News

ຂະແໜງການລົງທຶນ ຂອງເອກະຊົນ ບັນລຸ 40,3 ຕື້ໂດລາ ແລະ ມີ 4.635 ໂຄງການ………..

ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນທີ 1 ທັນວາ 2020 ນີ້ວ່າ: ກະຊວງແຜນການ ແລະ ການລົງທຶນ ແມ່ນກົງຈັກໜຶ່ງຂອງລັດຖະບານ ມີພາລະບົດບາດເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບວຽກງານແຜນການ ແລະ ການລົງທຶນ, ວຽກງານສະຖິຕິແຫ່ງຊາດ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານຮ່ວມມືກັບສາກົນ ແລະ ເຂດເສດຖະກິດພິເສດ ໃນຂອບເຂດທົ່ວປະເທດ. ສະນັ້ນ, ແຜນພັດທະນາເສດຖະກິດ-ສັງຄົມ ໄດ້ຫັນການສ້າງແຜນຕາມຂະແໜງການ ມາເປັນການສ້າງແຜນໂດຍອີງໃສ່ໝາກຜົນ ທີ່ໄດ້ຮັບຄົ້ນຄວ້າກົນໄກການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ດ້ວຍຫລາຍຮູບແບບ ແລະ ຄົ້ນຄວ້າແຜນການລົງທຶນຂອງລັດ ໃຫ້ສອດຄ່ອງກັບທ່າແຮງຕົວຈິງຂອງງົບປະມານຫຼາຍຂຶ້ນ ແລະ ປັບປຸງກົນໄກການປະເມີນຜົນໂຄງການລົງທຶນຂອງລັດ ໃຫ້ມີຄຸນນະພາບສູງຂຶ້ນ ດ້ວຍການສ້າງຕັ້ງຄະນະຮັບຮອງຜົນການປະເມີນ ທີ່ປະກອບມີຫຼາຍພາກສ່ວນເຂົ້າຮ່ວມ. ການເຕີບໂຕທາງດ້ານເສດຖະກິດ ນັບແຕ່ປີ 1991 ເຖິງ 2020 ເສດຖະກິດໄດ້ເຕີບໂຕສະເລ່ຍ 6,6% ຕໍ່ປີ ເປັນຕົ້ນ ໄລຍະ ...

Read More »

ຫຼາຍພາກສ່ວນສະໜັບສະໜູນ ການແຂ່ງຂັນດອກປີກໄກ່ຄັ້ງທຳອິດ……….

ພິທີຖະແຫຼງຂ່າວຈັດຂຶ້ນໃນວັນທີ 30 ພະຈິກ 2020 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄດ່ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກຜູ້ສະໜັບສະໜູນເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ຖືເປັນໃບໜ້າປະຫວັດສາດຂອງວົງການກີລາດອກປີກໄກ່ບ້ານເຮົາ ເພາະໄດ້ຮັບກຽດເປັນຢ່າງສູງຈາກ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອະນຸຍາດໃຫ້ນຳໃຊ້ ນາມມະຍົດ “ ຊີງຂັນທ່ານນາຍົກລັດຖະມົນຕີ ” ເປັນຄັ້ງທໍາອິດ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ, ສ້າງຂະບວນ, ເປັນເວທີໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ເລືອກເຟັ້ນໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດໃນແຕ່ລະຮຸ່ນອາຍຸ ລວມເຖິງເປັນການສ້າງເງື່ອນໄຂກັບແຕ່ລະແຂວງ ໄດ້ມີການກະກຽມນັກກີລາທົ່ວປະເທດ ເພື່ອກຽມເຂົ້າຮ່ວມການແຂ່ງຂັນກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີໜ້າອີກ. ສໍາລັບ ເງິນລາງວັນໃນການແຂ່ງຂັນໃນຄັ້ງນີ້ ລວມມູນຄ່າເປັນເງິນ ...

Read More »

ສປ ຈີນ ຊ່ວຍເຫຼືອອຸປະກອນການວິເຄາະ ໃຫ້ກະຊວງສາທາ…….

