ສປ ຈີນ ຊ່ວຍເຫຼືອອຸປະກອນການວິເຄາະ ໃຫ້ກະຊວງສາທາ…….

ພິທີມອບເຄື່ອງອຸປະກອນ ວິເຄາະຫາເຊື້ອພະຍາດໂຄວິດ-19 ໃຫ້ແກ່ກະຊວງສາທາລະນະສຸກ ມີຂຶ້ນໃນທ້າຍອາທິດຜ່ານມາທີ່ສູນວິເຄາະ ແລະ ລະບາດວິທະຍາ ໂດຍການມອບຂອງ ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ແລະ ຮັບໂດຍ ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ.

ທ່ານ ຄຳພອນ ພຸດທະວົງ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວບາງຕອນວ່າ: ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ສົ່ງທີມງານແພດຈີນ ແລະ ນໍາເອົາເຄື່ອງອຸປະກອນການແພດທີ່ນໍາໃຊ້ເຂົ້າໃນວຽກງານຫ້ອງທົດລອງແພດ ຈໍານວນໜຶ່ງປັບປຸງ, ດັດແກ້ ຫ້ອງກວດຫາເຊື້ອພະຍາດໂຄວິດ-19 ລວມມູນຄ່າທັງໝົດປະມານ 381.000 ໂດລາສະຫະລັດ.

ທ່ານ ຊ້ຽງ ຟາງ ສຽງ ທູດທີ່ປຶກສາການເມືອງ ສປ ຈີນ ປະຈຳ ສປປ ລາວ ກ່າວວ່າ: ພວກເຮົາມີຄວາມກຽມພ້ອມຢ່າງເຕັມທີ່ເຂົ້າໃນການປະກອບສ່ວນໃນວຽກງານການຊ່ວຍເຫຼືອລາວ – ຈີນ ສະແດງ ຄວາມຂອບໃຈ ຫົວໜ້າທີມແພດຈາກແຂວງຢູນນານ ພ້ອມດ້ວຍຄະນະ ທີ່ໄດ້ປະກອບສ່ວນເຫື່ອແຮງໃນການມາຊ່ວຍ ສປປ ລາວ ດຳເນີນວຽກງານຄັ້ງນີ້

ເຊິ່ງເປັນສ່ວນໜຶ່ງໃນການປະກອບສ່ວນໃນຍຸດທະສາດການຮ່ວມມືຢ່າງຮອບດ້ານໃນຂະແໜງວຽກງານສາທາລະນະສຸກ ເຊິ່ງມັນໄດ້ສະແດງໃຫ້ເຫັນເຖິງຈິດໃຈຄວາມມຸ່ງໝັ້ນທີ່ພວກເຮົາຮ່ວມກັນຕໍ່ສູ້ ຕ້ານ ແລະ ສະກັດກັ້ນ ການລະບາດຂອງພະຍາດໂຄວິດ-19 ໃນໄລຍະການເລີ່ມຕົ້ນແຜ່ລະບາດຂອງພະຍາດດັ່ງກ່າວທາງ ສປປ ລາວ ທຸກພາກສ່ວນໃນຂະແໜງການທຸກຂົງເຂດໄດ້ມີການຕື່ນຕົວເອົາໃຈໃສ່ໃນການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປ ຈີນ ຂອງພວກເຮົາໄດ້ຈົດຈຳບຸນຄຸນຄັ້ງນີ້ເອົາໄວ້ບໍ່ມີວັນລືມ.

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments