ງານຖະແຫຼງຂ່າວກ່ຽວກັບງານຊິງລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ASEAN Business Award Laos 2021)

ໃນຕອນບ່າຍວັນທີ 22 ກໍລະກົດ 2021 ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມ ສະພາທີ່ປຶກສາທຸລະກິດອາຊຽນລາວ (ASEAN Business Advisory Council) ຮ່ວມກັບໂຄງການ RECOTEVET ຂອງ GIZ ປະຈຳລາວ ຈັດພິທີ ຖະແຫຼງຂ່າວກ່ຽວກັບງານຊິງລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ASEAN Business Award Laos 2021) ຂຶ້ນ ທີ່ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ມີ ທ່ານ ສະຫວັນຄອນ ລາຊມຸນຕີ, ປະທານສະມາຄົມນັກຂ່າວ ແຫ່ງຊາດລາວ, ທ່ານ ສັນຕິອິນທະວົງ, ຊ່ຽວຊານຝ່າຍລາວ, ໂຄງການພັດທະນາອາຊີວະສຶກສາ ສປປ ລາວ, ອົງການ GIZ ປະຈໍາລາວ, ຄະນະຮັບຜິດຊອບ ພ້ອມດ້ວຍບັນດາ ສື່ມວນຊົນເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ທະນົງສິນ ກັນລະຍາ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວໄດ້ກ່າວວ່າ: ງານຊິງລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ABA Laos 2021) ເປັນງານມອບລາງວັນທີ່ເປີດກວ້າງຕໍ່ສະມາຊິກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທຸກໆຫົວໜ່ວຍທຸລະກິດ ໃນຂອບເຂດທົ່ວປະເທດ ຂອງ ສປປ ລາວ ທີ່ດຳເນີນທຸລະກິດຖືກຕ້ອງຕາມກດົດໝາຍ, ບໍ່ວ່ານ້ອຍ ຫລືໃຫຍ່ ກໍສາມາດສົ່ງເຂົ້າສະຫມັກແຂ່ງຂັນເອົາລາງວັນໄດ້.

ເຊິ່ງທຸລະກິດທີ່ຊະນະເລີດໄດ້ຮັບລາງວັນ ຈາກ ABA Laos 2021 (ASEAN Business Awards Laos 2021) ຈະຖືກສົ່ງສະໝັກເຂົ້າແຂ່ງຂັນຕໍ່ໃນລະດັບອາຊຽນເຊິ່ງຈະໄດ້ພົບກັບບັນດາຫົວຫນ່ວຍທຸລະກິດທີ່ມີຊື່ສຽງໃນລະດັບພາກພື້ນ. ການປະກາດຜົນຜູ້ທີ່ໄດ້ຮັບລາງວັນລະດັບພາກພື້ນແມ່ນຈະໄດ້ຈັດຂຶ້ນໃນໄລຍະການຈັດກອງກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນ (ASEAN Business & Investment) ແລະ ກອງປະຊຸມສຸດຍອດອາຊຽນ (ASEAN Summit) ຄັ້ງທີ 37 ໃນທ້າຍປີ 2021, ທີ່ ປະເທດ ບູໄນ.

ສຳລັບການເຂົ້າຮ່ວມຊິງລາງວັນໃນຄັ້ງນີ້, ປະເພດລາງວັນປະຈໍາປີ 2021 ປະກອບມີ 3 ປະເພດເຊັ່ນ:

ປະເພດທີ 1. ລາງວັນຂະແໜງບູລິມະສິດດີເດັ່ນ ປະກອບມີ 12 ຂະແໜງການເຊັ່ນ: ຂະແໜງກະສິກຳ, ຂະແໜງພະລັງງານ, ຂະແໜງປະມົງ, ຂະແໜງປຸງແຕ່ງອາຫານ ແລະ ເຄື່ອງດື່ມ, ຂະແໜງຫັດຖະກຳ, ຂະແໜງ ICT, ຂະແໜງພື້ນຖານໂຄງລ່າງ, ຂະແໜງຕັດຍິບ, ຂະແໜງທ່ອງທ່ຽວ, ຂະແໜງຂົນສົ່ງ ແລະ ໂລຈີດຕິກ, ຂະແໜງຂາຍຍົກ/ຂາຍຍ່ອຍ ແລະ ຂະແໜງຜະລິດຕະພັນໄມ້.

