ຊຸມນຸມ ສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ

ຕອນເຊົ້າວັນທີ 02 ກັນຍາ 2020, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໄດ້ມີພິທີໂຮມຊຸມນຸມສະເຫຼີມສະຫຼອງວັນຊາດ ສສ.ຫວຽດນາມ ຄົບຮອບ 75 ປີ (2.9.1945 – 2.9.2020) ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີ ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະລັດຖະ ທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍການນຳພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງລາວ ແລະ ຫວຽດນາມ ເຂົ້າຮ່ວມ.

ໃນໂອກາດນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວຄຳປາໄສ ເຊີ່ງສະຫາຍໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ແລະ ເປັນກຽດຢ່າງສູງທີ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດແຫ່ງ ສປປ ລາວ, ແນວລາວສ້າງຊາດ, ອົງການປົກຄອງນະຄອນ ຫຼວງວຽງຈັນ, ສະມາຄົມມິດຕະພາບລາວ-ຫວຽດນາມຂັ້ນສູນກາງ ໄດ້ຈັດຕັ້ງພິທີໂຮມຊຸມນຸມອັນເຄັ່ງຂຶມໃນຄັ້ງນີ້ ເພືື່ອຂໍ່ານັບຮັບຕ້ອນ ແລະ ຊົມເຊີຍ ວັນຄົບ ຮອບ 75 ປີ ແຫ່ງການສະຖາປະນາເປັນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເຊີ່ງເປັນລັດກໍາມະກອນ-ຊາວນາ ລັດທໍາອິດຢູ່ອາຊີອາຄະເນ, ພ້ອມນີ້ ສະຫາຍ ປະທານສະພາແຫ່ງຊາດ ໄດ້ຢ້ຳວ່າ: ຫວຽດນາມ ແມ່ນຊາດວິລະຊົນ, ປະຊາຊົນຫວຽດນາມ ແມ່ນປະຊາຊົນວິລະຊົນໃນການຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມເສັ້ນທາງສັງຄົມນິຍົມ, ພ້ອມທັງ ໄດ້ທົບທວນຄືນບັນດາຂີດໝາຍປະຫວັດສາດທີ່ສຳຄັນຂອງຫວຽດນາມ ຕະຫລອດໄລຍະ 75 ປີຜ່ານມາ. ສະຫາຍ ນາງ ປານີ ຢາທໍ່ຕູ້ ຍັງໄດ້ຕີລາຄາສູງທີ່ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ສາມາດຍາດໄດ້ໄຊຊະນະ ແລະ ຜົນງານໃຫຍ່ຫລວງຮອບດ້ານ ແລະ ມີລັກສະນະປະຫວັດສາດ, ໃນການຕໍ່ສູ້ຢ່າງທໍລະຫົດອົດທົນຈົນສາມາດປົດປ່ອຍຕົນເອງ ໃຫ້ຫລຸດພົ້ນອອກຈາກແອກຄອບຄອງຂອງພວກຈັກກະພັດລ່າເມືອງຂຶ້ນ ທັງເກົ່າ ແລະ ໃໝ່, ນຳພາປະເທດດຳເນີນພາລະກິດປ່ຽນແປງໃໝ່ ແລະ ສາມາດເຮັດໃຫ້ປະເທດຫລຸດພົ້ນອອກຈາກສະຖານະພາບປະເທດທຸກຍາກ ແລະ ດ້ອຍພັດທະນາ, ຖານະບົດບາດ ແລະ ຊື່ສຽງຂອງປະເທດຫວຽດນາມໄດ້ດັງກ້ອງໄກອອກໄປທົ່ວໂລກ.

