Author Archives: admin target

ປະທານສະພາແຫ່ງຊາດ ຮຽກຮ້ອງທົ່ວສັງຄົມ ເຊີດຊູສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ

ໂອກາດໃຫ້ສຳພາດຕໍ່ສື່ມວນຊົນ ເນື່ອງໃນວັນລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ (15/8/1991-15/8/2021) ໃນວັນທີ 2 ສິງຫາ 2021 ນີ້, ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ຊາວຕ່າງດ້າວທີ່ດຳລົງຊີວິດຢູ່ ສປປ ລາວ ແລະ ປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ຈົ່ງເຊີດຊູສະຕິການເຄົາລົບ ການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ, ຕັ້ງໜ້າ ແລະ ເປັນເຈົ້າການເຂົ້າຮ່ວມໃນຂະບວນການສ້າງລັດປະຊາທິປະໄຕ ປະຊາຊົນ ໃຫ້ໜັກແໜ້ນ ແລະ ເຂັ້ມແຂງຍິ່ງໆຂຶ້ນ, ສ້າງການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ເພື່ອຈັດຕັ້ງປະຕິບັດ ສໍາເລັດບັນດາຄາດໝາຍໃຫຍ່ ທີ່ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກວາງອອກ. ທ່ານ ໄຊສົມພອນ ພົມວິຫານ ໄດ້ໃຫ້ຮູ້ວ່າ: ລັດຖະທຳມະນູນ ແຫ່ງ ສປປ ລາວ ແມ່ນການຫັນແນວ ທາງປ່ຽນແປງໃໝ່ຮອບດ້ານມີຫລັກການຂອງພັກ ມາເປັນກົດໝາຍພື້ນຖານຂອງລັດເຮົາ ຫລື ກົດໝາຍແມ່ ...

Read More »

ທ່ານ ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມ ແລະ ຊີ້ນຳການສະກັດກັ້ນພະຍາດໂຄວິດ-19 ຢູ່ແຂວງວຽງຈັນ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມຄະນະ ໄດ້ ລົງເຄື່ອນໄຫວຕິດຕາມ, ກວດກາ ແລະ ຊີ້ນໍາການປ້ອງກັນ, ສະກັດ ກັ້ນ ແລະ ແກ້ໄຂການລະບາດຂອງ ພະຍາດໂຄວິດ-19 ຢູ່ເມືອງໝື່ນ ແລະ ເມືອງຊະນະຄາມ ແຂວງ ວຽງຈັນ ໃນວັນທີ 31 ກໍລະກົດ ນີ້, ຢູ່ທີ່ຫ້ອງວ່າການປົກຄອງ ເມືອງຊະນະຄາມ ໂດຍມີ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການ ສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງໆວຽງຈັນ, ມີບັນດາທ່ານ ຄະນະນໍາຂອງແຂວງ, ຄະນະນໍາ ສອງກອງບັນຊາການທະຫານ, ຕໍາຫຼວດແຂວງ, ເຈົ້າເມືອງໆຊະນະຄາມ, ເມືອງໝື່ນ, ຄະນະຮັບ ຜິດຊອບປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງ, ຂັ້ນເມືອງ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ...

Read More »

