ການເງິນຂ້າມແດນ ໃນການຮ່ວມມືແບບເປີດປະຕູທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ………….

ກອງປະຊຸມເວທີປຶກສາຫາລືຜູ້ນຳການຮ່ວມມື ແລະ ການພັດທະນາດ້ານການເງິນ ຈີນ-ອາຊຽນ ຄັ້ງທີ 12 ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈວ້າງ ກວາງຊີ ຂອງ ສປຈີນ ພາຍໃຕ້ຫົວຂໍ້; “ການເງິນຂ້າມແດນທີ່ມີການປະດິດສ້າງໃໝ່, ການຮ່ວມມືແບບເປີດປະຕູເພື່ອຕ່າງຝ່າຍຕ່າງມີຜົນປະໂຫຍດ”. ຂ່າວລະບຸວ່າ: ກອງປະຊຸມເວທີປຶກສາຫາລືດັ່ງກ່າວ ຈັດຂຶ້ນໃນຮູບແບບອອນລາຍ ແລະ ອັອຟລາຍ ໄດ້ບັນລຸການຮ່ວມມືຫຼາຍໂຄງການ, ໄດ້ເຊັນສັນຍາຮ່ວມມືດ້ານການເງິນ 8 ສະບັບເຊັ່ນ: “ສັນຍາຮ່ວມມືຍຸດທະສາດກ່ຽວກັບການຮ່ວມກັນສ້າງເວທີເປີດປະຕູດ້ານການເງິນທີ່ອວ່າຍໜ້າສູ່ອາຊຽນ” ແລະ ອື່ນໆ, ທັງໄດ້ເລີ່ມປະຕິບັດໂຄງການເວທີການບໍລິການດ້ານການເງິນ 3 ໂຄງການເຊັ່ນ: ເວທີການບໍລິການດ້ານການເງິນ ຈີນ-ອາຊຽນ ແລະ ໂຄງການອື່ນໆ.

ເວທີປຶກສາຫາລືຜູ້ນຳການຮ່ວມມື ແລະ ການພັດທະນາດ້ານການເງິນ ຈີນ-ອາຊຽນ ແມ່ນເວທີທີ່ສຳຄັນຂອງຈີນ ແລະ ບັນດາປະເທດອາຊຽນ ໃນການຮ່ວມກັນປຶກສາຫາລືກ່ຽວກັບການຮ່ວມມືດ້ານການເງິນ ແລະ ສະແຫວງຫາການພັດທະນາດ້ານການເງິນ. ນັບແຕ່ໄດ້ເລີ່ມສ້າງຂຶ້ນໃນປີ 2009 ເປັນຕົ້ນມາ, ໄດ້ຂະຫຍາຍຕົວ ແລະ ກາຍເປັນເວທີແຫ່ງການແລກປ່ຽນ ແລະ ຮ່ວມມືດ້ານການເງິນຫຼາຍຝ່າຍ ທີ່ມີລະບົບປະຕິບັດງານ ແລະ ຫົວຂໍ້ປະຕິບັດງານທີ່ເປັນອິດສະຫຼະ. ສ່ວນການລົງນາມໃນສັນຍາວ່າດ້ວຍ; “ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານຂອງພາກພື້ນ” (RCEP) ໄດ້ສະໜອງຊ່ອງທາງທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການໄປມາຫາສູ່ກັນດ້ານເສດຖະກິດການຄ້າ ລະຫວ່າງ ເຂດກວາງຊີ ກັບ ບັນດາປະເທດອາຊຽນ. ໃນງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ 17 ຢູ່ນະຄອນໜານໜິງ ເຂດກວາງຊີ, ຝ່າຍຕ່າງໆທີ່ເຂົ້າຮ່ວມງານ ໄດ້ເຊັນສັນຍາໃນ 86 ໂຄງການຮ່ວມມືລົງທຶນພາຍໃນ ແລະ ຕ່າງປະເທດ ດ້ວຍຍອດມູນຄ່າບັນລຸເຖິງ 263 ຕື້ 870 ລ້ານຢວນ, ເພີ່ມຂຶ້ນ 43,6% ເມື່ອທຽບໃສ່ປີກາຍ ຊຶ່ງເປັນອັດຕາເພີ່ມຂຶ້ນທີ່ສູງສຸດໃນປະຫວັດສາດຂອງງານວາງສະແດງສິນຄ້າ ຈີນ-ອາຊຽນ.