ພ້ອມນີ້, ສະຫາຍ ຍັງໄດ້ຕີລາຄາສູງ ແລະ ຕາງໜ້າພັກ – ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບໃຈຢ່າງຈິງໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງແຮງກ້າ, ການຊ່ວຍເຫຼືອອັນໃຫຍ່ ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ແກ່ພາລະກິດຕໍ່ສູ້ປົດປ່ອຍໃນເມື່ອກ່ອນ ກໍ່ຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງປະຊາຊົນລາວໃນປະຈຸບັນ ແລະ ໃຫ້ຄຳໝັ້ນສັນຍາວ່າ ສປປ ລາວ ຈະຮ່ວມກັບ ສສ.ຫວຽດນາມ ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ປະທານໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານໄກສອນ ພົມວິຫານ ທີ່ແສນເຄົາລົບຮັກ ເປັນຜູ້ສ້າງຕັ້ງ ແລະ ເພີ່ມພູນຄູນສ້າງ ເຊິ່ງໄດ້ກາຍເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດລາວ-ຫວຽດນາມ, ທັງເປັນແບບຢ່າງທີ່ຫາຍາກໃນການພົວພັນສາກົນ ໃຫ້ຈະເລີນງອກງາມຕະຫຼອດໄປ ແລະ ກາຍເປັນມູນມໍລະດົກອັນລໍ້າຄ່າໃຫ້ແກ່ຮຸ່ນລູກ ຮຸ່ນຫຼານຂອງພວກເຮົາສືບທອດຕໍ່ໄປ.

ປະທານສະພາແຫ່ງຊາດລາວຍັງໄດ້ອວຍພອນໃຫ້ປະຊາຊົນຫວຽດນາມ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ອັນມີ ສະຫາຍ ຫງວຽນ ຟູ້ ຈ໋ອງ ເປັນຜູ້ນໍາໜ້ານັ້ນ ຈົ່ງຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນການປະຕິບັດບັນດາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ນໍາເອົາປະເທດຫວຽດນາມ ກ້າວສູ່ໄລຍະໃໝ່, ໄລຍະແຫ່ງການຫັນເປັນປະເທດອຸດສາຫະກໍາ ແລະ ທັນສະໄໝດ້ວຍບາດກ້າວອັນໜັກແໜ້ນ, ບັນລຸເປົ້າໝາຍເຮັດໃຫ້ປະຊາຊົນຮັ່ງມີ, ປະເທດ ຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ; ປະກອບສ່ວນຢ່າງສົມກຽດ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ຢູ່ພາກພື້ນ ແລະ ໃນໂລກ. ຫລັງຈາກນັ້ນ, ສະຫາຍ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ.ຫວຽດນາມ ປະຈຳ ສປປ ລາວ ໄດ້ກ່າວຄໍາເຫັນ ໂດຍສະຫາຍໄດ້ຍົກໃຫ້ເຫັນເຖິງບັນດາຜົນງານ, ໄຊຊະນະຂອງຫວຽດນາມ ໃນຕະຫລອດ ໄລຍະ 75 ປີຜ່ານມາ, ພາຍໃຕ້ການນນຳພາອັນປີຊາສາມາດ, ສະຫລາດສ່ອງໃສຂອງພັກກອມມູນິດຫວຽດນາມ ພ້ອມທັງຕີລາຄາສູງເຖິງມູນເຊື້ອແຫ່ງການພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ແລະ ໄດ້ສະ ແດງຄວາມຮູ້ບຸນຄຸນຕໍ່ການນຳພັກ-ລັດຖະບານ ແລະ ປະຊາຊົນລາວ ທີ່ຍາມໃດກໍໃຫ້ການສະໜັບສະໜູນຊ່ວຍ ເຫລືອ ພັກ-ລັດຖະບານ ແລະ ປະຊາຊົນຫວຽດ ນາມ ຕະ ຫລອດມາ ແລະ ຈະເຮັດທຸກຄວາມສາມາດ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ແຕກດອກອອກຜົນ ແລະ ມີຜົນປະໂຫຍດຮ່ວມກັນຂອງສອງຊາດ ຫວຽດ ນາມ-ລາວ.

ແຫຼ່ງຂໍ້ມູນ: ວທສ

Comments