ເຈົ້າແຂວງສາລະວັນ ເນັ້ນໃຫ້ພະນັກງານຢູ່ສູນກັກກັນ ເພີ່ມທະວີຮອບດ້ານ

ແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ໃນໂອກາດລົງພົບປະໂອ້ລົມ ພະນັກງານ ປະຈຳຢູ່ສູນກັກກັນວິທະຍາໄລຄູສາລະວັນ ເມື່ອບໍ່ດົນມານີ້, ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ ໄດ້ເນັ້ນໃຫ້ພະນັກງານ, ຄະນະຮັບຜິດຊອບ ທີ່ປະຈຳຢູ່ສູນດັ່ງກ່າວ ເອົາໃຈໃສ່ເພີ່ມທະວີຮອບດ້ານ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-1 ໂດຍຖືສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ດ້ວຍຄວາມເປັນເຈົ້າການ, ເປັນຈິດໜຶ່ງໃຈດຽວ ແລະ ພ້ອມກັນແບ່ງຄວາມຮັບຜິດຊອບຢ່າງຈະແຈ້ງ ເພື່ອໃນການຕິດຕາມ, ກວດກາ ແລະ ລາຍງານຢ່າງຕໍ່ເນື່ອງໃນການເກັບກຳສະຖິຕິຈຳນວນຄົນ ເຂົ້າ-ອອກ, ບັນດາໜ້າວຽກຕ່າງໆໃນແຕ່ລະມື້ ຢ່ງຖີ່ຖ້ວນ. ພ້ອມກັນນີ້, ກໍໃຫ້ເອົາໃຈໃສ່ເຜີຍແຜ່ຂໍ້ມູນຂ່າວ ສານທີ່ສຳຄັນ ຜ່ານລະບົບໂທລະໂຄ່ງ ເພື່ອເຮັດໃຫ້ບັນດາຜູ້ທີ່ຖືກຈຳກັດບໍລິເວນຮັບຮູ້, ເຂົ້າໃຈສະພາບຢູ່ໃນໄລຍະນີ້, ທັງປຸກລະດົມເຂົາເຈົ້າໃຫ້ການຮ່ວມມື ແລະ ປະຕິບັດຕາມກົດລະບຽບການກຳຈັດບໍລິເວນ ໃຫ້ຄົບ 14 ວັນ, ເອົາໃຈໃສ່ຮັກສາຄວາມສະອາດພາຍໃນສູນ. ນອກຈາກນັ້ນ ຕ້ອງໄດ້ເພີ່ມທະວີປຸກລະດົມ ພໍ່ແມ່ປະຊາຊົນໃນເຂດອ້ອມຂ້າງສູນ ເປັນເຈົ້າການຕໍ່ກັບວຽກງານດັ່ງກ່າວເຊັ່ນກັນ. ໂອກາດດຽວກັນນີ້, ທ່ານ ໂພໄຊ ໄຊຍະສອນ ກໍໄດ້ມອບເງິນ 50 ລ້ານກີບ, ລົດ ຈັກ 3 ລໍ້ 1 ຄັນ ລວມມູນຄ່າ ...

Read More »

ສາທາເມືອງທຸລະຄົມ ຊີ້ແຈງຫາງສຽງກ່ຽວກັບການສັກວັກຊີນທີ່ເກີດຂຶ້ນພາຍໃນເມືອງຂອງຕົນ

ພາຍຫລັງມີຫາງສຽງເກີດຂຶ້ນຜ່ານສື່ສັງຄົມອອນລາຍກ່ຽວກັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ໂຮງໝໍເມືອງທຸລະຄົມ, ແຂວງວຽງຈັນ ເມື່ອບໍ່ດົນມານີ້ວ່າ ແພດໝໍກັກຕຸນວັກຊີນໄວ້ຂາຍເອົາເງິນ ແລະ ມີການໃຫ້ຊອງຂາວແກ່ເຈົ້າໜ້າທີ່ເພື່ອລັດຄີວຮັບວັກຊີນ. ໃນວັນທີ 1 ສິງຫາ 2021 ນີ້ ດຣ. ດິ້ງ ເລືອງໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ໄດ້ຊີ້ແຈງຜ່ານວິທະຍຸກະຈາຍສຽງແຫ່ງຊາດ ວ່າ: ຕາງໜ້າໃຫ້ຫ້ອງການສາທາລະນະສຸກເມືອງທຸລະຄົມຂໍຊີ້ແຈງກ່ຽວກັບເຫດທີ່ເກີດຂື້ນ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດໃນການໃຫ້ວັກຊິນ ປ້ອງກັນພະຍາດໂຄວິດ-19 ຊະນິດ johnson & johson ທາງຫ້ອງການສາທານະນະສຸກໄດ້ປະຊຸມຮ່ວມກັບການຈັດຕັ້ງບ້ານ, ພ້ອມກຳມະການຮັກສາສຸຂະພາບຂັ້ນບ້ານໃນຈຳນວນ 42 ບ້ານທົ່ວເມືອງເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງຂັ້ນເທິງ ຄື: ກຸ່ມເປົ້າໝາຍ 18 ປີ ຫາ 50 ປີ ຕ້ອງແມ່ນຜູ້ທີ່ເປັນພະຍາດຊ້ຳເຮື້ອ ແລະ ກຸ່ມອາຍຸ 50 ປີຂື້ນໄປ ກອງປະຊຸມໄດ້ເອກະພາບໃຫ້ການຈັດຕັ້ງບ້ານໄດ້ເກັບກຳສະຖິຕິລະອຽດຕາມແຜນແບ່ງ ບ້ານໃຫຍ່ໄດ້ຮັບ 150 ໂດສ, ບ້ານທີ່ມີຈຳນວນພົນນ້ອຍບ້ານລະ 50-100 ໂດສ ເພື່ອໃຫ້ທົ່ວເຖິງທຸກບ້ານ ພ້ອມແຈ້ງຕາຕະລາງແຕ່ ລະບ້ານຢ່າງລະອຽດ ສ່ວນມື້ປະຕິບັດຕົວຈິງແມ່ນມອບ ໃຫ້ ອສບ ຫຼື ການຈັດຕັ້ງບ້ານເປັນຜູ້ອ່ານລາຍຊື່ ໃຫ້ແພດໝໍພວກເຮົາ. ແຕ່ການປະຕິບັດຕົວຈິງນັ້ນ ...

