Author Archives: admin target

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບທູດ ສະຫະລັດອາເມລິກາ ປະຈໍາ ລາວ

ໃນວັນທີ 20 ກໍລະກົດ 2021, ທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດອາເມລິກາ ປະຈໍາສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນການພົບປະຄັ້ງນີ້, ທ່ານ ປີເຕີ ເຮມອນ ໄດ້ສະແດງຄວາມຂອບໃຈ ທີ່ໄດ້ພົບປະກັບຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ໄດ້ສະແດງຄວາມຊົມເຊີຍ ເນື່ອງໃນໂອກາດທີ່ ທ່ານ ທອງສະຫວັນ ພົມວິຫານ ໄດ້ຮັບການເລືອກຕັ້ງເປັນກໍາມະການສູນກາງພັກ ແລະ ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ທ່ານ ປີເຕີ ເຮມອນ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສ ອາເມລິກາ-ສປປ ລາວ ທີ່ມີການຂະຫຍາຍຢ່າງຕໍ່ເນື່ອງ ແລະ ໄດ້ຢືນຢັນຄວາມມຸ້ງຫວັງຂອງຕົນ ກ່ຽວກັບການສືບຕໍ່ເຮັດວຽກຮ່ວມກັບພາກສ່ວນຕ່າງໆຂອງ ສປປ ລາວ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ແຕກດອກອອກຜົນຂຶ້ນໄປເລື້ອຍໆ. ໃນໂອກາດດັ່ງກ່າວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະ ການຮ່ວມມືທີ່ດີ ...

Read More »

ລັດຖະບານສະຫະລັດອາເມລິກາ ມອບວັກຊີນກັນພະຍາດ ໂຄວິດ-19 ໃຫ້ ລັດຖະບານລາວ 1 ລ້ານກວ່າໂດສ

ລັດຖະບານ ສະຫະລັດອາເມລິກາ ໄດ້ມອບວັກຊີນກັນພະຍາດໂຄວິດ-19 ຈອນຊັນ ແອນ ຈອນຊັນ (Johnson & Johnson /Janssen) ຈຳນວນ 1.008.000 ໂດສ ໂດຍຜ່ານ COVAX Facility ແລະ ຈັດສົ່ງໂດຍອົງການຢູນິເຊັບໃຫ້ແກ່ລັດຖະບານເເຫ່ງ ສປປ ລາວ ເພື່ອນຳໄປສັກໃຫ້ປະ ຊາຊົນລາວ ໃນຂອບເຂດທົ່ວປະເທດ. ພິທີມອບ-ຮັບ ວັກຊີນດັ່ງກ່າວ, ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 19 ກໍລະກົດ 2021 ທີ່ສະໜາມບິນສາກົນວັດໄຕ, ເຊິ່ງໃຫ້ກຽດຕາງໜ້າມອບໂດຍ ທ່ານ ປີເຕີ ເຮມອນ ເອກອັກຄະລັດຖະທູດສະ ຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ຕາງໜ້າລັດຖະບານລາວ ກ່າວຮັບໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ, ໂດຍມີຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຂະ ແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ.ການຈັດສົ່ງວັກຊີນໃນຄັ້ງນີ້, ແມ່ນເປັນສ່ວນໜຶ່ງໃນການປະກອບສ່ວນ ຂອງສະຫະລັດອາເມລິກາ ຕໍ່ຄວາມພະຍາຍາມຂອງທົ່ວໂລກ ທີ່ພວມດຳເນີນການຢ່າງຕໍ່ເນື່ອງ ເພື່ອຢຸດຕິການລະບາດຂອງພະຍາດໂຄວິດ-19 ...

Read More »

ແຂວງໄຊຍະບູລີ ໄດ້ຮັບເຄື່ອງຊ່ວຍເຫລືອ ຟື້ນຟູຜົນກະທົບຈາກ ໄພນໍ້າຖ້ວມ

ແຫລ່ງຂ່າວຈາກແຂວງໄຊຍະບູລີ ໃຫ້ຮູ້ວ່າ: ໃນວັນທີ 17 ກໍລະກົດ ຜ່ານມາ, ຫລາຍພາກສ່ວນໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດມາມອບໃຫ້ແຂວງໄຊຍະບູລີ ເພື່ອປະກອບສ່ວນຊ່ວຍເຫລືອບັນເທົາທຸກ ແລະ ຟື້ນຟູຊີວິດຈິດໃຈຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ກ່າວຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ມີການນໍາຂອງແຂວງ, ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ພາກສ່ວນທີ່ມອບເຄື່ອງຊ່ວຍເຫລືອຄັ້ງນີ້ ປະກອບມີ, ສະມາຄົມມິດຕະພາບ ລາວ-ເຢຍລະມັນ ມອບເງິນສົດ 56 ລ້ານກວ່າກີບ. ໃນນີ້, ໄດ້ມອບຕໍ່ໃຫ້ໂຮງຮຽນປະຖົມສົມບູນບ້ານປົ່ງ, ໂຮງຮຽນບ້ານບຸ່ງ, ໂຮງຮຽນບ້ານສີມຸງຄຸນ, ໂຮງຮຽນບ້ານບ້ານ ນາຍາວ ແລະ ໂຮງຮຽນອານຸບານເມືອງໄຊຍະບູລີ ທີ່ໄດ້ຮັບຜົນກະທົບໜັກຈາກນໍ້າຖ້ວມ ໂຮງຮຽນລະ 10 ລ້ານກີບ ແລະ ມອບໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ 6 ລ້ານກວ່າກີບ; ສະມາຄົມສຽງແຄນລາວ ມອບເງິນ 10 ລ້ານກີບ ແລະ ເຄື່ອງອຸປະ ໂພກ-ບໍລິໂພກມູນຄ່າ 39 ລ້ານກີບ, ລວມມູນຄ່າ 49 ລ້ານກີບ ແລະ ສະຫະພັນການກູສົນຂອງ ສປ ...

Read More »

ຄະນະຜູ້ແທນ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງ ລະດັບສູງ ປະຈໍາປີ 2021 ແບບທາງໄກ ຈັດຂຶ້ນທີ່ນິວຢອກ

ທ່ານ ສະເຫລີມໄຊ ກົມມະສິດ ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີການເມືອງລະດັບສູງ ເພື່ອການພັດທະນາແບບຍືນຍົງ (High-Level Political Forum), ເຊິ່ງຈັດຂຶ້ນແບບທາງໄກ (Virtual) ໃນລະຫວ່າງວັນທີ 13-15 ກໍລະກົດ 2021 ທີ່ນີວຢອກ ສ ອາເມລິກາ ໂດຍມີບັນດາປະເທດສະມາຊິກ ອົງການ ສປຊ ເຂົ້າຮ່ວມ. ກອງປະຊຸມໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້: ການຟື້ນຟູຢ່າງຍືນຍົງ ແລະ ທົນທານຈາກຜົນກະທົບຂອງການແຜ່ລະບາດຂອງໂຄວິດ-19 ເພື່ອສົ່ງເສີມການພັດທະນາແບບຍືນຍົງ ທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດ ລ້ອມ: ການສ້າງແລວທາງທີ່ກວມລວມ ແລະ ມີປະສິດທິພາບເພື່ອການບັນລຸວາລະ 2030 ໃນທົດສະວັດການຈັດຕັ້ງປະຕິບັດ ແລະ ການຂັບເຄື່ອນເພື່ອການພັດທະນາແບບຍືນຍົງ. ກອງປະຊຸມ ໄດ້ມີການຕິດຕາມ ແລະ ທົບທວນຄືນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ໂດຍສະເພາະໃນສະພາບການທີ່ຫລາຍປະເທດໃນທົ່ວໂລກກໍາລັງຮັບມື, ຕອບໂຕ້ ແລະ ຟື້ນຟູຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19, ເຊິ່ງໃນປີນີ້ ກອງປະຊຸມໄດ້ລົງເລິກ 9 ເປົ້າໝາຍການພັດທະນາແບບຍືນຍົງ(ປພຍ) ຄື: ປພຍ 1: ...

Read More »

ສະເຫລີມສະຫລອງ ວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ

ໃນວັນທີ 15 ກໍລະກົດ 2021, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ຮ່ວມກັບ ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ຈັດພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 100 ປີ (01/07/1921-01/07/2021) ທີ່ນະຄອນຫລວງວຽງຈັນ, ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ພ້ອມດ້ວຍການນໍາຂັ້ນສູງພັກ-ລັດ, ອົງການຈັດ ຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກບັນດາອົງການຂອງພັກ-ລັດ, ພ້ອມດ້ວຍພະນັກງານສະຖານທູດຈີນ, ນັກທຸລະກິດ ແລະ ສະມາຄົມຊາວຈີນຕ່າງດ້າວ ເຂົ້າຮ່ວມ. ໃນພິທີດັ່ງກ່າວ, ສະຫາຍ ຈຽງ ຈ້າຍຕົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ມີຄໍາເຫັນ, ໂດຍໄດ້ກ່າວເຖິງມູນເຊື້ອ ແລະ ວິລະກໍາອັນສະ ຫງ່າອົງອາດ ຂອງ ພັກກອມມູນິດຈີນ ໃນການນໍາພາ-ຊີ້ນໍາ ປະຊາຊົນຈີນອ້າຍນ້ອງ ເຮັດສໍາເລັດການປະຕິວັດປົດປ່ອຍຊາດ, ...

Read More »

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ ສະໄໝພິເສດ ແບບທາງໄກ

ໃນຕອນເຊົ້າ ວັນທີ 14 ກໍລະກົດ 2021 ທີ່ກະຊວງການຕ່າງປະເທດ, ທ່ານ ສະ ເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະເຂົ້າຮ່ວມ ແລະ ທັງເປັນປະທານຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະຫະລັດ ສະໄໝພິ ເສດ ແບບທາງໄກ (ໃນນາມປະເທດປະສານງານການພົວພັນຮ່ວມມື ອາຊຽນ-ສະຫະລັດ) ກັບ ທ່ານ ແອນໂທນີ ບລິງເກນ (Antony Blinken), ລັດຖະມົນຕີ ກະຊວງການຕ່າງປະເທດຂອງ ສະຫະລັດ. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້, ຍັງມີບັນດາລັດຖະມົນຕີຕ່າງປະເທດ ອາຊຽນ, ທ່ານເລຂາທິການໃຫ່ຍອາຊຽນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຈໍານວນໜຶ່ງ. ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄື ມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ສະຫະລັດ ໃນການສະກັດກັ້ນ, ເຝົ້າລະວັງ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19. ໃນນີ້, ບັນດາທ່ານລັດຖະມົນຕີ ຍັງໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີ ໃນການຕອບໂຕ້ ແລະ ຮັບມືກັບພະຍາດໂຄວິດ-19. ...

Read More »