ປະເພດທີ 2 ແມ່ນລາງວັນຂະແໜງທຸລະກິດ SME ດີເດັ່ນ (SME Excellence Award) ປະກອບມີ 5 ຂະແໜງການ ເພີ່ມມາໃໝ່ 1 ຂະແໜງ ການ ເຊັ່ນ: ລາງວັນການຂະຫຍາຍໂຕທຸລະກິດດີເດັ່ນ, ການຈ້າງງານດີເດັ່ນ, ນະວັດຕະກຳດີເດັ່ນ,  ການປະກອບສ່ວນຕໍ່ສັງຄົມ ແລະ ລາງວັນການຫັນເປັນດິຈີຕອລດີເດັ່ນ (ລາງວັນເພີ່ມມາໃໝ່)

ແລະປະເພດທີ 3 ແມ່ນລາງວັນພິເສດ ປະກອບມີ 8 ປະເພດລາງວັນ ເພີ່ມມາໃໝ່ 1 ຂະແໜງການເຊັ່ນ: ລາງວັນເພື່ອນມິດສປປລາວດີເດ່ັນ (ມີ 3 ລາງວັນ), ລາງວັນທຸລະກິດຄອບຄົວດີເດັ່ນ, ລາງວັນທຸລະກິດເພື່ອສັງຄົມແບບຍືນຍົງ, ລາງວັນທຸລະກິດສີຂຽວ, ລາງວັນທຸລະກິດລິເລີ່ມ, ລາງວັນນັກທຸລະກິດໜຸ່ມດີເດັ່ນ,  ລາງວັນຜູ້ປະກອບການແມ່ຍິງດີເດັ່ນ ແລະ ລາງວັນການພັດທະນາສີມືແຮງງານດີເດັ່ນ (ລາງວັນເພີ່ມມາໃໝ່ມີທັງໝົດ 10 ລາງວັນ) ສຳລັບການຄວາມໂປ່ງໃສໃນຂັ້ນຕອນການກວດສອບແບບຟອມ ແລະ ເອກະສານ ຂອງ ຜູ້ສະໝັກ ABA Laos 2021 ແມ່ນຈະຖືກກວດສອບໂດຍບໍລິສັດ  KPMG (Laos) ຫຼັງຈາກນັ້ນກອງເລຂາຮັບຜິດຊອບງານຊິງລາງວັນຈະໄດ້ເຊີນເອົາຕາງໜ້າຈາກສື່ມວນຊົນ, ຕາງໜ້າຈາກພາກລັດ, ຕາງໜ້າພາກທຸລະກິດ ແລະ ສະຖາບັນການສຶກສາ ເພື່ອເຂົ້າມາເປັນຄະນະກຳມະການຕັດສິນໃນທຸກໆຂະແໜງ ແລະ ແຕ່ລະປະເພດລາງວັນ.

ພິທີມອບລາງວັນທຸລະກິດອາຊຽນດີເດັ່ນ ແຫ່ງ ສປປ ລາວ 2021 (ASEAN Business Award Laos 2020) ABA Laos 2021 ຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນວັນທີ 30 ພະຈິກ 2021, ການມອບລາງວັນສຳລັບປີ 2021 ນີ້ເປັນການສ້າງແຮງບັນດານໃຈໃຫ້ແກ່ຫົວຫນ່ວຍທຸລະກິດລາວ ເຊິ່ງທຸ້ມເທເຫື່ອແຮງສະຕິປັນຍາ…ຕະຫລອດ ປີ 2020 ແລະ ຫລາຍປີ ຜ່ານມາ.

ນອກຈາກນີ້, ຍັງເປັນການເຕົ້າໂຮມຫົວຫນ່ວຍທຸລະກິດໃນ ສປປ ລາວ ເພື່ອປະກອບສ່ວນເຂົ້າໃນຂະບວນສ້າງສາພັດທະນາໃນການເຊື່ອມໂຍງເສດຖະກິດກັບອາຊຽນ ແລະ ເປັນບາດກ້າວສໍາຄັນໃນການເຂົ້າສູ່ຕະຫລາດເພື່ອນບ້ານ, ຕະຫລາດອາຊຽນ ແລະ ຕະຫລາດໂລກອີກດ້ວຍ.

ສໍາລັບໃຜ ຫຼືຫົວໜ່ວຍທຸລະກິດໃດທີ່ສົນໃຈສາມາດເຂົ້າໄປເບິ່ງ ລາຍລະອຽດໄດ້ທີ່ລີ້ງ:

https://lncci.la/aba2021/en/index.php

ຫຼືສອບຖາມເພີ່ມຕື່ມທີ່ເບີ:

020 5256 2729
020 5953 5392

Comments