ໃນຕອນເຊົ້າວັນທີ 1 ທັນວາ 2020, ບັນດາການນຳພັກ-ລັດ ໄດ້ເຂົ້າວາງພວງມາລາ ຢູ່ ທີ່ອະນຸສາວະລີ ນັກຮົບນິລະນາມ (ດາວແດງ) ແລະ ສຸສານນັກຮົບປະຕິວັດແຫ່ງຊາດ (ຫລັກ24)

ເນື່ອງໃນໂອກາດ ສະຫລີມສະຫລອງວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ 2 ທັນວາ ຄົບຮອບ 45 ປີ, ໂດຍມີ ຄະນະບໍລິຫານງານສູນກາງພັກ ນຳໂດຍ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ;

ຄະນະລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍເຈົ້າຄອງນະຄອນຫລວງວຽງຈັນ; ຄະນະສະພາແຫ່ງຊາດ ນຳໂດຍ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ. ນອກຈາກນັ້ນ, ຍັງມີຄະນະອົງການຈັດຕັ້ງມະຫາຊົນ, ຄະນະຜູ້ແທນຜູ້ຊົງຄຸນວຸດທິ, ຄະນະກະຊວງປ້ອງກັນປະເທດ ແລະ ຄະນະກະຊວງປ້ອງກັນຄວາມສະຫງົບ.

ພ້ອມກັນນັ້ນ, ບັນດາການນຳພັກ-ລັດ ຍັງໄດ້ເຂົ້າວາງກະຕ່າດອກໄມ້ ທີ່ຫໍພິພິທະພັນ ໄກສອນ ພົມວິຫານ ເຊັ່ນດຽວກັນ.ທັງນີ້, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູ-ຮູ້ບຸນຄຸນ, ຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫລວງ ຂອງບັນພະບູລຸດລາວ ທີ່ໄດ້ອຸທິດຕົນເພື່ອປະເທດຊາດ ແລະ ການປະຕິວັດ

ໃນໄລຍະຜ່ານມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົນເຖິງເທົ່າທຸກວັນນີ້.
ແຫຼ່ງຂໍ້ມູນ: ຂປລ