ວິສາຫະກິດຈີນ ແລະ ຕ່າງປະເທດເຂົ້າຮ່ວມນັບມື້ນັບຫຼາຍຂຶ້ນ ໂດຍຖືເປັນເວທີເປີດປະຕູທີ່ມີລະດັບສູງ ເພື່ອໄດ້ຮັບໂອກາດການຄ້າ ແລະ ພັດທະນາຕະຫຼາດຈີນ ແລະ ປະເທດຢູ່ລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີອາຊຽນເປັນຈຸດໃຈກາງ. ໃນຂະນະດຽວກັນ, ຢູ່ນະຄອນໜານໜິງ ຍັງໄດ້ສະເໜີເຂດທົດລອງການຄ້າເສລີກວາງຊີ ພາຍໃຕ້ຫົວຂໍ້; “ການຄ້າເສລີກວາງຊີທີ່ມີຊີວິດຊີວາ, ຮ່ວມກັນຊົມໃຊ້ໝາກຜົນດ້ານການປະດິດສ້າງໃໝ່” ບຸກຄົນທີ່ເຂົ້າຮ່ວມກອງປະຊຸມໄດ້ດຳເນີນການຄົ້ນຄວ້າປຶກສາຫາລືກ່ຽວກັບການນຳໃຊ້ນະໂຍບາຍຂອງເຂດທົດລອງການຄ້າເສລີກວາງຊີ ໃຫ້ເກີດມີປະສິດທິຜົນ ແລະ ສ້າງຜົນປະໂຫຍດໃຫ້ຫຼາຍຂຶ້ນຕື່ມອີກ, ຊັບພະຍາກອນ ແລະ ໝາກຜົນການປະດິດສ້າງໃໝ່ດ້ານລະບຽບການ, ຮ່ວມກັນສະແຫວງຫາການຮ່ວມມືພັດທະນາ,ຮ່ວມກັນຊົມໃຊ້ໂອກາດການຄ້າເສລີ.

ທ່ານ ຫຼູເຄີ້ຈຽນ ກຳມະການຄະນະກຳມະການທີ່ປຶກສາເຂດທົດລອງການຄ້າເສລີກວາງຊີຈີນ ກ່າວວ່າ: ສັນຍາ RCEP ໄດ້ສ້າງກາລະໂອກາດໃຫ້ແກ່ການຍົກລະດັບທ່າແຮງດ້ານພູມສັນຖານຂອງເຂດກວາງຊີ, ເປີດກວ້າງການເປີດປະຕູສູ່ພາຍນອກ ໂດຍຜ່ານການເຊື່ອມໂຍງເຊື່ອມຈອດກັນ ແລະ ສ້າງຕ່ອງໂສ້ອຸດສາຫະກຳຂ້າມແດນທີ່ອວ່າຍໜ້າສູ່ອາຊຽນ. ເຂດທົດລອງດັ່ງກ່າວ ຕ້ອງເຊື່ອມໂຍງເຂົ້າກັບການສ້າງສາ RCEP ຢ່າງເລິກເຊິ່ງ, ຢຶດໝັ້ນຖືການປະດິດສ້າງໃໝ່ດ້ານລະບຽບການເປັນແກນກາງ, ດຳເນີນການຄົ້ນຄວ້າທີ່ມີຄວາມແຕກຕ່າງກັນ, ຊຸກຍູ້ພື້ນຖານອຸດສາຫະກຳໃຫ້ມີລະດັບສູງ ແລະ ຕ່ອງໂສ້ອຸດສາຫະກຳຫັນເປັນແບບທັນສະໄໝ. ຕາມຂໍ້ມູນສະຖິຕິຫຼັັັງສຸດສະແດງໃຫ້ເຫັນວ່າ: ນັບມາຮອດທ້າຍເດືອນພະຈິກຜ່ານມາ, ເຂດທົດລອງການຄ້າເສລີກວາງຊີໄດ້ມີວິສາຫະກິດໃໝ່ເພີ່ມຂຶ້ນທັງໝົດ 1,4 ໝື່ນກວ່າແຫ່ງ.

ແຫຼ່ງຂໍ້ມູນ: ຊີອາໄອ

Comments