ການນໍາຂັ້ນສູງແຫ່ງ ສປປ ລາວຮ່ວມ ອວຍພອນການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ ໂອກາດລະນຶກການປະຕິວັດເດືອນສິງຫາ ວັນສະຖາປະນາ ສສ ຫວຽດນາມ ຄົບຮອບ75ປີ

ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ແລະ ສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ75ປີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫ່ຍ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ , ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ຫງວຽນ ຝູ້ ຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະຫາຍ ຫງວຽນ ຊວັນ ຟຸກ ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດສັງຄົມນິຍົມ ຫວຽດນາມ, ສະຫາຍ ນາງ ຫງວຽນ ທິ ກີມ ເງິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ເຊິ່ງມີເນື້ອໃນວ່າ:

ເນື່ອງໃນໂອກາດລະນຶກການປະຕິວັດເດືອນສິງຫາ ແລະ ສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 75 ປີ (2/9/1945 – 2/9/2020) ໃນນາມຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ກໍ່ຄືໃນນາມສ່ວນຕົວ ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍານັບຊົມເຊີຍທ່ານສະຫາຍອ້າຍນ້ອງອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດ ມາຍັງບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທຸກຖ້ວນໜ້າ. ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ ຕະຫຼອດໄລຍະ 75 ປີຜ່ານມາ, ພາຍໃຕ້ ການນໍາພາທີ່ຖືກຕ້ອງ, ສະຫຼາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ທີ່ມີກຽດສະຫງ່າ, ພັກທີ່ປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່ເປັນຜູ້ກໍ່ຕັ້ງ, ປະຊາຊົນຫວຽດນາມວິລະຊົນ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບນາໆປະການ ໃນແປວໄຟແຫ່ງການຕໍ່ສູ້ປະຕິວັດທີ່ດຸເດືອດຂ້ຽວຂາດ ແລະ ເຕັມໄປດ້ວຍການເສຍສະຫລະອັນໃຫ່ຍຫລວງ ຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ວ່າ ”ບໍ່ມີຫຍັງປະເສີດໄປກ່ວາເອກະລາດ ແລະ ເສລີພາບ” ເພື່ອຍາດເອົາເອກະລາດແຫ່ງຊາດ ແລະ ກ້າວໄປເຖິງການທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ ໃນບັ້ນຮົບໂຮ່ຈີມິນທີ່ລືຊື່ ໃນລະດູບານໃໝ່ປີ 1975, ສືບຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດສັງຄົມນິຍົມໃນຕະຫຼອດໄລຍະຫຼາຍທົດສະວັດທີ່ຜ່ານມາ, ໂດຍສະເພາະແມ່ນໄລຍະ 30 ກວ່າປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່, ເຊິ່ງສາມາດຍາດໄດ້ໄຊຊະນະ, ຜົນສຳເລັດທີ່ໃຫ່ຍຫຼວງຮອບດ້ານ, ມີລັກສະນະປະຫັວດສາດ ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີສະຖຽນລະພາບດ້ານການເມືອງທີ່ໜັກແໜ້ນ, ເສດຖະກິດມີການຂະຫຍາຍຕົວດ້ວຍຈັງຫວະສູງ ຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໄດ້ຮັບການ ປັບປຸງທີ່ດີຂຶ້ນເລື້ອຍໆ, ການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ມີຄວາມໝັ້ນຄົງ ແລະ ເຂັ້ມແຂງ, ການພົວພັນກັບຕ່າງປະເທດນັບມື້ນັບໄດ້ຮັບການເປີດກ້ວາງ, ບົດບາດອິດທິພົນຂອງພັກກອມມູນິດຫວຽດນາມ ແລະ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ນັບມື້ນັບໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ. ພວກຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ແລະ ຕີລາຄາສູງ ຕໍ່ບັນດາໄຊຊະນະ ແລະ ຜົນສໍາເລັດດັ່ງກ່າວທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ໃນຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ ແລະ ຖືເປັນການປຸກລະດົມໃຈອັນແຮງກ້າໃຫ້ແກ່ ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າພວກຂ້າພະເຈົ້າ ໃນການດຳເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫລອດໄລຍະທີ່ຜ່ານມາ ພວກຂ້າພະເຈົ້າມີຄວາມເອກອ້າງ ແລະ ທະນົງໃຈເປັນຢ່າງຍີ່ງທີ່ເຫັນວ່າຕະຫລອດໄລຍະ 75 ປີຜ່ານມາ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ແລະ ຖືກຕ້ອງຂອງພັກກອມມູນິດອີນດູຈີນ ໃນເມື່ອກ່ອນ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວໃນປະຈຸບັນ, ປະຊາຊົນ 2 ຊາດລາວ – ຫວຽດນາມ ໄດ້ຄຽງບ່າຄຽງໄຫລ່ກັນຕໍ່ສູ້ຮ່ວມຄຸ້ມຄອງດຽວກັນ ເພື່ອຕີເອົາຊະນະກັບພວກຮຸກຮານຕ່າງຊາດໃນພາລະກິດປົດປ່ອຍຊາດຂອງຕົນ ແລະ ໄດ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ແບບເຂົ້າເມັດຫັກ, ຜັກເສັ້ນແບ່ງ, ເສຍສະຫລະອັນໃຫຍ່ຫຼວງໃຫ້ແກ່ກັນ ແລະ ກັນ ເພື່ອໄຊຊະນະສຸດທ້າຍຂອງພາລະກິດປະຕິວັດຂອງສອງປະເທດ; ມາໄລຍະໃຫມ່ ພາຍຫຼັງປະເທດຊາດທັງສອງຂອງພວກເຮົາໄດ້ຮັບການປົດປ່ອຍຢ່າງສົມບູນ, ປະຊາຊົນສອງຊາດພວກເຮົາໄດ້ຮ່ວມມືກັນ ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມທິດສັງຄົມນິຍົມຢ່າງໜັກແໜ້ນ.

