ສປ. ຈີນ ຫ້າມ ແລະ ຈຳກັດການສົ່ງອອກສິນຄ້າ

ຕາມການລາຍງານຂອງສຳນັກຂ່າວຊິນຮວາ ໃຫ້ຮູ້ວ່າ: ກະຊວງການຄ້າຂອງ ສປ ຈີນ ໄດ້ອອກຖະແຫຼງການເຜີຍແຜ່ລົງເວັບໄຊຂອງກະຊວງການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີວ່າ ຈີນໄດ້ຂຶ້ນບັນຊີສິນຄ້າເຕັກໂນໂລຊີຫ້າມສົ່ງອອກ 4 ລາຍການໄດ້ແກ່: ເຕັກໂນໂລຊີປຸ໋ຍຈຸລິນຊີ, ເຕັກໂນໂລຊີການຜະລິດກະເຟອິນ, ເຕັກໂນໂລຊີການຜະລິດໄຮໂບຟຣາວິນ, ເຕັກໂນໂລຊີການໝັກໃນຜະລິດຕະພັນວິຕາມິນ

ນອກຈາກນີ້, ຍັງມີເຕັກໂນໂລຊີຈຳກັດການສົ່ງອອກ 5 ລາຍການໄດ້ແກ່: ເຕັກໂນໂລຊີວັກແຊັງປ້ອງກັນພະຍາດນີວຄາສເຊິລ, ເຕັກໂນໂລຊີການຜະລິດຢາຈາກທຳມະຊາດ, ເຕັກໂນໂລຊີການກຽມ ແລະ ແປຮູບຂອງວັດສະດຸພໍລີເມີ, ເຕັກໂນໂລຊີການຜະລິດຢາເຄິ່ງສັງເຄາະ ແລະ ສັງເຄາະທາງເຄມີ ແລະ ເຕັກໂນໂລຊີໄຟວອລ ປ້ອງກັນຄວາມປອດໄພຂອງຂໍ້ມູນ.

ເຊິ່ງບັນຊີດັ່ງກ່າວຍັງໄດ້ເພີ່ມຕື່ມລາຍຊື່ເຕັກໂນໂລຊີທີ່ຈຳກັດການສົ່ງອອກລວມ 23 ລາຍການ, ໃນຄະນະທີ່ເຕັກໂນໂລຊີອີກ 21 ລາຍການ ຕ້ອງແກ້ໄຂເລື່ອງພາຣາມີເຕີທາງເຕັກນິກຕື່ມອີກ.

ຖະແຫຼງການຍັງລະບຸວ່າ: ການຖ່າຍໂອນເຕັກໂນໂລຊີທັງໝົດໄປຍັງຕ່າງປະເທດດ້ວຍວິທີການທາງການຄ້າ – ການລົງທຶນ ຫຼື ວິທີການອື່ນໆ ຈະຕ້ອງປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງໃນການນຳເຂົ້າ ແລະ ສົ່ງອອກເຕັກໂນໂລຊີຂອງປະເທດນັ້ນຢ່າງເຂັ້ມງວດ.

Comments