ພິທີມອບເຄື່ອງອຸປະກອນ ວິເຄາະຫາເຊື້ອພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ມີຂຶ້ນໃນທ້າຍອາທິດຜ່ານມາທີ່ສູນວິເຄາະ ແລະ ລະບາດວິທະຍາ ໂດຍການມອບຂອງ ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ. ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວບາງຕອນວ່າ: ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ສົ່ງທີມງານແພດຈີນ ແລະ ນໍາເອົາເຄື່ອງອຸປະກອນການແພດທີ່ນໍາໃຊ້ເຂົ້າໃນວຽກງານຫ້ອງທົດລອງແພດ ຈໍານວນໜຶ່ງປັບປຸງ, ດັດແກ້ ຫ້ອງກວດຫາເຊື້ອພະຍາດໂຄວິດ-19 ລວມມູນຄ່າທັງໝົດປະມານ 381.000 ໂດລາສະຫະລັດ. ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ: ພວກເຮົາມີຄວາມກຽມພ້ອມຢ່າງເຕັມທີ່ເຂົ້າໃນການປະກອບສ່ວນໃນວຽກງານການຊ່ວຍເຫຼືອລາວ – ຈີນ ສະແດງ ...

Read More »

ການນຳ ພັກ-ລັດ ວາງພວງມາລາ ສະຫຼອງວັນຊາດ ຄົບຮອບ 45 ປີ……

ໃນຕອນເຊົ້າວັນທີ 1 ທັນວາ 2020, ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ ທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບປະຕິວັດແຫ່ງຊາດ (ຫລັກ24) ເນື່ອງໃນໂອກາດ ສະຫລີມສະຫລອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ, ໂດຍມີ ຄະນະບໍລິຫານງານສູນກາງພັກ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ; ຄະນະລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍເຈົ້າຄອງນະຄອນຫລວງວຽງຈັນ; ຄະນະສະພາແຫ່ງຊາດ ນຳໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ນອກຈາກນັ້ນ, ຍັງມີຄະນະອົງການຈັດຕັ້ງມະຫາຊົນ, ຄະນະຜູ້ແທນຜູ້ຊົງຄຸນວຸດທິ, ຄະນະກະຊວງປ້ອງກັນປະເທດ ແລະ ຄະນະກະຊວງປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ບັນດາການນຳພັກ-ລັດ ຍັງໄດ້ເຂົ້າວາງກະຕ່າດອກໄມ້ ທີ່ຫໍພິພິທະພັນ ...

Read More »

ການເງິນຂ້າມແດນ ໃນການຮ່ວມມືແບບເປີດປະຕູທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ………….

ກອງປະຊຸມເວທີປຶກສາຫາລືຜູ້ນຳການຮ່ວມມື ແລະ ການພັດທະນາດ້ານການເງິນ ຈີນ-ອາຊຽນ ຄັ້ງທີ 12 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ຂອງ ສປຈີນ ພາຍໃຕ້ຫົວຂໍ້; “ການເງິນຂ້າມແດນທີ່ມີການປະດິດສ້າງໃໝ່, ການຮ່ວມມືແບບເປີດປະຕູເພື່ອຕ່າງຝ່າຍຕ່າງມີຜົນປະໂຫຍດ”. ຂ່າວລະບຸວ່າ: ກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຈັດຂຶ້ນໃນຮູບແບບອອນລາຍ ແລະ ອັອຟລາຍ ໄດ້ບັນລຸການຮ່ວມມືຫຼາຍໂຄງການ, ໄດ້ເຊັນສັນຍາຮ່ວມມືດ້ານການເງິນ 8 ສະບັບເຊັ່ນ: “ສັນຍາຮ່ວມມືຍຸດທະສາດກ່ຽວກັບການຮ່ວມກັນສ້າງເວທີເປີດປະຕູດ້ານການເງິນທີ່ອວ່າຍໜ້າສູ່ອາຊຽນ” ແລະ ອື່ນໆ, ທັງໄດ້ເລີ່ມປະຕິບັດໂຄງການເວທີການບໍລິການດ້ານການເງິນ 3 ໂຄງການເຊັ່ນ: ເວທີການບໍລິການດ້ານການເງິນ ຈີນ-ອາຊຽນ ແລະ ໂຄງການອື່ນໆ. ເວທີປຶກສາຫາລືຜູ້ນຳການຮ່ວມມື ແລະ ການພັດທະນາດ້ານການເງິນ ຈີນ-ອາຊຽນ ແມ່ນເວທີທີ່ສຳຄັນຂອງຈີນ ແລະ ບັນດາປະເທດອາຊຽນ ໃນການຮ່ວມກັນປຶກສາຫາລືກ່ຽວກັບການຮ່ວມມືດ້ານການເງິນ ແລະ ສະແຫວງຫາການພັດທະນາດ້ານການເງິນ. ນັບແຕ່ໄດ້ເລີ່ມສ້າງຂຶ້ນໃນປີ 2009 ເປັນຕົ້ນມາ, ໄດ້ຂະຫຍາຍຕົວ ແລະ ກາຍເປັນເວທີແຫ່ງການແລກປ່ຽນ ແລະ ຮ່ວມມືດ້ານການເງິນຫຼາຍຝ່າຍ ທີ່ມີລະບົບປະຕິບັດງານ ແລະ ຫົວຂໍ້ປະຕິບັດງານທີ່ເປັນອິດສະຫຼະ. ສ່ວນການລົງນາມໃນສັນຍາວ່າດ້ວຍ; “ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ” (RCEP) ໄດ້ສະໜອງຊ່ອງທາງທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນດ້ານເສດຖະກິດການຄ້າ ລະຫວ່າງ ເຂດກວາງຊີ ...

