ຫ້ອງວ່າການປະທານປະເທດ (ຫປທ) ໄດ້ຈັດພິທີ ປາຖະກະຖາວັນສໍາຄັນຂອງພັກ-ຂອງຊາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ (2/12/ 1975 – 2/12/2020) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13/12/ 1920 -13/12/2020) ຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງປະ ຊຸມໃຫຍ່ ຫປທ. ໃຫ້ກຽດປາຖະກະຖາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດກໍາມະການກົມການເມືອງສູນກາງພັກ ອະດີດຮອງນາຍົກລັດຖະມົນຕີ ໂດຍການເຂົ້າຮ່ວມຂອງທ່ານ ຄໍາເມິງ ພົງທະດີ ກໍາມະການສູນກາງພັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ, ພະນັກງານ-ລັດຖະກອນ ພາຍໃນ ຫປທ.

ໃນໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ຮູ້ເຖິງ ການຕໍ່ສູ້ຢ່າງພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກຈົນສາມາດປົດປ່ອຍປະເທດຊາດຢ່າງມີໄຊ, ສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2/12/ 1975.
ພາຍຫຼັງປະເທດຊາດໄດ້ຮັບການສະ ຖາປະນາ ພັກປະຊາຊົນປະ ຕິວັດລາວ ໄດ້ນໍາພາທົ່ວປວງຊົນລາວບັນດາເຜົ່າ ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາປະເທດຊາດ ແລະ ກໍ່ສ້າງລະບອບປະຊາທິປະໄຕ ປະຊາຊົນ ຕາມຈຸດໝາຍສັງຄົມນິຍົມ. ຜ່ານການຈັດຕັ້ງປະຕິບັດເປັນເວລາ 45 ປີ, ມີທັງຂໍ້ສະ ດວກ ແລະ ຂໍ້ຫຍຸ້ງຍາກຫຼາຍປະການ ຍ້ອນເງື່ອນໄຂດ້ານຕ່າງໆພາຍໃນປະເທດ ການຮັບປະກັນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ມີຄວາມຈໍາກັດ ຫຼາຍດ້ານ, ທັງປະສົບກັບໄພພິບັດທາງທໍາມະຊາດຢ່າງຕໍ່ເນື່ອງ; ສິ່ງສໍາຄັນແມ່ນກໍາລັງການຜະລິດ ແລະ ພື້ນຖານໂຄງລ່າງກໍຄືວັດຖຸເຕັກນິກ ໃນທຸກຂົງເຂດວຽກງານ ຍັງຢູ່ໃນລັກສະນະປະຖົມປະຖານກວມອັດຕາສ່ວນສູງ.

ແຕ່ພັກໄດ້ມີຄວາມສະດຸ້ງໄວ ແລະ ຫັນປ່ຽນໃນການນໍາພາຂອງຕົນໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງປະເທດຊາດ ແລະ ສາກົນ ດ້ວຍການວາງແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ ທັງມີການປັບປຸງບູລະນະຢ່າງບໍ່ຢຸດຢັ້ງຕະຫຼອດມາ ອັນໄດ້ເປັນປັດໄຈພື້ນຖານ ແລະ ສໍາຄັນໃຫ້ແກ່ການປົກປັກຮັກສາຄວາມເປັນເອກະລາດ, ອໍານາດອະ ທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໄດ້ຢ່າງໝັ້ນຄົງ; ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຫັນເປັນອຸດສາຫະກໍາ-ທັນສະໄໝ; ສິດເປັນເຈົ້າຂອງປະຊາຊົນບັນດາເຜົ່າໄດ້ຮັບການເສີມຂະຫຍາຍ ແລະ ເປີດກວ້າງອອກໃນສັງຄົມ; ຄວາມສາ ມັກຄີເປັນເອກະພາບໃນຊາດ ນັບມື້ໄດ້ຮັບການເຊີດຊູສູງຂຶ້ນ ໃນເວທີສາກົນ ແລະ ພາກພື້ນ.

ພ້ອມດຽວກັນນັ້ນ, ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ປາຖະກະຖາວັນເກີດ ປະທານ ໄກສອນ ພົມວິຫານ ຊຶ່ງປະທານ ໄກສອນ ພົມວິຫານ ເປັນຜູ້ນໍາທີ່ສະຫຼາດ ແລະ ມີຫົວຄິດປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ເປັນຜູ້ນໍາທີ່ເປັນແວ່ນແຍງໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ,ແບບແຜນປະຕິວັດ ກໍຄືແບບແຜນການດໍາລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ແລະ ເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນັບຖືຈາກມະຫາຊົນ.
ແຫຼ່ງຂໍ້ມູນ: ປະຊາຊົນ