ຕາມການລາຍງານຂ່າວຂອງສໍານັກຂ່າວຕ່ງປະເທດລາຍງານວ່າ: ພົບແຂ້ຍັກ 4.4ແມັດ ຢູ່ທີ່ແຫຼ່ງທ່ອງທ່ຽວດັງແຫ່ງໜຶ່ງທີ່ປະເທດອົດສະຕາລີ ເປັນແຂ້ທີ່ຖືກຈັບໄດ້ຫຼາຍທີ່ສຸດໃນຮອບຫຼາຍປີ ຄາດວ່າຈະມີນໍ້າໜັກປະມານ 350 ກິໂລກຣາມ ເມື່ອວັນສຸກທີ່ຜ່ານມາໃນ ປ່າ Flora River Nature Park ເຊິ່ງເປັນສະຖານທີ່ໆນັກທ່ອງທ່ຽວໄປທ່ຽວຫຼາຍທີ່ສຸດທາງພາກຕາເວັນອອກສ່ຽງໃຕ້.ແຕ່ກ່ອນ ໃນເດືອນກໍລະກົດ ປີ 2018 ທີ່ຜ່ານມາ ແຂ້ນໍ້າເຄັມຂະໜາດໃຫຍ່ 4,7 ແມັດ ຖືກຂັງຢູ່ໃນແມ່ນໍ້າແຄເທີຣິນໃກ້ກັບທະເລ. ແຂ້ນໍ້າເຄັມເປັນແຂ້ສາຍພັນທີ່ໃຫຍ່ທີ່ສຸດ ແລະ ເປັນສັດເລືອຄານທີ່ມີຊີວິດທີ່ໃຫຍ່ທີ່ສຸດໃນໂລກ ແຂ້ເພດຜູ້ ໃຫຍ່ທີ່ສຸດປະມານ 7 ແມັດ ແລະ ມີນໍ້າໜັກຫຼາຍກວ່າ 997,9 ກິໂລກຣາມ. ເວົ້າໄດ້ວ່າເປັນສັດທີ່ເປັນຕາຢ້ານທີ່ສຸດທີ່ອາໄສຢູ່ແມ່ນໍ້າທີ່ໃກ້ແຄມຝັ່ງ ແລະ ທະເລສາບ.
ລັດຖະບານອົດສະຕາລີກ່າວວ່າ: ມີແຂ້ນໍ້າເຄັມຈໍານວນ 100.000 ອາໃສຢູ່ໃນປ່າເຂດພື້ນທີ່ Northern Territory ເຊິ່ງຢູ່ໃນການຄຸ້ມຄອງພາຍໃຕ້ກົດໝາຍຂອງລັດຖະບານ. ແຕ່ແຂ້ທີ່ມີບັນຫາຈະຖືກຈໍາກັດໂດຍໃຊ້ເປັນອາຫານຂອງສັດປ່າ, ໂດຍທົ່ວໄປແລ້ວເຈົ້າໜ້າທີ່ທະຫານຈະຈັບແຂ້ທີ່ມີບັນຫາຫຼາຍກວ່າ 250 ໂຕໃນແຕ່ລະປີ ເຊິ່ງຈະຖືກຍ້າຍໄປທີ່ສວນແຂ້ ຫຼືຂ້າຖິ້ມ. ໃນປີນີ້ມີການຈັບແຂ້ນໍ້າເຄັມໄດ້ທັງໝົດ 167 ໂຕທີ່ບໍລິເວນ Northern Territory ເຊິ່ງມີການວາງກັບດັກໄວ້ 80 ແຫ່ງໃນຈຸດຍຸດທະສາດຕາມຂໍ້ມູນຂອງລັດຖະບານ.
https://fox8.com/news/monster-croc-captured-at-tourist-hot-spot-in-australia/
