ປະທານປະເທດ ໂອ້ລົມ ພະນັກງານຫລັກແຫລ່ງ ແຂວງຊຽງຂວາງ

ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງ ໃນວັນທີ 23-24 ກໍລະກົດ 2021, ໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າ ແຂວງຊຽງຂວາງ ພ້ອມດ້ວຍບັນດາການນຳຂອງແຂວງ ແລະ ບັນດາການນຳ 7 ເມືອງ ທົ່ວແຂວງຊຽງຂວາງ.

May be an image of 2 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ດອກໄມ້

ການມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຊຽງຂວາງໃນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ໄດ້ພົບປະໂອ້ລົມພະ ນັກງານຫລັກແຫລ່ງຂອງແຂວງຊຽງຂວາງ ໄດ້ຮັບຟັງການລາຍງານສະພາບການພັດທະນາ ເສດຖະກິດ-ສັງຄົມພາຍໃນແຂວງໃຫ້ຊາບ. ໂດຍລວມແຂວງຊຽງຂວາງ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານການ ເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ເຮັດໃຫ້ປະຊາຊົນຍຸທ່າງທຳມາຫາກິນ ແລະ ມີການພັດທະ ນາຂຶ້ນໄປເລື້ອຍໆ, ແຂວງໄດ້ເອົາໃຈໃສ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ດ້ວຍຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງປະຈຳບ້ານ, ກຸ່ມບ້ານປັນປົກະຕິ, ສາມາດສ້າງບ້ານປ້ອມທີ່ໝັ້ນໄດ້ 12 ບ້ານ, ກຸ່ມບ້ານສູ້ຮົບລຽນຕິດໄດ້ 2 ກຸ່ມ ຜ່ານການຕີລາຄາປະເມີນຜົນການເຊື່ອມຊຶມ-ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ 8 ຂອງອົງຄນະພັກແຂວງ ແມ່ນສາມາດເຮັດໃຫ້ເປົ້າໝາຍເຂົ້າຮ່ວມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ, ສະໜັບສະໜູນ ແລະ ຕັ້ງໜ້າປະກອບສ່ວນເຂົ້າຮ່ວມປະຕິບັກໜ້າທີ່ການເມືອງໄດ້ເປັນຢ່າງດີ ເພື່ອແນໃສ່ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ມີການຫັນປ່ຽນໃໝ່ ແລະ ຂະຫຍາຍຕົວ ມາຮອດປັດຈຸບັນ ການພັດທະນາເສດຖະກິດພາຍໃນແຂວງ ມີການຂະຫຍາຍຕົວດີສົມຄວນ, ສະເລ່ຍລາຍຮັບ ບັນລຸໄດ້ 1.622 ໂດລາສະຫະລັດ ຕໍ່ຄົນຕໍ່ປີ ລວມຍອດຜລິດຕະພັນພາຍໃນ 5 ປີ ບັນລຸໄດ້ 16 ພັນກວ່າຕື້ກີບ, ວຽກງານປູກ ຝັງ-ລ້ຽງສັດ ແຂວງໄດ້ຫັນການລ້ຽງແບບທຳມະຊາດ ມາເປັນການລ້ຽງແບບຟາມ, ລ້ຽງເປັນກຸ່ມ, ລ້ຽງແບບທອມ ເຮັດໃຫ້ການລົງທຶນເຂົ້າໃສ່ເພື່ອລ້ຽງສັດໃຫຍ່ມີມູນຄ່າເຖິງ 537 ກວ່າຕື້ກີບ, ວຽກງານພັດທະ ນາຊົນະບົດ ແລະ ແກ້ໄຂຄວາມທຸກຍາກ ສາມາດລຶບລ້າງຄວາມທຸກາກໄດ້ 35 ບ້ານ, ລຶບລ້າງບ້ານທຸກຍາກໄດ້ 411 ບ້ານ ແລະ ລຶບລ້າງຄອບຄົວທຸກຍາກໄດ້ 209 ຄອບຄົວ.