ໃນໂອກາດອັນສະຫງ່າລາສີນີ້, ຕາງໜ້າພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ-ລັດ ແລະ ປະຊາຊົນຫວຽດນາມ, ອ້າຍນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນໃຫ້ແກ່ພາລະກິດ ປະຕິວັດຂອງປະຊາຊົນລາວ ພວກຂ້າພະເຈົ້າ ຕະຫຼອດມາ, ອັນເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງ ສອງພັກ, ສອງລັດ ແລະ ປະຊາຊົນ 2 ຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການສ້າງຕັ້ງ ແລະ ຖະນຸຖະໜອມໂດຍບັນດາການນຳລຸ່ນກໍ່ຕັ້ງຂອງສອງປະເທດ ແລະ ໄດ້ຜ່ານການທົດສອບບົນແປວໄຟປະຕິວັດມາເປັນເວລາຫລາຍສິບປີ ຈົນໄດ້ກາຍເປັນມໍລະດົກລວມອັນລ້ຳຄ່າ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນໜຶ່ງໃນປັດໄຈຕັດສີນໄຊຊະນະຂອງການປະຕິວັດຢູ່ແຕ່ລະປະເທດນັ້ນ ໃຫ້ນັບມື້ນັບມີປະສິດທິຜົນ, ເລິກເຊິ່ງ ແລະ ສວຍສົດງົດງາມມາເຖິງທຸກວັນນີ້. ພວກຂ້າພະເຈົ້າ ຂໍຢືນຢັນວ່າ ເຖິງສະພາບການພາກພື້ນ ແລະ ສາກົນ ຈະມີການປ່ຽນແປງຢ່າງສັບສົນປານໃດກໍ່ຕາມ ພັກ-ລັດ ແລະ ປະຊາຊົນລາວ ຈະສືບຕໍ່ຮ່ວມກັບບັນດາສະຫາຍ ຖະນຸຖະໜອມ ສາຍພົວພັນທີ່ຫາຍາກດັ່ງກ່າວໃຫ້ຄົງຢູ່ກັບປະຊາຊົນ 2 ຊາດ ຕະຫລອດໄປ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ.

ຂໍອວຍພອນໃຫ້ບັນດາສະຫາຍ ຈົ່ງມີສຸຂະພາບເຂັ້ມແຂງ, ພາລານາໄມສົມບູນ ແລະ ປະສົບຜົນສໍາເລັດ ໃນໜ້າທີ່ອັນສູງສົ່ງ ແລະ ມີກຽດສະຫງ່າຂອງຕົນ ໃນການສືບຕໍ່ນຳພາປະເທດຊາດຫວຽດນາມ ກ້າວຂຶ້ນຢ່າງໜັກແໜ້ນ ເພື່ອບັນລຸເປົ້າໝາຍ ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ສັງຄົມຍຸຕິທຳ ແລະ ສີວິໄລ, ປະຕິບັດບັນດາມະຕິຂອງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມໃຫ້ປະກົດເປັນຈິງ, ກ້າວໄປສູ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃຫ້ມີຜົນສຳເລັດຢ່າງຈົບງາມ, ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງ ຂະນົງແກ່ນ ແລະ ສວຍສົດງົດງາມຕະຫຼອດກາລະນານ ໂອກາດດຽວກັນ ສະຫາຍ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງ ສະຫາຍຟາມ ບິ່ງ ມິງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເຊັ່ນດຽວກັນ.

Comments