Read More »

ກະຊວງ ຮສສ ຮຽກຮ້ອງເຖິງແຮງງານລາວທີ່ກັບມາໃຫ້ມາແບບຖືກຕ້ອງ ແລະ ຜູ້ທີ່ຍັງມີວຽກ ກໍ່ໃຫ້ສືບຕໍ່ເຮັດໜ້າທີ່ຢ່າງຕັ້ງໜ້າ

ໃນວັນທີ 30 ກໍລະກົດ 2021 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກຈົດໝາຍເຖິງ ຊາວຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດ ແລະ ຜູ້ທີ່ກຳລັງອອກແຮງງານ ຢູ່ຕ່າງປະເທດ, ຕໍ່ກັບເງື່ອນໄຂທີ່ມີສະພາບການລະບາດຂອງພະຍາດ ໂຄວິດ-19 ຢູ່ປະເທດເພື່ອນບ້ານທີ່ຮ້າຍແຮງ ແລະ ຈຳເປັນຕ້ອງໄດ້ເດີນທາງກັບຄືນປະເທດຊາດ ແມ່ນເນັ້ນ ໃຫ້ກັບມາຢ່າງຖືກກົດໝາຍ ແລະ ໃຫ້ເຂົ້າມາຜ່ານດ່ານທີ່ທາງການກຳນົດເທົ່ານັ້ນ, ຫ້າມເດັດຂາດບໍ່ໃຫ້ມີການລັກລອບຂ້າມມາ ທັງນີ້ກໍເພື່ອຫຼີກລjຽງການແຜ່ລະບາດພາຍໃນປະເທດ. ຍາມໃດພັກ-ລັດຖະບານ ແມ່ນມີຄວາມເປັນຫວ່ງເປັນໄຍ ຕໍ່ກັບຊາວຜູ້ອອກແຮງງານລາວບັນດາເຜົ່າທີ່ໄດ້ໄປເຄື່ອນໄຫວເຮັດວຽກຢູ່ຕ່າງປະເທດ ເຊິ່ງສະແດງອອກໃນເວລາທີ່ຊາວຜູ້ອອກແຮງງານກັບມາຈາກຕ່າງປະເທດ ກໍລ້ວນໃຫ້ການຕ້ອນຮັບ, ພ້ອມນັ້ນ ອົງການປົກຄອງແຕ່ລະຂັ້ນດ້ວຍການເອົາໃຈໃສ່ເບິ່ງແຍງດູແລ, ໃຫ້ຄວາມສະດວກແກ່ແຮງງານທີ່ກັບມາດ້ວຍການໃຫ້ທີ່ພັກ, ສະໜອງເຄື່ອງອຸປະໂພກ-ບໍລິໂພກ, ກວດສຸຂະພາບກວດຫາເຊື້ອໂຄວິດ-19 ຖ້າພົບເຊື້ອກໍ່ໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ ຖ້າບໍ່ມີການຕິດເຊື້ອພະຍາດ ໂຄວິດ-19 ເມື່ອຄົບກຳນົດ ກໍຖືກຈັດສົ່ງໄປຫາຄອບຄົວ, ຍາດພີ່ນ້ອງ ແລະ ສັງຄົມ ຊຶ່ງທັງໝົດນັ້ນສະແດງເຖິງການປະຕິບັດນະໂຍບາຍຢ່າງຖືກຕ້ອງເປັນທຳຂອງພັກ-ລັດຖະບານ ແລະ ອົງການປົກຄອງທຸກຂັ້ນ ຕໍ່ພົນລະເມືອງລາວບັນດາເຜົ່າ. ດັ່ງນັ້ນ, ຍາມວິກິດແບບນີ້ ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໃນຂອບເຂດທົ່ວປະເທດ ຖານະທີ່ຖືກມອບໝາຍຈາກລັດຖະບານ ກໍ່ຄື ອົງການປົກຄອງທ້ອງຖິ່ນໃຫ້ຮັບຜິດຊອບວຽກງານແຮງງານ ແລະ ສະຫວັດດີການສັງຄົມ ຂໍຮຽກຮ້ອງມາຍັງຜູ້ອອກແຮງງານທີ່ກັບຄືນມາຈາກຕ່າງປະເທດທັງໝົດ ຈົ່ງເຊີດຊູຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ ໂດຍໃຫ້ຖືເອົາໂອກາດນີ້ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ແຜ່ນດິນເກີດ ...