ອົງການ FAO ມອບອຸປະກອນ ແລະ ເຄື່ອງ ໃຊ້ທີ່ຈຳເປັນ ແກ່ລາວ ເພື່ອຕອບໂຕ້ໂຄວິດ-19

ອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (UN FAO) ໄດ້ມອບອຸປະກອນ ແລະ ເຄື່ອງໃຊ້ທີ່ຈຳເປັນ ເພື່ອຕອບໂຕ້ພະຍາດໂຄວິດ-19 ມູນຄ່າ ປະມານ 370 ລ້ານກີບ (37.810 ໂດລາສະຫະລັດ) ປະກອບມີ ຕູ້ເກັບຕົວຢ່າງ, ຊຸດນໍ້າຢາ ແລະ ເຄື່ອງໃຊ້ເພື່ອກວດຫາພະຍາດໂຄວິດ-19 ໃຫ້ແກ່ສູນວິເຄາະ ແລະ ລະບາດວິທະຍາ ຂອງກົມຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ແລະ ໂຮງໝໍ ຫລື ແຂວງຕາມຄວາມຕ້ອງການ. ພິທີມອບ-ຮັບເຄື່ອງໃນຄັ້ງນີ້, ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2012 ທີ່ນະຄອນຫລວງວຽງຈັນ, ຕາງໜ້າມອບໂດຍ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າຂອງອົງການ FAO ປະຈຳ ສປປ ລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງ ສາທາລະນະສຸກ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ທ່ານ ນາຊາ ຮາຢັດ ໄດ້ກ່າວວ່າ: ...

Read More »

ສະພາ ສະເໜີຮ່າງມະຕິ ວ່າດ້ວຍການພິຈາລະນາ ເເຜນພັດທະນາພະລັງງານໄຟຟ້າ, ແຮ່ທາດເເຫ່ງຊາດ

ໃນວັນທີ 12 ກໍລະກົດ 2021 ສະພາແຫ່ງຊາດ ໄດ້ຈັດຕັ້ງສໍາມະນາເປີດກວ້າງ ເພື່ອປຶກສາຫາລື ແລະ ປະກອບຄໍາເຫັນຕໍ່ເນື້ອໃນຮ່າງມະຕິ ຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການພິຈາລະນາ ແຜນພັດທະນາພະລັງງານໄຟຟ້າ ແລະ ແຮ່ທາດ ເເຫ່ງຊາດ, ໂຄງການສໍາປະທານ ພັດທະນາໄຟຟ້າ, ບໍ່ແຮ່ ແລະ ໂຄງລ່າງພື້ນຖານ ເພື່ອຮັບປະກັນເຮັດໃຫ້ເນື້ອໃນຂອງຮ່າງມະຕິດັ່ງ ກ່າວ ມີຄວາມອຸດົມສົມບູນ, ຄົບຖ້ວນ, ຊັດເຈນ ແລະ ເປັນເອກະພາບກັບບັນດາຂະແໜງການກ່ຽວຂ້ອງ ກ່ອນນຳເຂົ້າພິຈາລະນາ ແລະ ຮັບຮອງ ໃນກອງປະຊຸມຄະນະປະຈຳສະພາແຫ່ງຊາດ, ໂດຍມີ ທ່ານ ລິນຄໍາ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມສະພາແຫ່ງຊາດ, ພ້ອມດ້ວຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກກະຊວງທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ມະນິໂສ ຊາມຸນຕີ ຮອງປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ໄດ້ສະເໜີຫຍໍ້ ກ່ຽວກັບການສ້າງຮ່າງມະຕິດັ່ງກ່າວ, ໂດຍທ່ານ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈຳເປັນຂອງການສ້າງຮ່າງມະຕິດັ່ງກ່າວ, ເຊິ່ງເປັນການຜັນຂະຫຍາຍບັນດາມາດຕາຂອງກົດໝາຍ ...

Read More »

