ພາກລັດ ແລະ ພາກທຸລະກິດ ຫາລືການແກ້ໄຂບັນຫາ ເພື່ອປັບປຸງສະພາບແວດລ້ອມ ການດໍາເນີນທຸລະກິດໃນລາວ

ໃນວັນທີ 28 ກໍລະກົດ 2021 ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມທຸລະກິດລາວ ຄັ້ງທີ 13 ຂຶ້ນ ເພື່ອທົບທວນການຈັດຕັ້ງປະຕິບັດການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ, ເພື່ອປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນ ສປປ ລາວ ໃຫ້ກຽດເຂົ້າຮ່ວມ ມີ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີຜູ້ຕາງໜ້າຈາກຂະແໜງການຕ່າງໆ ຂອງພາກລັດ, ບັນດາຜູ້ປະກອບການລາວ ແລະ ຕ່າງປະເທດ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.

May be an image of ໜຶ່ງຄົນຂຶ້ນໄປ ແລະ ຜູ້ຄົນກຳລັງຢືນຢູ່

ກອງປະຊຸມທຸລະກິດລາວໃນຄັ້ງນີ້, ແມ່ນເພື່ອລາຍງານໝາກຜົນ ແລະ ຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ຕັ້ງແຕ່ກອງປະຊຸມທຸລະກິດລາວ ຄັ້ງທີ 12 ເປັນຕົ້ນມາ ແລະ ລາຍງານການສະໜັບສະໜູນກົນໄກການປຶກສາຫາລື ພາຍໃຕ້ກອງປະຊຸມທຸລະກິດລາວ ເພື່ອຍົກໃຫ້ເຫັນບັນຫາ ແລະ ການແກ້ໄຂບັນຫາ ທີ່ມີຜົນກະທົບຕໍ່ພາກທຸລະກິດໃນ ສປປ ລາວ.

ຜູ້ຕາງໜ້າຈາກພາກທຸລະກິດ ໄດ້ກ່າວຊົມເຊີຍລັດຖະບັນ ໃນການເອົາໃຈໃສ່ຈັດຕັ້ງປະຕິບັດມາດຕະຖານເພື່ອຫລຸດຜ່ອນຜົນກະທົບ ຈາກການລະບາດຂອງໂຄວິດ-19 ກໍຄື ການການຈັດຕັ້ງປະຕິ ບັດມາດຕະການອັນຮີບດ່ວນ ເພື່ອປົກປ້ອງແຮງງານ ແລະ ທຸລະກິດ ຈາກຜົນກະທົບທີ່ຮ້າຍແຮງທີ່ສຸດ ເຊິ່ງເກີດມາຈາກການຖົດຖອຍຂອງເສດຖະກິດ, ລວມທັງການຍົກເວັ້ນ ແລະ ການເລື່ອນຊໍາລະພາສີ-ອາກອນ, ມາດຕະການປ່ອຍເງິນກູ້ດອກເບ້ຍຕໍ່າ, ການຈ່າຍເງິນຊົດເຊີຍໃຫ້ແຮງງານໃຫ້ແກ່ຜູ້ຫວ່າງງານໃນລະບົບປະກັນສັງຄົມ ແລະ ອື່ນໆ. ນັບແຕ່ກອງປະຊຸມທຸລະກິດລາວ ຄັ້ງທີ 12 ເປັນຕົ້ນມາ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ຂະແໜງການກ່ຽວຂ້ອງຂອງພາກລັດ ໄດ້ກໍານົດບັນຫາບູລິມະສິດ ທັງໝົດ 40 ບັນຫາສະເພາະ, ເຊິ່ງຕິດພັນກັບຂົງເຂດຕ່າງໆ ເຊັ່ນ: ການກໍ່ຕັ້ງວິສາຫະກິດ, ການອໍານວຍຄວາມສະດວກທາງການຄ້າ, ການເຂົ້າເຖິງແຫລ່ງທຶນ, ການຈັດຕັ້ງປະຕິບັດກົດໝາຍ ແລະ ກົດລະບຽບ, ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ ແລະ ທຸລະກິດກະສິກໍາ, ເຊິ່ງ 8 ບັນຫາບູລິມະສິດໄດ້ຮັບການແກ້ໄຂແລ້ວ ແລະ ບັນຫາອື່ນໆ ທີ່ຍັງຄົງຄ້າງກໍມີຄວາມຄືບໜ້າໃນການປຶກສາຫາລື ແລະ ແກ້ໄຂເທື່ອລະກ້າວ. ພ້ອມນັ້ນ, ກອງປະຊຸມຍັງ ໄດ້ຕົກລົງເຫັນດີຕໍ່ກັບແຜນຈັດຕັ້ງປະຕິບັດເພື່ອສືບຕໍ່ການປຶກສາຫາລື ແລະ ຊອກຫາວິທີແກ້ໄຂບັນຫາສໍາລັບ 32 ບັນຫາບູລິມະສິດ ທີ່ຄົງຄ້າງໃນອີກ 12 ເດືອນຕໍ່ມາ.

ໂອກາດດັ່ງກ່າວ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ມີຄຳເຫັນໃນກອງປະຊຸມ, ໂດຍໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການສົ່ງເສີມ ຄວາມຫລາກຫລາຍທາງເສດ ຖະກິດ ເພື່ອສົ່ງເສີມການປັບຕົວທາງເສດຖະກິດ ເພື່ອຮັບມືກັບຜົນກະທົບຂອງການລະບາດໂຄວິດ-19 ກໍຄື ການພັດທະນາເສດຖະກິດຂອງ ສປປ ລາວ ຢ່າງຍືນຍົງ ແລະ ມີສ່ວນຮ່ວມ. ພ້ອມທັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ໂດຍການເພີ່ມມາດຕະການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ, ການລົງທຶນຂອງລັດໃນໂຄງລ່າງພື້ນຖານ ເພື່ອສ້າງໃຫ້ມີສິນຄ້າສົ່ງອອກທີ່ຫລາກຫລາຍ, ເພີ່ມຜະລິດຕະພາບຂອງພາກທຸລະກິດ ແລະ ຫລຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດ ດ້ວຍການປັບປຸງກົນໄກການຄຸ້ມຄອງຂອງພາກລັດ ແລະ ປັບປຸງຂັ້ນຕອນການອະນຸຍາດຕ່າງໆໃຫ້ສະດວກ, ວ່ອງໄວ ແລະ ໂປ່ງໃສ. ນອກນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະຫລຸບນະໂຍບາຍ ແລະ ແຜນຍຸດທະສາດທີ່ສໍາຄັນຂອງລັດຖະບານ ເພື່ອສົ່ງເສີມການລົງທຶນຂອງພາກເອກະຊົນ ເຂົ້າໃນຂະແໜງການທີ່ບໍ່ເອື່ອຍອີງໃສ່ ຊັບ ພະຍາກອນທໍາມະຊາດ, ລວມທັງຂະແໜງອຸດສາຫະກໍາປຸງແຕ່ງທົ່ວໄປ, ການທ່ອງທ່ຽວ ແລະ ການປຸງແຕ່ງຜະລິດຕະພັນກະສິກໍາ.

ຂ່າວ: ທະນູທອງ

ພາບ: ເກດສະໜາ

Comments