Read More »

ຮອງນາຍົກລັດຖະມົນຕີ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ

ໃນວັນທີ 31 ກໍລະກົດ 2021, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາ ເພື່ອຊຸກຍູ້, ກວດກາ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານຮີບດ່ວນ. ການມາເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້, ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຂອງພັກ ແລະ ລັດຖະບານ ທີ່ມີຕໍ່ທ້ອງຖິ່ນໂດຍສະເພາະແມ່ນແຂວງຫລວງນ້ຳທາ, ທັງເປັນການໃຫ້ຊຸກຍູ້ໃຫ້ອຳນາດການປົກຄອງທ້ອງຖິ່ນ ກໍຄືພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ເປັນເຈົ້າການໃນການປະກອບສ່ວນເຂົ້າໃນນະບວນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄືຂອງແຂວງ ດ້ວຍຄວາມຮັບຜິດ ຊອບສູງ ແລະ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.ໂອກາດນີ້, ທ່ານ ຄຳໄຫລ ສີປະເສີດ ເຈົ້າແຂວງຫລວງນ້ຳທາ ກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຕ່າງໆ ເຊັ່ນ: ວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19, ການອໍານວຍຄວາມສະດວກ ແລະ ແກ້ໄຂບັນຫາສິ່ງກິດຂວາງ ຂອງໂຄງການທາງລົດໄຟ ລາວ-ຈີນ, ການແກ້ໄຂບັນຫາການຂົນສົ່ງສິນຄ້າຜ່ານດ່ານບໍ່ເຕ່ນ-ບໍ່ຫານ, ການເຮັດຮົ້ວຕາມຊາຍແດນລາວ-ຈີນ ຂອບເຂດບໍ່ເຕ່ນ-ບໍ່ຫານ, ການກຳນົດຂອບເຂດທາງຫລວງແຫ່ງຊາດ ແລະ ດ່ານສາກົນ ກັບຂອບເຂດເສດ ຖະກິດ, ການພັດທະນາປິ່ນອ້ອມ ...

Read More »

ບັນດາຄອບຄົວການນຳມອບເຄື່ອງຊ່ວຍເຫຼືອໃຫ້ຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດໂຄວິດ ຢູ່ 3 ແຂວງພາກໃຕ້ຂອງລາວ

ບັນດາຄອບຄົວການນຳ ນຳໂດຍທ່ານ ນາງ ນາລີ ສີສຸລິດ ພັນລະຍາທ່ານ ທອງລຸນ ສີສຸລິດ ປະທານປະເທດໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະ ບາດຂອງພະຍາດໂຄວິດ19 3 ແຂວງຄື: ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງສາລະວັນ ລວມມູນຄ່າທັງໝົດ 2ຕື້ 170 ລ້ານກວ່າກີບ. ພິທີມອບຮັບຈັດຂຶ້ນໃນວັນທີ 31 ກໍລະກົດ 2021, ທີ່ກະຊວງສາທາລະນະສຸກ ໂດຍການກ່າວຮັບຂອງ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ເຄື່ອງຊ່ວຍເຫຼືອໃນຄັ້ງນີ້ປະກອບມີເງິນຈຳນວນ 170ລ້ານກີບ ແລະອຸປະກອນການແພດເຊັ່ນ: ຜ້າອັດປາກ-ດັງ, ຊຸດແພດປ້ອງກັນແບບສະເພາະ, ຊຸດແພດປ້ອງກັນແບບຄຸມໂຕ ແລະ ແວ່ນຢາງປ້ອງກັນ ລວມມູນຄ່າ 2 ຕື້ກວ່າກີບ ເຄື່ອງຊ່ວຍເຫລືອເຫລົ່ານີ້ ຈະໄດ້ຖືກຈັດສົ່ງໄປແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ແຂວງສາລະວັນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ແລະສະກັດກັ້ນພະຍາດໂຄວິດ19. ໂອກາດນີ້ທ່ານ ວິໄລວົງ ບຸດດາຄໍາ, ເຈົ້າແຂວງໆຈໍາປາສັກ ທັງເປັນຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ19 ຂັ້ນແຂວງ ໄດ້ສະແດງຄວາມຂອບໃຈຢ່າງລົ້ນເຫລືອຕໍ່ການຊ່ວຍເຫລືອໃນຄັ້ງນີ້ ຊື່ງເປັນການປະກອບສ່ວນສຳຄັນ ...