ສະວິດເຊີແລນ ໃຫ້ການຊ່ວຍເຫລືອດ້ານສະບຽງອາຫານ ໃຫ້ແກ່ແຮງງານລາວ ຢູ່ສູນຈຳກັດບໍລິເວນ

ໃນວັນທີ 12 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ, ອົງການເພື່ອການພັດທະ ນາ ແລະ ຮ່ວມມືສະວິດເຊີແລນ ມອບການຊ່ວຍເຫລືອດ້ານສະບຽງອາຫານ ມູນຄ່າເກືອບ 790.000 ໂດລາສະຫະລັດ ໃຫ້ແກ່ບັນດາສູນຈຳກັດບໍລິເວນ ໃນ 6 ແຂວງ ຄື ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ໄຊຍະບູລີ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຈຳປາສັກ. ການມອບການຊ່ວຍເຫລືອໃນຄັ້ງນີ້, ຈະຊ່ວຍໃຫ້ອົງການອາຫານໂລກ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອສືບຕໍ່ສະໜອງອາຫານທີ່ມີໂພຊະນາການ 3 ຄາບໃນແຕ່ລະມື້ ໃຫ້ແກ່ແຮງງານປະມານ 8.000 ຄົນ ທີ່ເດີນທາງມາຈາກປະເທດເພື່ອນບ້ານ ກັບຄືນສູ່ບ້ານເຮືອນຂອງເຂົາເຈົ້າ, ເຊິ່ງຈະສາມາດສະໜອງອາຫານຫລາຍກວ່າ 335.000 ຄາບອາຫານ ໃນໄລຍະເວລາປະມານ 2 ເດືອນເຄິ່ງ. ຕາງໜ້າລົງນາມຄັ້ງນີ້, ໂດຍທ່ານ ຈອນ ຟລັງຊົວ ຄິວໂນດ ຜູ້ອຳນວຍການພາກພື້ນແມ່ນໍ້າຂອງ, ອົງການເພື່ອການພັດທະນາ ແລະ ຮ່ວມມີ ສະວິດເຊີແລນ ແລະ ທ່ານ ດຣ. ບຸນແຟງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ...

Read More »

ລາວ-ໄທຮ່ວມກັນປືກສາ ເພື່ອຈັດສັນແຮງງານລາວຢູ່ໄທໃນໄລຍະການລະບາດຂອງໂຄວິດ-19

ເພື່ອເຮັດໃຫ້ວຽກງານບໍລິຫານຈັດການແຮງງານລາວ ທີ່ເຮັດວຽກຢູ່ປະເທດໄທໄດ້ຮັບການປົກປ້ອງຕາມກົດໝາຍແຮງງານ, ດັ່ງນັ້ນ ໃນວັນທີ 9 ກໍລະກົດ 2021ນີ້, ກົມພັດທະນສີມືແຮງງານ ແລະ ຈັດຫາງານ (ລາວ) ຮ່ວມກັບ ກົມການຈັດຫາງານ (ໄທ), ໄດ້ຈັດກອງປະຊຸມລະດັບວິຊາການລາວ-ໄທ ໃນຮູບແບບທາງໄກ ແນໃສ່ຮ່ວມຫາລືກ່ຽວກັບການບໍລິຫານຈັດການແຮງງານລາວໃນປະເທດໄທ ໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ກອງປະຊຸມວິຊາການດັ່ງກ່າວ, ຝ່າຍ ສປປລາວ ຮ່ວມເປັນປະທານໂດຍທ່ານນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ, ສ່ວນຝ່າຍຣາຊະອານາຈັກໄທ ເປັນປະທານໂດຍທ່ານ ໄພໂຣດ ໂຊຕິກະສະຖຽນ ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ. ທ່ານ ອານຸສອນ ຄຳສິງສະຫວັດ ໄດ້ກ່າວວ່າ: ກອງປະຊຸມທາງໄກຄັ້ງນີ້ ແມ່ນຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານລາວ-ໄທສະບັບລົງວັນທີ 6 ກໍລະກົດ 2016, ຂໍ້ຕົກລົງວ່າດ້ວຍການຈ້າງແຮງງານລາວ-ໄທ ສະບັບລົງວັນທີ 1 ມີນາ 2017 ແລະ ສຶບເນື່ອງມາຈາກບົດບັນທຶກກອງປະຊຸມວິຊາການລາວ-ໄທ ທີ່ໜອງຄາຍ ຄັ້ງວັນທີ ...

Read More »