ຜົນການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າຄົງຄາ ຄັ້ງທີ 11

ໃນຕອນບ່າຍວັນທີ 21 ກໍລະກົດ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະ ເທດແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 11 ໃນຮູບແບບກອງປະຊຸມທາງໄກ ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານ ປຣາກ ໂຊຄົນ (Prak SOKHONN) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ ແລະ ທ່ານ ດຣ.ສຸບຣາມານຢຳ ໃຈຊັງເກີ (Dr. Subrahmanyam JAISHANKAR), ລັດຖະມົນຕີ ກະຊວງການຕ່າງປະເທດອິນເດຍ ແລະ ມີບັນດາລັດຖະມົນຕີ ຕ່າງປະເທດຈາກປະເທດສະມາຊິກແມ່ນໍ້າຂອງ ຄື: ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ ຢ່າງພ້ອມພຽງ.

May be an image of 1 ຄົນ ແລະ ຂໍ້ຄວາມ

ກອງປະຊຸມໄດ້ທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ, ເຊິ່ງເຫັນວ່າການລະບາດຂອງພະຍາດໂຄວິດ-19 ຍັງສືບຕໍ່ເປັນໄພຄຸກຄາມຕໍ່ປະຊາຄົມໂລກ ເວົ້າລວມ, ເວົ້າສະເພາະ ກໍຄື ຢູ່ໃນບັນດາປະເທດສະມາຊິກແມ່ນໍ້າຂອງ ແລະ ອິນເດຍ ແຕ່ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກໍ່ຍັງໄດ້ຮັບການສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດແຜນປະຕິບັດງານປີ 2019-2022 ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ພາຍໃຕ້ 7 ຂົງເຂດຂອງການຮ່ວມມື ຄື: ວັດທະນະທໍາ ແລະ ການທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ ແລະ ຢາພື້ນເມືອງ, ກະສິກໍາ ແລະ ຂະແໜງ ກ່ຽວຂ້ອງ, ການຄົມມະນາຄົມ ແລະ ຂົນສົ່ງ, ການຄຸ້ມຄອງຊັບພະຍາກອນແຫລ່ງນໍ້າ ແລະ ຂົງເຂດວິ ທະຍາສາດ ແລະ ເຕັກໂນໂລຊີ. ບັນດາຂົງເຂດຂອງການຮ່ວມມືເຫລົ່ານີ້ ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍຜ່ານບັນດາໂຄງການເຫັນຜົນໄວ ຢູ່ບັນດາປະເທດສະມາຊິກ ທີ່ ອິນເດຍ ໃຫ້ການສະໜັບສະໜູນທາງດ້ານການເງິນ ເຊິ່ງໃນນັ້ນ, ໄດ້ມີໂຄງການທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ລວມທັງໝົດ 7 ໂຄງການ ໃນຂົງເຂດກະສິກໍາ, ສຶກສາ ແລະ ສາທາລະນະສຸກ (ກໍາລັງຈັດຕັ້ງປະຕິບັດຈໍານວນ 3 ໂຄງການ ແລະ ຍັງລໍຖ້າຈັດຕັ້ງປະຕິບັດອີກ 4 ໂຄງການ) ລວມມູນຄ່າ 350.000 ໂດລາສະຫະລັດ ເຊິ່ງເຫັນວ່າບັນດາໂຄງການດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນພາກພື້ນແມ່ນໍ້າຂອງ ກໍຄື ສປປ ລາວ ຢ່າງກວ້າງຂວາງ.

May be an image of 4 ຄົນ ແລະ ຜູ້ຄົນກຳລັງຢືນຢູ່

ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບທິດທາງການຮ່ວມມືໃນຕໍ່ໜ້າ ໂດຍສະເພາະການຮ່ວມກັນຟື້ນຟູເສດຖະກິດ ຢູ່ໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າຄົງຄາ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ເນັ້ນໃສ່ຂະແໜງການທ່ອງທ່ຽວເປັນບູລິມະສິດ, ສະໜັບສະໜູນໃຫ້ມີການທ່ອງທ່ຽວແບບຄົບວົງຈອນ (Package) ຮ່ວມກັນຂອງປະເທດສະມາຊິກ ແລະ ສືບຕໍ່ຜັນຂະ ຫຍາຍການຮ່ວມມືໃຫ້ຂົງເຂດອື່ນໆ ໃຫ້ເກີດດອກອອກຜົນ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ຮັບຮອງເອົາຖະແຫລງການຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ເພື່ອເປັນທິດທາງຮ່ວມມືໃນຕໍ່ໜ້າ.ໃນຕອນທ້າຍ ກໍໄດ້ມີການມອບ-ຮັບໜ້າທີ່ ປະທານໝູນວຽນຮ່ວມກັບ ອິນເດຍ ຈາກ ກໍາປູເຈຍ ໃຫ້ແກ່ ສປປ ລາວ ເພື່ອສືບຕໍ່ປະຕິບັດໜ້າທີ່ໃນປີ 2021-2022 ເຊິ່ງຢູ່ໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ກອງປະຊຸມລັດຖະມົນຕີຕ່າງປະເທດ ຖືເປັນກົນໄກກອງປະຊຸມລະດັບສູງຢູ່ໃນຂອບການຮ່ວມມືດັ່ງກ່າວ, ໂດຍໄດ້ຖືກຈັດຂຶ້ນເປັນປະຈໍາທຸກປີ ແລະ ບັນດາປະເທດແມ່ນໍ້າຂອງ ແມ່ນໄດ້ຜັດປ່ຽນກັນເປັນປະທານໝູນວຽນຮ່ວມກັບ ອິນເດຍ ຕາມລໍາດັບຕົວອັກສອນພາສາອັງກິດ.

Comments