ຫຼາຍພາກສ່ວນສະໜັບສະໜູນ ການແຂ່ງຂັນດອກປີກໄກ່ຄັ້ງທຳອິດ……….

ພິທີຖະແຫຼງຂ່າວຈັດຂຶ້ນໃນວັນທີ 30 ພະຈິກ 2020 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນກີລາດອກປີກໄກ່ແຫ່ງຊາດລາວ ແລະ ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄດ່ແຫ່ງຊາດລາວ ພ້ອມດ້ວຍຄະນະ ແລະ ຕາງໜ້າຈາກຜູ້ສະໜັບສະໜູນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ປອ ບຸນເຫຼືອ ສິນໄຊວໍລະວົງ ປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນໃນຄັ້ງນີ້ ຖືເປັນໃບໜ້າປະຫວັດສາດຂອງວົງການກີລາດອກປີກໄກ່ບ້ານເຮົາ ເພາະໄດ້ຮັບກຽດເປັນຢ່າງສູງຈາກ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ອະນຸຍາດໃຫ້ນຳໃຊ້ ນາມມະຍົດ “ ຊີງຂັນທ່ານນາຍົກລັດຖະມົນຕີ ” ເປັນຄັ້ງທໍາອິດ ເພື່ອສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ, ສ້າງຂະບວນ, ເປັນເວທີໃຫ້ນັກກີລາໄດ້ມີໂອກາດໃນການທົດສອບສີມືຂອງຕົນເອງ ແລະ ເລືອກເຟັ້ນໄດ້ນັກກີລາດີເດັ່ນ ປະກອບເຂົ້າເປັນນັກກີລາທີມຊາດໃນແຕ່ລະຮຸ່ນອາຍຸ ລວມເຖິງເປັນການສ້າງເງື່ອນໄຂກັບແຕ່ລະແຂວງ ໄດ້ມີການກະກຽມນັກກີລາທົ່ວປະເທດ ເພື່ອກຽມເຂົ້າຮ່ວມການແຂ່ງຂັນກີລາແຫ່ງຊາດຄັ້ງທີ 11 ທີ່ແຂວງຊຽງຂວາງ ໃນປີໜ້າອີກ.

ສໍາລັບ ເງິນລາງວັນໃນການແຂ່ງຂັນໃນຄັ້ງນີ້ ລວມມູນຄ່າເປັນເງິນ 150 ລ້ານກີບ, ລວມມູນຄ່າໃຊ້ຈ່າຍໃນການຈັດການແຂ່ງຂັນຄັ້ງນີ້ 300 ລ້ານກວ່າກີບ. ຊະນະເລີດປະເພດທີມຊາຍ ແລະ ທີມປະສົມ ແມ່ນຈະໄດ້ຮັບເຖິງ 12 ລ້ານກີບ, ຫຼຽນລາງວັນ ແລະ ຂັນລາງວັນ; ອັນດັບ 2 ໄດ້ 8 ລ້ານກີບ ແລະ ອັນດັບ 3 ໄດ້ 5 ລ້ານກີບ;

ສ່ວນປະເພດທີມຍິງ, ທີມເຍົາວະຊົນຊາຍ ແລະ ທີມເຍົາວະຊົນປະສົມ ຊະນະເລີດໄດ້ 8 ລ້ານກີບ ພ້ອມຫຼຽນລາງວັນ ແລະ ຂັນລາງວັນ.

ຂະນະທີ່ ຊະນະເລີດທີມອາວຸໂສ ໄດ້ 5 ລ້ານກີບ. ນອກນັ້ນ, ນັກກີລາທີ່ສາມາດເຂົ້າຮອບ 8 ທີມສຸດທ້າຍຂຶ້ນໄປ ກໍຈະໄດ້ຮັບຄະແນນສະສົມເຊັ່ນກັນ.
ໃນທ່າຍພິທີໄດ້ມີການມອບເງິນການສະໜັບສະໜູນດັ່ງນີ້:
1.ບໍລິສັດ ການບິນລາວ ມອບໃຫ້ 50 ລ້ານກີບ
2.ບໍລິສັດ ພີເອັສແອລ ເຊີວິດ ຈຳກັດ (PSL) 30 ລ້ານກີບ

3.ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 50 ລ້ານກີບ
4. ບໍລິສັດ ລາວໂທລະຄົມ 30 ລ້ານກີບ
5.ທະນາຄານ ບີໄອຊີ ລາວ ຈຳກັດ 50 ລ້ານ
6.ກຸ່ມບໍລິສັດ ພົງຊັບທະວີ 50 ລ້ານກີບ

7.ບໍລິສັດ ຈະເລີນເຊກອງ ພະລັງງານ ຈຳກັດ 50 ລ້ານ
8.ບໍລິສັດ ເບຍລາວ ຈຳກັດ 50 ລ້ານກີບ
9.ທະນາຄານ ລາວ-ຫວຽດ 15 ລ້ານກີບ

10.ຮ້ານອາຫານ ອາຊໍ້ຫູສະຫຼາມ 30 ລ້ານກີບ
11.ບັນດາຜູ້ອຸປະຖຳຮ່ວມ ອື່ນອີກຫຼາຍໆພາກສ່ວນ

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments