ຮອງປະທານປະເທດ ຕ້ອນຮັບທູດຝຣັ່ງ ເຂົ້າຢ້ຽມຂໍ່ານັບອຳລາ

ໃນວັນທີ 21 ກໍລະກົດ 2021 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບອຳລາຂອງ ທ່ານ ນາງ ຟລໍຣອງສ ຊັອງ ບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈຳ ສປປ ລາວ ໃນໂອກາດທີ່ສຳເລັດໜ້າທີ່ການທູດ ຢູ່ ສປປ ລາວ.

May be an image of 2 ຄົນ, ຜູ້ຄົນກຳລັງຢືນຢູ່ ແລະ ໃນຮົ່ມ

ໃນໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງ ຕໍ່ຜົນສຳເລັດຂອງການປະຕິບັດໜ້າທີ່ການທູດ ຂອງ ທ່ານ ນາງ ຟລໍຣອງສ ຊັອງບລັອງ-ຣີສແລກ, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້, ເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຝຣັ່ງ ໃຫ້ມີບົດບາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມອວາຍພອນໃຫ້ແກ່ທ່ານທູດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານໃໝ່ອັນມີກຽດຂອງທ່ານ.

May be an image of 2 ຄົນ ແລະ ໃນຮົ່ມ

ພ້ອມນີ້, ທ່ານ ນາງ ຟລໍຣອງສ ຊັອງບລັອງ-ຣີສແລກ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນຄັ້ງນີ້, ພ້ອມສະແດງຄວາມຂອບໃຈ ມາຍັງບັນດາ ການນຳ ພັກ-ລັດຖະບານ ກໍຄື ປະຊາຊົນລາວບັນດາເຜົ່າ ທີ່ໄດ້ໃຫ້ການຮ່ວມມືທີ່ດີ ແລະ ອຳນວຍຄວາມສະດວກທຸກຢ່າງ ຕະຫລອດໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.

Comments