ບັນດາ Start-Up ບໍ່ຄວນພາດກັບການແຂ່ງຂັນ Lao Startup Award 2020 ຊີງເງິນລາງວັນມູນຄ່າຫຼາຍກວ່າ 5,000 ໂດລາສະຫະລັດ

ເພື່ອເປັນການເປີດກວ້າງ ແລະ ພ້ອມທັງເປີດໂອກາດໃຫ້ບັນດາໄວໜຸ່ມ, ຜູ້ປະກອບການ ແລະ ບຸກຄົນທົ່ວໄປທີ່ສົນໃຈໃນການແຂ່ງຂັນປະກວດໄອເດຍ ຫລື ທຸລະກິດ Startup, ທະນາຄານມາຣູຮານເຈແປນລາວ (MJBL) ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ສະມາຄົມການຄ້າໄອຊີທີລາວ (LICA) ຈັດງານຖະແຫຼງຂ່າວການແຂ່ງຂັນ Lao Startup Award 2020 Powered by Maruhan Bank Japan Lao ຂຶ້ນ ໃນຕອນບ່າຍ ຂອງວັນທີ 30 ພະຈິກ 2020, ທີ່ຜ່ານມາ ຢູ່ທີ່ ທະນາຄານ ມາຣູຮານ ເຈແປນລາວ, ໂດຍການເປັນປະທານຂອງ ທ່ານ Anthony Chin ຜູ້ອຳນວຍການ ທະນາຄານ ມາຣູຮານ ເຈແປນລາວ ແລະ ທ່ານທະນູສອນ ພົນອາມາດ, ປະທານສະມາຄົມການຄ້າ ໄອຊີທີ ລາວ (LICA) , ມີບັນດາສື່ມວນຊົນພ້ອມທັງພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພ້ອມດຽວກັນນັ້ນ, ສໍາລັບທ່ານໃດທີ່ມີແນວຄວາມຄິດກ່ຽວກັບທຸລະກິດ Start Up ແມ່ນສາມາດຮ່ວມລົງທະບຽນເພື່ອຄັດເລືອກເຂົ້າແຂ່ງຂັນໃນຮອບຊິງຊະນະເລີດໄດ້ ເຊິ່ງຈະຈັດຂຶ້ນໃນວັນອາທິດ ວັນທີ 06 ທັນວາ 2020 ທີ່ສູນການຄ້າວຽງຈັນເຊັນເຕີ, ເຊິ່ງການແຂ່ງຂັນດັ່ງກ່າວແມ່ນຢູ່ໃນງານ Lao Start up Fest 2020 ທີ່ຈະຈັດຂຶ້ນໃນໄລຍະວັນທີ 03-06 ທັນວາ 2020 ນີ້.

ສໍາລັບເງື່ອນໄຂຂອງຜູ້ສະໝັກປະກວດແມ່ນ:

– ຕ້ອງເປັນບຸກຄົນ, ນິຕິບຸກຄົນ ທີ່ດໍາເນີນທຸລະກິດ ຫຼືສາມາດດໍາເນີນທຸລະກິດ ແລະ ເຄື່ອນໄຫວຢູ່ໃນປະເທດລາວໄດ້ຖືກຕ້ອງຕາມກົດໝາຍ

– ຖ້າເປັນນິຕິບຸກຄົນຮ່ວມທຶນກັບຕ່າງປະເທດ ຄົນລາວຈະຕ້ອງຖືຫຸ້ນ ຢ່າງໜ້ອຍ 51% ຂອງຈຳນວນຫຸ້ນທັງໝົດ.

