ແຂວງສາລະວັນ ກຽມພ້ອມຮັບມືຕໍ່ການຕິດເຊື້ອ ໂຄວິດ-19 ຈາກແຮງງານທີ່ເດີນທາງກັບຄືນປະເທດ

ແຂວງສາລະວັນ ກຽມຄວາມພ້ອມຫລາຍດ້ານຢ່າງຮີບດ່ວນ ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ທີ່ຈະເຂົ້າມາກັບແຮງງານລາວ ທີ່ເດີນທາງກັບຈາກປະເທດເພື່ອນບ້ານ ເປັນຈຳນວນຫລາຍ ໂດຍສະເພາະແມ່ນກະກຽມດ້ານບຸກຄະລາກອນ, ແພດ-ພະຍາບານ, ເຈົ້າໜ້າທີ່ສະເພາະ, ເຈົ້າໜ້າທີ່ ປກຊ-ປກສ, ບັນດາໜ່ວຍງານຕ່າງໆ, ທີມແພດສຸກເສີນປະຈຳການຕະ ຫລອດ 24 ຊົ່ວໂມງ, ທັງໄດ້ກຽມສະຖານທີ່ຮອງຮັບ ໃນການຈຳກັດບໍລິເວນແຮງງານນຳເຂົ້າ, ໂຮງໝໍພາກສະໜາມ, ອຸປະກອນການແພດຕ່າງໆ. ເນື່ອງຈາກປັດຈຸບັນ ຢູ່ແຂວງສາລະວັນ ພຽງອາທິດດຽວ ມີແຮງງານນໍາເຂົ້າ 300 ກວ່າຄົນ ແລະ ພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 51 ຄົນ.

May be an image of 1 ຄົນ ແລະ ຢືນ

ທ່ານ ດຣ. ວົງດາວ ສຸລິນທາ ຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ, ກອງເລຂາຄະນະສະເພາະກິດໂຄວິດ-19 ແຂວງ, ທັງເປັນຫົວໜ້າສູນຈໍາກັດບໍລິເວນ ຢູ່ໂຮງຮຽນສາມັນກິນ ນອນຊົນເຜົ່າແຂວງ ໄດ້ເປີດເຜີຍວ່າ: ພາຍຫລັງແຂວງສາລະວັນ ໄດ້ຮັບເອົາແຮງງານລາວ ທີ່ກັບຈາກປະເທດໄທ ຢູ່ດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ນັບແຕ່ວັນທີ 13-21 ກໍລະກົດ 2021 ມີແຮງງານລາວ ເດີນທາງກັບທັງໝົດ 310 ຄົນ, ຍິງ 150 ຄົນ ແລະ ກວດພົບຜູ້ຕິດເຊື້ອໂຄວິດ-19 ແລ້ວ 51 ຄົນ, ຍັງລໍຖ້າຜົນກວດອີກ 109 ຄົນ. ປັດຈຸບັນ, ແຂວງສາລະວັນ ຕ້ອງຮັບມື ແລະ ກຽມຄວາມພ້ອມຫລາຍດ້ານເພື່ອຮອງຮັບແຮງງານລາວ ກັບຈາກປະເທດໄທ ເປັນຈຳນວນຫລວງຫລາຍ ເປັນຕົ້ນ ດ້ານບຸກຄະລາກອນ ແພດໝໍ-ພະຍາບານ, ອຸປະກອນການແພດ, ອຸປະກອນຮັບໃຊ້, ເຈົ້າໜ້າທີ່ສະເພາະ ແລະ ກຳລັງ ປກຊ-ປກສ ເພື່ອອຳນວຍຄວາມສະດວກ ແລະ ປະຕິບັດໜ້າທີ່ຢ່າງເຂັ້ມງວດ. ກໍານົດເອົາໂຮງຮຽນຊົນເຜົ່າ ແຂວງສາລະວັນ ເປັນສູນລວມ ແລະ ເປັນໂຮງໝໍພາກສະໜາມ ເພື່ອປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທີ່ຢູ່ໃນອາການເບົາບາງ ແລະ ຈໍາກັດບໍລິເວນແຮງງານລາວ ສາມາດຮອງຮັບໄດ້ 300 ຕຽງ. ໃນນັ້ນ, ຮອງຮັບການປີ່ນປົວຜູ້ຕິດເຊື້ອ 100 ຕຽງ.

May be an image of outdoors

ໂອກາດນີ້, ທ່ານຮອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ກໍໄດ້ຮຽກຮ້ອງມາຍັງແຮງງານລາວທີ່ເດີນທາງກັບປະເທດ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕາມລະບຽບຂອງສູນກັກບໍລິເວນ ຢ່າງເຂັ້ມງວດ, ປະຕິບັດມາດຕະການຕ່າງໆ ເຊັ່ນ: ໃສ່ຜ້າອັດປາກ-ອັດດັງ, ໝັ່ນລ້າງມືດ້ວຍສະບູ ຫລື ເຈວ, ຮັກສາໄລຍະຫ່າງ, ຮັກສາຄວາມສະອາດ ນັບແຕ່ການກິນ, ຢູ່, ນອນ ແລະ ຖ້າຫາກຕົນເອງ ມີອາການຫາຍໃຈຝຶດ, ແໜ້ນໜ້າເອິກ, ມີໄຂ້ ໃຫ້ລາຍງານແພດປະຈຳສູນດ່ວນ ແລະ ພ້ອມກັນຍົກສູງຄວາມຮັບຜິດຊອບຮ່ວມກັນ, ສູ້ຊົນ, ອົດທົນ ແລະ ເອົາໃຈໃສ່ໃນການຈຳກັດບໍລິເວນຕົນເອງ ໃຫ້ຄົບກຳນົດ 14 ວັນ ເພື່ອຄອບຄົວ ແລະ ສັງຄົມ ປອດໄພຈາກເຊື້ອພະຍາດໂຄວິດ-19.

May be an image of outdoors ແລະ ຕົ້ນໄມ້

ຂ່າວ-ພາບ: ວິໄລວອນ ສິດທິໄຊ

Comments