May be an image of ໜຶ່ງຄົນຂຶ້ນໄປ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ມາຮອດປັດຈຸບັນ ເຮັດໃຫ້ຍັງເຫລືອຄອບຄົວທຸກຍາກ 769 ຄອບຄົວ ກວມເອົາ 1,86% ຂອງຈໍານວນຄອບຄົວທັງໝົດທົ່ວແຂວງ.ໃນໂອກາດດັ່ງກ່າວ, ທ່ານປະທານປະເທດ ໄດ້ໃຫ້ກຽດໂອ້ລົມ ພ້ອມໃຫ້ທິດຊີ້ນຳ, ໂດຍກ່ອນອື່ນໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ແຂວງຍັງຮັກສາໄດ້ມູນເຊື້ອຂອງການປະຕິວັດ, ດິນແດນຖານທີ່ໝັ້ນ, ພ້ອມດຽວກັນທ່ານ ຍັງໄດ້ໃຫ້ທິດຊີ້ນຳແກ່ບັນດາການນຳຫລັກແຫລ່ງຈົ່ງໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ ໃນການຜັນຂະຫຍາຍເອົາມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກຫັນລົງສູ່ຮາກຖານໂຕຈິງ, ຖືເອົາມະຕິ 11 ເປັນຫລັກ ແລະ ເປັນແຜນລະອຽດໃນການພັດທະນາເສດຖະກິດ-ສັງຄົມ, ພື່ອເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວ, ມີການບຸກທະລຸ, ນຳໃຊ້ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນທີ່ມີ, ແບ່ງຂອດ ແລະ ຄຸ້ມຄອງການລົງທຶນເຂົ້າໃສ່ການພັດ ທະນາຢ່າງຈະແຈ້ງ, ຖືເອົາວາລະແຫ່ງຊາດ ບັນຫາການແກ້ໄຂເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດມາໝູນໃຊ້ເຂົ້າໃນພຶດຕິກຳຕົວຈິງ, ກ້າຮັບຄຳຕຳນິຕິຊົມຂອງໝູ່ຄະນະ ເພື່ອການປ່ຽນແປງທີ່ດີຂຶ້ນ. ເອົາໃຈໃສ່ຕໍ່ວຽກງານການເມືອງແນວຄິດ ກັບຖັນແຖວສະມະຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ຕະຫລອດຮອດປະຊາຊົນ ໃຫ້ມີຄວາມເຂັ້ມແຂງ, ມີຄວາມຮູ້, ຄວາມສາມາດ, ຄວາມດຸໝັ່ນ, ຊອກຮູ້ຮໍ່າຮຽນນຳເອົາຄວາມຮູ້ທີ່ທັນສະໄໝເຂົ້າໃນໜ້າທີ່ວຽກງານ ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນ, ເສຍສະຫລະແກ່ປະຊາຊົນ, ເຮັດເພື່ອປະຊາຊົນຢ່າງແທ້ຈີງ, ຮັກສາຄວາມສາມະຄີເປັນປຶກແຜ່ນ, ເພີ່ມທະວີເອົາໃຈໃສ່ການສະແຫວງຫາສີ່ງໃໝ່ໆ ເພື່ອນຳພາພັດທະນາປະເທດຊາດ ກໍ່ຄື ແຂວງຊຽງຂວາງ ໃຫ້ຈະເລີນຂຶ້ນໄປເລື້ອຍໆ. ຈາກນັ້ນ, ທ່ານເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມໂຄງການ ກຸ່ມຟາມງົວພັນຊີ້ນພັນນົມ ເຕັກໂນໂລຊີສູງ ຢູ່ບ້ານລາດແສນ ເມືອງຜາໄຊ.

ພາບ-ຂ່າວ: ວັນມົວ-ເຂັມພອນ ທຳມະວົງ

Comments