດນາມ ຄົບຮອບ 75 ປີ ຢ່າງສຸດໃຈ. ພ້ອມນັ້ນ, ຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດອັນໃຫຍ່ຫລວງໃນຫລາຍດ້ານຂອງ ສສ ຫວຽດນາມ ທີ່ສາມາດຍາດມາໄດ້ໃນຕະຫລອດ 75 ປີ ຜ່ານມາ ເຊັ່ນ: ເສດຖະກິດຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາ ແລະ ປັບປຸງໃຫ້ດີຂຶ້ນເປັນກ້າວໆ.

ນອກຈາກນັ້ນ, ສະ ຫາຍ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດທີ່ຂະແໜງການຕ່າງປະເທດຍາດມາໄດ້ໃນຕະຫລອດໄລຍະ 75 ປີ ຜ່ານມາ ທີ່ເຮັດໃຫ້ບົດບາດ, ຊື່ສຽງ ແລະ ອິດທິພົນ ຂອງ ສສ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ອັນໄດ້ປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສສ ຫວຽດນາມ, ພິເສດ ປີ 2020 ນີ້ ສສ ຫວຽດນາມ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ, ກອງປະຊຸມໄອປາ ຄັ້ງທີ 36, ທັງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ; ສສ ຫວຽດນາມ ສາມາດຈັດບັນດາກອງປະຊຸມດັ່ງກ່າວ ໃນຮູບແບບໃໝ່ຜ່ານລະບົບອອນລາຍ (Video Conference) ໄດ້ຢ່າງດີເລີດ ໃນທ່າມກາງການແພ່ລະບາດຂອງພະຍາດໂຄວິດ-19. ພິເສດ, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຮ່ວມມືກັນຢ່າງສະໜິດແໜ້ນ ແລະ ມີປະສິດທິພາບສູງ ລະຫວ່າງ ກະຊວງການຕ່າງປະເທດລາວ ກັບ ສະຖານທູດຫວຽດນາມ ໃນໄລຍະຜ່ານມາ, ເຮັດໃຫ້ສາມາດຊຸກຍູ້ການພົວພັນອັນເປັນມູນເຊື້ອທີ່ດີ ລະຫວ່າງ ສອງຝ່າຍ ໃຫ້ຂະຫຍາຍຕົວ ແລະ ມີຜົນສໍາເລັດຫລາຍດ້ານ.

ພ້ອມນີ້, ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ການຊ່ວຍເຫລືອຢ່າງທັນການ ຂອງສສ ຫວຽດນາມ ຕໍ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ເຖິງວ່າ ຫວຽດນາມ ຈະໄດ້ຮັບຜົນກະທົບຈາກພະຍາດດັ່ງກ່າວເຊັ່ນກັນ ແຕ່ກໍຍັງໃຫ້ການຊ່ວຍເຫລືອແກ່ ສປປ ລາວ ເປັນຕົ້ນ ໄດ້ສົ່ງຄະນະແພດຊ່ຽວຊານ, ຢາປົວພະຍາດ ພ້ອມທັງອຸປະກອນການແພດມາຊ່ວຍລັດຖະບານລາວ. ຂະນະດຽວກັນ ໄດ້ສະແດງຄວາມເຫັນໃຈຕໍ່ ສສ ຫວຽດນາມ ທີ່ຫວ່າງບໍ່ດົນມານີ້ ໄດ້ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຮອບໃໝ່ ແລະ ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ດ້ວຍຄວາມເອົາໃຈໃສ່ຢ່າງໃກ້ຊິດ ແລະ ການນໍາພາອັນສະຫລາດສ່ອງໃສຂອງການນໍາພັກ-ລັດ, ສສ ຫວຽດນາມ ຈະສາມາດຄວບຄຸມພະຍາດດັ່ງກ່າວໄດ້ຢ່າງສິ້ນເຊີງ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິ. ໃນໂອກາດດຽວກັນນີ້, ສະຫາຍ ເອກອັກຄະລັດຖະທູດ ຫງວຽນ ບ໋າ ຮຸ່ງ ກໍໄດ້ສະແດງຄວາມຂອບໃຈຢ່າງຍິ່ງ ຕໍ່ການມາອວຍພອນ ຂອງສະຫາຍ ລັດຖະມົນຕີ ສະເຫລີມໄຊ ກົມມະສິດ ແລະ ຄະນະ ໃນຄັ້ງນີ້. ພ້ອມທັງສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ການໃຫ້ຄວາມສໍາຄັນອັນຈິງໃຈຂອງ ພັກ-ລັດຖະບານ ແຫ່ງ ສປປ ລາວ ແລະ ຊົມເຊີຍຕໍ່ການຈັດພິທີໂຮມຊຸມນຸມ ແລະ ບັນດາກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 75 ປີ ເປັນຕົ້ນແມ່ນ ການວາງສະແດງຮູບພາບ ການພົວພັນຮ່ວມມື ລາວ-ຫວຽດນາມ, ຫວຽດນາມ-ລາວ. ພ້ອມທັງ, ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ຫວຽດນາມ-ລາວ ໃນໄລຍະຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ນັບມື້ຈະໄດ້ຮັບການຖະໜຸຖະໜອມບໍາລຸງສ້າງ ແລະ ໄດ້ຮັບການເຊີດຊູຢ່າງບໍ່ຢຸດຢັ້ງ.

ໃນຕອນທ້າຍ, ສະຫາຍ ສະເຫລີມໄຊ ກົມມະສິດ ກໍໄດ້ອວຍພອນໃຫ້ ສະຫາຍ ຫງວຽນ ບ໋າ ຮຸ່ງ ພ້ອມດ້ວຍພະນັກງານສະຖານທູດທຸກສະຫາຍ ແລະ ຜ່ານສະຫາຍ ໄປຍັງການນໍາພັກ-ລັດ ຂອງ ຫວຽດນາມ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສໍາເລັດໃໝ່ ໃນໜ້າທີ່ອັນມີກຽດຂອງຕົນ, ພ້ອມທັງອວຍພອນແດ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງສືບຕໍ່ໄດ້ຮັບຜົນສໍາເລັດໃໝ່ ຍິ່ງໃຫຍ່ກວ່າເກົ່າ ໃນຊຸມປີຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂປລ

Comments