Read More »

ແພດໝໍລາວ 3.000ຄົນ ຜ່ານການຝຶກອົບຮົມ ເພື່ອຮັບມືກັບພະຍາດໂຄວິດ19

ຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ19 ທີ່ມີພວມເພີ່ມຂຶ້ນ ໂດຍສະເພາະປະເທດອອ້ມຂ້າງທີ່ມີຊາຍແດນຕິດກັບ ສປປ ລາວ ,ເຮັດໃຫ້ຈໍານວນຜູ້ອອກແຮງງານລາວຢູ່ຕ່າງປະເທດເດີນທາງກັບຄືນບ້ານເດີມນັບມື້ນັບຫລາຍ ບາງຄົນນໍາເອົາເຊື້ອພະຍາດກັບມານໍາພ້ອມ ສະນັ້ນເພື່ອປ້ອງກັນ ແລະຮັບມືກັບການແຜ່ລະບາດຄັ້ງນີ້ ຄະນະສະເພາະກິດຂອງ ສປປ ລາວ ໄດ້ກະກຽມຄວາມພ້ອມ ທັງດ້ານສະຖານທີ່, ບຸກຄະລະກອນ, ແລະອຸປະກອນການແພດຢ່າງຮີບດ່ວນ. ທ່ານ ຮສ.ດຣ ນາງ ບົວເທບ ພູມິນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ຖະແຫຼງຂ່າວຮ່ວມ ທີ່ກະຊວງສາທາລະນະສຸກ ຕອນເຊົ້າວັນທີ 30 ກໍລະກົດ 2021 ເຖິງສະພາບການກະກຽມຮອງຮັບສະຖານະການ ທີ່ມີຈໍານວນແຮງງານ ເດີນທາງເຂົ້າມາ ແລະມີຜູ້ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ ເຊິ່ງຄະນະສະເພາະກິດໄດ້ກະກຽມໂດຍອີງໃສ່ 3 ຫລັກການໃຫ່ຍ ຄື: 1/ ທົບທວນຄືນສະຖານທີ່ບໍລິການປິ່ນປົວສຸຂະພາບຢູ່ໂຮງໝໍໃຫ່ຍ ທີ່ເຄີຍປິ່ນປົວຄົນຕິດເຊື້ອພະຍາດໂຄວິດ ແລະໂຮງໝໍພາກສະໜາມ ທັງຢູ່ສູນກາງ, ແຂວງ ລົງຮອດໂຮງໝໍຊຸມຊົນ ສະເພາະສູນກາງໄດ້ພິຈາລະນາຄືນໂຮງໝໍພາກສະໜາມ 3ແຫ່ງຄື: ຫ້ວຍຫົງ, ສູນກິລາລ້ານຊ້າງ ແລະຫລັກ27. ສໍາລັບແຂວງທີ່ມີຈໍານວນຄົນເຈັບເພີ່ມຂຶ້ນຫລາຍ ດັ່ງແຂວງສະຫວັນນະເຂດ ແລະຈໍາປາສັກ ກໍໄດ້ກະກຽມຢ່າງເຂັ້ມຂຸ້ນ ນອກຈາກທິມງານຂອງແຂວງແລ້ວ ຍັງມີວິຊາການຈາກສູນກາງ ແລະອົງການອະນາໄມໂລກ ກໍາລັງລົງໄປຊ່ວຍເຫລືອຢ່າງຮີບດ່ວນ. 2/ ...