– ຫາກມີຄວາມຄິດທຸລະກິດ ແລະ ມີແຜນທຸລະກິດລະດັບໃດໜຶ່ງກໍສະຫມັກໄດ້

– ບໍ່ຈໍາກັດເພດ, ອາຍຸ, ຫຼືວຸດທິການສຶກສາ

ເງື່ອນໄຂຂອງຜະລິດຕະພັນ ຫຼືບໍລິສັດທີ່ສົ່ງເຂົ້າປະກວດ:

-ຜູ້ສົ່ງເຂົ້າປະກວດຕ້ອງເປັນເຈົ້າຂອງຜົນງານ, ຜະລິດຕະພັນ, ບໍລິການ ຫຼືບໍລິສັດ ຢ່າງຊອບທໍາທາງກົດໝາຍ

-ຜົນງານ, ຜະລິດຕະພັນ, ບໍລິການ ຫຼືບໍລິສັດ ຕ້ອງມີຕົ້ນກໍາເນີນຢູ່ທີ່ປະເທດລາວ

-ຜົນງານ, ຜະລິດຕະພັນ, ບໍລິການ ຫຼືບໍລິສັດ ຕ້ອງບໍ່ມີຫຸ້ນສ່ວນຈາກຕ່າງປະເທດຫຼາຍກວ່າ 49%

-ຜົນງານ, ຜະລິດຕະພັນ, ບໍລິການ ຫຼືບໍລິສັດ ທີ່ຢູ່ໃນຂັ້ນຄວາມຄິດ, ຂັ້ນພັດທະນາ, ຂັ້ນທົດລອງ, ຫຼືຂັ້ນນໍາໃຊ້ຈິງ ແມ່ນສາມາດສົ່ງເຂົ້າປະກວດໄດ້.

ຂະແໜງການຂອງທຸລະກິດທີ່ສາມາດສົ່ງເຂົ້າປະກວດໄດ້

ການປະກວດທຸລະກິດ Start Up ແມ່ນບໍ່ມີການຈໍາກັດປະເພດທຸລະກິດ ຫຼືຂະແໜງການທຸລະກິດ ແຕ່ເກນການໃຫ້ຄະແນນຂອງຂອງຜູ້ຕັດສິນສ່ວນໃຫຍ່ແມ່ນອີງຕາມຄວາມເປັນໄປໄດ້ ແລະ ຄວາມຍືນຍົງຂອງທຸລະກິດເຊັ່ນ: ການຂະຫຍາຍຕົວ, ຄວາມແທດເໝາະກັບຕະຫຼາດ, ສັກກາຍະພາບທາງດ້ານການຄ້າ, ແນວຄິດສ້າງສັນ, ສ້າງຄວາມແຕກຕ່າງ, ຜົນກະທົບທາງບວກຕໍ່ກຸ່ມລູກຄ້າ ຫຼືສັງຄົມ,​ ດ້ານການນໍາໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີ.

ຂັ້ນຕອນການສະໝັກ

ລິ້ງແບບຟອມສະຫມັກ: https://forms.gle/ctfLvR3S4BgHjY2BA
ປິດຮັບສະຫມັກວັນພຸດທີ 2 ທັນວາ 2020 ເວລາ 23:59
ປະກາດຜົນທີມເຂົ້າຮອບສຸດທ້າຍວັນທີ 4 ທັນວາ 2020
ແຂ່ງຂັນວັນທີ 6 ທັນວາ 2020 ທີ່ງານ Lao Startup Fest

ການແຂ່ງຂັນຊິງລາງວັນ Startup Award ໃນຄັ້ງນີ້ໃຫ້ການສະຫນັບສະໜູນໂດຍ ທະນາຄານ ມາຣູຮານ ເຈນແປນ ລາວ ພາຍໃຕ້ຊື່ວ່າ “Lao Startup Awards powered by Maruhan Japan Bank Lao” ເປັນການຈັດຍິ່ງໃຫຍ່ຄັ້ງທຳອິດໃນ ສປປ ລາວ ແລະ ມີລາງວັນເງິນສົດຈໍານວນ 5,000 ໂດລາສະຫະລັດ ສໍາລັບທີມທີ່ໄດ້ຊະນະເລີດພຽງທີມດຽວ.

Comments