Read More »

ເງື່ອນໄຂ​ດ້ານ​ຕ່າງໆ​ພາຍ​ໃນ​ປະເທດ ການ​ຮັບປະກັນ​ໃຫ້​ແກ່​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ປະເທດ​ຊາດ…………..

ຫ້ອງ​ວ່າການ​ປະທານ​ປະເທດ (ຫປທ) ໄດ້​ຈັດ​ພິທີ ປາຖະກະຖາ​ວັນ​ສໍາ​ຄັນ​ຂອງ​ພັກ​-​ຂອງ​ຊາດ ຄື: ວັນຊາດ​ທີ 2 ທັນວາ ຄົບຮອບ 45 ປີ (2/12/ 1975 – 2/12/2020) ແລະ ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/ 1920 -13/12/2020) ຂຶ້ນ​ເມື່ອບໍ່​ດົນ​ມານີ້ ທີ່​ຫ້ອງ​ປະ ຊຸມ​ໃຫຍ່ ຫປທ. ໃຫ້​ກຽດ​ປາຖະກະຖາ​ໂດຍ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ອະ​ດີດ​ກໍາ​ມະ​ການ​ກົມ​ການເມືອງ​ສູນ​ກາງ​ພັກ ອະດີດ​ຮອງ​ນາຍົກລັດຖະມົນຕີ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ຄໍາ​ເມິງ ພົງ​ທະ​ດີ ກໍາ​ມະ​ການ​ສູນ​ກາງ​ພັກ ລັດຖະມົນຕີ ຫົວໜ້າ​ຫ້ອງ​ວ່າການ​ປະທານ​ປະເທດ, ພະນັກ​ງານ​-​ລັດຖະກອນ ພາຍ​ໃນ​ ຫປທ. ໃນ​ໂອກາດ​ດັ່ງກ່າວ ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ໄດ້​ຍົກ​ໃຫ້​ຮູ້​ເຖິງ ການ​ຕໍ່​ສູ້​ຢ່າງ​ພິ​ລະ​ອາດ​ຫານ​ຂອງກອງ​ທັບ ແລະ ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ຈົນສາມາດ​ປົດ​ປ່ອຍປະ​ເທດ​ຊາດ​ຢ່າງ​ມີ​ໄຊ, ສະຖາປະນາ​ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ ຂຶ້ນ​ຢ່າງ​ສະຫງ່າ​ຜ່າເຜີຍ ໃນ​ວັນ​ທີ 2/12/ 1975. ພາຍຫຼັງ​ປະເທດ​ຊາດ​ໄດ້​ຮັບ​ການສະ ...

Read More »

ບັນດາ Start-Up ບໍ່ຄວນພາດກັບການແຂ່ງຂັນ Lao Startup Award 2020 ຊີງເງິນລາງວັນມູນຄ່າຫຼາຍກວ່າ 5,000 ໂດລາສະຫະລັດ

ເພື່ອເປັນການເປີດກວ້າງ ແລະ ພ້ອມທັງເປີດໂອກາດໃຫ້ບັນດາໄວໜຸ່ມ, ຜູ້ປະກອບການ ແລະ ບຸກຄົນທົ່ວໄປທີ່ສົນໃຈໃນການແຂ່ງຂັນປະກວດໄອເດຍ ຫລື ທຸລະກິດ Startup, ທະນາຄານມາຣູຮານເຈແປນລາວ (MJBL) ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະມາຄົມການຄ້າໄອຊີທີລາວ (LICA) ຈັດງານຖະແຫຼງຂ່າວການແຂ່ງຂັນ Lao Startup Award 2020 Powered by Maruhan Bank Japan Lao ຂຶ້ນ ໃນຕອນບ່າຍ ຂອງວັນທີ 30 ພະຈິກ 2020, ທີ່ຜ່ານມາ ຢູ່ທີ່ ທະນາຄານ ມາຣູຮານ ເຈແປນລາວ, ໂດຍການເປັນປະທານຂອງ ທ່ານ Anthony Chin ຜູ້ອຳນວຍການ ທະນາຄານ ມາຣູຮານ ເຈແປນລາວ ແລະ ທ່ານທະນູສອນ ພົນອາມາດ, ປະທານສະມາຄົມການຄ້າ ໄອຊີທີ ລາວ (LICA) , ມີບັນດາສື່ມວນຊົນພ້ອມທັງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ພ້ອມດຽວກັນນັ້ນ, ...

Read More »

ໂຮງກັ່ນນ້ຳມັນທຳ ເປີດການຜະລິດຢ່າງເປັນທາງການ ດ້ວຍກຳລັງ​ການ​ຜະລິດ 1 ລ້ານ​ໂຕນ………..

ບໍລິສັດ ​ເປ​ໂຕ​ຣເຄ​ມີ ລາວ ຈຳກັດ ໄດ້​ສຳເລັດ​ການ​ກໍ່ສ້າງ​ໂຮງ​ກັ່ນ​ນໍ້າ​ມັນ​ແຫ່ງ​ທຳອິດ ໃນ ສປປ ລາວ ທີ່​ມີ​ກຳລັງ​ການ​ຜະລິດ 3 ລ້ານ​ໂຕນ/ປີ ໂດຍ​ການ​ລົງທຶນ​ກໍ່ສ້າງ​ຂອງ​ກຸ່ມ​ບໍລິສັດ​ຢຸນ​ນານ​ລົງທຶນ​ແລະ ກໍ່ສ້າງ​ຮຸ້ນ​ສ່ວນ​ຈໍາ​ກັດ (ຖື​ຮຸ້ນ 80%) ຮ່ວມ​ກັບ​ລັດ​ວິ​ສາ​ຫະ​ກິດ​ນໍ້າ​ມັນ​ເຊື້ອ​ໄຟ​ລາວ (ຖື​ຮຸ້ນ 20%) ໄດ້​ສຳເລັດ ແລະ ເລີ່ມ​ເປີດ​ການ​ຜະລິດ​ໃນ​ໄລຍະ​ທີ 1 ດ້ວຍ​ກຳລັງ​ການ​ຜະລິດ 1 ລ້ານ​ໂຕນ/ປີ. ພິທີ​ເປີດ​ການ​ຜະລິດ​ຂອງ​ບໍລິສັດ ເປ​ໂຕ​ຣເຄ​ມີ ລາວ ຈຳກັດ ໄດ້​ຈັດ​ຂຶ້ນໃນ​ວັນ​ທີ 30 ພະ ຈິກ ນີ້ ໂດຍ​ຈັດ​ເປັນ​ສອງ​ເວທີ​ພ້ອມ​ກັນ​ຄື: ເວທີ​ຫຼັກຢູ່​ທີ່ເຂດ​ເສດຖະກິດ​ກວມ​ລວມ​ໄຊ​ເສ​ດ​ຖາ ນະຄອນຫຼວງ​ວຽງ​ຈັນ ສປປ ລາວ ແລະ ອີກ​ເວທີ​ໜຶ່ງ ຈັດ​ຢູ່​ແຂວງ​ຢຸນ​ນານ ສປ ຈີນ ໂດຍ​ນຳ​ໃຊ້​ຮູບ​ແບບ​ວິ​ດີ​ໂອ​ທາງໄກ​ເຊື່ອມ​ຕໍ່​ກັນ. ສຳລັບ ທີ່ ສປປ ລາວ ມີ ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງ​ນາຍົກລັດຖະມົນຕີ ລັດຖະມົນຕີ​ກະຊວງ​ແຜນການ ແລະ ການ​ລົງທຶນ, ທ່ານ ຈ່ຽງ ຈ້າຍ ...

