ລາວສົ່ງອອກເຫຼັກເສັ້ນ 300 ໂຕນ ຄັ້ງທຳອິດໄປຕ່າງປະເທດ…..

ເມື່ອບໍ່ດົນມານີ້, ທີ່ດ່ານສາກົນໜອງນົກຂຽນ, ແຂວງຈຳປາສັກ (ຊາຍແດນລະຫວ່າງ ລາວ-ກຳປູເຈຍ),ບໍລິສັດ ເຫຼັກຄູນເພັງ ວຽງຈັນຈຳກັດ ແລະ ບໍລິສັດ ອຸດສາຫະກຳເຫຼັກ ຄູນຄຳ ຈະກັດ ໄດ້ສົ່ງອອກຜະລິດຕະພັນເຫຼັກເສັ້ນ ຂອງ ສປປ ລາວ ຄັ້ງທຳອິດ ໃນປະຫວັດສາດຈຳນວນ 300 ໂຕນ ໄປນະຄອນຫລວງພະນົມເປັນ, ປະເທດກຳປູເຈຍ.

ທ່ານ ຈີ ຢົງ ກວນ (JI YONG QUAN) ໄດ້ກ່າວວ່າ: ຜະລິດຕະພັນເຫຼັກເສັ້ນຂອງ ລາວ ແມ່ນໄດ້ຮັບການຢັ້ງຢືນຄຸນນະພາບມາດຕະຖານ SR24, SD30, SD40 ຈາກກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ໄດ້ຮັບການຢັ້ງຢືນມາດຕະຖານ ISO 90012015 ແລະ ເປັນໂຮງງານແຫ່ງທໍາອິດ ທີ່ສາມາດຜະລິດເຫຼັກເສັ້ນ ກົມກ້ຽງຂະໜາດ 6mm ແລະ ເຫຼັກເສັ້ນປ້ອງອ້ອຍຂະໜາດ 6,5mm ທີ່ໄດ້ຄຸນນະພາບ ມາດຕະຖານໃນ ສປປ ລາວ.

ປັດຈຸບັນ ທາງໂຮງງານດັ່ງກ່າວ, ມີກຳລັງການຜະລິດ 300.000 ໂຕນ/ປີ ແລະ ມີຕົວແທນຈຳໜ່າຍທົ່ວປະເທດ. ທ່ານ ຈີ ຢົງ ກວນ (JI YONG QUAN) ກ່າວຕື່ມວ່າ: ການສົ່ງອອກຄັ້ງນີ້, ແມ່ນຜະລິດຕະພັນເຫລັກເສັ້ນປ້ອງອ້ອຍຂະໜາດ 25mm, ຈຳນວນ 300 ໂຕນ, ເປັນຜະລິດຕະພັນເຫລັກເສັ້ນທີ່ຜະລິດພາຍໃຕ້ການຮ່ວມມືລະຫວ່າງບໍລິສັດ ເຫຼັກຄູນເພັງ ວຽງຈັນ ຈຳກັດ ແລະ ບໍລິສັດ ອຸດສາຫະກຳເຫລັກຄູນຄຳ ຈະກັດ,

ເຊິ່ງທັງສອງບໍລິສັດ ໄດ້ເລີ່ມການຮ່ວມມືກັນຮອບດ້ານ ມາແຕ່ຕົ້ນປີ 2018, ໂດຍສະເພາະການຜະລິດ, ການຂາຍຜະລິດຕະພັນເຫຼັກ ແລະ ການບໍລິການຄົບວົງຈອນ ທີ່ໃຫ່ຍທີ່ສຸດໃນ ສປປ ລາວ.

ແຫຼ່ງຂໍ້ມູນ: ຂປລ

Comments