ແຂວງບໍ່ແກ້ວ ເປີດສູນຂໍ້ມູນຂ່າວສານ ແຮງງານເຄື່ອນຍ້າຍ

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 22 ກໍລະກົດ ຜ່ານມາ, ສະ ຫະພັນກໍາມະບານແຂວງບໍ່ແກ້ວ ຈັດພິທີເປີດ ສູນຂໍ້ມູນຂ່າວສານ ແຮງງານເຄື່ອນຍ້າຍ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການ safe and fair ເປັນເງິນ 167 ລ້ານກວ່າ ກີບ ໄລຍະປະຕິບັດ 12 ເດືອນ. ໂດຍມີ ທ່ານ ຄໍາຜະຫຍາ ພົມປົນຍາ ຮອງເຈົ້າແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມໃນພິທີ.

May be an image of ໜຶ່ງຄົນຂຶ້ນໄປ, ຜູ້ຄົນກຳລັງຢືນຢູ່ ແລະ outdoors

ທ່ານ ສຸທິດ ມິດສຳພັນ ປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ສູນຂໍ້ມູນຂ່າວສານ ໃຫ້ຄໍາປຶກສາແກ່ຜູ້ແຮງງານ ເປັນສູນກາງໃຫ້ຄໍາປຶກສາດ້ານແນວທາງນະໂຍບາຍ, ລະບຽບກົດໝາຍ, ເປັນຊ່ອງທາງໃຫ້ແກ່ຊາວຜູ້ອອກ ແຮງງານໄດ້ເຂົ້າເຖິງການບໍລິການ ຈາກການຈັດຕັ້ງທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງຕົນສະດວກ ສະບາຍຂຶ້ນ ໂດຍສະເພາະແມ່ນແນໃສ່ຊ່ວຍເຫລືອ ແຮງງານເຄື່ອນຍ້າຍທີ່ເປັນເພດຍິງ ທີ່ມີຄວາມສ່ຽງຕໍ່ການເອົາລັດເອົາປຽບດ້ານແຮງງານ, ການຂູດຮີດແຮງງານ, ການຕົກເປັນເຫຍື່ອຂອງການອອກແຮງງານ ທີ່ບໍ່ຖືກຕ້ອງຕາມກົດໝາຍ, ການໃຊ້ແຮງງານເດັກ ແລະ ການຄ້າມະນຸດ, ເຊິ່ງຜູ້ອອກແຮງງານສາມາດເຂົ້າໄປປຶກສາຂໍການຊ່ວຍເຫລືອດ້ວຍຕົນເອງ ຫລື ໂທເຂົ້າເບີໂທລະສັບສາຍດ່ວນ 084 1512 ແລະ ໂທລະສັບຕັ້ງໂຕະ 030 536 9622 ໄດ້ຕະຫລອດ 24 ຊົ່ວໂມງ.

May be an image of 4 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ outdoors

ພ້ອມກັນນັ້ນ, ສູນຂໍ້ມູນຂ່າວສານໃຫ້ຄໍາປຶກສາແກ່ຜູ້ແຮງງານ ຍັງມີແຜນການຈັດຕັ້ງກຸ່ມເຄືອຂ່າຍຜູ້ອອກແຮງງານ ທີ່ເຄີຍໄປອອກແຮງງານຢູ່ຕ່າງປະເທດ ເພື່ອເປັນຕົວແທນໃຫ້ຄວາມຮູ້, ປະສົບການ ແລະ ຂໍ້ມູນທີ່ຖືກຕ້ອງໃນການໄປອອກແຮງງານຢູ່ຕ່າງປະເທດໃຫ້ແກ່ແຮງງານເຄື່ອນຍ້າຍແບບເພື່ອນສອນເພື່ອນ, ຈັດຕັ້ງກິດຈະກໍາໂຄສະນາປຸກລະດົມ ໃນວັນສໍາຄັນຕ່າງໆ ເຊັ່ນ: ວັນສ້າງຕັ້ງກໍາມະບານລາວ 1 ກຸມພາ, ວັນແມ່ຍິງສາກົນ 8 ມີນາ, ວັນກໍາມະກອນສາກົນ 1 ພຶດສະພາ ແລະ ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ 25 ພະຈິກ ແລະ ລົງໂຄສະນາເຜີຍແຜ່ ໃຫ້ຄວາມຮັບຮູ້ທາງດ້ານ ຂໍ້ມູນຂ່າວ ສານ, ແນວທາງນະໂຍບາຍ, ລະບຽບ, ກົດໝາຍ ແລະ ສົນທິສັນຍາຂອງອົງການແຮງງານສາກົນ (ILO) ທີ່ ສປປ ລາວ ໄດ້ໃຫ້ສັດຕະຍາບັນ ແກ່ຜູ້ໃຊ້ແຮງງານ ແລະ ຊາວຜູ້ອອກແຮງງານ ໃນ 5 ເມືອງ.

ພາບ-ຂ່າວ: ຄຳພັນ ແກ້ວມະນີ

Comments