Read More »

ລາວສົ່ງອອກເຫຼັກເສັ້ນ 300 ໂຕນ ຄັ້ງທຳອິດໄປຕ່າງປະເທດ…..

ເມື່ອບໍ່ດົນມານີ້, ທີ່ດ່ານສາກົນໜອງນົກຂຽນ, ແຂວງຈຳປາສັກ (ຊາຍແດນລະຫວ່າງ ລາວ-ກຳປູເຈຍ),ບໍລິສັດ ເຫຼັກຄູນເພັງ ວຽງຈັນຈຳກັດ ແລະ ບໍລິສັດ ອຸດສາຫະກຳເຫຼັກ ຄູນຄຳ ຈະກັດ ໄດ້ສົ່ງອອກຜະລິດຕະພັນເຫຼັກເສັ້ນ ຂອງ ສປປ ລາວ ຄັ້ງທຳອິດ ໃນປະຫວັດສາດຈຳນວນ 300 ໂຕນ ໄປນະຄອນຫລວງພະນົມເປັນ, ປະເທດກຳປູເຈຍ. ທ່ານ ຈີ ຢົງ ກວນ (JI YONG QUAN) ໄດ້ກ່າວວ່າ: ຜະລິດຕະພັນເຫຼັກເສັ້ນຂອງ ລາວ ແມ່ນໄດ້ຮັບການຢັ້ງຢືນຄຸນນະພາບມາດຕະຖານ SR24, SD30, SD40 ຈາກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ໄດ້ຮັບການຢັ້ງຢືນມາດຕະຖານ ISO 90012015 ແລະ ເປັນໂຮງງານແຫ່ງທໍາອິດ ທີ່ສາມາດຜະລິດເຫຼັກເສັ້ນ ກົມກ້ຽງຂະໜາດ 6mm ແລະ ເຫຼັກເສັ້ນປ້ອງອ້ອຍຂະໜາດ 6,5mm ທີ່ໄດ້ຄຸນນະພາບ ມາດຕະຖານໃນ ສປປ ລາວ. ປັດຈຸບັນ ທາງໂຮງງານດັ່ງກ່າວ, ມີກຳລັງການຜະລິດ ...

Read More »

ທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ8.475 ແຫ່ງ……..

ມາຮອດປັດຈຸບັນທົ່ວປະເທດມີໂຮງງານອຸດສາຫະກຳ ແລະ ຫັດຖະກໍາ 8.475 ແຫ່ງ ສ້າງວຽກເຮັດງານທໍາໄດ້ຫຼາຍກວ່າ 161 ພັນຄົນ. ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ແມ່ນໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍ 42,38% ຕໍ່ປີ; ໝວດການຜະລິດເຄື່ອງຄອມພິວເຕີ, ເຄື່ອງເອເລັກໂຕຣນິກ ແລະ ຜະລິດຕະພັນກ່ຽວກັບຮູບພາບແສງສີສຽງ ສະເລ່ຍ 26,04% ຕໍ່ປີ; ໝວດການຜະລິດເຄື່ອງນຸ່ງຫົ່ມ ສະເລ່ຍ 25,31% ຕໍ່ປີ. ທ່ານ ບົວວັນ ວິລະວົງ ຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກໍາ ກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວວ່າ: ໂດຍລວມຂະແໜງອຸດສາຫະກຳ ແລະ ຫັດຖະກໍາປະກອບສ່ວນສໍາຄັນໃນການພັດທະນາເສດຖະກິດຂອງປະເທດ. ສະເພາະໃນໄລຍະປີ 2016 – 2020 ມູນຄ່າການຜະລິດອຸດສາຫະກຳປຸງແຕ່ງຂະຫຍາຍຕົວສະ   ເລ່ຍຕໍ່ປີ 9,22% ( ແຜນການ   12% ). ໃນນີ້, ອຸດສາຫະກຳປຸງແຕ່ງທີ່ມີການຂະຫຍາຍຕົວແຮງ ປະກອບມີ: ໝວດຜະລິດເຈ້ຍ ແລະ ຜະລິດຕະພັນເຈ້ຍ ສະເລ່ຍຕໍ່ປີ 42,38%; ໝວດການຜະລິດເຄື່ອງຄອມພິວເຕີ, ...

Read More »