ເສັ້ນທາງລົດໄຟ ລາວ-ຈີນ ຈະນຳພາປະຊາຊົນສອງຊາດລາວ-ຈີນ ໄປສູ່ອະນາຄົດທີ່ສົດໃສກວ່າເກົ່າ

ໃນໄລຍະມໍ່ໆມານີ້, ການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ມີຂ່າວດີເລື້ອຍໆ ແລະ ເມື່ອເດືອນພຶດສະພາ 2021 ນີ້, ສະຖານີລົດໄຟກາສີ ຕາມທາງລົດໄຟ ລາວ-ຈີນ ໄດ້ສຳເລັດການຕົບແຕ່ງພາຍນອກເປັນສະຖານີທໍາອິດ ຢູ່ຕາມທາງລົດໄຟບໍ່ເຕັນ ຫາ ນະຄອນຫລວງວຽງຈັນ. ວັນທີ 24 ມິີຖຸນາ 2021 ຜ່ານມານີ້, ຈີນ ແລະ ລາວ ໄດ້ສ້າງຕັ້ງສູນການເຊື່ອມຈອດທາງລົດໄຟ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ໜຶ່ງແລວໜຶ່ງເສັ້ນທາງ. ວັນທີ 23 ກໍລະກົດ 2021, ສະຖານີລົດໄຟໂພນໂຮງ ຕາມທາງລົດໄຟ ລາວ-ຈີນ ໄດ້ສຳເລັດການຕົບແຕ່ງພາຍໃນ ແລະ ພາຍນອກກ່ອນໝູ່ ໃນ 10 ສະຖານີລົດໄຟຕອນຢູ່ພາຍໃນປະເທດລາວ. ວັນທີ 24 ກໍລະກົດ 2021 ນີ້, ສະຖານີຈ່າຍໄຟຟ້າແຫ່ງທຳອິດໃນໂຄງການສະໜອງໄຟຟ້າໃຫ້ກັບທາງລົດໄຟ ລາວ-ຈີນ ຕອນໃນປະເທດລາວ ໄດ້ສຳເລັດການທົດລອງສົ່ງໄຟຟ້າແລ້ວ ເຊິ່ງຈະເປັນການຮັບປະກັນດ້ານພະລັງງານໄຟຟ້າໃຫ້ແກ່ການແລ່ນລົດໄຟລາວ-ຈີນ.

May be an image of railroad ແລະ ທຳມະຊາດ

ວັນທີ 24 ກໍລະກົດ 2021 ນີ້, ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ໄດ້ນຳພາຄະນະລົງຢ້ຽມຢາມ ແລະ ສຳຫລວດ ສະຖານີລົດໄຟກາສີ ແລະ ສະຖານທີ່ກໍ່ສ້າງສະຖານີລົດໄຟວັງວຽງ. ໃນໂອກາດນີ້, ທ່ານ ກ່າວວ່າ: ລັດຖະບານລາວ ຈະພະຍາຍາມສຸດຂີດເພື່ອໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫລືອແກ່ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເພື່ອຮັບປະກັນໃຫ້ໂຄງການທີ່ຍັງຢູ່ໃນໄລຍະກໍ່ສ້າງນັ້ນສາມາດດຳເນີນໄປຢ່າງມີປະສິດທິພາບສູງ.

May be an image of ໜຶ່ງຄົນຂຶ້ນໄປ, ຜູ້ຄົນກຳລັງຢືນຢູ່ ແລະ outdoors

ນັບແຕ່ເລີ່ມລົງມືກໍ່ສ້າງທາງລົດໄຟ ລາວ-ຈີນ ໃນປີ 2016 ເປັນຕົ້ນມາ, ປະຊາຊົນສອງຊາດລາວ ແລະ ຈີນ ໄດ້ຄອງຄອຍໃຫ້ທາງລົດໄຟ ລາວ-ຈີນ ສ້າງສຳເລັດ ແລະ ເປີດບໍລິການໂດຍໄວ. ຜູ້ຂຽນເອງກໍຄອງຄອຍ ແລະ ຄິດວ່າ: ພາຍຫລັງທາງລົດໄຟ ລາວ-ຈີນ ສ້າງສຳເລັດແລ້ວຈະຂີ່ລົດໄຟຈາກຈີນ ໄປນະຄອນຫລວງວຽງຈັນ ໄດ້ຢ່າງສະດວກສະບາຍ, ຊົມທິວທັດທຳມະຊາດທີ່ສວຍງາມ ແລະ ຮີດຄອງປະເພນີອັນດີງາມຂອງປະເທດລາວ. ປັດຈຸບັນ, ຄຽງຄູ່ກັບການກໍ່ສ້າງໂຄງການຕ່າງໆຕາມທາງລົດໄຟ ລາວ-ຈີນ ໄດ້ກ້າວເຂົ້າສູ່ໄລຍະສຸດທ້າຍຂອງການກໍ່ສ້າງ ກໍຍິ່ງມີຄວາມຕື່ນເຕັ້ນ ແລະ ຢາກໃຫ້ສ້າງສຳເລັດໂດຍໄວ.

May be an image of 1 ຄົນ ແລະ ຢືນ

ທາງລົດໄຟ ລາວ-ຈີນ ໄດ້ບັນຈຸຄວາມໄຝ່ຝັນທີ່ດີງາມຂອງສອງຊາດໃນການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງຈະສ້າງຄວາມຜາສຸກໃຫ້ແກ່ປະຊາຊົນຢູ່ລຽບຕາມທາງລົດໄຟ ແລະ ມີຄວາມໝາຍສຳຄັນຕໍ່ການພັດທະນາເສດຖະກິດ ແລະ ອຸດສາຫະກຳຂອງພາກພື້ນ ເຊິ່ງຈະເສີມຂະຫຍາຍບົດບາດອັນຕັ້ງໜ້າໃນການຊຸກຍູ້ການແລກປ່ຽນດ້ານເສດຖະກິດ ແລະ ວັດທະນະທຳ ລະຫວ່າງ ຈີນ ກັບບັນດາປະເທດອາຊີຕາເວັນອອກສຽງໃຕ້. ໃນຫລາຍມື້ຜ່ານມາ, ສະມາຄົມໝາກຖົ່ວລຽນໄທ ໄດ້ສະເໜີຕໍ່ພາກສ່ວນທີ່ກ່ຽວຂ້ອງຂອງໄທວ່າ: ຈະນຳໃຊ້ທາງລົດໄຟ ລາວ-ຈີນ ເປີດບໍລິການແລ້ວ ແລະ ຈະນຳໃຊ້ເສັ້ນທາງສາຍນີ້ຂົນສົ່ງໝາກຖົ່ວລຽນໄທເຂົ້າຈີນເປັນການສະເພາະ ເພື່ອແກ້ໄຂບັນຫາການສົ່ງອອກໝາກຖົ່ວລຽນໄທ ສູ່ປະເທດຈີນ ທີ່ຖືວ່າເປັນຕະຫລາດໝາກຖົ່ວລຽນທີ່ໃຫຍ່ທີ່ສຸດ. ສະນັ້ນ, ທາງລົດໄຟ ລາວ-ຈີນ ຈິ່ງມີຄວາມໝາຍສຳຄັນຕໍ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ທີ່ສຸດ.

May be an image of bridge

ທາງລົດໄຟ ລາວ-ຈີນ ຈະເປີດນຳໃຊ້ແລ້ວໃນໄວໆນີ້, ຂ້າພະເຈົ້າ ກຽມພ້ອມທຸກເວລາທີ່ຈະໄປຂີ່ລົດໄຟສາຍນີ້, ເພາະຄິດວ່າເສັ້ນທາງນີ້ຈະນຳພາປະຊາຊົນສອງຊາດ ລາວ-ຈີນ ມຸ່ງໜ້າໄປສູ່ອະນາຄົດທີ່ສົດໃສກວ່າເກົ່າ, ທ່ານເດກຽມພ້ອມຈະໄປຂີ່ລົດໄຟ ລາວ-ຈີນ ເຊິ່ງແມ່ນທາງລົດໄຟສາຍມິດຕະພາບແລ້ວບໍ?

ຈາກ: ຂປລ

Comments