Read More »

ຄຳມ່ວນມີແຮງງານທີ່ຍັງຕົກຄ້າງຢູ່ປະເທດໄທ 13 ພັນກວ່າຄົນ

ຕາມການລາຍງານຈາກ ທ່ານ ສີໄຮແກ້ວ ໄກຖິ່ນ ຫົວໜ້າພະແນກແຮງງານ ແລະສະ ຫວັດດີການສັງຄົມ ແຂວງຄຳມ່ວນ ຕໍ່ກອງປະຊຸມຄະນະບໍລິຫານງານພັກແຂວງ ສະໄໝທີ X ໃນລ ະຫວ່າງວັນທີ 29-30 ກໍລະກົດ 2021 ແຈ້ງໃຫ້ຮູ້ວ່າ: ການເກັບກຳສະຖິຕິແຮງງານລາວ ທີ່ກັບມາຈາກປະເທດໄທ ໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ແຮງງານຫວ່າງງານພາຍໃນມີຈຳນວນທັງໝົດ 14.589 ຄົນ ໃນນີ້ແຮງງານລາວ ທີ່ກັບມາຈາກໄທ 13.264 ຄົນເຊິ່ງປະກອບອາຊີບໃນຂົງເຂດອຸດສາຫະກຳ 8.169 ຄົນ, ຂົງເຂດກະສິກຳ 2.073 ຄົນ ແລະ ຂົງເຂດບໍລິການ 4.347 ຄົນ, ຈຳນວນແຮງງານທີ່ຫວ່າງງານພາຍໃນ 1.325 ຄົນ. ເຊິ່ງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ໄດ້ມີການຂຶ້ນທະບຽນຜູ້ຕ້ອງການຊອກຫາວຽກເຮັດງານທຳ ແລະ ໄດ້ລົງສົມທົບກັບຫົວໜ່ວຍແຮງງານເພື່ອເກັບກຳຕຳແໜ່ງງານຫວ່າງ ເປັນແຕ່ລະໄຕມາດຢ່າງຕໍ່ເນື່ອງ. ໃນ 06 ເດືອນຜ່ານມາ ສາມາດຈັດຫາງານໃຫ້ແກ່ແຮງງານໄດ້ທັງໝົດ 246 ຄົນ. ໃນນັ້ນມີຂົງ ເຂດອຸດສາຫະກຳ 15 ຄົນ ແລະ ຂົງເຂດບໍລິການ 231 ...

Read More »

ນາຍົກລັດຖະມົນຕີຢ້ຽມຢາມ,ຊີ້ນໍາ,ຊຸກຍູ້ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ.

ທ່ານ ພັນຄໍາ ວິພາວັນ ກຳມະການກົມການເມືອງ ສູູນກາງພັກ,ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈໍາປາສັກ ໃນຕອນເຊົ້າວັນທີ 29 ກໍລະກົດ 2021 ນີ້,ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮັບຟັງການລາຍງານສະພາບການແຜ່ລະບາດ,ການຄວບຄຸມປິ່ນປົວແລະວຽກງານເຝົ້າລະວັງຂອງຄະນະພັກ -ອົງການປົກຄອງແຂວງ ແຂວງຈໍາປາສັກ,ສາລະວັນ,ເຊກອງແລະແຂວງ ອັດຕະປື. ສະເພາະວຽກງານຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ຢູ່ແຂວງຈໍາປາສັກ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງໆຈໍາປາສັກ ໄດ້ລາຍງານວ່າ: ແຂວງຈໍາປາສັກໄດ້ເອົາໃຈໃສ່ໃນການປະຕິບັດມາດຕະການປ້ອງກັນ,ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ -19 ທີ່ສູນກາງວາງອອກຢ່າງເຂັ້ມງວດ.ມາຮອດວັນທີ 29 ກໍລະກົດ 2021 ນີ້ທົ່ວແຂວງມີຜູ້ຕິດເຊື້ອໂຄວິດ -19 ໃໝ່ ຈໍານວນ 57 ຄົນ. ເຊິ່ງແມ່ນ ແຮງງານນຳເຂົ້າທັງໜົດ,ຕົວເລກສະສົມທົ່ວແຂວງມີຜູ້ຕິດເຊື້ອ 1.618 ຄົນ,ປົວຫາຍດີແລ້ວ 755 ຄົນ,ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍ 3 ແຫ່ງ ຄື: ຄົນເຈັບທີ່ມີອາການໜັກແມ່ນປິ່ນປົວຢູ່ເມືອງໂພນທອງ,ຄົນເຈັບມີອາການປານກາງແມ່ນປີ່ນປົວຢູ່ໂຮງໝໍບໍລະເວນ 106 ກອງທັບ,ສ່ວນຜູ້ຕິດເຊື້ອອາການເບົາບາງແມ່ນປິ່ນປົວຢູ່ໂຮງໝໍພາກສະໜາມວິທະຍາໄລການເງິນພາກໃຕ້ ປະຈຸບັນ( 29/7/2021)ມີຜູ້ຍັງສືບຕໍ່ປິນປົວ ທັງໝົດຈໍານວນ 863 ຄົນ. ...

Read More »